ຂ່າວດີທີ່ຂຽນໂດຍໂຢຮັນ
17 ເມື່ອພະເຢຊູເວົ້າແບບນັ້ນແລ້ວ ເພິ່ນກໍເງີຍໜ້າຂຶ້ນຟ້າແລະເວົ້າວ່າ: “ພໍ່ເອີ້ຍ ຮອດເວລາແລ້ວ ຂໍໃຫ້ພໍ່ຍົກຍ້ອງລູກ ເພື່ອລູກຈະໄດ້ຍົກຍ້ອງພໍ່.+ 2 ພໍ່ໃຫ້ລູກມີອຳນາດເໜືອມະນຸດທຸກຄົນແລ້ວ+ ເພື່ອລູກຈະໃຫ້ຊີວິດຕະຫຼອດໄປ+ກັບທຸກຄົນທີ່ພໍ່ຍົກໃຫ້ລູກ.+ 3 ຜູ້ທີ່ຈະໄດ້ຊີວິດຕະຫຼອດໄປ+ຕ້ອງຮູ້ຈັກພໍ່*ທີ່ເປັນພະເຈົ້າທ່ຽງແທ້ອົງດຽວ+ ແລະຮູ້ຈັກຜູ້ທີ່ພໍ່ໃຊ້ມາເຊິ່ງແມ່ນເຢຊູຄລິດ.+ 4 ລູກໄດ້ຍົກຍ້ອງພໍ່ໃນໂລກນີ້ແລ້ວ+ ແລະເຮັດວຽກທີ່ພໍ່ມອບໝາຍໃຫ້ເຮັດຈົນສຳເລັດ.+ 5 ພໍ່ເອີ້ຍ ຕອນນີ້ຂໍໃຫ້ລູກໄດ້ຮັບກຽດທີ່ຈະຢູ່ຄຽງຂ້າງພໍ່ ເຊິ່ງແມ່ນກຽດທີ່ລູກເຄີຍມີຕອນທີ່ຢູ່ຄຽງຂ້າງພໍ່ກ່ອນຈະມີໂລກນີ້.+
6 ຄົນທີ່ພໍ່ແຍກອອກຈາກໂລກນີ້ແລະຍົກໃຫ້ລູກ ລູກຊ່ວຍເຂົາເຈົ້າໃຫ້ຮູ້ຈັກຊື່ຂອງພໍ່ແລ້ວ.+ ເຂົາເຈົ້າເປັນຄົນຂອງພໍ່. ພໍ່ຍົກເຂົາເຈົ້າໃຫ້ລູກແລະເຂົາເຈົ້າເຮັດຕາມຄຳສອນຂອງພໍ່. 7 ດຽວນີ້ເຂົາເຈົ້າຮູ້ແລ້ວວ່າ ທຸກຢ່າງທີ່ລູກໄດ້ຮັບນັ້ນກໍມາຈາກພໍ່ 8 ຍ້ອນລູກບອກເຂົາເຈົ້າທຸກຢ່າງຕາມທີ່ພໍ່ສອນ+ ແລະເຂົາເຈົ້າຮັບເອົາຄຳສອນນັ້ນແລ້ວ. ເຂົາເຈົ້າໝັ້ນໃຈວ່າລູກເປັນຕົວແທນຂອງພໍ່+ ແລະເຊື່ອວ່າພໍ່ໃຊ້ລູກມາ.+ 9 ລູກຂໍເພື່ອເຂົາເຈົ້າ ລູກບໍ່ໄດ້ຂໍເພື່ອໂລກນີ້ ແຕ່ຂໍເພື່ອຄົນທີ່ພໍ່ຍົກໃຫ້ລູກ ຍ້ອນເຂົາເຈົ້າເປັນຄົນຂອງພໍ່. 10 ທຸກສິ່ງທີ່ເປັນຂອງລູກກໍເປັນຂອງພໍ່ ແລະທຸກສິ່ງທີ່ເປັນຂອງພໍ່ກໍເປັນຂອງລູກ+ ແລະເຂົາເຈົ້າຍົກຍ້ອງໃຫ້ກຽດລູກແລ້ວ.
11 ລູກຈະບໍ່ຢູ່ໃນໂລກນີ້ແລ້ວ ແຕ່ເຂົາເຈົ້າຍັງຢູ່ໃນໂລກຕໍ່ໄປ.+ ລູກຈະໄປຫາພໍ່. ພໍ່ຜູ້ບໍລິສຸດ ຂໍເບິ່ງແຍງເຂົາເຈົ້າ+ເພື່ອເຫັນແກ່ຊື່ຂອງພໍ່ເອງ ເຊິ່ງເປັນຊື່ທີ່ພໍ່ໃຫ້ລູກໃຊ້.* ໃຫ້ເຂົາເຈົ້າເປັນອັນໜຶ່ງອັນດຽວກັນ ຄືກັບທີ່ລູກກັບພໍ່ເປັນອັນໜຶ່ງອັນດຽວກັນ.+ 12 ຕອນທີ່ລູກຢູ່ກັບເຂົາເຈົ້າ ລູກເບິ່ງແຍງເຂົາເຈົ້າ+ເພື່ອເຫັນແກ່ຊື່ຂອງພໍ່ເອງ ເຊິ່ງເປັນຊື່ທີ່ພໍ່ໃຫ້ລູກໃຊ້. ລູກປົກປ້ອງເຂົາເຈົ້າໄວ້ ແລະແມ່ນແຕ່ຄົນດຽວກໍບໍ່ຖືກທຳລາຍ+ ຍົກເວັ້ນຄົນທີ່ຈະຕ້ອງຖືກທຳລາຍ+ຕາມທີ່ຂຽນໄວ້ໃນພະຄຳພີ.+ 13 ຕອນນີ້ ລູກກຳລັງຈະໄປຫາພໍ່ ແລະລູກເວົ້າເຖິງສິ່ງເຫຼົ່ານີ້ຕອນທີ່ຍັງຢູ່ໃນໂລກ ເພື່ອເຂົາເຈົ້າຈະມີຄວາມສຸກຄວາມຍິນດີຫຼາຍຄືກັບລູກ.+ 14 ລູກບອກຄຳສອນຂອງພໍ່ໃຫ້ເຂົາເຈົ້າຮູ້ແລ້ວ ແຕ່ໂລກນີ້ຊັງເຂົາເຈົ້າ ຍ້ອນເຂົາເຈົ້າບໍ່ໄດ້ເປັນຄົນຂອງໂລກ+ ຄືກັບທີ່ລູກບໍ່ໄດ້ເປັນຄົນຂອງໂລກ.
15 ລູກບໍ່ໄດ້ຂໍພໍ່ໃຫ້ເອົາເຂົາເຈົ້າອອກໄປຈາກໂລກ ແຕ່ຂໍໃຫ້ປົກປ້ອງເຂົາເຈົ້າຈາກໂຕຊົ່ວຮ້າຍ.+ 16 ເຂົາເຈົ້າບໍ່ໄດ້ເປັນຄົນຂອງໂລກ+ ຄືກັບທີ່ລູກບໍ່ໄດ້ເປັນຄົນຂອງໂລກ.+ 17 ຄຳເວົ້າຂອງພໍ່ເປັນຄວາມຈິງ+ ຂໍໃຫ້ຄວາມຈິງນີ້ເຮັດໃຫ້ເຂົາເຈົ້າບໍລິສຸດ.*+ 18 ລູກໃຊ້ເຂົາເຈົ້າໄປໃນໂລກ ຄືກັບທີ່ພໍ່ໃຊ້ລູກມາໂລກນີ້.+ 19 ລູກຮັກສາໂຕໃຫ້ບໍລິສຸດເພື່ອປະໂຫຍດຂອງເຂົາເຈົ້າ ເພື່ອເຂົາເຈົ້າຈະເປັນຄົນບໍລິສຸດໄດ້ດ້ວຍຄວາມຈິງ.
20 ລູກບໍ່ໄດ້ຂໍເພື່ອເຂົາເຈົ້າເທົ່ານັ້ນ ແຕ່ຂໍເພື່ອທຸກຄົນທີ່ເຊື່ອໃນລູກຫຼັງຈາກທີ່ໄດ້ຟັງເຂົາເຈົ້າສອນ. 21 ເຂົາເຈົ້າຈະໄດ້ເປັນອັນໜຶ່ງອັນດຽວກັນ+ ຄືກັບທີ່ພໍ່ເປັນອັນໜຶ່ງອັນດຽວກັບລູກ ແລະລູກເປັນອັນໜຶ່ງອັນດຽວກັບພໍ່.+ ເຂົາເຈົ້າຈະໄດ້ເປັນອັນໜຶ່ງອັນດຽວກັບພວກເຮົາຄືກັນ ເພື່ອໂລກຈະເຊື່ອວ່າພໍ່ໃຊ້ລູກມາ. 22 ລູກເຮັດໃຫ້ເຂົາເຈົ້າມີກຽດ ຄືກັບທີ່ພໍ່ເຮັດໃຫ້ລູກມີກຽດ ເພື່ອເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນ ຄືກັບທີ່ພວກເຮົາເປັນອັນໜຶ່ງອັນດຽວກັນ.+ 23 ລູກເປັນອັນໜຶ່ງອັນດຽວກັບເຂົາເຈົ້າ ແລະພໍ່ກໍເປັນອັນໜຶ່ງອັນດຽວກັບລູກ ເພື່ອເຂົາເຈົ້າຈະເປັນອັນໜຶ່ງອັນດຽວກັນຢ່າງແທ້ຈິງ ໂລກຈະໄດ້ຮູ້ວ່າພໍ່ໃຊ້ລູກມາແລະຮູ້ວ່າພໍ່ຮັກເຂົາເຈົ້າຄືກັບທີ່ຮັກລູກ. 24 ພໍ່ເອີ້ຍ ລູກຂໍໃຫ້ຄົນທີ່ພໍ່ຍົກໃຫ້ລູກໄດ້ຢູ່ບ່ອນດຽວກັບລູກ+ ເພື່ອເຂົາເຈົ້າຈະໄດ້ເຫັນກຽດທີ່ລູກໄດ້ຮັບຈາກພໍ່ ຍ້ອນພໍ່ຮັກລູກຕັ້ງແຕ່ກ່ອນມີໂລກນີ້.*+ 25 ພໍ່ຍຸຕິທຳສະເໝີ. ໂລກບໍ່ຮູ້ຈັກພໍ່ເລີຍ+ ແຕ່ລູກຮູ້ຈັກພໍ່+ ແລະເຂົາເຈົ້າທີ່ຢູ່ນີ້ກໍຮູ້ແລ້ວວ່າພໍ່ໃຊ້ລູກມາ. 26 ລູກເຮັດໃຫ້ເຂົາເຈົ້າຮູ້ຈັກຊື່ຂອງພໍ່ແລ້ວ ແລະຈະເຮັດໃຫ້ເຂົາເຈົ້າຮູ້ຈັກຕໍ່ໆໄປອີກ+ ເພື່ອເຂົາເຈົ້າຈະຮັກຄົນອື່ນຄືກັບທີ່ພໍ່ຮັກລູກ ແລະລູກຈະເປັນອັນໜຶ່ງອັນດຽວກັບເຂົາເຈົ້າ.”+