ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຂ່າວຄາວ 29
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຂ່າວຄາວ

      • ການ​ບໍລິຈາກ​ໃຫ້​ວິຫານ (1-​9)

      • ຄຳ​ອະທິດຖານ​ຂອງ​ດາວິດ (10-​19)

      • ປະຊາຊົນ​ມີ​ຄວາມ​ສຸກ; ໂຊໂລໂມນ​ເປັນ​ກະສັດ (20-​25)

      • ດາວິດ​ຕາຍ (26-​30)

1 ຂ່າວຄາວ 29:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 28:5
  • +1ກສ 3:7
  • +2ຂຄ 2:4

1 ຂ່າວຄາວ 29:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:3, 16
  • +1ຂຄ 22:4, 14

1 ຂ່າວຄາວ 29:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 26:8; 27:4; 122:1
  • +1ຂຄ 21:24

1 ຂ່າວຄາວ 29:4

ໄຂເງື່ອນ

  • *

    102.600 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    239.400 ກິໂລ​ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 28:16

1 ຂ່າວຄາວ 29:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 35:5

1 ຂ່າວຄາວ 29:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:25
  • +1ຂຄ 27:25, 29, 31

1 ຂ່າວຄາວ 29:7

ໄຂເງື່ອນ

  • *

    171.000 ກິໂລ​ກຣາມ

  • *

    ດາຣິກ​ແມ່ນ​ຫຼຽນ​ຄຳ​ຂອງ​ເປີເຊຍ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    342.000 ກິໂລ​ກຣາມ

  • *

    615.600 ກິໂລ​ກຣາມ

  • *

    3.420.000 ກິໂລ​ກຣາມ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2393, 2498

1 ຂ່າວຄາວ 29:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 26:22
  • +1ຂຄ 6:1

1 ຂ່າວຄາວ 29:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 9:7

1 ຂ່າວຄາວ 29:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 145:3; 1ຕມ 1:17
  • +ພນມ 5:13
  • +1ຂຄ 16:27; ພສ 8:1
  • +ພສ 24:1; ອຊຢ 42:5
  • +ພສ 103:19; ມທ 6:10

1 ຂ່າວຄາວ 29:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 8:18; ສພສ 10:22; ຟລປ 4:19
  • +2ຂຄ 20:6
  • +ພບຍ 3:24; ອຊຢ 40:26; ອຟຊ 1:19; ພນມ 15:3
  • +2ຂຄ 1:11, 12
  • +2ຂຄ 16:9; ພສ 18:32; ອຊຢ 40:29

1 ຂ່າວຄາວ 29:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2018, ໜ້າ 16

1 ຂ່າວຄາວ 29:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 25:23; ຮຣ 11:13
  • +ໂຢບ 14:1, 2; ຢກບ 4:13, 14

1 ຂ່າວຄາວ 29:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 28:9
  • +ສພສ 11:20; 15:8; ຮຣ 1:9

1 ຂ່າວຄາວ 29:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:17; 86:11

1 ຂ່າວຄາວ 29:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 12:30
  • +1ກສ 6:12
  • +1ຂຄ 22:14

1 ຂ່າວຄາວ 29:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3
  • +ລລວ 23:12, 13; ຈຊບ 15:5
  • +1ກສ 8:63, 64

1 ຂ່າວຄາວ 29:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:7; 2ຂຄ 7:10; ນຮຢ 8:12
  • +1ກສ 1:38-40; 1ຂຄ 23:1
  • +1ກສ 2:35

1 ຂ່າວຄາວ 29:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 28:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 32

1 ຂ່າວຄາວ 29:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:17
  • +1ຂຄ 28:1
  • +1ຂຄ 3:1-9

1 ຂ່າວຄາວ 29:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 3:12; 2ຂຄ 1:1, 12; ປຍຈ 2:9

1 ຂ່າວຄາວ 29:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:11
  • +2ຊມ 5:4, 5

1 ຂ່າວຄາວ 29:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 1:1
  • +1ກສ 2:10-12

1 ຂ່າວຄາວ 29:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:2; 12:1
  • +1ຂຄ 21:9, 10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຂຄ. 29:11ຂຄ 28:5
1ຂຄ. 29:11ກສ 3:7
1ຂຄ. 29:12ຂຄ 2:4
1ຂຄ. 29:21ຂຄ 22:3, 16
1ຂຄ. 29:21ຂຄ 22:4, 14
1ຂຄ. 29:3ພສ 26:8; 27:4; 122:1
1ຂຄ. 29:31ຂຄ 21:24
1ຂຄ. 29:4ໂຢບ 28:16
1ຂຄ. 29:5ອພຍ 35:5
1ຂຄ. 29:6ອພຍ 18:25
1ຂຄ. 29:61ຂຄ 27:25, 29, 31
1ຂຄ. 29:81ຂຄ 26:22
1ຂຄ. 29:81ຂຄ 6:1
1ຂຄ. 29:92ກຣ 9:7
1ຂຄ. 29:111ຂຄ 16:27; ພສ 8:1
1ຂຄ. 29:11ພສ 24:1; ອຊຢ 42:5
1ຂຄ. 29:11ພສ 103:19; ມທ 6:10
1ຂຄ. 29:11ພສ 145:3; 1ຕມ 1:17
1ຂຄ. 29:11ພນມ 5:13
1ຂຄ. 29:12ພບຍ 8:18; ສພສ 10:22; ຟລປ 4:19
1ຂຄ. 29:122ຂຄ 20:6
1ຂຄ. 29:12ພບຍ 3:24; ອຊຢ 40:26; ອຟຊ 1:19; ພນມ 15:3
1ຂຄ. 29:122ຂຄ 1:11, 12
1ຂຄ. 29:122ຂຄ 16:9; ພສ 18:32; ອຊຢ 40:29
1ຂຄ. 29:15ລລວ 25:23; ຮຣ 11:13
1ຂຄ. 29:15ໂຢບ 14:1, 2; ຢກບ 4:13, 14
1ຂຄ. 29:171ຂຄ 28:9
1ຂຄ. 29:17ສພສ 11:20; 15:8; ຮຣ 1:9
1ຂຄ. 29:18ພສ 10:17; 86:11
1ຂຄ. 29:19ມຣກ 12:30
1ຂຄ. 29:191ກສ 6:12
1ຂຄ. 29:191ຂຄ 22:14
1ຂຄ. 29:21ລລວ 1:3
1ຂຄ. 29:21ລລວ 23:12, 13; ຈຊບ 15:5
1ຂຄ. 29:211ກສ 8:63, 64
1ຂຄ. 29:22ພບຍ 12:7; 2ຂຄ 7:10; ນຮຢ 8:12
1ຂຄ. 29:221ກສ 1:38-40; 1ຂຄ 23:1
1ຂຄ. 29:221ກສ 2:35
1ຂຄ. 29:231ຂຄ 28:5
1ຂຄ. 29:241ຂຄ 22:17
1ຂຄ. 29:241ຂຄ 28:1
1ຂຄ. 29:241ຂຄ 3:1-9
1ຂຄ. 29:251ກສ 3:12; 2ຂຄ 1:1, 12; ປຍຈ 2:9
1ຂຄ. 29:272ຊມ 2:11
1ຂຄ. 29:272ຊມ 5:4, 5
1ຂຄ. 29:281ກສ 1:1
1ຂຄ. 29:281ກສ 2:10-12
1ຂຄ. 29:292ຊມ 7:2; 12:1
1ຂຄ. 29:291ຂຄ 21:9, 10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
1 ຂ່າວຄາວ 29:1-30

ຂ່າວຄາວ​ສະບັບ​ທີ​ໜຶ່ງ

29 ກະສັດ​ດາວິດ​ເວົ້າ​ກັບ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ພະເຈົ້າ​ໄດ້​ເລືອກ​ໂຊໂລໂມນ​ລູກຊາຍ​ຂອງ​ຂ້ອຍ+ ແຕ່​ລາວ​ຍັງ​ນ້ອຍ​ແລະ​ບໍ່​ມີ​ປະສົບການ.+ ວຽກ​ນີ້​ເປັນ​ວຽກ​ທີ່​ໃຫຍ່​ຫຼາຍ ຍ້ອນ​ເປັນ​ການ​ສ້າງ​ວິຫານ​ໃຫ້​ພະ​ເຢໂຫວາ​ພະເຈົ້າ+ ບໍ່​ແມ່ນ​ສ້າງ​ໃຫ້​ມະນຸດ. 2 ຂ້ອຍ​ໄດ້​ພະຍາຍາມ​ກຽມ​ທຸກ​ຢ່າງ​ເພື່ອ​ສ້າງ​ວິຫານ​ພະເຈົ້າ​ຂອງ​ຂ້ອຍ. ຂ້ອຍ​ໄດ້​ກຽມ​ເງິນ ຄຳ ທອງແດງ ເຫຼັກ+ ໄມ້+ ຫີນໂອນິກ ຫີນ​ພິເສດ​ທີ່​ຕິດ​ໃສ່​ປູນ​ໄດ້ ຫີນ​ກ້ອນ​ນ້ອຍ​ໆ​ທີ່​ເອົາ​ມາ​ເຮັດ​ເປັນ​ລວດລາຍ​ໄດ້ ເພັດນິນຈິນດາ​ທຸກ​ຊະນິດ ແລະ​ຫີນ​ອ່ອນ​ຈຳນວນ​ຫຼາຍ. 3 ຍ້ອນ​ຂ້ອຍ​ຮັກ​ວິຫານ​ພະເຈົ້າ​ຂອງ​ຂ້ອຍ​ຫຼາຍ+ ຂ້ອຍ​ບໍ່​ພຽງ​ແຕ່​ກຽມ​ສິ່ງ​ຕ່າງ​ໆ​ໄວ້​ເພື່ອ​ສ້າງ​ວິຫານ​ທີ່​ບໍລິສຸດ​ຫຼັງ​ນີ້ ແຕ່​ຂ້ອຍ​ຈະ​ບໍລິຈາກ​ເງິນ​ຄຳ​ທີ່​ເປັນ​ຂອງ​ຂ້ອຍ​ເອງ+​ໃຫ້​ວິຫານ​ພະເຈົ້າ​ຂອງ​ຂ້ອຍ​ນຳ. 4 ຂ້ອຍຈະເອົາ​ຄຳ​ຈາກ​ໂອຟີ+​ໜັກ 3.000 ຕະລັນ* ແລະ​ເງິນ​ແທ້​ໜັກ 7.000 ຕະລັນ*​ໃຫ້​ເພື່ອ​ໂອບຝາຂອງ​ຫ້ອງ​ຕ່າງ​ໆ​ໃນ​ວິຫານ 5 ແລະ​ເພື່ອ​ເຮັດ​ເຄື່ອງ​ໃຊ້​ທີ່​ເປັນ​ເງິນ​ເປັນ​ຄຳ​ກັບ​ເຄື່ອງ​ໃຊ້​ທຸກ​ຢ່າງ​ທີ່​ພວກ​ຊ່າງ​ຈະ​ເຮັດ. ຕອນ​ນີ້​ມີ​ໃຜ​ອີກ​ບໍ​ທີ່ຢາກບໍລິຈາກ​ໃຫ້​ພະ​ເຢໂຫວາ?”+

6 ພວກ​ຫົວໜ້າ​ໃນ​ຈຸ້ມເຈື້ອ​ຕ່າງ​ໆ​ ພວກ​ຫົວໜ້າ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ ພວກ​ຫົວໜ້າ​ກອງ​ພັນ ພວກ​ຫົວໜ້າ​ກອງ​ຮ້ອຍ+ ແລະ​ພວກ​ຫົວໜ້າ​ທີ່​ເບິ່ງແຍງ​ວຽກ​ຕ່າງ​ໆ​ຂອງ​ກະສັດ+​ກໍ​ເອົາ​ຊັບສິນ​ຂອງ​ເຂົາເຈົ້າ​ມາ​ບໍລິຈາກ​ດ້ວຍ​ຄວາມ​ເຕັມ​ໃຈ. 7 ສິ່ງ​ທີ່ເຂົາເຈົ້າບໍລິຈາກ​ໃຫ້​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ມີ: ຄຳ​ໜັກ 5.000 ຕະລັນ* ຫຼຽນ​ດາຣິກ 10.000 ຫຼຽນ* ເງິນ​ໜັກ 10.000 ຕະລັນ* ທອງແດງ​ໜັກ 18.000 ຕະລັນ* ແລະ​ເຫຼັກ​ໜັກ 100.000 ຕະລັນ.* 8 ຜູ້​ທີ່​ມີ​ເພັດນິນຈິນດາ​ກໍ​ເອົາ​ມາ​ບໍລິຈາກ​ໃຫ້​ຄັງ​ຊັບສິນ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ. ເຢຮີເອນ+​ລູກຫຼານ​ຂອງ​ເກໂຊນ+​ເປັນ​ຜູ້​ເບິ່ງແຍງ​ຄັງ​ຊັບສິນ​ນີ້. 9 ເຂົາເຈົ້າ​ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ບໍລິຈາກ​ສິ່ງ​ຂອງ​ໃຫ້​ພະ​ເຢໂຫວາ​ດ້ວຍ​ສຸດ​ຫົວໃຈ.+ ກະສັດ​ດາວິດ​ກໍ​ມີ​ຄວາມສຸກ​ຫຼາຍ​ຄື​ກັນ.

10 ດາວິດ​ສັນລະເສີນ​ພະ​ເຢໂຫວາ​ຕໍ່​ໜ້າ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ຂໍ​ໃຫ້ພະ​ເຢໂຫວາ ພະເຈົ້າ​ຂອງ​ອິດສະຣາເອນ​ທີ່​ເປັນປູ່ຍ່າຕານາຍຂອງ​ພວກ​ເຮົາໄດ້​ຮັບ​ການ​ສັນລະເສີນ​ຕະຫຼອດ​ໄປ. 11 ພະ​ເຢໂຫວາ ພະອົງ​ຍິ່ງໃຫຍ່+ ມີ​ລິດເດດ+ ມີກຽດຕິຍົດແລະ​ສະຫງ່າ​ລາສີ+ ຍ້ອນ​ວ່າ​ທຸກ​ສິ່ງ​ທີ່​ຢູ່​ໃນ​ສະຫວັນ​ແລະ​ຢູ່​ໃນ​ໂລກ​ເປັນ​ຂອງ​ພະອົງ.+ ພະ​ເຢໂຫວາ ພະອົງ​ເປັນກະສັດ+​ແລະຢູ່​ເໜືອທຸກ​ຄົນ. 12 ຄວາມ​ຮັ່ງມີ​ແລະ​ກຽດຕິຍົດ​ມາ​ຈາກ​ພະອົງ.+ ພະອົງ​ປົກຄອງ​ທຸກ​ສິ່ງ.+ ພະອົງ​ມີພະລັງອຳນາດ.+ ພະອົງ​ສາມາດ​ເຮັດ​ໃຫ້​ໃຜ​ກໍ​ໄດ້ຍິ່ງໃຫຍ່+​ແລະ​ເຂັ້ມແຂງ​ຂຶ້ນ.+ 13 ພະເຈົ້າ​ຂອງ​ພວກ​ເຮົາ ຕອນ​ນີ້​ພວກ​ເຮົາ​ຂໍ​ຂອບໃຈ​ແລະ​ຂໍ​ສັນລະເສີນຊື່ທີ່​ມີ​ກຽດ​ຂອງ​ພະອົງ.

14 ລູກ​ກັບ​ປະຊາຊົນ​ຂອງ​ລູກ​ບໍ່​ມີ​ຄວາມສຳຄັນຫຍັງ​ເລີຍ. ພວກ​ເຮົາ​ຊິ​ເອົາ​ສິ່ງ​ຂອງ​ທັງໝົດ​ນີ້​ມາ​ໃຫ້​ພະອົງ​ໄດ້​ແນວໃດ ເພາະ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ກໍ​ເປັນ​ຂອງ​ພະອົງ​ຢູ່​ແລ້ວ. ອັນ​ໃດ​ກໍ​ຕາມ​ທີ່​ພວກ​ເຮົາ​ເອົາ​ມາ​ໃຫ້​ກໍ​ມາ​ຈາກ​ພະອົງ. 15 ສຳລັບ​ພະອົງແລ້ວ ພວກ​ເຮົາ​ເປັນ​ຄື​ກັບ​ຄົນ​ຕ່າງ​ຊາດ​ທີ່​ຍ້າຍ​ມາ​ຢູ່​ຊົ່ວຄາວ ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ກໍ​ເປັນ​ແບບ​ນັ້ນ​ຄື​ກັນ.+ ຊີວິດຂອງ​ພວກ​ເຮົາ​ເປັນ​ຄື​ກັບ​ເງົາ+​ທີ່​ຢູ່ໄດ້​ບໍ່​ດົນ. 16 ພະ​ເຢໂຫວາ ພະເຈົ້າ​ຂອງ​ພວກ​ເຮົາ ສິ່ງ​ຂອງ​ທີ່​ມີ​ຄ່າ​ທັງ​ໝົດ​ນີ້​ທີ່​ພວກ​ເຮົາ​ໄດ້​ກຽມ​ໄວ້ສ້າງວິຫານ​ເພື່ອສັນລະເສີນຊື່​ທີ່​ບໍລິສຸດ​ຂອງ​ພະອົງ​ກໍ​ມາ​ຈາກ​ພະອົງ. ທັງໝົດ​ນີ້​ເປັນ​ຂອງ​ພະອົງ. 17 ພະເຈົ້າ​ຂອງ​ລູກ ລູກ​ຮູ້​ດີ​ວ່າ​ພະອົງ​ກວດ​ເບິ່ງ​ຫົວໃຈ+​ແລະ​ພໍ​ໃຈ​ຄົນ​ທີ່​ສັດ​ຊື່.+ ລູກ​ຂໍ​ມອບ​ສິ່ງ​ຂອງ​ທັງໝົດ​ນີ້​ໃຫ້​ພະອົງ​ຈາກ​ໃຈ ແລະ​ລູກ​ດີ​ໃຈ​ຫຼາຍ​ທີ່​ເຫັນ​ປະຊາຊົນ​ຂອງ​ພະອົງ​ທີ່​ຢູ່​ນີ້​ເອົາ​ສິ່ງ​ຂອງ​ມາ​ມອບ​ໃຫ້​ພະອົງ​ດ້ວຍ​ຄວາມ​ເຕັມ​ໃຈ. 18 ພະ​ເຢໂຫວາ ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ອິດສະຣາເອນ​ທີ່​ເປັນ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ ຂໍ​ພະອົງຊ່ວຍປະຊາຊົນ​ເຫຼົ່ານີ້​ໃຫ້​ມີ​ນ້ຳໃຈ​ທີ່​ຈະ​ໃຫ້​ດ້ວຍ​ຄວາມ​ເຕັມ​ໃຈ​ແບບ​ນີ້​ຕະຫຼອດ​ໄປ ແລະ​ໃຫ້​ເຂົາເຈົ້າ​ຮັບໃຊ້​ພະອົງ​ດ້ວຍ​ສຸດ​ຫົວໃຈ.+ 19 ຂໍ​ພະອົງ​ຊ່ວຍ​ໂຊໂລໂມນ​ລູກຊາຍ​ຂອງ​ລູກ​ໃຫ້​ເຊື່ອ​ຟັງ​ພະອົງ​ດ້ວຍສຸດຫົວໃຈ.+ ຂໍ​ພະອົງ​ຊ່ວຍ​ລາວ​ໃຫ້ເຮັດຕາມ​ຄຳ​ສັ່ງ+ ຂໍ້​ເຕືອນ​ໃຈ ແລະ​ກົດໝາຍ​ຂອງ​ພະອົງ. ຂໍ​ພະອົງ​ຊ່ວຍ​ລາວ​ໃຫ້​ສ້າງ​ວິຫານ​ທີ່​ລູກ​ໄດ້​ກຽມ​ທຸກ​ຢ່າງ​ໄວ້​ແລ້ວ.”+

20 ຈາກ​ນັ້ນ ດາວິດ​ກໍ​ເວົ້າ​ກັບ​ທຸກ​ຄົນ​ທີ່​ລາວ​ເອີ້ນ​ມາ​ວ່າ: “ຕອນ​ນີ້ ຂໍ​ໃຫ້​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.” ແລ້ວ​ເຂົາເຈົ້າ​ກໍ​ສັນລະເສີນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາເຈົ້າ​ແລະ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບຖື​ຕໍ່​ພະ​ເຢໂຫວາ​ແລະ​ກະສັດ. 21 ເຂົາເຈົ້າ​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາຫຼາຍ​ແທ້​ຫຼາຍ​ວ່າ ແລະ​ເຜົາ​ເຄື່ອງ​ບູຊາ+​ໃຫ້​ພະ​ເຢໂຫວາ​ຈົນຮອດ​ມື້​ຕໍ່​ໄປ. ເຄື່ອງ​ບູຊາ​ເຫຼົ່ານັ້ນ​ມີ: ງົວ​ໂຕ​ຜູ້ 1.000 ໂຕ ແກະ​ໂຕ​ຜູ້ 1.000 ໂຕ ແກະ​ນ້ອຍ​ໂຕ​ຜູ້ 1.000 ໂຕ ແລະ​ເຄື່ອງ​ບູຊາ​ດື່ມ​ທີ່​ຕ້ອງ​ເອົາມາ​ພ້ອມ​ກັບ​ສັດ​ເຫຼົ່ານັ້ນ.+ ເຂົາເຈົ້າ​ເຜົາ​ເຄື່ອງ​ບູຊາ​ທັງໝົດ​ນີ້​ແທນ​ພວກ​ອິດສະຣາເອນ​ທຸກ​ຄົນ.+ 22 ໃນ​ມື້​ນັ້ນ​ເຂົາເຈົ້າ​ກິນ​ແລະ​ດື່ມ​ຢ່າງ​ມີ​ຄວາມສຸກ​ຕໍ່​ໜ້າ​ພະ​ເຢໂຫວາ.+ ເຂົາເຈົ້າ​ໄດ້​ແຕ່ງ​ຕັ້ງ​ໂຊໂລໂມນ​ລູກຊາຍ​ຂອງ​ດາວິດ​ເປັນ​ເທື່ອ​ທີ 2 ຕໍ່​ໜ້າ​ພະ​ເຢໂຫວາ+ ແລະ​ໄດ້​ແຕ່ງ​ຕັ້ງ​ຊາໂດກ​ໃຫ້​ເປັນ​ປະໂລຫິດ.+ 23 ໂຊໂລໂມນ​ນັ່ງ​ເທິງ​ບັນລັງ​ກະສັດ​ທີ່​ພະ​ເຢໂຫວາ​ຈັດ​ໃຫ້+​ແທນ​ດາວິດ​ພໍ່​ຂອງ​ລາວ. ໂຊໂລໂມນ​ປະສົບ​ຜົນ​ສຳເລັດ​ຫຼາຍ​ຢ່າງ​ແລະ​ພວກ​ອິດສະຣາເອນ​ທຸກ​ຄົນ​ກໍ​ເຊື່ອ​ຟັງ​ລາວ. 24 ພວກ​ເຈົ້ານາຍ+ ພວກ​ທະຫານທີ່​ເກັ່ງ​ໆ​+ ແລະ​ພວກ​ລູກຊາຍ​ທຸກ​ຄົນ​ຂອງ​ກະສັດ​ດາວິດ+​ກໍ​ຍອມ​ໃຫ້​ໂຊໂລໂມນ​ເປັນ​ກະສັດ​ປົກຄອງ​ເຂົາເຈົ້າ. 25 ພວກ​ອິດສະຣາເອນ​ທຸກ​ຄົນ​ເຫັນ​ວ່າ​ພະ​ເຢໂຫວາ​ຊ່ວຍ​ໂຊໂລໂມນ​ໃຫ້​ເປັນ​ກະສັດ​ທີ່​ຍິ່ງໃຫຍ່​ກວ່າ​ກະສັດ​ທຸກ​ອົງ​ທີ່​ປົກຄອງ​ກ່ອນ​ລາວ.+

26 ດາວິດ​ລູກຊາຍ​ຂອງ​ເຢຊີ​ເປັນ​ກະສັດ​ປົກຄອງ​ທົ່ວ​ອິດສະຣາເອນ. 27 ດາວິດ​ປົກຄອງ​ອິດສະຣາເອນ​ລວມ​ທັງໝົດ 40 ປີ. ລາວ​ປົກຄອງ​ຢູ່​ເມືອງ​ເຮັບໂຣນ 7 ປີ+ ແລະ​ຢູ່​ເມືອງ​ເຢຣູຊາເລັມ 33 ປີ.+ 28 ດາວິດ​ຕາຍ​ຕອນ​ທີ່​ເຖົ້າ​ຫຼາຍ​ແລ້ວ.+ ລາວ​ມີ​ຄວາມສຸກ​ຫຼາຍ ຮັ່ງ​ຫຼາຍ ແລະ​ໄດ້​ຮັບ​ຄວາມ​ນັບຖື​ຫຼາຍ. ຫຼັງຈາກ​ທີ່​ລາວ​ຕາຍ ໂຊໂລໂມນ​ລູກຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.+ 29 ຊາມູເອນ​ຜູ້​ເຫັນ​ນິມິດ ຜູ້ພະຍາກອນ​ນາທານ+ ແລະ​ຄາດ+​ຜູ້​ເຫັນ​ນິມິດ​ໄດ້​ຂຽນ​ປະຫວັດ​ທັງໝົດ​ຂອງ​ກະສັດ​ດາວິດ. 30 ເຂົາເຈົ້າ​ໄດ້​ຂຽນ​ກ່ຽວ​ກັບ​ການ​ປົກຄອງ​ຂອງ​ດາວິດ ຄວາມ​ສຳເລັດ​ຂອງ​ລາວ ແລະ​ສິ່ງ​ທີ່​ເກີດຂຶ້ນ​ໃນ​ອິດສະຣາເອນ​ກັບ​ປະເທດ​ທີ່​ຢູ່​ອ້ອມ​ຂ້າງ​ໃນ​ສະໄໝ​ຂອງ​ລາວ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌