ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 22
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ຊ່ວຍ​ເຫຼືອ​ແລະ​ສົ່ງ​ສັດ​ຂອງ​ເພື່ອນ​ບ້ານ​ຄືນ (1-4)

      • ຫ້າມ​ນຸ່ງ​ເຄື່ອງ​ຂອງ​ເພດ​ກົງ​ກັນ​ຂ້າມ (5)

      • ໃຫ້​ອີ່ຕົນ​ສັດ (6, 7)

      • ໃຫ້​ເຮັດ​ແນວ​ກັ້ນ​ອ້ອມ​ດາດ​ຟ້າ (8)

      • ຢ່າ​ປະສົມ​ປົນ​ເປ​ແບບ​ບໍ່​ເໝາະສົມ (9-11)

      • ເຮັດ​ຍອຍ​ໃສ່​ແຈ​ຂອງ​ຜ້າ (12)

      • ກົດ​ໝາຍ​ເລື່ອງ​ການ​ເຮັດ​ຜິດສິນລະທຳ​ທາງ​ເພດ (13-30)

ພະບັນຍັດ 22:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:4

ພະບັນຍັດ 22:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 7:12

ພະບັນຍັດ 22:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:5; ລລວ 19:18; ລກ 10:27; ຄລຕ 6:10

ພະບັນຍັດ 22:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 52

    ຫໍສັງເກດການ (ສຶກສາ)

    9/2016, ໜ້າ 15

ພະບັນຍັດ 22:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:28; ພສ 145:9; ສພສ 12:10; ມທ 10:29

ພະບັນຍັດ 22:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 11:2; ກຈກ 10:9

ພະບັນຍັດ 22:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:19

ພະບັນຍັດ 22:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 12:10

ພະບັນຍັດ 22:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:19

ພະບັນຍັດ 22:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 15:38; ມທ 23:2, 5

ພະບັນຍັດ 22:14

ໄຂເງື່ອນ

  • *

    ຫຼື “ຂ້ອຍ​ບໍ່​ເຫັນ​ຫຼັກ​ຖານ​ວ່າ​ລາວ​ບໍລິສຸດ”

ພະບັນຍັດ 22:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 18:21; ພບຍ 1:13; 16:18
  • +ພບຍ 25:2; ສພສ 10:13; 19:29

ພະບັນຍັດ 22:19

ໄຂເງື່ອນ

  • *

    1,14 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ​14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 2:16

ພະບັນຍັດ 22:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 13:4
  • +ລລວ 21:9
  • +ລລວ 11:45; 1ກຣ 5:13

ພະບັນຍັດ 22:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 20:3; ອພຍ 20:14; ລລວ 20:10; 1ກຣ 6:9, 10, 18

ພະບັນຍັດ 22:24

ໄຂເງື່ອນ

  • *

    ຫຼື “ຄູ່​ໝັ້ນ.” ຕາມ​ທຳນຽມ​ຂອງ​ຄົນ​ເຮັບເຣີ​ຈະ​ເອີ້ນ​ຄົນ​ທີ່​ເປັນ​ຄູ່​ໝັ້ນ​ກັນ​ຄື​ກັບ​ຄົນ​ທີ່​ແຕ່ງດອງ​ກັນ​ແລ້ວ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:10; ພບຍ 5:18; 1ທຊ 4:3, 6; ຮຣ 13:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2019, ໜ້າ 14

ພະບັນຍັດ 22:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2019, ໜ້າ 14

ພະບັນຍັດ 22:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 4:8; ຈຊບ 35:20, 21; ຢກບ 2:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2019, ໜ້າ 14

ພະບັນຍັດ 22:27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2019, ໜ້າ 14

ພະບັນຍັດ 22:28

ໄຂເງື່ອນ

  • *

    ຫຼື “ລໍ້​ລວງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:2, 5

ພະບັນຍັດ 22:29

ໄຂເງື່ອນ

  • *

    570 ກຣາມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 34:11, 12; ອພຍ 22:16

ພະບັນຍັດ 22:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:8; 20:11; ພບຍ 27:20; 1ກຣ 5:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 22:1ອພຍ 23:4
ພບຍ. 22:2ມທ 7:12
ພບຍ. 22:4ອພຍ 23:5; ລລວ 19:18; ລກ 10:27; ຄລຕ 6:10
ພບຍ. 22:6ລລວ 22:28; ພສ 145:9; ສພສ 12:10; ມທ 10:29
ພບຍ. 22:82ຊມ 11:2; ກຈກ 10:9
ພບຍ. 22:9ລລວ 19:19
ພບຍ. 22:10ສພສ 12:10
ພບຍ. 22:11ລລວ 19:19
ພບຍ. 22:12ຈຊບ 15:38; ມທ 23:2, 5
ພບຍ. 22:18ອພຍ 18:21; ພບຍ 1:13; 16:18
ພບຍ. 22:18ພບຍ 25:2; ສພສ 10:13; 19:29
ພບຍ. 22:19ມລກ 2:16
ພບຍ. 22:21ຮຣ 13:4
ພບຍ. 22:21ລລວ 21:9
ພບຍ. 22:21ລລວ 11:45; 1ກຣ 5:13
ພບຍ. 22:22ປຖກ 20:3; ອພຍ 20:14; ລລວ 20:10; 1ກຣ 6:9, 10, 18
ພບຍ. 22:24ລລວ 20:10; ພບຍ 5:18; 1ທຊ 4:3, 6; ຮຣ 13:4
ພບຍ. 22:26ປຖກ 4:8; ຈຊບ 35:20, 21; ຢກບ 2:11
ພບຍ. 22:28ປຖກ 34:2, 5
ພບຍ. 22:29ປຖກ 34:11, 12; ອພຍ 22:16
ພບຍ. 22:30ລລວ 18:8; 20:11; ພບຍ 27:20; 1ກຣ 5:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 22:1-30

ພະບັນຍັດ

22 “ຖ້າ​ເຈົ້າ​ເຫັນ​ງົວ​ຫຼື​ແກະ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ​ຫຼົງ​ມາ ຢ່າ​ມີ​ແຕ່​ເບິ່ງ​ຊື່​ໆ​.+ ເຈົ້າ​ຕ້ອງ​ເອົາ​ມັນ​ສົ່ງ​ຄືນ​ໃຫ້​ລາວ. 2 ແຕ່​ຖ້າ​ເຈົ້າ​ຂອງ​ສັດ​ໂຕ​ນັ້ນ​ຢູ່​ໄກ​ຫຼື​ເຈົ້າ​ບໍ່​ຮູ້ຈັກ​ລາວ ໃຫ້​ເຈົ້າ​ພາ​ມັນ​ມາ​ໄວ້​ຢູ່​ເຮືອນ​ຂອງ​ເຈົ້າ​ຈົນ​ກວ່າ​ເຈົ້າ​ຂອງ​ຈະ​ມາ​ຊອກ​ຫາ ແລ້ວ​ຈຶ່ງ​ຄ່ອຍ​ສົ່ງ​ຄືນ​ໃຫ້​ລາວ.+ 3 ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ກັບ​ທຸກ​ສິ່ງ​ທີ່​ຄົນ​ອື່ນ​ເຮັດ​ເສຍ ບໍ່​ວ່າ​ຈະ​ເປັນ​ລາ ເຄື່ອງນຸ່ງ ຫຼື​ສິ່ງ​ອື່ນ​ໆ​. ຖ້າ​ເຈົ້າ​ເຫັນ​ແລ້ວ ຢ່າ​ມີ​ແຕ່​ເບິ່ງ​ຊື່​ໆ​.

4 ຖ້າ​ເຈົ້າ​ເຫັນ​ລາ​ຫຼື​ງົວ​ຂອງ​ພີ່​ນ້ອງ​ຂອງ​ເຈົ້າ​ລົ້ມ​ຢູ່​ຫົນ​ທາງ ໃຫ້​ເຈົ້າ​ໄປ​ຊ່ວຍ​ລາວ​ໂຈມ​ມັນ​ຂຶ້ນ. ຢ່າ​ມີ​ແຕ່​ເບິ່ງ​ຊື່​ໆ​.+

5 ຢ່າ​ໃຫ້​ຜູ້​ຍິງ​ນຸ່ງ​ເຄື່ອງ​ຂອງ​ຜູ້​ຊາຍ ແລະ​ຢ່າ​ໃຫ້​ຜູ້​ຊາຍ​ນຸ່ງ​ເຄື່ອງ​ຂອງ​ຜູ້​ຍິງ ເພາະ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຂີ້ດຽດ​ຄົນ​ທີ່​ເຮັດ​ແນວ​ນີ້.

6 ຖ້າ​ເຈົ້າ​ເຫັນ​ຮັງ​ນົກ​ຢູ່​ເທິງ​ຕົ້ນ​ໄມ້​ຫຼື​ຢູ່​ພື້ນ​ດິນ ແລະ​ເຫັນ​ແມ່​ນົກ​ກຳລັງ​ຕຸ້ມ​ລູກ​ຫຼື​ກຳລັງ​ຟັກ​ໄຂ່​ຢູ່ ຢ່າ​ເອົາ​ທັງ​ແມ່​ທັງ​ລູກ​ໄປ​ນຳ​ກັນ.+ 7 ຖ້າ​ເຈົ້າ​ຢາກ​ເອົາ​ລູກ​ຂອງ​ມັນ​ກໍ​ເອົາ​ໄປ​ໄດ້ ແຕ່​ໃຫ້​ປ່ອຍ​ແມ່​ມັນ​ໄວ້. ຖ້າ​ເຈົ້າ​ເຮັດ​ແນວ​ນີ້ ເຈົ້າ​ຈະ​ຢູ່​ດີ​ມີ​ແຮງ​ແລະ​ມີ​ອາຍຸ​ຍືນ​ຍາວ.

8 ເມື່ອ​ເຈົ້າ​ປຸກ​ເຮືອນ​ໃໝ່ ເຈົ້າ​ຕ້ອງ​ເຮັດ​ແນວ​ກັ້ນ​ອ້ອມ​ດາດ​ຟ້າ+​ເພື່ອ​ບໍ່​ໃຫ້​ຄົນ​ຕົກ​ລົງ​ໄປ ແລ້ວ​ເຈົ້າ​ກັບ​ຄອບຄົວ​ຂອງ​ເຈົ້າ​ກໍ​ຈະ​ບໍ່​ມີ​ຄວາມ​ຜິດ​ຍ້ອນ​ຂ້າ​ຄົນ​ຕາຍ.

9 ຢ່າ​ເອົາ​ແນວ​ປູກ​ຊະນິດ​ອື່ນ​ໄປ​ຫວ່ານ​ໃນ​ສວນ​ໝາກ​ລະແຊັງ​ຂອງ​ເຈົ້າ.+ ຄັນ​ບໍ່​ຊັ້ນ ເຈົ້າ​ຈະ​ຕ້ອງ​ເອົາ​ໝາກ​ລະແຊັງ​ຈາກ​ສວນ​ນັ້ນ​ກັບ​ຜົນລະປູກ​ທີ່​ເອົາ​ມາ​ປູກ​ໃໝ່​ນັ້ນ​ໄປ​ໃຫ້​ຢູ່ເຕັ້ນ​ສັກສິດ.

10 ຢ່າ​ເອົາ​ງົວ​ກັບ​ລາ​ມາ​ທຽມ​ແອກ​ໄຖ​ນາ​ນຳ​ກັນ.+

11 ຢ່າ​ນຸ່ງ​ເຄື່ອງ​ທີ່​ເຮັດ​ຈາກ​ດ້າຍ​ຂົນ​ສັດ​ປະສົມ​ກັບເສັ້ນ​ປ່ານ.+

12 ໃຫ້​ເຈົ້າ​ເຮັດ​ຍອຍ​ໃສ່ 4 ແຈ​ຂອງ​ຜ້າ​ພາດ​ບ່າ.+

13 ຖ້າ​ຜູ້​ຊາຍ​ຄົນ​ໜຶ່ງ​ແຕ່ງດອງ​ກັບ​ຜູ້​ຍິງ​ແລະ​ໄດ້​ນອນ​ນຳ​ລາວ ແຕ່​ຫຼັງ​ຈາກ​ນັ້ນ​ກໍ​ຊັງ​ລາວ 14 ກ່າວ​ຫາ​ວ່າ​ລາວເຮັດ​ໂຕ​ບໍ່​ດີ ແລະ​ເວົ້າ​ໃຫ້​ລາວ​ແບບ​ເສຍ​ໆ​ຫາຍ​ໆ​ວ່າ ‘ຫຼັງ​ຈາກ​ຂ້ອຍ​ແຕ່ງດອງ​ກັບ​ຜູ້​ຍິງ​ຄົນ​ນີ້​ແລະ​ນອນ​ນຳ​ລາວ​ແລ້ວ ຂ້ອຍ​ກໍ​ໄດ້​ຮູ້​ວ່າລາວ​ບໍ່​ແມ່ນ​ຜູ້​ຍິງ​ບໍລິສຸດ’* 15 ພໍ່​ແມ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ຕ້ອງ​ເອົາ​ຫຼັກ​ຖານ​ທີ່​ບອກ​ວ່າ​ລູກສາວ​ຂອງ​ເຂົາ​ເຈົ້າ​ບໍລິສຸດ​ໄປ​ໃຫ້​ພວກ​ຜູ້​ນຳ​ທີ່​ຢູ່​ປະຕູ​ເມືອງ​ເບິ່ງ. 16 ພໍ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ​ຕ້ອງ​ບອກ​ພວກ​ຜູ້​ນຳ​ວ່າ ‘ຂ້ອຍ​ໄດ້​ຍົກ​ລູກສາວ​ໃຫ້​ເປັນ​ເມຍ​ຂອງ​ຜູ້​ຊາຍ​ຄົນ​ນີ້ ແຕ່​ລາວ​ພັດ​ຊັງ​ລູກສາວ​ຂອງ​ຂ້ອຍ 17 ແລະ​ກ່າວ​ຫາ​ລູກສາວ​ຂອງ​ຂ້ອຍ​ແບບ​ເສຍ​ໆ​ຫາຍ​ໆ​ວ່າ “ຂ້ອຍ​ບໍ່​ເຫັນ​ຫຼັກ​ຖານ​ວ່າ​ລູກສາວ​ຂອງ​ເຈົ້າ​ບໍລິສຸດ” ແຕ່​ນີ້​ເດ້ ຫຼັກ​ຖານ​ທີ່​ວ່າ​ລູກສາວ​ຂອງ​ຂ້ອຍ​ບໍລິສຸດ.’ ພໍ່​ແມ່​ຕ້ອງ​ພື​ຜ້າ​ທີ່​ເປັນ​ຫຼັກ​ຖານ​ນັ້ນ​ໃຫ້​ພວກ​ຜູ້​ນຳ​ເບິ່ງ 18 ແລ້ວ​ພວກ​ຜູ້​ນຳ+ຈະ​ຕ້ອງ​ລົງໂທດ​ຜູ້​ຊາຍ​ຄົນ​ນັ້ນ.+ 19 ເຂົາ​ເຈົ້າ​ຕ້ອງ​ປັບ​ໄໝ​ລາວ​ເປັນ​ເງິນ​ໜັກ 100 ເຊເກນ* ແລະ​ເອົາ​ເງິນ​ໃຫ້​ພໍ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ ຍ້ອນ​ລາວ​ໄດ້​ເຮັດ​ໃຫ້​ຜູ້​ຍິງ​ບໍລິສຸດ​ຄົນ​ໜຶ່ງ​ໃນ​ອິດສະຣາເອນ​ເສຍ​ຊື່ສຽງ.+ ຜູ້​ຍິງ​ຄົນ​ນັ້ນ​ຕ້ອງ​ເປັນ​ເມຍ​ຂອງ​ລາວ​ຕໍ່​ໄປ. ຫ້າມ​ລາວ​ປະ​ຮ້າງ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ເດັດຂາດ.

20 ແຕ່​ຖ້າ​ຂໍ້​ກ່າວ​ຫາ​ນັ້ນ​ເປັນ​ຄວາມ​ຈິງ​ແລະ​ບໍ່​ມີ​ຫຼັກ​ຖານ​ວ່າ​ຜູ້​ຍິງ​ຄົນ​ນັ້ນ​ບໍລິສຸດ 21 ໃຫ້ພວກ​ຜູ້​ນຳເອົາ​ຜູ້​ຍິງ​ຄົນ​ນັ້ນ​ໄປ​ຕໍ່​ໜ້າ​ເຮືອນ​ຂອງ​ພໍ່ ແລ້ວ​ກໍ​ໃຫ້​ຄົນ​ໃນ​ເມືອງ​ນັ້ນ​ດຶກ​ກ້ອນ​ຫີນ​ໃສ່​ລາວໃຫ້​ຕາຍ ຍ້ອນ​ຜູ້​ຍິງ​ຄົນ​ນັ້ນ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ+​ໃນ​ອິດສະຣາເອນ ໂດຍ​ເຮັດ​ຜິດສິນລະທຳ​ທາງ​ເພດ​ໃນ​ເຮືອນ​ຂອງ​ພໍ່.+ ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.+

22 ຖ້າ​ມີ​ຄົນ​ຮູ້​ວ່າ​ຜູ້​ຊາຍ​ຄົນ​ໃດ​ໄປ​ນອນ​ນຳ​ເມຍ​ຄົນ​ອື່ນ ຜູ້​ຊາຍ​ຄົນ​ນັ້ນ​ກັບ​ຜູ້​ຍິງ​ທີ່​ລາວ​ນອນ​ນຳ​ຈະ​ຕ້ອງ​ຕາຍ.+ ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ອິດສະຣາເອນ.

23 ຖ້າ​ຜູ້​ຊາຍ​ຄົນ​ໃດເຈິຜູ້​ຍິງ​ບໍລິສຸດ​ຢູ່​ໃນ​ເມືອງ​ແລະ​ໄດ້​ນອນ​ນຳ​ລາວ ແຕ່​ຜູ້​ຍິງ​ຄົນ​ນັ້ນ​ມີ​ຄູ່​ໝັ້ນ​ແລ້ວ 24 ເຈົ້າ​ຕ້ອງ​ພາ​ທັງ​ສອງ​ຄົນ​ອອກ​ໄປ​ນອກ​ປະຕູ​ເມືອງ ແລະ​ໃຫ້​ຄົນ​ດຶກ​ກ້ອນ​ຫີນ​ໃສ່​ເຂົາ​ເຈົ້າໃຫ້​ຕາຍ. ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ກັບ​ຜູ້​ຍິງ ຍ້ອນ​ລາວ​ຢູ່​ໃນ​ເມືອງ​ແຕ່​ບໍ່​ໄດ້​ຮ້ອງ​ໃຫ້​ຄົນ​ອື່ນ​ຊ່ວຍ ແລະ​ເຈົ້າ​ຕ້ອງ​ເຮັດ​ແນວ​ນີ້​ກັບ​ຜູ້​ຊາຍ​ຄື​ກັນ ຍ້ອນ​ລາວ​ໄດ້​ນອນ​ນຳເມຍ*ຂອງ​ຄົນ​ອື່ນ.+ ພວກ​ເຈົ້າ​ຕ້ອງ​ກຳຈັດ​ຄວາມ​ຊົ່ວ​ຮ້າຍ​ໃຫ້​ໝົດ​ໄປ​ຈາກ​ພວກ​ເຈົ້າ.

25 ແຕ່​ຖ້າ​ລາວ​ເຈິ​ຜູ້​ຍິງ​ຢູ່ນອກ​ເມືອງແລະ​ໄດ້ຂົ່ມຂືນຜູ້​ຍິງ​ຄົນ​ນັ້ນ ມີ​ແຕ່​ຜູ້​ຊາຍ​ເທົ່າ​ນັ້ນ​ທີ່​ຈະ​ຕ້ອງ​ຕາຍ. 26 ຢ່າ​ເຮັດ​ຫຍັງ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ ເພາະ​ລາວ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ລາວ​ກໍ​ບໍ່​ຕ້ອງ​ຕາຍ. ຄະດີ​ນີ້​ຄື​ກັບ​ກໍລະນີ​ທີ່​ຄົນ​ໜຶ່ງ​ໄດ້​ທຳ​ຮ້າຍ​ແລະ​ຂ້າ​ຄົນ​ອື່ນ.+ 27 ເປັນ​ແນວ​ນີ້​ກໍ​ຍ້ອນ​ວ່າ​ຜູ້​ຊາຍ​ໄດ້​ເຈິ​ຜູ້​ຍິງ​ທີ່​ມີ​ຄູ່​ໝັ້ນ​ແລ້ວ​ຢູ່​ນອກ​ເມືອງ ແລະ​ຜູ້​ຍິງ​ກໍ​ໄດ້​ຮ້ອງ​ຂໍ​ໃຫ້​ຄົນ​ມາ​ຊ່ວຍ​ແລ້ວ ແຕ່​ບໍ່​ມີ​ໃຜ​ມາ​ຊ່ວຍ​ລາວ.

28 ຖ້າ​ຜູ້​ຊາຍ​ເຈິ​ຜູ້​ຍິງ​ທີ່​ບໍລິສຸດ​ແລະ​ຍັງ​ບໍ່​ມີ​ຄູ່​ໝັ້ນ​ເທື່ອ ແລ້ວ​ລາວ​ໄດ້ບັງຄັບ*​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ໄປ​ນອນ​ນຳ ແລະ​ຄົນ​ອື່ນ​ກໍ​ຮູ້​ເລື່ອງ​ນີ້+ 29 ຜູ້​ຊາຍ​ຕ້ອງ​ເອົາ​ເງິນ​ໜັກ 50 ເຊເກນ*ໃຫ້​ພໍ່​ຂອງ​ຜູ້​ຍິງ​ຄົນ​ນັ້ນ ແລະ​ລາວ​ຕ້ອງ​ເອົາ​ຜູ້​ຍິງ​ຄົນ​ນັ້ນ​ໄປ​ເປັນ​ເມຍ.+ ລາວ​ຈະ​ປະ​ຮ້າງ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ບໍ່​ໄດ້​ເດັດຂາດ ຍ້ອນ​ລາວ​ເຮັດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ​ເສຍ​ກຽດ​ແລ້ວ.

30 ຢ່າ​ເອົາ​ເມຍ​ຂອງ​ພໍ່​ມາ​ເປັນ​ເມຍ​ຂອງ​ເຈົ້າ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພໍ່​ຂອງ​ເຈົ້າ​ເສຍ​ກຽດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌