ເນເຮມີຢາ
8 ປະຊາຊົນທຸກຄົນໄດ້ມາລວມກັນຢູ່ເດີ່ນທີ່ຢູ່ຕໍ່ໜ້າປະຕູນ້ຳ.+ ເຂົາເຈົ້າບອກເອັດຊະຣາ+ຜູ້ທີ່ຊຳນານໃນການຄັດລອກພະຄຳພີໃຫ້ເອົາປຶ້ມກົດໝາຍຂອງໂມເຊ+ມານຳ ເຊິ່ງເປັນກົດໝາຍທີ່ພະເຢໂຫວາສັ່ງພວກອິດສະຣາເອນໃຫ້ເຮັດຕາມ.+ 2 ໃນວັນທີ 1 ເດືອນທີ 7+ ປະໂລຫິດເອັດຊະຣາກໍໄດ້ເອົາປຶ້ມກົດໝາຍນັ້ນມາ. ລາວຢືນຢູ່ຕໍ່ໜ້າປະຊາຊົນ+ທີ່ມີທັງຜູ້ຊາຍຜູ້ຍິງແລະເດັກນ້ອຍທີ່ຟັງເຂົ້າໃຈ. 3 ຕັ້ງແຕ່ເຊົ້າຈົນຮອດທ່ຽງ ເອັດຊະຣາອ່ານປຶ້ມກົດໝາຍນັ້ນດ້ວຍສຽງດັງ+ຢູ່ເດີ່ນທີ່ຢູ່ຕໍ່ໜ້າປະຕູນ້ຳເພື່ອໃຫ້ຜູ້ຊາຍຜູ້ຍິງແລະພວກເດັກນ້ອຍທີ່ເຂົ້າໃຈຟັງ. ທຸກຄົນຕັ້ງໃຈຟັງ+ສິ່ງທີ່ເອັດຊະຣາອ່ານໃນປຶ້ມກົດໝາຍນັ້ນ. 4 ເອັດຊະຣາຜູ້ທີ່ຊຳນານໃນການຄັດລອກພະຄຳພີຢືນຢູ່ເທິງເວທີທີ່ເປັນໄມ້ເຊິ່ງເຮັດສຳລັບການປະຊຸມນັ້ນ. ຜູ້ທີ່ຢືນຢູ່ເບື້ອງຂວາຂອງລາວມີ: ມັດຕີທີຢາ ເຊມາ ອານາຢາ ອູຣີຢາ ຮິນກີຢາ ແລະມາອາເສຢາ. ຜູ້ທີ່ຢືນຢູ່ເບື້ອງຊ້າຍຂອງລາວມີ: ເປດາຢາ ມີຊາເອນ ມັນກີຢາ+ ຮາຊຸມ ຮັດຊະບັດດານາ ເຊຄາຣີຢາ ແລະເມຊຸນລຳ.
5 ເອັດຊະຣາຢືນຢູ່ສູງກວ່າປະຊາຊົນທຸກຄົນ. ຕອນທີ່ລາວມາຍມ້ວນໜັງສືກົດໝາຍອອກ ປະຊາຊົນກໍຢືນຂຶ້ນແລະແນມເບິ່ງລາວ. 6 ຈາກນັ້ນ ເອັດຊະຣາກໍສັນລະເສີນພະເຢໂຫວາພະເຈົ້າທ່ຽງແທ້ຜູ້ຍິ່ງໃຫຍ່. ປະຊາຊົນທຸກຄົນໄດ້ຍົກມືຂຶ້ນຟ້າແລະເວົ້າວ່າ: “ອາແມນ!* ອາແມນ!”+ ແລ້ວເຂົາເຈົ້າກໍໝູບໜ້າລົງພື້ນນະມັດສະການພະເຢໂຫວາ. 7 ພວກເລວີທີ່ຊື່ເຢຊູອາ ບານີ ເຊເຣບີຢາ+ ຢາມິນ ອັກກຸບ ຊັບເບທາຍ ໂຮດີຢາ ມາອາເສຢາ ເກລີຕາ ອາຊາຣີຢາ ໂຢຊາບັດ+ ຮານານ ແລະເປລາຢາໄດ້ອະທິບາຍກົດໝາຍຂອງພະເຈົ້າໃຫ້ທຸກຄົນທີ່ຢືນຢູ່ຫັ້ນຟັງ.+ 8 ເຂົາເຈົ້າອ່ານປຶ້ມກົດໝາຍຂອງພະເຈົ້າທ່ຽງແທ້ຕໍ່ດ້ວຍສຽງດັງ ພ້ອມທັງອະທິບາຍຄວາມໝາຍຢ່າງຈະແຈ້ງ ປະຊາຊົນຈຶ່ງເຂົ້າໃຈສິ່ງທີ່ເຂົາເຈົ້າກຳລັງອ່ານ.+
9 ເນເຮມີຢາທີ່ເປັນເຈົ້າແຂວງ* ເອັດຊະຣາ+ທີ່ເປັນປະໂລຫິດແລະເປັນຜູ້ຊຳນານໃນການຄັດລອກພະຄຳພີ ແລະພວກເລວີທີ່ເປັນຜູ້ສອນເວົ້າກັບປະຊາຊົນວ່າ: “ມື້ນີ້ເປັນມື້ບໍລິສຸດສຳລັບພະເຢໂຫວາພະເຈົ້າຂອງພວກເຮົາ.+ ບໍ່ຕ້ອງໂສກເສົ້າແລະບໍ່ຕ້ອງຮ້ອງໄຫ້.” ປະຊາຊົນພາກັນຮ້ອງໄຫ້ຍ້ອນເຂົາເຈົ້າໄດ້ຟັງສິ່ງທີ່ຂຽນໄວ້ໃນກົດໝາຍຂອງພະເຈົ້າ. 10 ເນເຮມີຢາເວົ້າກັບເຂົາເຈົ້າວ່າ: “ໃຫ້ກັບເມືອເຮືອນ ໄປກິນຂອງກິນທີ່ແຊບໆ ກິນເຫຼົ້າແວງທີ່ຫວານໆແລະແບ່ງຂອງກິນ+ໃຫ້ຜູ້ທີ່ບໍ່ມີແນວກິນ. ມື້ນີ້ເປັນມື້ບໍລິສຸດສຳລັບພະເຈົ້າຂອງພວກເຮົາ. ບໍ່ຕ້ອງໂສກເສົ້າ ເພາະວ່າຄວາມຍິນດີທີ່ໄດ້ຮັບຈາກພະເຢໂຫວາຈະເຮັດໃຫ້ພວກເຈົ້າມີກຳລັງ.” 11 ພວກເລວີກໍບອກປະຊາຊົນວ່າ: “ບໍ່ຕ້ອງໂສກເສົ້າ ບໍ່ຕ້ອງຮ້ອງໄຫ້ ຍ້ອນວ່າມື້ນີ້ເປັນມື້ທີ່ບໍລິສຸດ.” 12 ແລ້ວປະຊາຊົນກໍກັບເມືອເຮືອນ ໄປກິນຂອງກິນທີ່ແຊບໆແລະເຫຼົ້າແວງທີ່ຫວານໆ. ເຂົາເຈົ້າແບ່ງຂອງກິນໃຫ້ກັນແລະຈັດການສະຫຼອງຢ່າງມ່ວນຊື່ນ+ ຍ້ອນເຂົາເຈົ້າເຂົ້າໃຈສິ່ງທີ່ໄດ້ຟັງ.+
13 ມື້ຕໍ່ມາ ພວກຫົວໜ້າໃນຈຸ້ມເຈື້ອຕ່າງໆ ແລະພວກປະໂລຫິດກັບພວກເລວີໄດ້ພາກັນໄປຫາເອັດຊະຣາຜູ້ທີ່ຊຳນານໃນການຄັດລອກພະຄຳພີ ຍ້ອນເຂົາເຈົ້າຢາກເຂົ້າໃຈຫຼາຍຂຶ້ນກ່ຽວກັບສິ່ງທີ່ຂຽນໄວ້ໃນກົດໝາຍຂອງພະເຈົ້າ. 14 ແລ້ວເຂົາເຈົ້າກໍຮູ້ວ່າໃນປຶ້ມກົດໝາຍນັ້ນພະເຢໂຫວາໄດ້ສັ່ງພວກອິດສະຣາເອນຜ່ານທາງໂມເຊວ່າ ໃນໄລຍະທີ່ສະຫຼອງເທດສະການປຸກຕູບໃນເດືອນທີ 7+ ໃຫ້ເຂົາເຈົ້າຢູ່ໃນຕູບນັ້ນ. 15 ເມື່ອຮູ້ແນວນັ້ນ ເຂົາເຈົ້າຈຶ່ງປະກາດ+ໃນທຸກເມືອງແລະທົ່ວເຢຣູຊາເລັມວ່າ: “ໃຫ້ໄປເຂດພູ ໄປເອົາງ່າຕົ້ນໝາກກອກ ງ່າຕົ້ນແປກ ງ່າຕົ້ນໄມ້ຫອມ* ງ່າຕົ້ນໄມ້ອື່ນໆທີ່ມີໃບດົກ ແລະກ້ານຕົ້ນປາມມາປຸກຕູບຕາມທີ່ຂຽນໄວ້ໃນກົດໝາຍ.”
16 ປະຊາຊົນກໍໄປເອົາງ່າໄມ້ຕ່າງໆມາປຸກຕູບຢູ່ເທິງດາດຟ້າ ເດີ່ນບ້ານ ເດີ່ນວິຫານຂອງພະເຈົ້າທ່ຽງແທ້+ ເດີ່ນທີ່ຢູ່ຕໍ່ໜ້າປະຕູນ້ຳ+ ແລະເດີ່ນທີ່ຢູ່ຕໍ່ໜ້າປະຕູເອຟຣາຢິມ.+ 17 ປະຊາຊົນທຸກຄົນທີ່ກັບມາຈາກບາບີໂລນໄດ້ປຸກຕູບແລະຢູ່ໃນຕູບນັ້ນ. ພວກອິດສະຣາເອນມີຄວາມສຸກຫຼາຍ+ ຍ້ອນວ່າບໍ່ໄດ້ມີການຈັດງານສະຫຼອງເທດສະການນີ້ຕັ້ງແຕ່ສະໄໝຂອງໂຢຊວຍ+ລູກຊາຍຂອງນູນ. 18 ທຸກໆມື້ ຕັ້ງແຕ່ມື້ທຳອິດຈົນຮອດມື້ສຸດທ້າຍໃນການສະຫຼອງເທດສະການປຸກຕູບ ມີການອ່ານປຶ້ມກົດໝາຍຂອງພະເຈົ້າທ່ຽງແທ້.+ ເຂົາເຈົ້າສະຫຼອງເທດສະການນັ້ນ 7 ມື້ ແລະໃນມື້ທີ 8 ເຂົາເຈົ້າໄດ້ຈັດການປະຊຸມພິເສດຕາມທີ່ກົດໝາຍໄດ້ກຳນົດໄວ້.+