ອົບພະຍົບ
21 “ຕໍ່ໄປນີ້ແມ່ນກົດໝາຍທີ່ເຈົ້າຕ້ອງບອກເຂົາເຈົ້າ.+
2 ຖ້າເຈົ້າຊື້ຄົນເຮັບເຣີມາເປັນທາດ+ ລາວຈະເປັນທາດຢູ່ 6 ປີ ແຕ່ປີທີ 7 ລາວຈະເປັນອິດສະຫຼະໂດຍບໍ່ຕ້ອງໄຊ້ຫຍັງຄືນ.+ 3 ຖ້າລາວມາເປັນທາດຄົນດຽວ ລາວກໍຈະອອກໄປຄົນດຽວ ແຕ່ຖ້າລາວມາກັບເມຍ ເມຍກໍຈະອອກໄປພ້ອມລາວ. 4 ຖ້າເຈົ້ານາຍຫາເມຍ*ໃຫ້ທາດ ແລ້ວທາດມີລູກ ທັງເມຍກັບລູກຂອງທາດນັ້ນຈະເປັນຂອງເຈົ້ານາຍ. ມີແຕ່ທາດຄົນດຽວເທົ່ານັ້ນທີ່ຈະໄດ້ອອກໄປ.+ 5 ແຕ່ຖ້າທາດຜູ້ນັ້ນບອກຢ່າງໜັກແໜ້ນວ່າ ‘ຂ້ອຍຮັກເຈົ້ານາຍແລະຮັກລູກຮັກເມຍ. ຂ້ອຍບໍ່ຢາກເປັນອິດສະຫຼະ.’+ 6 ນາຍກໍຈະພາທາດໄປຢືນຕິດຢູ່ປະຕູຫຼືວົງກົບປະຕູ ແລ້ວເອົາເຫຼັກຊີເຈາະຫູລາວ. ພະເຈົ້າທ່ຽງແທ້ກໍຈະເປັນພະຍານໃຫ້ເຂົາເຈົ້າ* ແລະຜູ້ນັ້ນຈະເປັນທາດຂອງເຈົ້ານາຍໄປຕະຫຼອດຊີວິດ.
7 ຖ້າຜູ້ໃດຂາຍລູກສາວໄປເປັນທາດ ທາດຜູ້ນັ້ນຈະໄດ້ເປັນອິດສະຫຼະໃນວິທີທີ່ແຕກຕ່າງຈາກທາດທີ່ເປັນຜູ້ຊາຍ. 8 ຖ້າເຈົ້ານາຍບໍ່ມັກລາວແລະບໍ່ຢາກເອົາລາວເປັນເມຍນ້ອຍ ແຕ່ຢາກຂາຍລາວໃຫ້ຄົນອື່ນ ເຈົ້ານາຍຈະຂາຍລາວໃຫ້ຄົນຕ່າງປະເທດບໍ່ໄດ້ ເພາະເຈົ້ານາຍໄດ້ທໍລະຍົດລາວແລ້ວ. 9 ແຕ່ຖ້າເຈົ້ານາຍຢາກຍົກລາວໃຫ້ເປັນເມຍຂອງລູກຊາຍ ຕ້ອງໃຫ້ສິດລາວຄືກັບເປັນລູກສາວຄົນໜຶ່ງ. 10 ຖ້າລາວ*ມີເມຍໃໝ່ອີກຄົນໜຶ່ງ ລາວຕ້ອງເບິ່ງແຍງ ໃຫ້ເສື້ອຜ້າ ແລະນອນນຳເມຍ+ຄົນທຳອິດຄືເກົ່າ. 11 ຖ້າລາວບໍ່ໃຫ້ 3 ຢ່າງນີ້ກັບເມຍ ເມຍກໍຈະເປັນອິດສະຫຼະແລະໄປຈາກລາວໄດ້ໂດຍບໍ່ຕ້ອງເສຍເງິນ.
12 ຖ້າຜູ້ໃດຕີຄົນອື່ນຕາຍ ຜູ້ນັ້ນກໍຕ້ອງຖືກຂ້າ.+ 13 ແຕ່ຖ້າລາວບໍ່ໄດ້ຕັ້ງໃຈຂ້າຄົນອື່ນ ແລະພະເຈົ້າທ່ຽງແທ້ປ່ອຍໃຫ້ມັນເກີດຂຶ້ນ ເຮົາກໍຈະເລືອກບ່ອນໜຶ່ງໃຫ້ລາວໜີໄປຢູ່ໄດ້.+ 14 ຖ້າຜູ້ໃດໃຈຮ້າຍແຮງໃຫ້ຄົນໜຶ່ງແລະຕັ້ງໃຈຂ້າຄົນນັ້ນ+ ເຖິງວ່າລາວຈະໄປຢູ່ບ່ອນແທ່ນບູຊາຂອງເຮົາ ລາວກໍຕ້ອງຖືກຂ້າຄືກັນ.+ 15 ຜູ້ໃດຕີພໍ່ຕີແມ່ ຜູ້ນັ້ນກໍຕ້ອງຖືກຂ້າ.+
16 ຖ້າຜູ້ໃດລັກພາໂຕຄົນອື່ນ+ແລ້ວເອົາໄປຂາຍ ຫຼືຖືກຈັບໄດ້ຕອນທີ່ຄົນນັ້ນຍັງຢູ່ນຳ+ ຜູ້ນັ້ນຕ້ອງຖືກຂ້າ.+
17 ຖ້າຜູ້ໃດປ້ອຍດ່າ*ພໍ່ແມ່ ຜູ້ນັ້ນຕ້ອງຖືກຂ້າ.+
18 ຖ້າມີຄົນຜິດກັນ ແລະຄົນໜຶ່ງໃຊ້ກຳປັ້ນ*ຫຼືກ້ອນຫີນຕີອີກຄົນໜຶ່ງ ແລ້ວຄົນທີ່ຖືກຕີນັ້ນບໍ່ຕາຍແຕ່ຕ້ອງໄດ້ນອນພັກຢູ່ 19 ແລະຖ້າລາວລຸກຍ່າງພໍໄປພໍມາໄດ້ໂດຍໃຊ້ໄມ້ຄ້ຳ ຜູ້ທີ່ຕີລາວຈະບໍ່ຖືກລົງໂທດ ແຕ່ຕ້ອງຈ່າຍຄ່າຊົດເຊີຍຕັ້ງແຕ່ຕອນທີ່ລາວບາດເຈັບຈົນຮອດຕອນທີ່ລາວເຊົາເປັນປົກກະຕິ.
20 ຖ້າຜູ້ໃດຕີທາດຈົນຕາຍ ຜູ້ນັ້ນຕ້ອງຖືກລົງໂທດ.+ 21 ແຕ່ຖ້າທາດຄົນນັ້ນມີຊີວິດຢູ່ໄດ້ມື້ໜຶ່ງຫຼືສອງມື້ຈຶ່ງຕາຍ ເຈົ້ານາຍຈະບໍ່ໄດ້ຮັບໂທດເພາະລາວໄດ້ຊື້ທາດຄົນນັ້ນມາ.
22 ຖ້າມີຄົນກຳລັງຕີກັນ ແລ້ວໄປຖືກຜູ້ຍິງຖືພາຈົນເຮັດໃຫ້ລາວເກີດລູກກ່ອນກຳນົດ+ ແຕ່ລູກກັບແມ່ບໍ່ໄດ້ຕາຍ* ຜູ້ເປັນຜົວມີສິດຮຽກຮ້ອງຄ່າເສຍຫາຍຈາກຄົນທີ່ເຮັດຜິດ ແລະຄົນທີ່ເຮັດຜິດຕ້ອງໃຫ້ເງິນຄ່າເສຍຫາຍຜ່ານທາງຜູ້ຕັດສິນ.+ 23 ແຕ່ຖ້າມີຜູ້ໃດຕາຍ ຕ້ອງໃຫ້ຊີວິດແທນຊີວິດ+ 24 ຕາແທນຕາ ແຂ້ວແທນແຂ້ວ ມືແທນມື ຕີນແທນຕີນ+ 25 ຮອຍໄໝ້ແທນຮອຍໄໝ້ ບາດແທນບາດ ຮອຍຊ້ຳແທນຮອຍຊ້ຳ.
26 ຖ້າຜູ້ໃດຕີທາດແລ້ວເຮັດໃຫ້ທາດຕາບອດເບື້ອງໜຶ່ງ ລາວຕ້ອງປ່ອຍທາດຄົນນັ້ນໃຫ້ເປັນອິດສະຫຼະ ຍ້ອນລາວເຮັດໃຫ້ທາດຕາບອດ.+ 27 ຖ້າເຈົ້ານາຍຕີທາດຈົນແຂ້ວອອກ ລາວກໍຕ້ອງປ່ອຍທາດໃຫ້ເປັນອິດສະຫຼະ ຍ້ອນລາວເຮັດໃຫ້ແຂ້ວຂອງທາດຫຼຸດອອກ.
28 ຖ້າງົວຂອງຜູ້ໃດໄປຊົນຄົນຈົນຕາຍ ຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍ+ແລະຫ້າມກິນຊີ້ນຂອງມັນ ແລ້ວເຈົ້າຂອງງົວຈະບໍ່ຖືກລົງໂທດ. 29 ແຕ່ຖ້າງົວມີນິດໄສມັກຊົນຄົນຢູ່ແລ້ວ ແລະເຈົ້າຂອງງົວກໍຮູ້ເລື່ອງນີ້ດີແຕ່ບໍ່ໄດ້ຂັງມັນໄວ້ ແລ້ວມັນໄປຊົນຄົນຈົນຕາຍ ຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍແລະເຈົ້າຂອງງົວຕ້ອງຖືກຂ້າຄືກັນ. 30 ຖ້າມີການຮຽກຮ້ອງໃຫ້ເຈົ້າຂອງງົວຈ່າຍຄ່າເສຍຫາຍ ລາວກໍຕ້ອງໄດ້ຈ່າຍຕາມຈຳນວນທີ່ໄດ້ຮຽກຮ້ອງນັ້ນເພື່ອລາວຈະບໍ່ຖືກຂ້າ. 31 ຖ້າງົວໄປຊົນເດັກນ້ອຍຈົນຕາຍ ເຈົ້າຂອງງົວຕ້ອງຖືກລົງໂທດຕາມກົດໝາຍ. 32 ຖ້າງົວຂອງຜູ້ໃດໄປຊົນທາດຂອງຄົນອື່ນຈົນຕາຍ ເຈົ້າຂອງງົວຕ້ອງຈ່າຍເງິນໃຫ້ເຈົ້ານາຍຂອງທາດຄົນນັ້ນ 30 ເຊເກນ* ແລະຕ້ອງດຶກກ້ອນຫີນໃສ່ງົວໂຕນັ້ນໃຫ້ຕາຍ.
33 ຖ້າຜູ້ໃດຂຸດຂຸມແລະບໍ່ໄດ້ປິດປາກຂຸມໄວ້ ແລ້ວມີງົວຫຼືລາຕົກລົງໄປຕາຍ 34 ເຈົ້າຂອງຂຸມຕ້ອງຈ່າຍເງິນຊົດໄຊ້+ໃຫ້ເຈົ້າຂອງສັດ ແຕ່ເຈົ້າຂອງຂຸມສາມາດເອົາສັດທີ່ຕາຍໄປໄດ້. 35 ຖ້າງົວຂອງຜູ້ໃດໄປຊົນງົວຂອງຄົນອື່ນຕາຍ ເຂົາເຈົ້າຕ້ອງເອົາໂຕທີ່ຍັງບໍ່ຕາຍໄປຂາຍ ແລ້ວເອົາເງິນມາແບ່ງເຄິ່ງກັນ ສ່ວນໂຕທີ່ຕາຍກໍໃຫ້ແບ່ງເຄິ່ງກັນຄືກັນ. 36 ຖ້າງົວຂອງຜູ້ໃດມັກຊົນແລະເຈົ້າຂອງງົວບໍ່ຂັງມັນໄວ້ ແລ້ວມັນໄປຊົນງົວຂອງຄົນອື່ນຕາຍ ລາວຕ້ອງເອົາງົວໂຕໜຶ່ງຂອງລາວມາໄຊ້ແທນແລະໂຕທີ່ຕາຍກໍຈະເປັນຂອງລາວ.”