ຈົດເຊັນບັນຊີ
35 ຕອນທີ່ໂມເຊຢູ່ບ່ອນກັນດານໂມອາບ ບ່ອນທີ່ຢູ່ແຄມແມ່ນ້ຳຈໍແດນ+ຄົນລະຟາກກັບເມືອງເຢຣິໂກ ພະເຢໂຫວາເວົ້າກັບລາວວ່າ: 2 “ໃຫ້ບອກພວກອິດສະຣາເອນເອົາບາງເມືອງໃນດິນມູນຂອງເຂົາເຈົ້າ+ໃຫ້ພວກເລວີ ແລະເອົາທົ່ງຫຍ້າທີ່ຢູ່ອ້ອມໆເມືອງເຫຼົ່ານັ້ນໃຫ້ນຳ.+ 3 ຄົນເລວີຈະຢູ່ໃນເມືອງເຫຼົ່ານັ້ນ. ເຂົາເຈົ້າຈະລ້ຽງງົວ ແກະກັບແບ້ແລະສັດອື່ນໆ ແລະມ້ຽນເຄື່ອງສຳລັບຝູງສັດຂອງເຂົາເຈົ້າຢູ່ທົ່ງຫຍ້າອ້ອມເມືອງຕ່າງໆນັ້ນ. 4 ພວກເຈົ້າຕ້ອງເອົາທົ່ງຫຍ້າທີ່ຢູ່ອ້ອມເມືອງແຕ່ລະເມືອງໃຫ້ພວກເລວີ ໂດຍແທກຕັ້ງແຕ່ກຳແພງເມືອງອອກໄປດ້ານລະ 1.000 ສອກ.* 5 ເມືອງຈະຢູ່ເຄິ່ງກາງ ແລະຈາກເມືອງນັ້ນໃຫ້ແທກເຂດດິນໄປທາງທິດເໜືອ 2.000 ສອກ* ທິດໃຕ້ 2.000 ສອກ ທິດຕາເວັນອອກ 2.000 ສອກ ແລະທິດຕາເວັນຕົກ 2.000 ສອກ. ເນື້ອທີ່ດິນເຫຼົ່ານີ້ຈະເປັນບ່ອນລ້ຽງສັດສຳລັບເຂົາເຈົ້າ.
6 ເມືອງທີ່ພວກເຈົ້າຕ້ອງເອົາໃຫ້ພວກເລວີມີ 42 ເມືອງກັບອີກ 6 ເມືອງທີ່ເປັນເມືອງລີ້ໄພ.+ ຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຈະໜີໄປ+ຢູ່ເມືອງລີ້ໄພເຫຼົ່ານີ້ໄດ້. 7 ລວມແລ້ວພວກເລວີຈະໄດ້ທັງໝົດ 48 ເມືອງພ້ອມກັບທົ່ງຫຍ້າທີ່ຢູ່ອ້ອມເມືອງເຫຼົ່ານັ້ນ.+ 8 ເມືອງຕ່າງໆທີ່ພວກເຈົ້າຈະເອົາໃຫ້ແມ່ນມາຈາກດິນມູນທີ່ພວກອິດສະຣາເອນຈະໄດ້.+ ຕະກູນໃດມີຄົນຫຼາຍກໍຈະເອົາເມືອງໃຫ້ຫຼາຍ ຕະກູນໃດມີຄົນໜ້ອຍກໍຈະເອົາເມືອງໃຫ້ໜ້ອຍ.+ ແຕ່ລະຕະກູນຈະເອົາເມືອງຕ່າງໆໃຫ້ພວກເລວີຕາມຂະໜາດດິນມູນຂອງເຂົາເຈົ້າ.”
9 ພະເຢໂຫວາເວົ້າກັບໂມເຊອີກວ່າ: 10 “ໃຫ້ບອກພວກອິດສະຣາເອນວ່າ ‘ຕອນນີ້ພວກເຈົ້າກຳລັງຈະຂ້າມແມ່ນ້ຳຈໍແດນໄປແຜ່ນດິນການາອານ.+ 11 ເມື່ອພວກເຈົ້າຈະເລືອກເມືອງລີ້ໄພຕ່າງໆ ໃຫ້ເລືອກເມືອງທີ່ຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຈະໜີໄປຢູ່ໄດ້ງ່າຍໆ.+ 12 ເມືອງເຫຼົ່ານີ້ຈະເປັນເມືອງລີ້ໄພສຳລັບຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ ເພື່ອລາວຈະບໍ່ຖືກຄົນທີ່ມີສິດແກ້ແຄ້ນຂ້າ+ ກ່ອນຈະມີການຕັດສິນເລື່ອງຂອງລາວ.+ 13 ເມືອງລີ້ໄພທັງ 6 ເມືອງນີ້ຈະໃຊ້ໃນກໍລະນີແບບນັ້ນ. 14 ພວກເຈົ້າຕ້ອງເລືອກເມືອງລີ້ໄພ 3 ເມືອງຢູ່ຟາກນີ້ຂອງແມ່ນ້ຳຈໍແດນ+ ແລະອີກ 3 ເມືອງຢູ່ແຜ່ນດິນການາອານ.+ 15 ຖ້າຄົນອິດສະຣາເອນ ຫຼືຄົນຕ່າງຊາດ+ທີ່ມາຢູ່ນຳພວກອິດສະຣາເອນຄົນໃດຄົນໜຶ່ງເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈ+ ຄົນນັ້ນກໍຈະໜີໄປຢູ່ເມືອງລີ້ໄພເມືອງໃດເມືອງໜຶ່ງໃນ 6 ເມືອງນີ້ໄດ້.
16 ຖ້າຜູ້ໃດເອົາເຄື່ອງຂອງທີ່ເປັນເຫຼັກຕີຄົນຈົນຕາຍ ນັ້ນໝາຍຄວາມວ່າລາວຕັ້ງໃຈຂ້າຄົນ ຜູ້ນັ້ນຈະຕ້ອງຕາຍ.+ 17 ຖ້າຜູ້ໃດເອົາກ້ອນຫີນທຸບຄົນຈົນຕາຍ* ນັ້ນໝາຍຄວາມວ່າລາວຕັ້ງໃຈຂ້າຄົນ ຜູ້ນັ້ນຈະຕ້ອງຕາຍ. 18 ຖ້າຜູ້ໃດເອົາເຄື່ອງຂອງທີ່ເປັນໄມ້ຕີຄົນຈົນຕາຍ ນັ້ນໝາຍຄວາມວ່າລາວຕັ້ງໃຈຂ້າຄົນ ຜູ້ນັ້ນຈະຕ້ອງຕາຍ.
19 ເມື່ອຄົນທີ່ມີສິດແກ້ແຄ້ນໃຫ້ຄົນທີ່ຕາຍ*ໄດ້ເຈິຄົນທີ່ຂ້າຄົນ ລາວມີສິດທີ່ຈະຂ້າຜູ້ນັ້ນ. 20 ຖ້າຜູ້ໃດຊັງຄົນອື່ນແລະຕັ້ງໃຈຊຸກຫຼືດຶກເຄື່ອງຂອງໃສ່ຄົນນັ້ນຈົນຕາຍ+ 21 ຫຼືຖ້າຜູ້ໃດຊັງຄົນອື່ນແລະຕັ້ງໃຈຊົກຄົນນັ້ນຈົນຕາຍ ນັ້ນໝາຍຄວາມວ່າລາວຕັ້ງໃຈຂ້າຄົນ ຜູ້ນັ້ນຈະຕ້ອງຕາຍ. ເມື່ອຄົນທີ່ມີສິດແກ້ແຄ້ນເຈິຄົນທີ່ຂ້າຄົນ ລາວມີສິດທີ່ຈະຂ້າຜູ້ນັ້ນ.
22 ແຕ່ຖ້າຜູ້ໃດຊຸກຫຼືດຶກເຄື່ອງຂອງໃສ່ຄົນອື່ນໂດຍບໍ່ໄດ້ຕັ້ງໃຈແລະບໍ່ໄດ້ກຽດຊັງລາວ+ ແລ້ວຄົນນັ້ນຕາຍ 23 ຫຼືຖ້າຜູ້ໃດເຮັດກ້ອນຫີນຕົກໃສ່ຄົນອື່ນໂດຍບໍ່ໄດ້ເຫັນແລະບໍ່ໄດ້ກຽດຊັງລາວ ແລ້ວຄົນນັ້ນຕາຍ 24 ຄົນທີ່ມີສິດແກ້ແຄ້ນແລະຄົນທີ່ເຮັດໃຫ້ຄົນອື່ນຕາຍ ຕ້ອງໄປຫາພວກຜູ້ຕັດສິນເພື່ອເຂົາເຈົ້າຈະຕັດສິນຕາມກົດໝາຍເຫຼົ່ານີ້.+ 25 ພວກຜູ້ຕັດສິນຈະປົກປ້ອງຄົນທີ່ເຮັດໃຫ້ຄົນອື່ນຕາຍຈາກຄົນທີ່ມີສິດແກ້ແຄ້ນ ແລະຈະຊ່ວຍລາວໃຫ້ກັບໄປຢູ່ເມືອງລີ້ໄພທີ່ລາວເຄີຍໜີໄປຢູ່ຕອນທຳອິດ. ລາວຕ້ອງຢູ່ເມືອງນັ້ນຈົນກວ່າປະໂລຫິດໃຫຍ່*+ຈະຕາຍ.
26 ແຕ່ຖ້າຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈອອກໄປນອກເຂດເມືອງລີ້ໄພທີ່ລາວອາໄສຢູ່ 27 ເມື່ອຄົນທີ່ມີສິດແກ້ແຄ້ນເຈິແລະຂ້າລາວ ຄົນນັ້ນກໍຈະບໍ່ມີຄວາມຜິດ 28 ເພາະແທ້ໆແລ້ວ ຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຕ້ອງຢູ່ໃນເຂດຂອງເມືອງລີ້ໄພທີ່ລາວອາໄສຢູ່ ຈົນກວ່າປະໂລຫິດໃຫຍ່ຈະຕາຍ. ຫຼັງຈາກນັ້ນ ລາວຈຶ່ງຈະກັບໄປຢູ່ດິນຂອງໂຕເອງໄດ້.+ 29 ນີ້ແມ່ນຄຳສັ່ງທີ່ພວກເຈົ້າຕ້ອງເຮັດຕາມໄປຈົນຮອດລຸ້ນລູກລຸ້ນຫຼານຕໍ່ໆໄປ ບໍ່ວ່າພວກເຈົ້າຈະຢູ່ໃສກໍຕາມ.
30 ຖ້າມີຄົນຕັ້ງໃຈຂ້າຄົນອື່ນ+ແລະມີຄົນໃຫ້ຄຳພະຍານຫຼາຍກວ່າຄົນໜຶ່ງ+ ຜູ້ນັ້ນຈະຕ້ອງຖືກຂ້າ ແຕ່ຖ້າມີພະຍານພຽງແຕ່ຄົນດຽວກໍຫ້າມຂ້າລາວ. 31 ຖ້າຄົນທີ່ຂ້າຄົນຖືກຕັດສິນວ່າມີຄວາມຜິດ ລາວຈະຕ້ອງຕາຍຢ່າງແນ່ນອນ.+ ຢ່າຮັບເອົາຄ່າໄຖ່ສຳລັບໄຖ່ຊີວິດຂອງລາວແລະຢ່າປ່ອຍລາວໄປ. 32 ຖ້າຄົນທີ່ເຮັດໃຫ້ຄົນອື່ນຕາຍໂດຍບໍ່ໄດ້ຕັ້ງໃຈຢາກອອກຈາກເມືອງລີ້ໄພ ແລະກັບໄປຢູ່ດິນຂອງໂຕເອງກ່ອນທີ່ປະໂລຫິດໃຫຍ່ຈະຕາຍ ຢ່າຮັບເອົາເງິນສິນບົນຈາກລາວແລະຢ່າປ່ອຍລາວໄປ.
33 ຢ່າເຮັດໃຫ້ແຜ່ນດິນຂອງພວກເຈົ້າບໍ່ສະອາດດ້ວຍເລືອດຂອງຄົນທີ່ຖືກຂ້າ.+ ວິທີດຽວທີ່ແຜ່ນດິນຈະກັບມາສະອາດຄືນອີກຄື ໃຫ້ເລືອດຂອງຄົນທີ່ຂ້າຄົນນັ້ນໄຫຼລົງດິນແທນ.+ 34 ຢ່າເຮັດໃຫ້ແຜ່ນດິນຂອງພວກເຈົ້າບໍ່ສະອາດ ເພາະເຮົາກໍຢູ່ນຳພວກເຈົ້າ. ເຮົາແມ່ນເຢໂຫວາ ເຮົາຢູ່ນຳພວກອິດສະຣາເອນ.’”+