ລະບຽບພວກເລວີ
4 ພະເຢໂຫວາເວົ້າກັບໂມເຊອີກວ່າ: 2 “ໃຫ້ບອກພວກອິດສະຣາເອນວ່າ ‘ຖ້າຜູ້ໃດເຮັດຜິດແບບບໍ່ໄດ້ຕັ້ງໃຈ+ ໂດຍເຮັດສິ່ງທີ່ພະເຢໂຫວາຫ້າມ ລາວຕ້ອງເຮັດແນວນີ້:
3 ຖ້າປະໂລຫິດໃຫຍ່*+ເຮັດຜິດ+ແລະເຮັດໃຫ້ປະຊາຊົນມີຄວາມຜິດນຳ ລາວຕ້ອງເອົາງົວໂຕຜູ້ທີ່ຕຸ້ຍພີດີງາມມາໃຫ້ພະເຢໂຫວາ ເພື່ອເປັນເຄື່ອງບູຊາໄຖ່ບາບສຳລັບຄວາມຜິດຂອງລາວ.+ 4 ລາວຈະເອົາງົວໂຕນັ້ນມາໄວ້ຢູ່ທາງເຂົ້າເຕັ້ນສັກສິດ*+ຕໍ່ໜ້າພະເຢໂຫວາ. ລາວຈະວາງມືເທິງຫົວມັນ ແລະຂ້າມັນຕໍ່ໜ້າພະເຢໂຫວາ.+ 5 ປະໂລຫິດໃຫຍ່+ຈະເອົາເລືອດສ່ວນໜຶ່ງຂອງງົວໂຕນັ້ນເຂົ້າໄປໃນເຕັ້ນສັກສິດ. 6 ລາວຈະເອົານິ້ວມືຈຸ່ມເລືອດ+ ແລ້ວຊິດຢູ່ໜ້າຜ້າກັ້ງໃນບ່ອນບໍລິສຸດຕໍ່ໜ້າພະເຢໂຫວາ. ລາວຕ້ອງເຮັດແບບນີ້ 7 ເທື່ອ.+ 7 ລາວຈະເອົາເລືອດບາງສ່ວນໄປຕ້ວຍໃສ່ເຂົາທີ່ຢູ່ແທ່ນເຜົາເຄື່ອງຫອມ+ ເຊິ່ງຢູ່ໃນເຕັ້ນສັກສິດຕໍ່ໜ້າພະເຢໂຫວາ ແລ້ວລາວຈະເອົາເລືອດສ່ວນທີ່ເຫຼືອທັງໝົດຂອງງົວໂຕນັ້ນໄປເທໃສ່ທາງລຸ່ມຂອງແທ່ນເຜົາເຄື່ອງບູຊາ+ ເຊິ່ງຢູ່ທາງເຂົ້າເຕັ້ນສັກສິດ.
8 ຫຼັງຈາກນັ້ນ ລາວຕ້ອງລອກນ້ຳມັນຂອງງົວທີ່ເປັນເຄື່ອງບູຊາໄຖ່ບາບອອກໃຫ້ໝົດຄື: ນ້ຳມັນທີ່ປົກໄສ້ກັບນ້ຳມັນທີ່ຕິດຢູ່ໄສ້ 9 ແລະໝາກໄຂ່ຫຼັງ 2 ໜ່ວຍ ກັບນ້ຳມັນທີ່ຕິດໝາກໄຂ່ຫຼັງທີ່ຢູ່ໃກ້ໆແອວ. ລາວຕ້ອງລອກນ້ຳມັນທີ່ຕິດຢູ່ຕັບອອກໄປຈົນຮອດໝາກໄຂ່ຫຼັງ.+ 10 ປະໂລຫິດໃຫຍ່ຈະເອົາສ່ວນຕ່າງໆເຫຼົ່ານີ້ອອກຄືກັບງົວໂຕທີ່ໃຊ້ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ.+ ລາວຈະເອົາສ່ວນຕ່າງໆເຫຼົ່ານີ້ໄປເຜົາຢູ່ເທິງແທ່ນເຜົາເຄື່ອງບູຊາ.
11 ແຕ່ໜັງ ຊີ້ນທັງໝົດ ຫົວ ຂາ* ໄສ້ ແລະຂີ້ຂອງມັນ+ 12 ລາວຕ້ອງເອົາອອກໄປນອກຄ້າຍພັກ ໄປບ່ອນທີ່ຈັດໄວ້ຕ່າງຫາກເພື່ອຖິ້ມຂີ້ເທົ່າ.* ລາວຕ້ອງເຜົາສ່ວນຕ່າງໆເຫຼົ່ານີ້ເທິງຟືນ+ຢູ່ບ່ອນຖິ້ມຂີ້ເທົ່າ.
13 ຖ້າຊາດອິດສະຣາເອນເຮັດຜິດໂດຍບໍ່ໄດ້ຕັ້ງໃຈ+ ຍ້ອນເຂົາເຈົ້າບໍ່ຮູ້ໂຕວ່າໄດ້ເຮັດສິ່ງທີ່ພະເຢໂຫວາຫ້າມ+ 14 ຕໍ່ມາ ເມື່ອເຂົາເຈົ້າຮູ້ໂຕວ່າໄດ້ເຮັດຜິດ ຊາດອິດສະຣາເອນຕ້ອງເອົາງົວໂຕຜູ້ໂຕໜຶ່ງມາເປັນເຄື່ອງບູຊາໄຖ່ບາບ ແລະເອົາໄປໄວ້ຢູ່ທາງໜ້າເຕັ້ນສັກສິດ. 15 ພວກຜູ້ນຳຂອງອິດສະຣາເອນຈະວາງມືເທິງຫົວງົວໂຕນັ້ນຕໍ່ໜ້າພະເຢໂຫວາ ແລະຂ້າມັນຕໍ່ໜ້າພະເຢໂຫວາ.
16 ແລ້ວປະໂລຫິດໃຫຍ່ຈະເອົາເລືອດບາງສ່ວນຂອງງົວໂຕນັ້ນເຂົ້າໄປໃນເຕັ້ນສັກສິດ. 17 ປະໂລຫິດໃຫຍ່ຈະເອົານິ້ວມືຈຸ່ມເລືອດ ແລ້ວຊິດຢູ່ໜ້າຜ້າກັ້ງ+ຕໍ່ໜ້າພະເຢໂຫວາ. ລາວຕ້ອງເຮັດແບບນີ້ 7 ເທື່ອ. 18 ປະໂລຫິດໃຫຍ່ຈະເອົາເລືອດບາງສ່ວນໄປຕ້ວຍໃສ່ເຂົາທີ່ຢູ່ແທ່ນເຜົາເຄື່ອງຫອມ+ ເຊິ່ງຢູ່ໃນເຕັ້ນສັກສິດຕໍ່ໜ້າພະເຢໂຫວາ ແລ້ວລາວຈະເອົາເລືອດສ່ວນທີ່ເຫຼືອທັງໝົດຂອງງົວໂຕນັ້ນໄປເທໃສ່ທາງລຸ່ມຂອງແທ່ນເຜົາເຄື່ອງບູຊາ ເຊິ່ງຢູ່ທາງເຂົ້າເຕັ້ນສັກສິດ.+ 19 ລາວຕ້ອງລອກນ້ຳມັນຂອງງົວໂຕນັ້ນອອກໃຫ້ໝົດ ແລະເອົາໄປເຜົາຢູ່ເທິງແທ່ນເຜົາເຄື່ອງບູຊາ.+ 20 ປະໂລຫິດຕ້ອງເຮັດຂັ້ນຕອນຕ່າງໆກັບງົວໂຕນີ້ຄືກັບງົວໂຕທຳອິດທີ່ໃຊ້ເປັນເຄື່ອງບູຊາໄຖ່ບາບ. ລາວຈະເຮັດແນວນີ້ເພື່ອໄຖ່ຄວາມຜິດໃຫ້ຄົນອິດສະຣາເອນ+ ແລ້ວເຂົາເຈົ້າກໍຈະໄດ້ຮັບການຍົກໂທດ. 21 ລາວຕ້ອງເອົາງົວໄປເຜົາຢູ່ນອກຄ້າຍຄືກັບທີ່ເຜົາງົວໂຕທຳອິດ.+ ນີ້ແມ່ນເຄື່ອງບູຊາໄຖ່ບາບຂອງພວກອິດສະຣາເອນ.+
22 ຖ້າຄົນທີ່ເປັນຫົວໜ້າ+ເຮັດຜິດແບບບໍ່ໄດ້ຕັ້ງໃຈ ໂດຍເຮັດສິ່ງທີ່ພະເຢໂຫວາຫ້າມແລະມີຄວາມຜິດ 23 ຫຼືຖ້າລາວຮູ້ໂຕວ່າໄດ້ເຮັດຜິດ ໂດຍບໍ່ໄດ້ເຊື່ອຟັງຄຳສັ່ງຂອງພະເຈົ້າ ລາວຕ້ອງເອົາແບ້ໂຕຜູ້ໂຕໜຶ່ງທີ່ຕຸ້ຍພີດີງາມມາເປັນເຄື່ອງບູຊາ. 24 ລາວຕ້ອງວາງມືເທິງຫົວຂອງແບ້ໂຕນັ້ນ ແລະຂ້າມັນຕໍ່ໜ້າພະເຢໂຫວາຢູ່ບ່ອນຂ້າສັດທີ່ໃຊ້ເປັນເຄື່ອງບູຊາເຜົາ.+ ນີ້ແມ່ນເຄື່ອງບູຊາໄຖ່ບາບ. 25 ປະໂລຫິດຈະເອົາເລືອດສ່ວນໜຶ່ງຂອງເຄື່ອງບູຊາໄຖ່ບາບນີ້ມາ ແລ້ວເອົານິ້ວມືຈຸ່ມເລືອດ ແລະເອົາໄປຕ້ວຍໃສ່ເຂົາ+ທີ່ຢູ່ແທ່ນເຜົາເຄື່ອງບູຊາ. ຈາກນັ້ນ ລາວຈະເອົາເລືອດສ່ວນທີ່ເຫຼືອທັງໝົດຂອງແບ້ໂຕນັ້ນໄປເທໃສ່ທາງລຸ່ມຂອງແທ່ນເຜົາເຄື່ອງບູຊາ.+ 26 ປະໂລຫິດຈະເອົານ້ຳມັນທັງໝົດຂອງແບ້ໄປເຜົາເທິງແທ່ນບູຊາຄືກັບເຜົານ້ຳມັນຂອງເຄື່ອງບູຊາສ້າງຄວາມສະຫງົບສຸກ.+ ປະໂລຫິດຈະໄຖ່ຄວາມຜິດໃຫ້ຫົວໜ້າທີ່ເຮັດຜິດ ແລ້ວລາວຈະໄດ້ຮັບການຍົກໂທດ.
27 ຖ້າຜູ້ໃດເຮັດຜິດແບບບໍ່ໄດ້ຕັ້ງໃຈ ໂດຍເຮັດສິ່ງທີ່ພະເຢໂຫວາຫ້າມ+ 28 ຫຼືຖ້າລາວຮູ້ໂຕວ່າໄດ້ເຮັດຜິດ ລາວຕ້ອງເອົາແບ້ໂຕແມ່ໂຕໜຶ່ງທີ່ຕຸ້ຍພີດີງາມມາເປັນເຄື່ອງບູຊາສຳລັບຄວາມຜິດຂອງລາວ. 29 ລາວຕ້ອງວາງມືເທິງຫົວແບ້ໂຕແມ່ທີ່ເປັນເຄື່ອງບູຊາໄຖ່ບາບນັ້ນ ແລະຂ້າມັນຢູ່ບ່ອນຂ້າສັດທີ່ໃຊ້ເປັນເຄື່ອງບູຊາເຜົາ.+ 30 ປະໂລຫິດຈະເອົາເລືອດສ່ວນໜຶ່ງມາ ແລ້ວເອົານິ້ວມືຈຸ່ມເລືອດ ແລະເອົາໄປຕ້ວຍໃສ່ເຂົາທີ່ຢູ່ແທ່ນເຜົາເຄື່ອງບູຊາ. ຈາກນັ້ນ ລາວຈະເອົາເລືອດສ່ວນທີ່ເຫຼືອທັງໝົດຂອງແບ້ໂຕນັ້ນໄປເທໃສ່ທາງລຸ່ມຂອງແທ່ນ.+ 31 ລາວຕ້ອງລອກນ້ຳມັນອອກໃຫ້ໝົດ+ຄືກັບລອກນ້ຳມັນຂອງສັດທີ່ໃຊ້ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ+ ແລ້ວປະໂລຫິດຈະເອົາສ່ວນຕ່າງໆເຫຼົ່ານີ້ໄປເຜົາເທິງແທ່ນ ເພື່ອໃຫ້ມີກິ່ນຫອມທີ່ເຮັດໃຫ້ພະເຢໂຫວາພໍໃຈ.* ປະໂລຫິດຈະໄຖ່ຄວາມຜິດໃຫ້ຄົນທີ່ເຮັດຜິດນັ້ນ ແລ້ວລາວຈະໄດ້ຮັບການຍົກໂທດ.
32 ແຕ່ຖ້າລາວຈະເອົາແກະມາເປັນເຄື່ອງບູຊາໄຖ່ບາບ ເຄື່ອງບູຊານັ້ນຕ້ອງເປັນແກະໂຕແມ່ໂຕໜຶ່ງທີ່ຕຸ້ຍພີດີງາມ. 33 ລາວຕ້ອງວາງມືເທິງຫົວແກະໂຕແມ່ທີ່ເປັນເຄື່ອງບູຊາໄຖ່ບາບນັ້ນ ແລະຂ້າມັນຢູ່ບ່ອນຂ້າສັດທີ່ໃຊ້ເປັນເຄື່ອງບູຊາເຜົາ.+ 34 ປະໂລຫິດຈະເອົາເລືອດສ່ວນໜຶ່ງມາ ແລ້ວເອົານິ້ວມືຈຸ່ມເລືອດ ແລະເອົາໄປຕ້ວຍໃສ່ເຂົາທີ່ຢູ່ແທ່ນເຜົາເຄື່ອງບູຊາ.+ ຈາກນັ້ນ ລາວຈະເອົາເລືອດສ່ວນທີ່ເຫຼືອທັງໝົດຂອງແກະໂຕນັ້ນໄປເທໃສ່ທາງລຸ່ມຂອງແທ່ນ. 35 ປະໂລຫິດຕ້ອງລອກນ້ຳມັນອອກໃຫ້ໝົດຄືກັບລອກນ້ຳມັນຂອງແກະໂຕຜູ້ທີ່ໃຊ້ເປັນເຄື່ອງບູຊາສ້າງຄວາມສະຫງົບສຸກ ແລະເອົາສ່ວນຕ່າງໆເຫຼົ່ານີ້ໄປເຜົາຢູ່ເທິງແທ່ນ ຄືກັບເຄື່ອງບູຊາດ້ວຍໄຟໃຫ້ພະເຢໂຫວາ.+ ປະໂລຫິດຈະໄຖ່ຄວາມຜິດໃຫ້ຄົນທີ່ເຮັດຜິດນັ້ນ ແລ້ວລາວຈະໄດ້ຮັບການຍົກໂທດ.’”+