ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂກຣິນໂທ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂກຣິນໂທ

      • ຄຳ​ແນະນຳ​ສຳລັບ​ຄົນ​ໂສດ​ແລະ​ຄົນ​ທີ່​ແຕ່ງດອງ​ແລ້ວ (1-16)

      • ໃຫ້​ຢູ່​ໃນ​ສະພາບ​ຄື​ກັບ​ຕອນ​ທີ່​ຖືກ​ເລືອກ (17-24)

      • ຄົນ​ໂສດ​ແລະ​ຄົນ​ທີ່​ເປັນ​ໝ້າຍ (25-40)

        • ຂໍ້​ໄດ້​ປຽບ​ຂອງ​ຄົນ​ທີ່​ເປັນ​ໂສດ (32-35)

        • ແຕ່ງດອງ​ກັບ ‘ຜູ້​ທີ່​ເຊື່ອ​ໃນ​ຜູ້​ເປັນ​ນາຍ’ (39)

1 ໂກຣິນໂທ 7:2

ໄຂເງື່ອນ

  • *

    ຄຳ​ພາສາ​ກຣີກ​ແມ່ນ​ພໍເນຍ. ເບິ່ງ​ຄຳ​ວ່າ “ພໍເນຍ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 5:18, 19
  • +ປຖກ 2:24; ຮຣ 13:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄອບຄົວ ໜ້າ 156-157

1 ໂກຣິນໂທ 7:3

ໄຂເງື່ອນ

  • *

    ໝາຍເຖິງ​ຄວາມ​ສຳພັນ​ທາງ​ເພດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:10; 1ກຣ 7:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄອບຄົວ ໜ້າ 157

    ຊີວິດຕະຫຼອດໄປ ໜ້າ 244

1 ໂກຣິນໂທ 7:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄອບຄົວ ໜ້າ 157-158

1 ໂກຣິນໂທ 7:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຂອງຂວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:10, 11

1 ໂກຣິນໂທ 7:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:39, 40; 9:5

1 ໂກຣິນໂທ 7:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ທຊ 4:4, 5; 1ຕມ 5:11, 14

1 ໂກຣິນໂທ 7:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 5:32; 19:6

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 13

1 ໂກຣິນໂທ 7:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 10:11; ລກ 16:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 13

1 ໂກຣິນໂທ 7:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:25, 40

1 ໂກຣິນໂທ 7:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 13-14

1 ໂກຣິນໂທ 7:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 13

1 ໂກຣິນໂທ 7:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 14

1 ໂກຣິນໂທ 7:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ປຕ 3:1, 2

1 ໂກຣິນໂທ 7:17

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:7

1 ໂກຣິນໂທ 7:18

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 21:20
  • +ກຈກ 10:45; 15:1, 24; ຄລຕ 5:2

1 ໂກຣິນໂທ 7:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 6:15; ກລຊ 3:11
  • +ປຍຈ 12:13; ຢຣມ 7:23; ຣມ 2:25; ຄລຕ 5:6; 1ຢຮ 5:3

1 ໂກຣິນໂທ 7:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:17

1 ໂກຣິນໂທ 7:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 3:28

1 ໂກຣິນໂທ 7:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 8:36; ຟລມ 15, 16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2386

1 ໂກຣິນໂທ 7:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 6:19, 20; ຮຣ 9:12; 1ປຕ 1:18, 19

1 ໂກຣິນໂທ 7:25

ໄຂເງື່ອນ

  • *

    ຫຼື “ຄົນ​ທີ່​ບໍ່​ເຄີຍ​ແຕ່ງດອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:12, 40

1 ໂກຣິນໂທ 7:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 2:16; ມທ 19:6; ອຟຊ 5:33

1 ໂກຣິນໂທ 7:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2020, ໜ້າ 3

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 3-5

1 ໂກຣິນໂທ 7:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 13:11; 1ປຕ 4:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 14

1 ໂກຣິນໂທ 7:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 14

    ຫໍສັງເກດການ

    15/10/2015, ໜ້າ 17-18

1 ໂກຣິນໂທ 7:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

1 ໂກຣິນໂທ 7:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 5:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

1 ໂກຣິນໂທ 7:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 5:5

1 ໂກຣິນໂທ 7:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:12; 1ກຣ 7:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

    ຄອບຄົວ ໜ້າ 15-16

1 ໂກຣິນໂທ 7:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:10, 11

1 ໂກຣິນໂທ 7:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 7:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

1 ໂກຣິນໂທ 7:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 7:2
  • +ປຖກ 24:2, 3; ພບຍ 7:3, 4; ນຮຢ 13:25, 26; 2ກຣ 6:14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ

    9/2022, ໜ້າ 4

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກຣ. 7:2ສພສ 5:18, 19
1ກຣ. 7:2ປຖກ 2:24; ຮຣ 13:4
1ກຣ. 7:3ອພຍ 21:10; 1ກຣ 7:5
1ກຣ. 7:7ມທ 19:10, 11
1ກຣ. 7:81ກຣ 7:39, 40; 9:5
1ກຣ. 7:91ທຊ 4:4, 5; 1ຕມ 5:11, 14
1ກຣ. 7:10ມທ 5:32; 19:6
1ກຣ. 7:11ມຣກ 10:11; ລກ 16:18
1ກຣ. 7:121ກຣ 7:25, 40
1ກຣ. 7:15ຮຣ 12:14
1ກຣ. 7:161ປຕ 3:1, 2
1ກຣ. 7:171ກຣ 7:7
1ກຣ. 7:18ກຈກ 21:20
1ກຣ. 7:18ກຈກ 10:45; 15:1, 24; ຄລຕ 5:2
1ກຣ. 7:19ຄລຕ 6:15; ກລຊ 3:11
1ກຣ. 7:19ປຍຈ 12:13; ຢຣມ 7:23; ຣມ 2:25; ຄລຕ 5:6; 1ຢຮ 5:3
1ກຣ. 7:201ກຣ 7:17
1ກຣ. 7:21ຄລຕ 3:28
1ກຣ. 7:22ຢຮ 8:36; ຟລມ 15, 16
1ກຣ. 7:231ກຣ 6:19, 20; ຮຣ 9:12; 1ປຕ 1:18, 19
1ກຣ. 7:251ກຣ 7:12, 40
1ກຣ. 7:27ມລກ 2:16; ມທ 19:6; ອຟຊ 5:33
1ກຣ. 7:29ຣມ 13:11; 1ປຕ 4:7
1ກຣ. 7:331ຕມ 5:8
1ກຣ. 7:341ຕມ 5:5
1ກຣ. 7:36ມທ 19:12; 1ກຣ 7:28
1ກຣ. 7:37ມທ 19:10, 11
1ກຣ. 7:381ກຣ 7:32
1ກຣ. 7:39ຣມ 7:2
1ກຣ. 7:39ປຖກ 24:2, 3; ພບຍ 7:3, 4; ນຮຢ 13:25, 26; 2ກຣ 6:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
ຄຳພີໄບເບິນສະບັບແປໂລກໃໝ່
1 ໂກຣິນໂທ 7:1-40

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ

7 ໃນ​ເລື່ອງ​ທີ່​ພວກ​ເຈົ້າ​ຂຽນ​ມາ​ຖາມ​ນັ້ນ ຂ້ອຍ​ຂໍ​ຕອບ​ວ່າ ຖ້າ​ຜູ້ຊາຍ​ບໍ່​ມີ​ເພດສຳພັນ​ກັບ​ຜູ້ຍິງ​ກໍ​ດີ​ກວ່າ. 2 ແຕ່​ຍ້ອນ​ການ​ເຮັດ​ຜິດ​ສິນລະທຳ​ທາງເພດ*​ມີ​ຫຼາຍ ໃຫ້​ຜູ້ຊາຍ​ແຕ່​ລະ​ຄົນ​ມີ​ເມຍ+ ແລະ​ໃຫ້​ຜູ້ຍິງ​ແຕ່​ລະ​ຄົນ​ມີ​ຜົວ.+ 3 ຜົວ​ຄວນ​ໃຫ້​ເມຍ​ຕາມ​ທີ່​ເມຍ​ຄວນ​ໄດ້​ຮັບ* ແລະ​ເມຍ​ກໍ​ຄວນ​ໃຫ້​ຜົວ​ຕາມ​ທີ່​ຜົວ​ຄວນ​ໄດ້​ຮັບ.+ 4 ເມຍ​ບໍ່​ໄດ້​ເປັນ​ເຈົ້າຂອງ​ຮ່າງກາຍ​ໂຕເອງ ແຕ່​ຜົວ​ເປັນ​ເຈົ້າຂອງ. ຜົວ​ກໍ​ຄື​ກັນ ບໍ່​ໄດ້​ເປັນ​ເຈົ້າຂອງ​ຮ່າງກາຍ​ໂຕເອງ ແຕ່​ເມຍ​ເປັນ​ເຈົ້າຂອງ. 5 ຢ່າ​ກີດກັນ​ສິດ​ຂອງ​ອີກ​ຝ່າຍ​ໜຶ່ງ ນອກ​ຈາກ​ທັງ​ສອງ​ຄົນ​ຈະ​ຕົກ​ລົງ​ກັນ​ແບບ​ນັ້ນ​ໄລຍະ​ໜຶ່ງ​ເພື່ອ​ທຸ່ມເທ​ໂຕ​ໃນ​ການ​ອະທິດຖານ. ຫຼັງ​ຈາກ​ນັ້ນ​ກໍ​ໃຫ້​ກັບມາ​ຢູ່​ນຳ​ກັນ​ອີກ ເພື່ອ​ຈະ​ບໍ່​ຖືກ​ຊາຕານ​ລໍ້ໃຈ​ຈົນ​ຄວບຄຸມ​ໂຕເອງ​ບໍ່​ໄດ້. 6 ຖ້າ​ພວກ​ເຈົ້າ​ເຮັດ​ໄດ້​ຕາມ​ທີ່​ຂ້ອຍ​ເວົ້າ​ກໍ​ດີ ແຕ່​ນີ້​ບໍ່​ແມ່ນ​ຄຳສັ່ງ. 7 ໃຈ​ຂ້ອຍ​ຢາກ​ໃຫ້​ທຸກ​ຄົນ​ຢູ່​ເປັນ​ໂສດ​ຄື​ຂ້ອຍ ແຕ່​ວ່າ​ແຕ່​ລະ​ຄົນ​ໄດ້​ຮັບ​ພອນ*+​ຈາກ​ພະເຈົ້າ​ບໍ່​ຄື​ກັນ. ບາງຄົນ​ຢູ່​ເປັນ​ໂສດ ສ່ວນ​ບາງຄົນ​ກໍ​ແຕ່ງດອງ.

8 ຕອນນີ້ ຂ້ອຍ​ຂໍ​ເວົ້າ​ກັບ​ຄົນ​ທີ່​ຍັງ​ບໍ່​ແຕ່ງດອງ​ແລະ​ແມ່ໝ້າຍ​ວ່າ ຖ້າ​ພວກ​ເຈົ້າ​ຢູ່​ແບບ​ນີ້​ໄດ້​ຄື​ຂ້ອຍ​ຕໍ່ໄປ​ກໍ​ດີ.+ 9 ແຕ່​ຖ້າ​ຄວບຄຸມ​ໂຕເອງ​ບໍ່​ໄດ້​ກໍ​ໃຫ້​ແຕ່ງດອງ​ໂລດ ເພາະ​ເຮັດ​ແບບນັ້ນ​ກໍ​ດີ​ກວ່າ​ມີ​ໃຈ​ເຜົາ​ຮ້ອນ​ດ້ວຍ​ຕັນຫາ.+

10 ຂ້ອຍ​ຂໍ​ສັ່ງ​ຄົນ​ທີ່​ແຕ່ງດອງ​ແລ້ວ ບໍ່​ແມ່ນ​ຄຳສັ່ງ​ຂອງ​ຂ້ອຍ​ເອງ ແຕ່​ເປັນ​ຄຳສັ່ງ​ຂອງ​ຜູ້​ເປັນ​ນາຍ​ວ່າ ຢ່າ​ໃຫ້​ເມຍ​ໄປ​ຈາກ​ຜົວ.+ 11 ແຕ່​ຖ້າ​ລາວ​ໄປ​ຈາກ​ຜົວ ກໍ​ຢ່າ​ແຕ່ງດອງ​ໃໝ່. ຄັນ​ບໍ່​ຊັ້ນ​ກໍ​ໃຫ້​ລາວ​ກັບ​ໄປ​ຄືນດີ​ກັບ​ຜົວ. ສ່ວນ​ຜົວ​ກໍ​ຢ່າ​ໄປ​ຈາກ​ເມຍ.+

12 ຂ້ອຍ​ຂໍ​ເວົ້າ​ກັບ​ຄົນອື່ນ​ໆ​ຄື​ກັນ ແຕ່​ນີ້​ແມ່ນ​ຂ້ອຍ​ເວົ້າ​ເອງ ບໍ່​ແມ່ນ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ​ເວົ້າ.+ ຂ້ອຍ​ຂໍ​ບອກ​ວ່າ ຖ້າ​ພີ່ນ້ອງ​ຄົນ​ໃດ​ມີ​ເມຍ​ທີ່​ບໍ່​ມີ​ຄວາມເຊື່ອ​ແລະ​ເມຍ​ພໍໃຈ​ຈະ​ຢູ່​ກັບ​ຜົວ ກໍ​ຢ່າ​ໃຫ້​ຜົວ​ຖິ້ມ​ເມຍ. 13 ຖ້າ​ຜູ້ຍິງ​ຄົນ​ໃດ​ມີ​ຜົວ​ທີ່​ບໍ່​ມີ​ຄວາມເຊື່ອ ແລະ​ຜົວ​ພໍໃຈ​ຈະ​ຢູ່​ກັບ​ເມຍ ກໍ​ຢ່າ​ໃຫ້​ເມຍ​ຖິ້ມ​ຜົວ. 14 ຜົວ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ໄດ້​ປະໂຫຍດ​ຍ້ອນ​ຢູ່​ນຳ​ເມຍ ແລະ​ເມຍ​ທີ່​ບໍ່​ມີ​ຄວາມເຊື່ອ​ໄດ້​ປະໂຫຍດ​ຍ້ອນ​ຢູ່​ນຳ​ຜົວ. ຖ້າ​ເຂົາເຈົ້າ​ບໍ່​ຢູ່​ນຳ​ກັນ ພະເຈົ້າ​ກໍ​ຈະ​ຖື​ວ່າ​ລູກ​ຂອງ​ເຂົາເຈົ້າ​ບໍ່​ສະອາດ ແຕ່​ຕອນນີ້ ລູກ​ຂອງ​ເຂົາເຈົ້າ​ບໍລິສຸດ​ແລ້ວ. 15 ແຕ່​ຖ້າ​ຝ່າຍ​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຢາກ​ຈະ​ແຍກ​ໄປ​ກໍ​ໃຫ້​ລາວ​ໄປ​ໂລດ. ເມື່ອ​ເປັນ​ແນວ​ນັ້ນ ຝ່າຍ​ທີ່​ມີ​ຄວາມ​ເຊື່ອ​ກໍ​ບໍ່​ມີ​ຂໍ້​ຜູກມັດ​ທີ່​ຈະ​ຢູ່​ກັບ​ລາວ​ຕໍ່ໄປ ຍ້ອນ​ພະເຈົ້າ​ເອີ້ນ​ພວກ​ເຈົ້າ​ມາ​ໃຫ້​ຢູ່​ຢ່າງ​ສະຫງົບສຸກ.+ 16 ເຈົ້າ​ທີ່​ເປັນ​ເມຍ ຖ້າ​ເຈົ້າ​ຢູ່​ກັບ​ຜົວ​ຕໍ່ໄປ ເຈົ້າ​ອາດຈະ​ຊ່ວຍ​ຜົວ​ໃຫ້​ລອດ​ກໍ​ໄດ້.+ ເຈົ້າ​ທີ່​ເປັນ​ຜົວ ຖ້າ​ເຈົ້າ​ຢູ່​ກັບ​ເມຍ​ຕໍ່ໄປ ເຈົ້າ​ອາດຈະ​ຊ່ວຍ​ເມຍ​ໃຫ້​ລອດ​ກໍ​ໄດ້.

17 ຕອນ​ທີ່​ພະ​ເຢໂຫວາ*​ເລືອກ​ເຈົ້າ​ໃຫ້​ມາ​ເຊື່ອ​ເພິ່ນ ບໍ່​ວ່າ​ເພິ່ນ​ຍອມ​ໃຫ້​ເຈົ້າ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ໃຊ້​ຊີວິດ​ແບບ​ນັ້ນ​ຕໍ່ໄປ.+ ຂ້ອຍ​ຂໍ​ສັ່ງ​ແບບ​ນີ້​ກັບ​ທຸກ​ປະຊາຄົມ​ຄື​ກັນ. 18 ຖ້າ​ຜູ້ຊາຍ​ຄົນ​ໃດ​ຮັບ​ສິນຕັດ*​ກ່ອນ​ທີ່​ລາວ​ຈະ​ມາ​ເຊື່ອ​ພະເຈົ້າ+ ກໍ​ໃຫ້​ລາວ​ຢູ່​ແບບນັ້ນ​ຕໍ່ໄປ. ແຕ່​ຖ້າ​ຜູ້ຊາຍ​ຄົນ​ໃດ​ບໍ່​ໄດ້​ຮັບ​ສິນຕັດ​ກ່ອນ​ທີ່​ຈະ​ມາ​ເຊື່ອ​ພະເຈົ້າ ກໍ​ຢ່າ​ໃຫ້​ລາວ​ຮັບ​ສິນຕັດ.+ 19 ຊິ​ຮັບ​ສິນຕັດ​ຫຼື​ບໍ່​ຮັບ​ກໍ​ບໍ່​ສຳຄັນ​ດອກ.+ ສິ່ງ​ທີ່​ສຳຄັນ​ແມ່ນ​ການ​ເຮັດ​ຕາມ​ຄຳສັ່ງ​ຂອງ​ພະເຈົ້າ.+ 20 ຕອນ​ທີ່​ພະເຈົ້າ​ເລືອກ ແຕ່​ລະ​ຄົນ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ຢູ່​ໃນ​ສະພາບ​ນັ້ນ​ຕໍ່ໄປ.+ 21 ຖ້າ​ພະເຈົ້າ​ເລືອກ​ເຈົ້າ​ຕອນ​ທີ່ເປັນ​ທາດຢູ່​ກໍ​ບໍ່​ຕ້ອງ​ອຸກໃຈ+ ແຕ່​ຖ້າ​ມີ​ໂອກາດ​ເປັນ​ອິດສະຫຼະ​ໄດ້​ກໍ​ໃຫ້​ເຮັດ​ໂລດ. 22 ຄົນ​ທີ່​ເປັນ​ທາດ​ຕອນ​ທີ່​ຖືກ​ເລືອກ​ໃຫ້​ມາ​ເປັນ​ລູກສິດ​ຂອງ​ຜູ້​ເປັນ​ນາຍ ກໍ​ກາຍ​ເປັນ​ຄົນ​ທີ່​ໄດ້​ຮັບ​ອິດສະຫຼະ​ແລະ​ເປັນ​ຄົນ​ຂອງ​ຜູ້​ເປັນ​ນາຍ.+ ສ່ວນ​ຄົນ​ທີ່​ມີ​ອິດສະຫຼະ​ຕອນ​ທີ່​ຖືກ​ເລືອກ ກໍ​ກາຍ​ເປັນ​ທາດ​ຂອງ​ພະຄລິດ. 23 ເຈົ້າ​ຖືກ​ຊື້​ໄວ້​ແລ້ວ​ດ້ວຍ​ລາຄາ​ສູງ+ ຢ່າ​ເປັນ​ທາດ​ຂອງ​ມະນຸດ​ເລີຍ. 24 ພີ່ນ້ອງ​ເອີ້ຍ ຕອນ​ທີ່​ພະເຈົ້າ​ເລືອກ​ເຈົ້າ​ໃຫ້​ມາ​ເຊື່ອ​ເພິ່ນ ຜູ້​ໃດ​ຢູ່​ໃນ​ສະພາບ​ໃດ​ກໍ​ໃຫ້​ຢູ່​ໃນ​ສະພາບ​ນັ້ນ ແລະ​ໃຫ້​ຮັກສາ​ສາຍສຳພັນ​ກັບ​ພະເຈົ້າ​ຕໍ່ໄປ.

25 ຕອນນີ້ ຂ້ອຍ​ຂໍ​ເວົ້າ​ກັບ​ຄົນ​ໂສດ*​ຄື​ກັນ. ຂ້ອຍ​ບໍ່​ໄດ້​ຮັບ​ຄຳສັ່ງ​ຫຍັງ​ຈາກ​ຜູ້​ເປັນ​ນາຍ ແຕ່​ຂ້ອຍ​ຂໍ​ໃຫ້​ຄວາມ​ເຫັນ+​ໃນ​ຖານະ​ຜູ້​ສັດຊື່​ຄົນ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ເມດຕາ​ຈາກ​ຜູ້​ເປັນ​ນາຍ. 26 ເມື່ອ​ຄິດເຖິງ​ສະໄໝ​ນີ້​ທີ່​ມີ​ແຕ່​ຄວາມ​ຍາກ​ລຳບາກ ຂ້ອຍ​ຈຶ່ງ​ເຫັນ​ວ່າ​ດີ​ແລ້ວ​ທີ່​ເຈົ້າ​ຈະ​ເປັນ​ແບບ​ທີ່​ເປັນ​ຢູ່​ໃນ​ຕອນນີ້​ຕໍ່ໄປ. 27 ຖ້າ​ເຈົ້າ​ມີ​ເມຍ ຢ່າ​ຫາ​ເລື່ອງ​ຖິ້ມ​ເມຍ.+ ຖ້າ​ຕອນນີ້​ເຈົ້າ​ບໍ່​ມີ​ເມຍ​ແລ້ວ ກໍ​ຢ່າ​ຄິດ​ຊອກຫາ​ເມຍ​ໃໝ່. 28 ຖ້າ​ເຈົ້າ​ຈະ​ແຕ່ງດອງ ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ ແລະ​ຖ້າ​ຄົນ​ໂສດ​ຈະ​ແຕ່ງດອງ ລາວ​ກໍ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ. ແຕ່​ຂໍ​ໃຫ້​ຮູ້​ວ່າ​ຄົນ​ທີ່​ແຕ່ງດອງ​ຈະ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ຊີວິດ ແລະ​ຂ້ອຍ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເຈິ​ກັບ​ສິ່ງ​ເຫຼົ່ານັ້ນ.

29 ພີ່ນ້ອງ​ເອີ້ຍ ຂ້ອຍ​ຂໍ​ບອກ​ພວກ​ເຈົ້າ​ວ່າ​ເວລາ​ເຫຼືອ​ໜ້ອຍ​ແລ້ວ.+ ຕັ້ງແຕ່​ນີ້​ໄປ ໃຫ້​ຄົນ​ທີ່​ມີ​ເມຍ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ມີ​ເມຍ 30 ໃຫ້​ຄົນ​ທີ່​ໂສກເສົ້າ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໂສກເສົ້າ ໃຫ້​ຄົນ​ທີ່​ດີໃຈ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ດີໃຈ ໃຫ້​ຄົນ​ທີ່​ຊື້​ສິ່ງ​ຂອງ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ເຈົ້າຂອງ​ສິ່ງ​ເຫຼົ່ານັ້ນ 31 ແລະ​ໃຫ້​ຄົນ​ທີ່​ໃຊ້​ປະໂຫຍດ​ຈາກ​ໂລກ​ນີ້​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ໄດ້​ໃຊ້​ຢ່າງ​ເຕັມທີ ຍ້ອນ​ໂລກ​ນີ້​ກຳລັງ​ປ່ຽນ​ໄປ​ຄື​ກັບ​ລະຄອນ​ປ່ຽນ​ສາກ. 32 ທີ່ຈິງ ຂ້ອຍ​ບໍ່​ຢາກ​ໃຫ້​ມີ​ຫຍັງ​ມາ​ເຮັດ​ໃຫ້​ພວກເຈົ້າ​ຕ້ອງ​ກັງວົນ. ຄົນ​ທີ່​ບໍ່​ແຕ່ງດອງ​ກໍ​ຈະ​ສົນໃຈ​ແຕ່​ເລື່ອງ​ຂອງ​ຜູ້​ເປັນ​ນາຍ​ເພື່ອ​ເອົາ​ໃຈ​ເພິ່ນ. 33 ແຕ່​ຜູ້​ຊາຍ​ທີ່​ແຕ່ງດອງ​ແລ້ວ​ກໍ​ຈະ​ກັງວົນ​ເລື່ອງ​ສິ່ງ​ຈຳເປັນ​ຂອງ​ຄອບຄົວ+​ເພື່ອ​ເຮັດ​ໃຫ້​ເມຍ​ພໍໃຈ 34 ແລະ​ໃຈ​ຂອງ​ລາວ​ກໍ​ຖືກ​ແບ່ງ​ແຍກ. ສ່ວນ​ຜູ້​ຍິງ​ທີ່​ບໍ່​ແຕ່ງດອງ​ຫຼື​ສາວ​ບໍລິສຸດ​ກໍ​ສົນໃຈ​ແຕ່​ເລື່ອງ​ຂອງ​ຜູ້​ເປັນ​ນາຍ+​ວ່າ​ຈະ​ເຮັດ​ແນວ​ໃດ​ໃຫ້​ໂຕເອງ​ບໍລິສຸດ​ທັງ​ຮ່າງກາຍ​ແລະ​ຈິດ​ໃຈ. ແຕ່​ຜູ້​ຍິງ​ທີ່​ແຕ່ງດອງ​ແລ້ວ​ກໍ​ຈະ​ກັງວົນ​ເລື່ອງ​ສິ່ງ​ຈຳເປັນ​ຂອງ​ຄອບຄົວ​ເພື່ອ​ເຮັດ​ໃຫ້​ຜົວ​ພໍໃຈ. 35 ຂ້ອຍ​ເວົ້າ​ແບບ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ພວກ​ເຈົ້າ ບໍ່​ແມ່ນ​ເພື່ອ​ຈະ​ບັງຄັບ​ພວກ​ເຈົ້າ ແຕ່​ເພື່ອ​ໃຫ້​ພວກ​ເຈົ້າ​ເຮັດ​ສິ່ງ​ທີ່​ເໝາະສົມ ແລະ​ເພື່ອ​ໃຫ້​ພວກ​ເຈົ້າ​ຮັບໃຊ້​ຜູ້​ເປັນ​ນາຍ​ດ້ວຍ​ສຸດ​ຫົວໃຈ​ສະເໝີ​ໂດຍ​ບໍ່​ມີ​ສິ່ງ​ໃດ​ມາ​ຂັດຂວາງ.

36 ແຕ່​ຖ້າ​ຜູ້​ໃດ​ຄິດ​ວ່າ​ຈະ​ຄວບຄຸມ​ໂຕເອງ​ບໍ່​ໄດ້​ຖ້າ​ຍັງ​ເປັນ​ໂສດ​ຕໍ່ໄປ ແລະ​ລາວ​ກາຍ​ໄວ​ໜຸ່ມ​ສາວ​ໄປ​ແລ້ວ ກໍ​ໃຫ້​ລາວ​ແຕ່ງດອງ​ຕາມ​ທີ່​ລາວ​ຕ້ອງການ.+ ຖ້າ​ເຮັດ​ແບບນັ້ນ​ລາວ​ກໍ​ບໍ່​ໄດ້​ເຮັດ​ຜິດ. 37 ແຕ່​ຜູ້​ໃດ​ທີ່​ຕັ້ງໃຈ​ແທ້​ໆ​ແລ້ວ​ວ່າ​ຈະ​ຢູ່​ເປັນ​ໂສດ​ແລະ​ຄິດ​ວ່າ​ບໍ່​ຈຳເປັນ​ຕ້ອງ​ແຕ່ງດອງ ຖ້າ​ລາວ​ຄວບຄຸມ​ໂຕເອງ​ໄດ້​ແລະ​ຍຶດ​ໝັ້ນ​ກັບ​ການ​ຕັດສິນໃຈ​ນັ້ນ ລາວ​ກໍ​ເຮັດ​ດີ​ແລ້ວ.+ 38 ຄົນ​ທີ່​ແຕ່ງດອງ​ກໍ​ເຮັດ​ດີ​ຄື​ກັນ ແຕ່​ຄົນ​ທີ່​ຢູ່​ເປັນ​ໂສດ​ກໍ​ເຮັດ​ດີ​ກວ່າ.+

39 ເມຍ​ຕ້ອງ​ຢູ່​ກັບ​ຜົວ​ໄປ​ຕະຫຼອດ​ຊີວິດ+ ແຕ່​ຖ້າ​ຜົວ​ຕາຍ​ແລ້ວ ເມຍ​ກໍ​ມີ​ອິດສະຫຼະ​ທີ່​ຈະ​ແຕ່ງດອງ​ກັບ​ໃຜ​ກໍ​ໄດ້​ທີ່​ລາວ​ຕ້ອງການ ຖ້າ​ຜູ້​ນັ້ນ​ເຊື່ອ​ໃນ​ຜູ້​ເປັນ​ນາຍ.+ 40 ແຕ່​ຂ້ອຍ​ຄິດ​ວ່າ​ຖ້າ​ລາວ​ຢູ່​ຄົນ​ດຽວ​ຕໍ່ໄປ​ກໍ​ຈະ​ມີ​ຄວາມສຸກ​ຫຼາຍ​ກວ່າ ແລະ​ຂ້ອຍ​ໝັ້ນໃຈ​ວ່າ​ພະລັງ​ຂອງ​ພະເຈົ້າ​ຊີ້ນຳ​ຂ້ອຍ​ໃຫ້​ແນະນຳ​ແບບ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌