ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 4
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ການ​ກົດຂີ່​ຂົ່ມເຫງ​ໂຫດຮ້າຍ​ກວ່າ​ຄວາມ​ຕາຍ (1-3)

      • ຄວາມຄິດ​ທີ່​ສົມດຸນ​ກ່ຽວກັບ​ການ​ເຮັດວຽກ (4-6)

      • ເຫັນ​ຄຸນຄ່າ​ຂອງ​ໝູ່ (7-12)

        • ສອງ​ຄົນ​ດີ​ກວ່າ​ຄົນດຽວ (9)

      • ຊີວິດ​ຂອງ​ກະສັດ​ບໍ່​ມີ​ປະໂຫຍດ (13-16)

ປັນຍາຈານ 4:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 69:20; 142:4

ປັນຍາຈານ 4:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 3:17; ປຍຈ 2:17

ປັນຍາຈານ 4:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:18
  • +ປຍຈ 1:14

ປັນຍາຈານ 4:4

ໄຂເງື່ອນ

  • *

    ຫຼື “ວຽກ​ໜັກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 5:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ອີ່ມໃຈພໍໃຈ ໜ້າ 8

ປັນຍາຈານ 4:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 6:10, 11; 20:4

ປັນຍາຈານ 4:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພັກຜ່ອນ​ໜຶ່ງ​ກຳ​ມື”

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ວຽກ​ໜັກ​ສອງ​ກຳ​ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:16; ສພສ 15:16; 16:8; 17:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຕື່ນເຖີດ!

    2/2014

ປັນຍາຈານ 4:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 27:20; ປຍຈ 5:10
  • +ພສ 39:6; ລກ 12:18-20
  • +ປຍຈ 2:22, 23

ປັນຍາຈານ 4:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:18; ສພສ 27:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

ປັນຍາຈານ 4:12

ໄຂເງື່ອນ

  • *

    ຫຼື “ຈະ​ບໍ່​ຂາດ​ໄວ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຮັກຂອງພະເຈົ້າ” ໜ້າ 111-112

ປັນຍາຈານ 4:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 19:1; 28:6, 16
  • +1ກສ 22:8; 2ຂຄ 25:15, 16

ປັນຍາຈານ 4:14

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ເດັກນ້ອຍ​ທີ່​ສະຫຼາດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:8; ໂຢບ 5:11
  • +ປຖກ 41:14, 40

ປັນຍາຈານ 4:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 4:1ພສ 69:20; 142:4
ປຍຈ. 4:2ໂຢບ 3:17; ປຍຈ 2:17
ປຍຈ. 4:3ຢຣມ 20:18
ປຍຈ. 4:3ປຍຈ 1:14
ປຍຈ. 4:4ຄລຕ 5:26
ປຍຈ. 4:5ສພສ 6:10, 11; 20:4
ປຍຈ. 4:6ພສ 37:16; ສພສ 15:16; 16:8; 17:1
ປຍຈ. 4:8ສພສ 27:20; ປຍຈ 5:10
ປຍຈ. 4:8ພສ 39:6; ລກ 12:18-20
ປຍຈ. 4:8ປຍຈ 2:22, 23
ປຍຈ. 4:9ປຖກ 2:18; ສພສ 27:17
ປຍຈ. 4:13ສພສ 19:1; 28:6, 16
ປຍຈ. 4:131ກສ 22:8; 2ຂຄ 25:15, 16
ປຍຈ. 4:142ຊມ 7:8; ໂຢບ 5:11
ປຍຈ. 4:14ປຖກ 41:14, 40
ປຍຈ. 4:162ຊມ 20:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 4:1-16

ປັນຍາຈານ

4 ຂ້ອຍ​ໄດ້​ຄິດ​ອີກ​ເທື່ອ​ໜຶ່ງ​ກ່ຽວ​ກັບ​ການ​ກົດຂີ່​ຂົ່ມເຫງ​ຕ່າງ​ໆ​ທີ່​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ. ຂ້ອຍ​ເຫັນ​ນ້ຳ​ຕາ​ຂອງ​ຄົນ​ທີ່​ຖືກ​ກົດຂີ່​ແລະ​ເຫັນ​ວ່າ​ບໍ່​ມີ​ໃຜ​ປອບ​ໃຈ​ເຂົາ​ເຈົ້າ​ເລີຍ.+ ພວກ​ທີ່​ກົດຂີ່​ຄົນ​ອື່ນ​ມີ​ອຳນາດ​ຫຼາຍ ແຕ່​ກໍ​ບໍ່​ມີ​ໃຜ​ປອບ​ໃຈ​ຄົນ​ທີ່​ຖືກ​ກົດຂີ່. 2 ຂ້ອຍ​ຈຶ່ງ​ດີໃຈ​ແທນ​ຄົນ​ທີ່​ຕາຍ​ແລ້ວ​ຫຼາຍ​ກວ່າ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່.+ 3 ຄົນ​ທີ່​ຍັງ​ບໍ່​ທັນ​ເກີດ​ມາ​ກໍ​ແຮ່ງ​ດີ​ກວ່າ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ກັບ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່+ ຍ້ອນ​ເຂົາ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ເຫັນ​ສິ່ງ​ຊົ່ວ​ຕ່າງ​ໆ​ທີ່​ຄົນ​ພາກັນ​ເຮັດ​ຢູ່​ໃຕ້​ດວງ​ຕາເວັນ.+

4 ຂ້ອຍ​ໄດ້​ເຫັນ​ອີກ​ວ່າ​ຄວາມ​ພະຍາຍາມ*​ແລະ​ຜົນ​ງານ​ທີ່​ດີ​ໆ​ເກີດ​ຂຶ້ນ​ມາ​ໄດ້​ກໍ​ຍ້ອນ​ຄົນ​ຢາກ​ແຂ່ງ​ຂັນ​ກັນ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.

5 ຄົນ​ໂງ່​ກອດ​ເອິກ​ຢູ່​ຊື່​ໆ​ແລະ​ເຮັດ​ໃຫ້​ໂຕເອງ​ຈິບຫາຍ.+

6 ການ​ໄດ້​ພັກຜ່ອນ​ຈັກ​ໜ້ອຍ​ໜຶ່ງ*​ກໍ​ດີ​ກວ່າ​ການ​ເຮັດ​ວຽກ​ໜັກ*​ແລະ​ແລ່ນ​ໄລ່​ຕາມ​ລົມ.+

7 ຂ້ອຍ​ຄິດ​ກ່ຽວ​ກັບ​ອີກ​ຕົວຢ່າງ​ໜຶ່ງ​ຂອງ​ສິ່ງ​ທີ່​ບໍ່​ມີ​ປະໂຫຍດ​ໃຕ້​ດວງ​ຕາເວັນ. 8 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຢູ່​ຜູ້​ດຽວ. ລາວ​ບໍ່​ມີ​ໝູ່ ບໍ່​ມີ​ລູກ ບໍ່​ມີ​ອ້າຍ​ນ້ອງ ແຕ່​ລາວ​ກໍ​ຍັງ​ເຮັດ​ວຽກ​ໜັກ​ບໍ່​ຢຸດ​ບໍ່​ເຊົາ. ລາວ​ໄດ້​ຊັບ​ສົມບັດ​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ເຄີຍ​ຮູ້​ຈັກ​ພໍ.+ ລາວ​ຄື​ຊິ​ບໍ່​ເຄີຍ​ຖາມ​ໂຕເອງ​ວ່າ: “ຂ້ອຍ​ເຮັດ​ວຽກ​ໜັກ​ຫຼາຍ​ປານ​ນີ້​ເພື່ອ​ໃຜ? ຂ້ອຍ​ເຮັດ​ໃຫ້​ໂຕເອງ​ພາດ​ສິ່ງ​ດີ​ໆ​ໄປ​ເພື່ອ​ໃຜ?”+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ວຽກ​ທີ່​ເຮັດ​ໃຫ້​ເສົ້າໃຈ​ແທ້​ໆ​.+

9 ສອງ​ຄົນ​ກໍ​ດີ​ກວ່າ​ຄົນ​ດຽວ+ ເພາະ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ລາງວັນ​ທີ່​ດີ​ໆ​ສຳລັບ​ວຽກ​ໜັກ​ຂອງ​ເຂົາ​ເຈົ້າ. 10 ຖ້າ​ຄົນ​ໜຶ່ງ​ລົ້ມ ອີກ​ຄົນ​ໜຶ່ງ​ກໍ​ຈະ​ຊ່ວຍ​ລາວ​ໃຫ້​ລຸກ​ຂຶ້ນ​ມາ​ໄດ້. ແຕ່​ຈະ​ເກີດ​ຫຍັງ​ຂຶ້ນ​ຖ້າ​ຄົນ​ໜຶ່ງ​ລົ້ມ​ແລະ​ບໍ່​ມີ​ໃຜ​ຊ່ວຍ​ລາວ​ໃຫ້​ລຸກ​ຂຶ້ນ?

11 ນອກ​ຈາກ​ນັ້ນ ຖ້າ 2 ຄົນ​ນອນ​ຢູ່​ນຳ​ກັນ​ເຂົາ​ເຈົ້າ​ກໍ​ຈະ​ອຸ່ນ ແຕ່​ຖ້າ​ນອນ​ຢູ່​ຄົນ​ດຽວ​ຈະ​ອຸ່ນ​ໄດ້​ແນວ​ໃດ? 12 ຖ້າ​ຢູ່​ຄົນ​ດຽວ​ອາດຈະ​ຖືກ​ຄົນ​ອື່ນ​ເອົາ​ຊະນະ​ໄດ້ ແຕ່​ຖ້າ​ມີ 2 ຄົນ​ກໍ​ຈະ​ສູ້​ໄດ້. ເຊືອກ 3 ກຽວ​ຈະ​ບໍ່​ຂາດ​ງ່າຍ​ໆ​.*

13 ເດັກນ້ອຍ​ທີ່​ທຸກຍາກ​ແຕ່​ເປັນ​ຄົນ​ສະຫຼາດ​ກໍ​ດີ​ກວ່າ​ກະສັດ​ເຖົ້າ​ທີ່​ເປັນ​ຄົນ​ໂງ່+​ທີ່​ບໍ່​ມີ​ເຫດຜົນ​ແລະ​ບໍ່​ຍອມ​ຟັງ​ຄຳ​ເຕືອນ​ອີກ​ຕໍ່​ໄປ.+ 14 ເຖິງ​ວ່າ​ລາວ*​ເກີດ​ມາ​ເປັນ​ຄົນ​ທຸກ​ໃນ​ຊ່ວງ​ທີ່​ກະສັດ​ເຖົ້າ​ປົກຄອງ+ ລາວ​ກໍ​ໄດ້​ອອກ​ຈາກ​ຄຸກ​ມາ​ເປັນ​ກະສັດ.+ 15 ຂ້ອຍ​ຄິດ​ເຖິງ​ທຸກ​ຄົນ​ທີ່​ມີ​ຊີວິດ​ຢູ່​ໃຕ້​ດວງ​ຕາເວັນ​ແລະ​ຄິດ​ເຖິງ​ຊີວິດ​ຂອງ​ກະສັດ​ໜຸ່ມ​ທີ່​ໄດ້​ຂຶ້ນ​ມາ​ປົກຄອງ​ແທນ​ຄົນ​ອື່ນ. 16 ເຖິງ​ວ່າ​ລາວ​ຈະ​ໄດ້​ປົກຄອງ​ປະຊາຊົນ​ຫຼາຍ​ແທ້​ຫຼາຍ​ວ່າ ແຕ່​ຄົນ​ທີ່​ມາ​ນຳ​ຫຼັງ​ກໍ​ຈະ​ບໍ່​ມັກ​ລາວ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ​ຄື​ກັນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌