ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.* ເພງຂອງໂຊໂລໂມນ.
127 ຖ້າພະເຢໂຫວາບໍ່ສ້າງເຮືອນ
ເຖິງວ່າຊ່າງກໍ່ສ້າງຈະເຮັດວຽກໜັກສ່ຳໃດກໍບໍ່ມີປະໂຫຍດ.+
ຖ້າພະເຢໂຫວາບໍ່ປົກປ້ອງເມືອງ+
ເຖິງວ່າຄົນຍາມຈະຕື່ນຢູ່ຕະຫຼອດເວລາກໍບໍ່ມີປະໂຫຍດຫຍັງເລີຍ.
2 ຖ້າພະເຈົ້າບໍ່ອວຍພອນເຈົ້າ ເຖິງວ່າເຈົ້າຈະຕື່ນແຕ່ເຊົ້າໆ
ເຮັດວຽກຈົນເດິກແລະເຮັດວຽກໜັກເພື່ອຊອກຫາອາຫານ
ກໍບໍ່ມີປະໂຫຍດຫຍັງດອກ
ຍ້ອນພະເຈົ້າເບິ່ງແຍງຄົນທີ່ເພິ່ນຮັກແລະໃຫ້ເຂົາເຈົ້ານອນຫຼັບສະບາຍ.+
5 ຄົນທີ່ເອົາລູກທະນູແບບນັ້ນໃສ່ບັ້ງຈົນເຕັມຈະມີຄວາມສຸກ.+
ເຂົາເຈົ້າ*ຈະບໍ່ອັບອາຍຂາຍໜ້າ
ຍ້ອນເຂົາເຈົ້າຈະເວົ້າກັບພວກສັດຕູຢູ່ປະຕູເມືອງ.