ສຸພາສິດ
5 ລູກເອີ້ຍ ໃຫ້ສົນໃຈສະຕິປັນຍາຂອງພໍ່
ໃຫ້ຕັ້ງໃຈຟັງ*ຄວາມເຂົ້າໃຈ+ຂອງພໍ່
2 ເພື່ອລູກຈະປົກປ້ອງຄວາມສາມາດໃນການຄິດຂອງລູກ
ແລະເພື່ອລູກຈະເວົ້າສິ່ງທີ່ຖືກຕ້ອງສະເໝີ.+
5 ຕີນຂອງລາວຍ່າງລົງໄປຫາຄວາມຕາຍ.
ລາວຍ່າງກົງໄປຂຸມຝັງສົບ.*
6 ລາວບໍ່ໄດ້ຄິດເຖິງທາງຂອງຊີວິດເລີຍ.
ລາວຍ່າງເລາະໄປເລາະມາແລະບໍ່ຮູ້ວ່າຊິໄປໃສ.
7 ລູກເອີ້ຍ ຟັງພໍ່ເດີ້
ແລະຢ່າປະຖິ້ມສິ່ງທີ່ພໍ່ເວົ້າ.
8 ໃຫ້ຢູ່ໄກໆຈາກຜູ້ຍິງແບບນັ້ນ
ແລະຢ່າເຂົ້າໄປໃກ້ທາງເຂົ້າເຮືອນຂອງລາວ+
9 ເພື່ອລູກຈະບໍ່ໄດ້ເສຍຊື່ສຽງ+
ແລະຈະບໍ່ຕ້ອງໃຊ້ຊີວິດແບບທົນທຸກ+
10 ເພື່ອຄົນແປກໜ້າຈະບໍ່ໄດ້ເອົາຊັບສົມບັດ*ຂອງລູກໄປຈົນໝົດ+
ແລະສິ່ງທີ່ລູກຫາມາໄດ້ດ້ວຍຄວາມຍາກລຳບາກຈະບໍ່ໄປຢູ່ເຮືອນຂອງຄົນຕ່າງຊາດ.
11 ຄັນບໍ່ຊັ້ນ ລູກຈະຮ້ອງຄາງໃນບັ້ນປາຍຊີວິດຂອງລູກ
ຕອນທີ່ເຫື່ອແຮງແລະຮ່າງກາຍຂອງລູກຊຸດໂຊມ.+
12 ແລ້ວລູກຈະບໍ່ໄດ້ເວົ້າວ່າ: “ຂ້ອຍບໍ່ໜ້າຊັງການສັ່ງສອນເລີຍ.
ໃຈຂອງຂ້ອຍບໍ່ໜ້າຊັງການຕັກເຕືອນເລີຍ.
13 ຂ້ອຍບໍ່ໄດ້ຟັງສຽງຜູ້ທີ່ສອນຂ້ອຍ
ແລະບໍ່ໄດ້ສົນໃຈສິ່ງທີ່ຄູຂ້ອຍສອນ.
14 ຂ້ອຍເກືອບຈະຈິບຫາຍແລ້ວ
ແລະຕ້ອງອັບອາຍຕໍ່ໜ້າໝົດທຸກຄົນ.”+
15 ໃຫ້ລູກກິນນ້ຳຈາກນ້ຳສ້າງຂອງລູກເອງ
ແລະກິນນ້ຳຈາກນ້ຳອອກບໍ່ຂອງລູກ.+
16 ຢ່າໃຫ້ນ້ຳພຸຂອງລູກໄຫຼອອກໄປທາງນອກ
ແລະຢ່າໃຫ້ນ້ຳຫ້ວຍຂອງລູກໄຫຼໄປຕາມເດີ່ນຂອງເມືອງ.+
17 ໃຫ້ນ້ຳເຫຼົ່ານັ້ນເປັນຂອງລູກຜູ້ດຽວ
ແລະຢ່າແບ່ງໃຫ້ຄົນແປກໜ້າ.+
18 ຂໍໃຫ້ນ້ຳພຸ*ຂອງລູກໄດ້ຮັບການອວຍພອນ
ແລະໃຫ້ລູກມີຄວາມສຸກກັບເມຍທີ່ເອົາກັນຕັ້ງແຕ່ຍັງໜຸ່ມ.+
19 ລາວເປັນຄືກັບໂຕກວາງທີ່ໜ້າຮັກແລະເປັນຄືກັບແບ້ປ່າທີ່ສະຫງ່າງາມ.+
ຂໍໃຫ້ໜ້າເອິກຂອງລາວເຮັດໃຫ້ລູກພໍໃຈສະເໝີ.
ຂໍໃຫ້ລູກຫຼົງຮັກລາວຢູ່ເລື້ອຍໆ.+
20 ລູກເອີ້ຍ ລູກຊິໄປຫຼົງໄຫຼຜູ້ຍິງທີ່ຜິດສິນລະທຳ
ແລະໄປກອດໜ້າເອິກຂອງຜູ້ຍິງທີ່ຜິດສິນລະທຳເຮັດຫຍັງ?+
21 ພະເຢໂຫວາເຫັນສິ່ງທີ່ມະນຸດເຮັດ.
ເພິ່ນສົນໃຈທຸກສິ່ງທີ່ເຂົາເຈົ້າເຮັດ.+
22 ຄວາມຜິດຂອງຄົນຊົ່ວເປັນຄືກັບແຮ້ວຈັບລາວ.
ຄວາມບາບຂອງລາວເປັນຄືກັບເຊືອກທີ່ມັດລາວໄວ້.+
23 ລາວຈະຕາຍຍ້ອນບໍ່ຍອມຮັບການສັ່ງສອນ
ແລະລາວຈະເຈີດອອກຈາກທາງຍ້ອນລາວໂງ່ຫຼາຍ.