ເຢເຣມີຢາ
44 ເຢເຣມີຢາໄດ້ຮັບຂ່າວສານຈາກພະເຈົ້າກ່ຽວກັບຄົນຢິວທຸກຄົນທີ່ຢູ່ໃນແຜ່ນດິນເອຢິບ+ ມິກໂດນ+ ຕະປັນເຂດ+ ໂໜບ*+ ແລະແຜ່ນດິນປັດໂຣດ.+ ລາວບອກວ່າ: 2 “ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນເວົ້າວ່າ ‘ພວກເຈົ້າກໍໄດ້ເຫັນຄວາມຈິບຫາຍທີ່ເຮົາໄດ້ເຮັດໃຫ້ເກີດຂຶ້ນກັບເມືອງເຢຣູຊາເລັມ+ແລະເມືອງຕ່າງໆໃນຢູດາແລ້ວ. ຕອນນີ້ ທຸກບ່ອນຮ້າງເປົ່າແລະບໍ່ມີໃຜອາໄສຢູ່ເລີຍ.+ 3 ມັນເປັນແບບນັ້ນກໍຍ້ອນສິ່ງຊົ່ວທີ່ພວກເຈົ້າໄດ້ເຮັດ. ພວກເຈົ້າເຮັດໃຫ້ເຮົາບໍ່ພໍໃຈໂດຍເອົາເຄື່ອງບູຊາໄປໃຫ້ພະເຈົ້າອື່ນ+ແລະຮັບໃຊ້ພະເຈົ້າເຫຼົ່ານັ້ນທີ່ປູ່ຍ່າຕານາຍຂອງພວກເຈົ້າບໍ່ຮູ້ຈັກ.+ 4 ເຮົາໄດ້ສົ່ງຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາມາຫາພວກເຈົ້າເທື່ອແລ້ວເທື່ອອີກ*ເພື່ອບອກວ່າ “ຂໍພວກເຈົ້າຢ່າເຮັດສິ່ງທີ່ເປັນຕາຂີ້ດຽດທີ່ເຮົາຊັງ.”+ 5 ແຕ່ພວກເຈົ້າກໍບໍ່ສົນໃຈແລະບໍ່ຍອມຟັງເຮົາເລີຍ. ພວກເຈົ້າບໍ່ເຊົາເຮັດຊົ່ວແລະຍັງເອົາເຄື່ອງບູຊາໃຫ້ພະເຈົ້າອື່ນຕໍ່ໄປ.+ 6 ເຮົາຈຶ່ງໃຈຮ້າຍຫຼາຍ ແລະຄວາມໃຈຮ້າຍນັ້ນເປັນຄືກັບໄຟທີ່ຈູດເມືອງຕ່າງໆຂອງຢູດາແລະຫົນທາງໃນເມືອງເຢຣູຊາເລັມຈົນພວກມັນກາຍເປັນຊາກຫັກພັງແລະບ່ອນຮ້າງເປົ່າຄືກັບທີ່ເປັນຢູ່ທຸກມື້ນີ້.’+
7 ພະເຢໂຫວາພະເຈົ້າຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ເປັນຫຍັງພວກເຈົ້າຈຶ່ງຕ້ອງເຮັດໃຫ້ໂຕເອງເຈິຄວາມຈິບຫາຍໃຫຍ່ນີ້? ພວກເຈົ້າຢາກໃຫ້ຜູ້ຊາຍ ຜູ້ຍິງ ເດັກນ້ອຍ ແລະແອນ້ອຍຂອງຢູດາຕາຍໄປໝົດຈົນບໍ່ມີໃຜເຫຼືອຢູ່ເລີຍບໍ? 8 ເປັນຫຍັງພວກເຈົ້າເຮັດໃຫ້ເຮົາບໍ່ພໍໃຈໂດຍເອົາເຄື່ອງບູຊາໄປໃຫ້ພະເຈົ້າອື່ນຢູ່ເອຢິບເຊິ່ງເປັນແຜ່ນດິນທີ່ພວກເຈົ້າອາໄສຢູ່? ພວກເຈົ້າຈະຖືກທຳລາຍ ແລະເມື່ອຊາດທັງໝົດໃນໂລກນີ້ເຫັນພວກເຈົ້າ ເຂົາເຈົ້າກໍຈະຕົກໃຈແລະເຍາະເຍີ້ຍພວກເຈົ້າ.+ 9 ຕອນທີ່ຢູ່ໃນແຜ່ນດິນຢູດາແລະຢູ່ຕາມຫົນທາງໃນເມືອງເຢຣູຊາເລັມ ປູ່ຍ່າຕານາຍຂອງພວກເຈົ້າ ພວກກະສັດຂອງຢູດາ+ກັບເມຍຂອງເຂົາເຈົ້າ+ ແລະພວກເຈົ້າກັບເມຍຂອງພວກເຈົ້າໄດ້ເຮັດຊົ່ວຫຍັງໄວ້ແດ່+ ພວກເຈົ້າລືມໄປໝົດແລ້ວບໍ? 10 ຈົນຮອດທຸກມື້ນີ້ພວກເຈົ້າກໍຍັງບໍ່ຖ່ອມໂຕ* ບໍ່ໄດ້ນັບຖືເຮົາ+ ແລະບໍ່ໄດ້ເຮັດຕາມຂໍ້ກຳນົດກົດໝາຍທີ່ເຮົາໄດ້ໃຫ້ພວກເຈົ້າແລະປູ່ຍ່າຕານາຍຂອງພວກເຈົ້າ.’+
11 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນຈຶ່ງບອກວ່າ ‘ເຮົາຕັ້ງໃຈຈະເຮັດໃຫ້ພວກເຈົ້າເຈິຄວາມຈິບຫາຍເພື່ອຈະທຳລາຍຢູດາທັງໝົດ. 12 ເຮົາຈະເຮັດໃຫ້ຄົນຢູດາທີ່ເຫຼືອຢູ່ທີ່ຕັ້ງໃຈຈະໄປຢູ່ເອຢິບຕາຍຢູ່ແຜ່ນດິນນັ້ນ.+ ເຂົາເຈົ້າຈະຖືກຂ້າດ້ວຍດາບແລະຕາຍດ້ວຍຄວາມອຶດຢາກ. ເດັກນ້ອຍຈົນຮອດຜູ້ເຖົ້າກໍຈະຖືກຂ້າດ້ວຍດາບແລະຈະຕາຍຍ້ອນຄວາມອຶດຢາກ. ເຂົາເຈົ້າຈະຖືກສາບແຊ່ງ ຖືກເຮັດໃຫ້ເສຍກຽດ ແລະຖືກຕຳໜິ.+ ຊາດຕ່າງໆທີ່ເຫັນເຂົາເຈົ້າຈະຕົກໃຈແລະຢ້ານຫຼາຍ. 13 ເຮົາຈະລົງໂທດຄົນທີ່ໄປອາໄສຢູ່ເອຢິບດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ*+ຄືກັບທີ່ເຮົາໄດ້ລົງໂທດເຢຣູຊາເລັມ. 14 ຄົນທີ່ເຫຼືອຢູ່ຢູດາທີ່ໄປອາໄສຢູ່ເອຢິບຈະບໍ່ລອດຊີວິດແລະຈະບໍ່ໄດ້ກັບໄປຢູດາອີກ. ເຂົາເຈົ້າຈະຢາກກັບໄປຢູ່ຫັ້ນ ແຕ່ຈະບໍ່ໄດ້ກັບໄປ. ຍົກເວັ້ນບໍ່ເທົ່າໃດຄົນທີ່ໜີໄປໄດ້.’”
15 ພວກຜູ້ຊາຍທີ່ຮູ້ວ່າເມຍຂອງໂຕເອງໄດ້ເອົາເຄື່ອງບູຊາໃຫ້ພະເຈົ້າອື່ນກັບພວກເມຍຂອງເຂົາເຈົ້າຢືນນຳກັນເປັນກຸ່ມໃຫຍ່. ເຂົາເຈົ້າແລະຄົນຢິວຄົນອື່ນໆທີ່ອາໄສຢູ່ປັດໂຣດ+ໃນແຜ່ນດິນເອຢິບ+ຕອບເຢເຣມີຢາວ່າ: 16 “ພວກເຮົາຈະບໍ່ເຮັດຕາມສິ່ງທີ່ເຈົ້າບອກພວກເຮົາໂດຍໃຊ້ຊື່ຂອງພະເຢໂຫວາ. 17 ແຕ່ພວກເຮົາຈະເຮັດຕາມທີ່ໄດ້ເວົ້າໄວ້ແນ່ນອນວ່າພວກເຮົາຈະເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນ*ແລະຈະເທເຄື່ອງບູຊາດື່ມໃຫ້ເພິ່ນ+ ຄືກັບທີ່ພວກເຮົາ ປູ່ຍ່າຕານາຍ ພວກກະສັດ ແລະພວກເຈົ້ານາຍຂອງພວກເຮົາເຄີຍເຮັດຢູ່ຕາມເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຂອງເມືອງເຢຣູຊາເລັມ ຕອນທີ່ພວກເຮົາຢູ່ດີກິນດີແລະມີເງິນໃຊ້ ແລະບໍ່ໄດ້ເຈິຄວາມຈິບຫາຍຫຍັງເລີຍ. 18 ຕັ້ງແຕ່ພວກເຮົາບໍ່ໄດ້ເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະບໍ່ເທເຄື່ອງບູຊາດື່ມໃຫ້ເພິ່ນ ພວກເຮົາກໍບໍ່ເຫຼືອຫຍັງ. ພວກເຮົາຖືກຂ້າດ້ວຍດາບແລະຕາຍດ້ວຍຄວາມອຶດຢາກ.”
19 ພວກເມຍຂອງເຂົາເຈົ້າໄດ້ເວົ້າຕື່ມອີກວ່າ: “ຕອນທີ່ເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະເທເຄື່ອງບູຊາດື່ມໃຫ້ເພິ່ນ ແລະຕອນທີ່ພວກເຮົາເຮັດເຂົ້າໜົມເປັນຮູບລາຊີນີແຫ່ງສະຫວັນ ຜົວຂອງພວກເຮົາກໍອະນຸຍາດໃຫ້ພວກເຮົາເຮັດ.”
20 ແລ້ວເຢເຣມີຢາກໍເວົ້າກັບປະຊາຊົນທັງໝົດ ທັງພວກຜູ້ຊາຍ ພວກເມຍຂອງເຂົາເຈົ້າ ແລະຄົນອື່ນທີ່ມາເວົ້າກັບລາວວ່າ: 21 “ເຄື່ອງບູຊາທີ່ພວກເຈົ້າ ປູ່ຍ່າຕານາຍ ພວກກະສັດ ພວກເຈົ້ານາຍແລະປະຊາຊົນໄດ້ເອົາໃຫ້ພະເຈົ້າອື່ນໃນເມືອງຕ່າງໆຂອງຢູດາແລະຢູ່ຕາມຫົນທາງຕ່າງໆໃນເມືອງເຢຣູຊາເລັມ+ ພະເຢໂຫວາກໍຮູ້ແລະຈື່ໄດ້. 22 ໃນທີ່ສຸດ ພະເຢໂຫວາກໍທົນຄວາມຊົ່ວແລະສິ່ງທີ່ເປັນຕາຂີ້ດຽດຂອງພວກເຈົ້າບໍ່ໄດ້ອີກຕໍ່ໄປ. ແຜ່ນດິນຂອງພວກເຈົ້າຈຶ່ງຮ້າງເປົ່າແລະບໍ່ມີໃຜອາໄສຢູ່ຄືກັບທີ່ເປັນຢູ່ໃນທຸກມື້ນີ້.+ ຄົນອື່ນໆທີ່ເຫັນກໍຕົກໃຈແລະສາບແຊ່ງພວກເຈົ້າ. 23 ມັນເປັນແນວນີ້ກໍຍ້ອນພວກເຈົ້າເອົາເຄື່ອງບູຊາໃຫ້ພະເຈົ້າອື່ນ. ພວກເຈົ້າເຮັດຜິດຕໍ່ພະເຢໂຫວາໂດຍບໍ່ເຊື່ອຟັງພະເຢໂຫວາ ບໍ່ເຮັດຕາມຂໍ້ກຳນົດ ກົດໝາຍ ແລະຂໍ້ເຕືອນໃຈຂອງເພິ່ນ ພວກເຈົ້າຈຶ່ງເຈິຄວາມຈິບຫາຍຄືກັບທີ່ເປັນຢູ່ໃນທຸກມື້ນີ້.”+
24 ເຢເຣມີຢາເວົ້າກັບປະຊາຊົນທັງໝົດແລະພວກຜູ້ຍິງຕໍ່ໄປວ່າ: “ຄົນຢູດາທຸກຄົນທີ່ຢູ່ໃນແຜ່ນດິນເອຢິບເອີ້ຍ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 25 ພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງອິດສະຣາເອນບອກວ່າ ‘ສິ່ງທີ່ພວກເຈົ້າກັບເມຍຂອງພວກເຈົ້າໄດ້ເວົ້າໄວ້ ພວກເຈົ້າກໍໄດ້ເຮັດໄປແລ້ວຕົ໋ວ. ພວກເຈົ້າເວົ້າວ່າ “ພວກເຮົາຈະເຮັດຕາມທີ່ໄດ້ສັນຍາໄວ້ແນ່ນອນວ່າພວກເຮົາຈະເອົາເຄື່ອງບູຊາໃຫ້ລາຊີນີແຫ່ງສະຫວັນແລະເທເຄື່ອງບູຊາດື່ມໃຫ້ເພິ່ນ.”+ ພວກເຈົ້າທີ່ເປັນຜູ້ຍິງກໍຈະເຮັດຕາມທີ່ສັນຍາໄວ້ຢູ່ແລ້ວຕົ໋ວ.’
26 ດັ່ງນັ້ນ ຄົນຢູດາທຸກຄົນທີ່ອາໄສຢູ່ໃນເອຢິບ ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້. ‘ພະເຢໂຫວາບອກວ່າ “ເຮົາສາບານດ້ວຍຊື່ທີ່ຍິ່ງໃຫຍ່ຂອງເຮົາວ່າຈະບໍ່ມີຄົນຢູດາຄົນໃດທີ່ອາໄສຢູ່ໃນເອຢິບໄດ້ໃຊ້ຊື່ຂອງເຮົາເພື່ອສາບານອີກຕໍ່ໄປ.+ ຈະບໍ່ມີໃຜເວົ້າວ່າ ‘ຂ້ອຍຂໍສາບານຕໍ່ໜ້າພະເຢໂຫວາຜູ້ມີຊີວິດຢູ່ ພະເຈົ້າຜູ້ຍິ່ງໃຫຍ່ສູງສຸດ.’+ 27 ຕອນນີ້ ເຮົາກຳລັງເຝົ້າເບິ່ງເຂົາເຈົ້າເພື່ອຈະເຮັດໃຫ້ເຂົາເຈົ້າເຈິແນວບໍ່ດີແລະເຈິຄວາມຈິບຫາຍ.+ ຄົນຢູດາທຸກຄົນທີ່ຢູ່ໃນເອຢິບຈະຖືກຂ້າດ້ວຍດາບແລະຈະຕາຍຍ້ອນຄວາມອຶດຢາກຈົນບໍ່ເຫຼືອຈັກຄົນ.+ 28 ຈະມີບໍ່ເທົ່າໃດຄົນເທົ່ານັ້ນທີ່ລອດຊີວິດຈາກດາບແລະໄດ້ອອກຈາກເອຢິບກັບໄປຢູ່ຢູດາ.+ ຕອນນັ້ນ ຄົນຢູດາທີ່ເຫຼືອຢູ່ເອຢິບຈະໄດ້ຮູ້ວ່າຄຳເວົ້າຂອງໃຜເກີດຂຶ້ນແທ້ ຂອງເຮົາຫຼືຂອງເຂົາເຈົ້າ.”’
29 ພະເຢໂຫວາບອກວ່າ ‘ເຮົາຈະໃຫ້ສັນຍະລັກກັບພວກເຈົ້າເພື່ອສະແດງວ່າເຮົາຈະລົງໂທດພວກເຈົ້າຢູ່ບ່ອນນີ້. ແລ້ວພວກເຈົ້າຈະຮູ້ວ່າຄຳສັນຍາທີ່ບອກວ່າເຮົາຈະເຮັດໃຫ້ພວກເຈົ້າຈິບຫາຍນັ້ນຈະເກີດຂຶ້ນແທ້ແນ່ນອນ. 30 ພະເຢໂຫວາບອກອີກວ່າ “ເຮົາຈະມອບຟາໂຣໂຮຟະຣາກະສັດຂອງເອຢິບໄວ້ໃນມືສັດຕູຂອງລາວແລະຄົນທີ່ຢາກຂ້າລາວ. ຄືກັບທີ່ເຮົາໄດ້ມອບເຊເດກີຢາກະສັດຂອງຢູດາໄວ້ໃນມືຂອງເນບູກາດເນັດຊາ*ກະສັດຂອງບາບີໂລນທີ່ເປັນສັດຕູຂອງລາວແລະເປັນຄົນທີ່ຢາກຂ້າລາວ.”’”+