ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 12
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຂັ້ນ​ຕອນ​ການ​ເຮັດ​ໃຫ້​ໂຕເອງ​ສະອາດ​ຫຼັງ​ຈາກ​ເກີດ​ລູກ (1-8)

ລະບຽບພວກເລວີ 12:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:19

ລະບຽບພວກເລວີ 12:3

ໄຂເງື່ອນ

  • *

    ຕັດ​ໜັງ​ຫຸ້ມ​ປາຍ​ອະໄວຍະວະ​ເພດ​ຊາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:12; 21:4; ລກ 1:59; 2:21, 22; ຢຮ 7:22

ລະບຽບພວກເລວີ 12:6

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:10

ລະບຽບພວກເລວີ 12:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:14; 5:7; 14:21, 22; ລກ 2:24

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 12:2ລລວ 15:19
ລລວ. 12:3ປຖກ 17:12; 21:4; ລກ 1:59; 2:21, 22; ຢຮ 7:22
ລລວ. 12:6ລລວ 1:10
ລລວ. 12:8ລລວ 1:14; 5:7; 14:21, 22; ລກ 2:24
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 12:1-8

ລະບຽບພວກເລວີ

12 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ຖ້າ​ຜູ້​ຍິງ​ຖື​ພາ​ແລະ​ເກີດ​ລູກ​ຊາຍ ຈະ​ຕ້ອງ​ຖື​ວ່າ​ລາວ​ບໍ່​ສະອາດ 7 ມື້. ລາວ​ຈະ​ບໍ່​ສະອາດ​ຄື​ກັບ​ໄລຍະ​ທີ່​ເປັນ​ປະຈຳ​ເດືອນ.+ 3 ໃນ​ມື້​ທີ 8 ລູກ​ຊາຍ​ຂອງ​ລາວ​ຕ້ອງ​ຮັບ​ສິນຕັດ.*+ 4 ລາວ​ຕ້ອງ​ຢູ່​ເຮືອນ​ໄປ​ອີກ 33 ມື້​ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ​ຈາກ​ເລືອດ. ລາວ​ບໍ່​ຄວນ​ຈັບ​ບາຍ​ເຄື່ອງ​ຂອງ​ທີ່​ບໍລິສຸດ ແລະ​ບໍ່​ຄວນ​ໄປ​ບ່ອນ​ບໍລິສຸດ​ຈົນ​ກວ່າ​ຈະ​ຮອດ​ກຳນົດ​ມື້​ຂອງ​ການ​ເຮັດ​ໃຫ້​ໂຕ​ສະອາດ.

5 ຖ້າ​ລາວ​ເກີດ​ລູກສາວ​ຈະ​ຕ້ອງ​ຖື​ວ່າ​ລາວ​ບໍ່​ສະອາດ 14 ມື້. ລາວ​ຈະ​ບໍ່​ສະອາດ​ຄື​ກັບ​ໄລຍະ​ທີ່​ເປັນ​ປະຈຳ​ເດືອນ. ລາວ​ຕ້ອງ​ຢູ່​ເຮືອນ​ໄປ​ອີກ 66 ມື້​ຈຶ່ງ​ຈະ​ຖື​ວ່າ​ລາວ​ສະອາດ​ຈາກ​ເລືອດ. 6 ເມື່ອ​ຜູ້​ຍິງ​ເກີດ​ລູກ​ຊາຍ​ຫຼື​ລູກສາວ ແລະ​ຢູ່​ເຮືອນ​ຈົນ​ຮອດ​ກຳນົດ​ມື້​ທີ່​ເຮັດ​ໃຫ້​ໂຕ​ສະອາດ​ແລ້ວ. ລາວ​ຕ້ອງ​ເອົາ​ແກະ​ໂຕ​ຜູ້​ອາຍຸ 1 ປີ​ໄປ​ເປັນ​ເຄື່ອງ​ບູຊາ​ເຜົາ+ ແລະ​ເອົາ​ນົກ​ເຂົາ​ຫຼື​ນົກ​ກາງແກ​ໄປ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ໄປ​ໃຫ້​ປະໂລຫິດ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.* 7 ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ເຫຼົ່າ​ນັ້ນ​ໄປ​ເຜົາ​ໃຫ້​ພະ​ເຢໂຫວາ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ ແລ້ວ​ຈະ​ຖື​ວ່າ​ລາວ​ສະອາດ​ຈາກ​ເລືອດ​ທີ່​ໄຫຼ​ອອກ​ມາ. ນີ້​ແມ່ນ​ກົດ​ໝາຍ​ສຳລັບ​ຜູ້​ຍິງ​ທີ່​ເກີດ​ລູກ​ຊາຍ​ຫຼື​ລູກສາວ. 8 ຖ້າ​ຜູ້​ໃດ​ບໍ່​ມີ​ເງິນ​ທີ່​ຈະ​ຊື້​ແກະ ລາວ​ຕ້ອງ​ເອົາ​ນົກເຂົາ​ 2 ໂຕ ຫຼື​ນົກກາງແກ​ 2 ໂຕ​ມາ​ໃຫ້​ແທນ.+ ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ ແລະ​ອີກ​ໂຕ​ໜຶ່ງ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ. ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຜູ້​ຍິງ​ຄົນ​ນັ້ນ ແລະ​ຈະ​ຖື​ວ່າ​ລາວ​ສະອາດ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌