ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພວກຜູ້ຕັດສິນ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພວກຜູ້ຕັດສິນ

      • ຕະກູນ​ຢູດາ​ແລະ​ຕະກູນ​ຊີເມໂອນ​ໄດ້​ໄຊ​ຊະນະ (1-​20)

      • ພວກ​ເຢບຸດ​ຍັງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ (21)

      • ລູກ​ຫຼານ​ຂອງ​ໂຢເຊັບ​ຍຶດ​ເມືອງ​ເບເທນ​ໄດ້ (22-​26)

      • ພວກ​ການາອານ​ບໍ່​ໄດ້​ຖືກ​ຂັບ​ໄລ່​ອອກ​ໄປ​ຈົນ​ໝົດ (27-​36)

ພວກຜູ້ຕັດສິນ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:29
  • +ຈຊບ 27:18, 21; ຜຕສ 20:18

ພວກຜູ້ຕັດສິນ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:8; ພບຍ 33:7; 1ຂຄ 5:2

ພວກຜູ້ຕັດສິນ 1:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕອນ​ຂອງ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:1; 19:1, 9

ພວກຜູ້ຕັດສິນ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:3

ພວກຜູ້ຕັດສິນ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:6; ພບຍ 20:17
  • +ປຖກ 15:18-21; ອພຍ 3:8; ຜຕສ 3:5; 1ກສ 9:20, 21

ພວກຜູ້ຕັດສິນ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:8, 12

ພວກຜູ້ຕັດສິນ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:63; ຜຕສ 1:21

ພວກຜູ້ຕັດສິນ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:16; 15:20, 33

ພວກຜູ້ຕັດສິນ 1:10

ໄຂເງື່ອນ

  • *

    “ເຊຊາຍ ອາຮີມານ ແລະ​ຕານມາຍ” ອາດ​ໝາຍເຖິງ​ລູກ​ຫຼານ​ຂອງ​ເຂົາເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:21; 15:13, 14

ພວກຜູ້ຕັດສິນ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:38
  • +ຢຊ 15:15

ພວກຜູ້ຕັດສິນ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:3, 6; 14:24; ພບຍ 1:35, 36; ຢຊ 14:13
  • +ຢຊ 15:16-19

ພວກຜູ້ຕັດສິນ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 3:9
  • +1ຂຄ 4:13

ພວກຜູ້ຕັດສິນ 1:14

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຕົບ​ມື​ເອີ້ນ​ຕອນ​ຢູ່​ຫຼັງ​ລາ”

ພວກຜູ້ຕັດສິນ 1:15

ໄຂເງື່ອນ

  • *

    ແປ​ວ່າ “ອ່າງ​ນ້ຳ”

ພວກຜູ້ຕັດສິນ 1:16

ໄຂເງື່ອນ

  • *

    ຫຼື “ເນເກັບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:1; 4:18; 18:1; ຈຊບ 10:29
  • +ຈຊບ 24:21; ຜຕສ 4:11
  • +ພບຍ 34:3; ຜຕສ 3:13
  • +ຈຊບ 21:1
  • +ຈຊບ 10:29-32

ພວກຜູ້ຕັດສິນ 1:17

ໄຂເງື່ອນ

  • *

    ແປ​ວ່າ “ສິ່ງ​ທີ່​ຕ້ອງ​ທຳລາຍ​ບໍ່​ໃຫ້​ເຫຼືອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 27:29; ພບຍ 20:16
  • +ຢຊ 19:1, 4

ພວກຜູ້ຕັດສິນ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:19; ຢຊ 11:22
  • +ຜຕສ 14:19
  • +ຢຊ 13:1-3; 15:20, 45

ພວກຜູ້ຕັດສິນ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:1; ຢຊ 17:16

ພວກຜູ້ຕັດສິນ 1:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:24; ຢຊ 14:9
  • +ຈຊບ 13:22

ພວກຜູ້ຕັດສິນ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:63; 2ຊມ 5:6

ພວກຜູ້ຕັດສິນ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 14:4
  • +ປຖກ 49:22, 24; ຢຊ 16:1; ພສ 44:3

ພວກຜູ້ຕັດສິນ 1:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:6

ພວກຜູ້ຕັດສິນ 1:24

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພວກເຮົາ​ຊິ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ເຈົ້າ”

ພວກຜູ້ຕັດສິນ 1:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 6:25; 1ຊມ 15:6

ພວກຜູ້ຕັດສິນ 1:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 21:8, 25; ຜຕສ 5:19
  • +ຢຊ 17:11, 12

ພວກຜູ້ຕັດສິນ 1:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:55; ພບຍ 7:2; 20:16; ຢຊ 17:13
  • +ປຖກ 9:25; 1ກສ 9:20, 21

ພວກຜູ້ຕັດສິນ 1:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 16:10; 1ກສ 9:16

ພວກຜູ້ຕັດສິນ 1:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:15, 16
  • +ພບຍ 20:17; ຜຕສ 2:2

ພວກຜູ້ຕັດສິນ 1:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 11:8; 19:28, 31
  • +ຢຊ 19:29, 31
  • +ຢຊ 19:30, 31
  • +ຢຊ 21:8, 31

ພວກຜູ້ຕັດສິນ 1:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:38, 39
  • +ພບຍ 7:2

ພວກຜູ້ຕັດສິນ 1:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:47; ຜຕສ 18:1

ພວກຜູ້ຕັດສິນ 1:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 10:12
  • +ຢຊ 19:42, 48

ພວກຜູ້ຕັດສິນ 1:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 34:2, 4; ຢຊ 15:3, 12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຜຕສ. 1:1ຢຊ 24:29
ຜຕສ. 1:1ຈຊບ 27:18, 21; ຜຕສ 20:18
ຜຕສ. 1:2ປຖກ 49:8; ພບຍ 33:7; 1ຂຄ 5:2
ຜຕສ. 1:3ຢຊ 15:1; 19:1, 9
ຜຕສ. 1:4ພບຍ 9:3
ຜຕສ. 1:5ປຖກ 10:6; ພບຍ 20:17
ຜຕສ. 1:5ປຖກ 15:18-21; ອພຍ 3:8; ຜຕສ 3:5; 1ກສ 9:20, 21
ຜຕສ. 1:7ຢຊ 15:8, 12
ຜຕສ. 1:8ຢຊ 15:63; ຜຕສ 1:21
ຜຕສ. 1:9ຢຊ 11:16; 15:20, 33
ຜຕສ. 1:10ຢຊ 11:21; 15:13, 14
ຜຕສ. 1:11ຢຊ 10:38
ຜຕສ. 1:11ຢຊ 15:15
ຜຕສ. 1:12ຈຊບ 13:3, 6; 14:24; ພບຍ 1:35, 36; ຢຊ 14:13
ຜຕສ. 1:12ຢຊ 15:16-19
ຜຕສ. 1:13ຜຕສ 3:9
ຜຕສ. 1:131ຂຄ 4:13
ຜຕສ. 1:16ອພຍ 3:1; 4:18; 18:1; ຈຊບ 10:29
ຜຕສ. 1:16ຈຊບ 24:21; ຜຕສ 4:11
ຜຕສ. 1:16ພບຍ 34:3; ຜຕສ 3:13
ຜຕສ. 1:16ຈຊບ 21:1
ຜຕສ. 1:16ຈຊບ 10:29-32
ຜຕສ. 1:17ລລວ 27:29; ພບຍ 20:16
ຜຕສ. 1:17ຢຊ 19:1, 4
ຜຕສ. 1:18ປຖກ 10:19; ຢຊ 11:22
ຜຕສ. 1:18ຜຕສ 14:19
ຜຕສ. 1:18ຢຊ 13:1-3; 15:20, 45
ຜຕສ. 1:19ພບຍ 20:1; ຢຊ 17:16
ຜຕສ. 1:20ຈຊບ 14:24; ຢຊ 14:9
ຜຕສ. 1:20ຈຊບ 13:22
ຜຕສ. 1:21ຢຊ 15:63; 2ຊມ 5:6
ຜຕສ. 1:22ຢຊ 14:4
ຜຕສ. 1:22ປຖກ 49:22, 24; ຢຊ 16:1; ພສ 44:3
ຜຕສ. 1:23ປຖກ 35:6
ຜຕສ. 1:25ຢຊ 6:25; 1ຊມ 15:6
ຜຕສ. 1:27ຢຊ 21:8, 25; ຜຕສ 5:19
ຜຕສ. 1:27ຢຊ 17:11, 12
ຜຕສ. 1:28ຈຊບ 33:55; ພບຍ 7:2; 20:16; ຢຊ 17:13
ຜຕສ. 1:28ປຖກ 9:25; 1ກສ 9:20, 21
ຜຕສ. 1:29ຢຊ 16:10; 1ກສ 9:16
ຜຕສ. 1:30ຢຊ 19:15, 16
ຜຕສ. 1:30ພບຍ 20:17; ຜຕສ 2:2
ຜຕສ. 1:31ຢຊ 11:8; 19:28, 31
ຜຕສ. 1:31ຢຊ 19:29, 31
ຜຕສ. 1:31ຢຊ 19:30, 31
ຜຕສ. 1:31ຢຊ 21:8, 31
ຜຕສ. 1:33ຢຊ 19:38, 39
ຜຕສ. 1:33ພບຍ 7:2
ຜຕສ. 1:34ຢຊ 19:47; ຜຕສ 18:1
ຜຕສ. 1:35ຢຊ 10:12
ຜຕສ. 1:35ຢຊ 19:42, 48
ຜຕສ. 1:36ຈຊບ 34:2, 4; ຢຊ 15:3, 12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ພວກຜູ້ຕັດສິນ 1:1-36

ພວກ​ຜູ້ຕັດສິນ

1 ຫຼັງ​ຈາກ​ທີ່​ໂຢຊວຍ​ຕາຍ​ແລ້ວ+ ພວກ​ອິດສະຣາເອນ​ຖາມ​ພະ​ເຢໂຫວາ​ວ່າ:+ “ໃນ​ພວກ​ເຮົາ​ນີ້ ແມ່ນ​ໃຜ​ທີ່​ຄວນ​ຈະ​ຂຶ້ນ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ກ່ອນ?” 2 ພະ​ເຢໂຫວາ​ຕອບ​ວ່າ: “ໃຫ້​ຕະກູນ​ຢູດາ​ຂຶ້ນ​ໄປ​ກ່ອນ+ ແລ້ວ​ເຮົາ​ຈະ​ເອົາ​ດິນ​ໃຫ້​ເຂົາ​ເຈົ້າ.” 3 ຕະກູນ​ຢູດາ​ຈຶ່ງ​ໄປ​ເວົ້າ​ກັບ​ຕະກູນ​ຊີເມໂອນ​ພີ່​ນ້ອງ​ຂອງ​ເຂົາ​ເຈົ້າ​ວ່າ: “ຂໍ​ມາ​ຊ່ວຍ​ພວກ​ເຮົາ​ຕໍ່ສູ້​ກັບ​ພວກ​ການາອານ​ໃນ​ເຂດ​ທີ່​ເປັນ​ດິນ​ມູນ​ຂອງ​ພວກ​ເຮົາ*ແດ່.+ ບາດ​ຮອດ​ທີ​ພວກ​ເຈົ້າ ພວກ​ເຮົາ​ກະ​ຊິ​ຊ່ວຍ​ຕໍ່ສູ້​ກັບ​ສັດຕູ​ໃນ​ເຂດ​ຂອງ​ພວກ​ເຈົ້າ.” ແລ້ວ​ຕະກູນ​ຊີເມໂອນ​ກໍ​ໄປ​ນຳ​ເຂົາ​ເຈົ້າ.

4 ຈາກ​ນັ້ນ ຕະກູນ​ຢູດາ​ໄດ້​ຂຶ້ນ​ໄປ ແລະ​ພະ​ເຢໂຫວາ​ກໍ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ເອົາ​ຊະນະ​ພວກ​ການາອານ​ກັບ​ພວກ​ເປຣິຊີ.+ ເຂົາ​ເຈົ້າ​ຂ້າ​ສັດຕູ​ຕາຍ 10.000 ຄົນ​ຢູ່​ເມືອງ​ເບເຊັກ. 5 ເຂົາ​ເຈົ້າໄດ້​ເຈິ​ອາໂດນີເບເຊັກ​ຢູ່​ຫັ້ນ​ແລະ​ໄດ້​ຕໍ່ສູ້​ກັບ​ລາວ. ເຂົາ​ເຈົ້າ​ໄດ້​ຊະນະ​ພວກ​ການາອານ+ກັບ​ພວກ​ເປຣິຊີ.+ 6 ຕອນ​ທີ່​ອາໂດນີເບເຊັກ​ໜີ​ໄປ ເຂົາ​ເຈົ້າ​ຈັບ​ລາວ​ໄດ້ ແລະ​ຕັດ​ໂປ້​ມື​ໂປ້​ຕີນ​ຂອງ​ລາວ​ທັງ​ສອງ​ເບື້ອງ. 7 ອາໂດນີເບເຊັກ​ເລີຍ​ເວົ້າ​ວ່າ: “ຂ້ອຍ​ເອງກໍ​ເຄີຍ​ຕັດ​ໂປ້​ມື​ກັບ​ໂປ້​ຕີນ​ຂອງ​ກະສັດ 70 ອົງ​ມາ​ແລ້ວ ແລະ​ໃຫ້​ພວກ​ເຂົາ​ກິນ​ເສດ​ອາຫານ​ຢູ່​ກ້ອງ​ໂຕະ​ຂອງ​ຂ້ອຍ. ຕອນ​ນີ້ ພະເຈົ້າ​ເຮັດ​ກັບ​ຂ້ອຍ​ຄື​ກັບ​ທີ່​ຂ້ອຍ​ໄດ້​ເຮັດ​ກັບ​ພວກ​ເຂົາ.” ແລ້ວ​ເຂົາ​ເຈົ້າ​ໄດ້​ເອົາ​ອາໂດນີເບເຊັກ​ໄປ​ເມືອງ​ເຢຣູຊາເລັມ+ ແລະ​ລາວ​ກໍ​ຕາຍ​ຢູ່​ຫັ້ນ.

8 ພວກ​ລູກ​ຫຼານ​ຂອງ​ຢູດາ​ໄດ້​ໄປ​ໂຈມຕີ​ເມືອງ​ເຢຣູຊາເລັມ+ແລະ​ຍຶດ​ເມືອງ​ນັ້ນ​ໄດ້. ເຂົາ​ເຈົ້າ​ຂ້າ​ຄົນ​ໃນ​ເມືອງ​ແລະ​ເຜົາ​ເມືອງ​ນັ້ນ. 9 ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ຢູ່​ເຂດ​ພູ ເຂດ​ເນເກັບ ແລະ​ເຂດ​ເຊເຟລາ.+ 10 ແລ້ວ​ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ທີ່​ຢູ່​ເມືອງ​ເຮັບໂຣນ. (ແຕ່​ກີ້​ເມືອງ​ເຮັບໂຣນ​ມີ​ຊື່​ວ່າ​ກີຣິອາດອາຣະບາ.) ເຂົາ​ເຈົ້າ​ໄດ້​ຂ້າ​ເຊຊາຍ ອາຮີມານ ແລະຕານມາຍ.*+

11 ຕໍ່ມາ ເຂົາ​ເຈົ້າ​ກໍ​ໄປ​ຕໍ່ສູ້​ກັບ​ຄົນ​ໃນ​ເມືອງ​ເດບີ.+ (ແຕ່​ກີ້​ເມືອງ​ເດບີ​ມີ​ຊື່​ວ່າ​ກີຣິອາດເສເຟ.)+ 12 ແລ້ວ​ກາເລັບ​+ກໍ​ເວົ້າ​ວ່າ: “ຜູ້​ໃດ​ທີ່​ຍຶດ​ເມືອງ​ກີຣິອາດເສເຟ​ໄດ້ ຂ້ອຍ​ຊິ​ຍົກ​ອັກສາ​ລູກສາວ​ຂອງ​ຂ້ອຍ​ໃຫ້​ຜູ້​ນັ້ນ.”+ 13 ແລ້ວ​ໂອດນີເອນ​+ລູກ​ຊາຍ​ຂອງ​ເກນັດ+ທີ່​ເປັນ​ນ້ອງຊາຍ​ຂອງ​ກາເລັບ​ກໍ​ຍຶດ​ເມືອງ​ນັ້ນ​ໄດ້. ກາເລັບ​ຈຶ່ງ​ຍົກ​ອັກສາ​ລູກສາວ​ຂອງ​ໂຕເອງ​ໃຫ້​ເປັນ​ເມຍ​ຂອງ​ໂອດນີເອນ. 14 ຕອນ​ທີ່​ອັກສາ​ຊິ​ເມືອ​ເຮືອນ​ນຳ​ຜົວ ລາວ​ພະຍາຍາມ​ໃຫ້​ຜົວ​ຂໍ​ດິນ​ກັບ​ພໍ່​ຂອງ​ລາວ ລາວ​ຈຶ່ງ​ລົງ​ຈາກ​ຫຼັງ​ລາ​ໄປ​ຫາ​ພໍ່​ເອງ.* ກາເລັບ​ຖາມ​ລາວ​ວ່າ: “ລູກ​ຢາກ​ໄດ້​ຫຍັງ?” 15 ລາວ​ຕອບ​ພໍ່​ວ່າ: “ຂໍ​ພໍ່​ອວຍພອນ​ແລະ​ເອົາ​ຂອງຂວັນ​ໃຫ້​ລູກ​ແດ່. ດິນ​ທີ່​ພໍ່​ຍົກ​ໃຫ້​ລູກ​ຢູ່​ທາງ​ທິດໃຕ້​ຫັ້ນ​ມັນ​ແຫ້ງ​ແລ້ງ ຂໍ​ພໍ່​ຍົກ​ກຸນໂລມາອິມ*ໃຫ້​ລູກ​ນຳ.” ກາເລັບ​ຈຶ່ງ​ຍົກ​ກຸນໂລ​ເທິງ​ກັບ​ກຸນໂລ​ລຸ່ມ​ໃຫ້​ລາວ.

16 ລູກ​ຫຼານ​ຂອງ​ພໍ່​ເຖົ້າ​ຂອງ​ໂມເຊ+ທີ່​ເປັນ​ຄົນ​ເກນີ​+ໄດ້​ອອກ​ຈາກ​ເມືອງ​ແຫ່ງ​ຕົ້ນປາມ​+ພ້ອມ​ກັບ​ຄົນ​ໃນ​ຕະກູນ​ຢູດາ. ເຂົາ​ເຈົ້າ​ເດີນ​ທາງ​ໄປ​ບ່ອນ​ກັນດານ​ຢູດາ​ທີ່​ຢູ່​ທາງ​ທິດໃຕ້*ຂອງ​ເມືອງ​ອາຣັດ+ແລະ​ອາໄສ​ຢູ່​ຫັ້ນ.+ 17 ແຕ່​ຕະກູນ​ຢູດາ​ກັບ​ຕະກູນ​ຊີເມໂອນ​ທີ່​ເປັນ​ພີ່​ນ້ອງ​ກັນ​ກໍ​ໄດ້​ໄປ​ຕໍ່ສູ້​ກັບ​ພວກ​ການາອານ​ທີ່​ຢູ່​ເມືອງ​ເຊ​ຟັດ ແລະ​ທຳລາຍ​ເມືອງ​ນັ້ນ​ຈົນ​ເຫຼືອ​ແຕ່​ຊາກ​ຫັກ​ພັງ+ ແລ້ວ​ເຂົາ​ເຈົ້າ​ຕັ້ງ​ຊື່​ໃຫ້​ເມືອງ​ນັ້ນ​ວ່າ​ໂຮມາ.*+ 18 ຫຼັງ​ຈາກ​ນັ້ນ ຕະກູນ​ຢູດາ​ກໍ​ໄປ​ຍຶດ​ເອົາ​ເມືອງ​ຄາຊາ+ ເມືອງ​ອາຊະກາໂລນ+ ແລະ​ເມືອງ​ເອັກໂຣນ+ ລວມ​ທັງ​ເຂດ​ຂອງ​ເມືອງ​ເຫຼົ່າ​ນັ້ນ. 19 ພະ​ເຢໂຫວາ​ຢູ່​ນຳ​ຕະກູນ​ຢູດາ. ເຂົາ​ເຈົ້າ​ຍຶດ​ເຂດ​ພູ​ໄດ້ ແຕ່​ເຂົາ​ເຈົ້າ​ໄລ່​ຄົນ​ທີ່​ຢູ່​ທົ່ງພຽງ​ອອກ​ໄປ​ບໍ່​ໄດ້ ເພາະ​ພວກ​ນັ້ນ​ມີ​ລົດ​ຮົບ​ທີ່​ມີ​ມີດ​ເຫຼັກ​ຍາວ​ຕິດ​ຢູ່​ກົງ​ລໍ້.+ 20 ຕະກູນ​ຢູດາ​ເອົາ​ເມືອງ​ເຮັບໂຣນ​ໃຫ້​ກາເລັບ​ຕາມ​ທີ່​ໂມເຊ​ສັນຍາ​ໄວ້.+ ກາເລັບ​ໄດ້​ຂັບ​ໄລ່ລູກ​ຫຼານ 3 ຄົນ​ຂອງ​ອານາກອອກ​ໄປ​ຈາກ​ເມືອງ​ນັ້ນ.+

21 ແຕ່​ຕະກູນ​ເບັນຢາມິນ​ບໍ່​ໄດ້​ຂັບ​ໄລ່​ພວກ​ເຢບຸດ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ອອກ​ໄປ. ພວກ​ເຢບຸດ​ຈຶ່ງ​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ກັບ​ຄົນ​ໃນ​ຕະກູນ​ເບັນຢາມິນ​ຈົນ​ຮອດ​ທຸກ​ມື້​ນີ້.+

22 ຕອນ​ນັ້ນ ລູກ​ຫຼານ​ຂອງ​ໂຢເຊັບ​+ໄດ້​ຂຶ້ນ​ໄປ​ຕໍ່ສູ້​ເມືອງ​ເບເທນ ແລະ​ພະ​ເຢໂຫວາ​ກໍ​ຢູ່​ນຳ​ເຂົາ​ເຈົ້າ.+ 23 ລູກ​ຫຼານ​ຂອງ​ໂຢເຊັບໄດ້​ໄປ​ສອດແນມ​ເມືອງ​ເບເທນ. (ແຕ່​ກີ້ເມືອງ​ນີ້​ມີ​ຊື່​ວ່າ​ລູເຊ.)+ 24 ພວກ​ທີ່​ໄປ​ສອດແນມ​ເຫັນ​ຜູ້​ຊາຍ​ຄົນ​ໜຶ່ງ​ອອກ​ມາ​ຈາກ​ເມືອງ. ເຂົາ​ເຈົ້າ​ຈຶ່ງ​ເວົ້າ​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ: “ຖ້າ​ເຈົ້າ​ບອກ​ວິທີ​ເຂົ້າ​ເມືອງ​ນີ້​ໃຫ້​ພວກ​ເຮົາ ພວກ​ເຮົາ​ຊິ​ບໍ່​ຂ້າເຈົ້າ.”* 25 ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເລີຍ​ບອກ​ວິທີ​ເຂົ້າ​ເມືອງ​ໃຫ້​ພວກ​ຄົນ​ສອດແນມ​ຮູ້. ເຂົາ​ເຈົ້າ​ເອົາ​ດາບ​ຂ້າ​ຄົນ​ຢູ່​ໃນ​ເມືອງ​ນັ້ນ ແຕ່​ປ່ອຍ​ຜູ້​ຊາຍ​ຄົນ​ນັ້ນ​ກັບ​ຄອບຄົວ​ຂອງ​ລາວ​ໄປ.+ 26 ຜູ້​ຊາຍ​ຄົນ​ນັ້ນ​ກໍ​ເລີຍ​ໄປ​ຢູ່​ແຜ່ນດິນ​ຂອງ​ພວກ​ເຮດ ໄປ​ສ້າງ​ເມືອງ​ໜຶ່ງ​ຢູ່​ຫັ້ນ​ແລະ​ຕັ້ງ​ຊື່​ເມືອງ​ວ່າ​ລູເຊ. ເມືອງ​ນັ້ນ​ຖືກ​ເອີ້ນ​ແນວ​ນັ້ນ​ຈົນ​ຮອດ​ທຸກ​ມື້​ນີ້.

27 ຕະກູນ​ມານາເຊ​ບໍ່​ໄດ້​ຍຶດ​ເອົາ​ເມືອງ​ເບັດເຊອານ ເມືອງ​ຕາອານັກ+ ເມືອງ​ໂດເຣ ເມືອງ​ອິບເລອາມ ເມືອງ​ເມກິດໂດ ແລະ​ເມືອງ​ນ້ອຍ​ໆ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຫຼົ່າ​ນັ້ນ.+ ພວກ​ການາອານ​ຈຶ່ງ​ຍັງ​ອາໄສ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ. 28 ເມື່ອ​ພວກ​ອິດສະຣາເອນ​ມີ​ຄົນ​ຫຼາຍ​ແລະ​ມີ​ກຳລັງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ອອກ​ໄປ​ຈົນ​ໝົດ+ ແຕ່​ພັດ​ໃຊ້​ພວກ​ເຂົາ​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ.+

29 ຕະກູນ​ເອຟຣາຢິມ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ທີ່​ຢູ່​ເມືອງ​ເກເຊ​ອອກ​ໄປ. ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ໃນ​ເມືອງ​ເກເຊ​ຕໍ່​ໄປ.+

30 ຕະກູນ​ເຊບູລູນ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ເມືອງ​ກີດໂຣນ​ແລະ​ເມືອງ​ນາຮາໂລນ+ອອກ​ໄປ. ພວກ​ການາອານ​ຈຶ່ງ​ຍັງ​ຢູ່​ນຳ​ເຂົາ​ເຈົ້າ​ຕໍ່​ໄປ ແລະ​ຖືກ​ໃຊ້​ໃຫ້ເຮັດ​ວຽກ​ໜັກຄື​ກັບ​ທາດ.+

31 ຕະກູນ​ອາເຊ​ບໍ່​ໄດ້​ຂັບ​ໄລ່​ຄົນ​ທີ່​ຢູ່​ໃນ​ເມືອງ​ອັກໂກ ເມືອງ​ຊີໂດນ+ ເມືອງ​ອາຮະລາບ ເມືອງ​ອັກຊິບ+ ເມືອງ​ເຮັນບາ ເມືອງ​ອາຟິກ+ ແລະ​ເມືອງ​ເຣໂຮບ+ອອກ​ໄປ. 32 ຄົນ​ໃນ​ຕະກູນ​ອາເຊ​ຈຶ່ງ​ຍັງ​ຢູ່​ກັບ​ພວກ​ການາອານ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ ຍ້ອນ​ເຂົາ​ເຈົ້າ​ບໍ່​ໄດ້​ຂັບ​ໄລ່​ພວກ​ການາອານ​ອອກ​ໄປ.

33 ຕະກູນ​ນັບທາລີ​ບໍ່​ໄດ້​ຂັບ​ໄລ່​ຄົນ​ໃນ​ເມືອງ​ເບັດເຊເມັດ​ແລະ​ເມືອງ​ເບັດອານາດ+ອອກ​ໄປ. ຄົນ​ໃນ​ຕະກູນ​ນັບທາລີ​ຈຶ່ງ​ຍັງ​ຢູ່​ກັບ​ພວກ​ການາອານ​ໃນ​ແຜ່ນດິນ​ນັ້ນ​ຕໍ່​ໄປ.+ ຄົນ​ໃນ​ເມືອງ​ເບັດເຊເມັດ​ແລະ​ເມືອງ​ເບັດອານາດ​ຖືກ​ຕະກູນ​ນັບທາລີ​ໃຊ້​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ.

34 ພວກ​ອາໂມ​ບໍ່​ຍອມ​ໃຫ້​ຄົນ​ໃນ​ຕະກູນ​ດານ​ລົງ​ມາ​ຢູ່​ທົ່ງພຽງ ເຂົາ​ເຈົ້າ​ຈຶ່ງ​ຕ້ອງ​ຢູ່​ໃນ​ເຂດ​ພູ​ຕໍ່​ໄປ.+ 35 ສ່ວນ​ພວກ​ອາໂມ​ກໍ​ຍັງ​ຢູ່​ພູ​ເຮເລດ ຢູ່​ໃນ​ເມືອງ​ອາຢາໂລນ+ ແລະ​ເມືອງ​ຊາອານບີມ​+ຕໍ່​ໄປ. ແຕ່​ເມື່ອ​ລູກ​ຫຼານ​ຂອງ​ໂຢເຊັບ​ມີ​ຄົນ​ຫຼາຍ​ແລະ​ມີ​ກຳລັງ​ຫຼາຍ​ຂຶ້ນ ເຂົາ​ເຈົ້າ​ກໍ​ໃຊ້​ພວກ​ອາໂມ​ໃຫ້​ເຮັດ​ວຽກ​ໜັກ​ຄື​ກັບ​ທາດ. 36 ເຂດ​ແດນ​ຂອງ​ພວກ​ອາໂມ​ເລີ່ມ​ຈາກ​ບ່ອນ​ທີ່​ຈະຂຶ້ນ​ໄປ​ອັກຣັບບີມ+ ແລະ​ຈາກ​ເສລາ​ໄປ​ຈົນຮອດ​ເຂດ​ພູ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌