ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະນິມິດ 11
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະນິມິດ

      • ພະຍານ 2 ຄົນ (1-13)

        • ນຸ່ງ​ຜ້າ​ເນື້ອ​ຫຍາບ​ພະຍາກອນ​ເປັນ​ເວລາ 1.260 ມື້ (3)

        • ຖືກ​ຂ້າ​ແຕ່​ສົບ​ບໍ່​ໄດ້​ຖືກ​ຝັງ (7-10)

        • ຟື້ນ​ຂຶ້ນ​ມາ​ອີກ​ຫຼັງ​ຈາກ 3 ມື້​ເຄິ່ງ (11, 12)

      • ຄວາມ​ເດືອດຮ້ອນ​ທີ 2 ຜ່ານ​ໄປ ຄວາມ​ເດືອດຮ້ອນ​ທີ 3 ກຳລັງ​ຈະ​ມາ (14)

      • ການ​ເປົ່າ​ແກ​ອັນ​ທີ 7  (15-19)

        • ອຳນາດ​ກະສັດ​ຂອງ​ຜູ້​ເປັນ​ນາຍ​ຂອງ​ເຮົາ​ແລະ​ຂອງ​ພະຄລິດ (15)

        • ຄົນ​ທີ່​ທຳລາຍ​ໂລກ​ຈະ​ຖືກ​ທຳລາຍ (18)

ພະນິມິດ 11:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2408, 2497

ພະນິມິດ 11:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 21:2
  • +ພນມ 13:5

ພະນິມິດ 11:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 3

ພະນິມິດ 11:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 4:3, 11
  • +ຊຄຢ 4:12; ມທ 5:14
  • +ຊຄຢ 4:14

ພະນິມິດ 11:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 4:25
  • +1ກສ 17:1; ຢກບ 5:17
  • +ອພຍ 7:19

ພະນິມິດ 11:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 12:17; 13:7

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2020, ໜ້າ 6

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 3

ພະນິມິດ 11:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 11:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 3

ພະນິມິດ 11:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 37:5, 10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 3

ພະນິມິດ 11:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 9:12

ພະນິມິດ 11:15

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ໝາຍເຖິງ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 8:6
  • +1ຂຄ 29:11; ພສ 22:28; ດນອ 4:17, 34; ພນມ 12:10
  • +ພສ 2:6; ດນອ 7:13, 14; ລກ 1:32, 33; 22:28, 29; 2ປຕ 1:11
  • +ພສ 145:13; ດນອ 2:44

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ນະມັດສະການ ໜ້າ 93-94

ພະນິມິດ 11:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:10

ພະນິມິດ 11:17

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ກ5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 1:4; 16:5
  • +ພສ 99:1; ຊຄຢ 14:9; ພນມ 19:6

ພະນິມິດ 11:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 11:6
  • +ອມ 3:7; ຮຣ 1:1; ຢກບ 5:10
  • +ປຖກ 6:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    1/5/2011, ໜ້າ 8

    ຄວາມຮູ້ ໜ້າ 105

    ຊີວິດຕະຫຼອດໄປ ໜ້າ 137

ພະນິມິດ 11:19

ໄຂເງື່ອນ

  • *

    ໝາຍເຖິງ​ຫ້ອງ​ບໍລິສຸດ​ທີ່​ສຸດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:1, 6; ຮຣ 8:1, 2; 9:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພນມ. 11:1ອຊກ 40:3
ພນມ. 11:2ພນມ 21:2
ພນມ. 11:2ພນມ 13:5
ພນມ. 11:4ຊຄຢ 4:3, 11
ພນມ. 11:4ຊຄຢ 4:12; ມທ 5:14
ພນມ. 11:4ຊຄຢ 4:14
ພນມ. 11:6ລກ 4:25
ພນມ. 11:61ກສ 17:1; ຢກບ 5:17
ພນມ. 11:6ອພຍ 7:19
ພນມ. 11:7ພນມ 12:17; 13:7
ພນມ. 11:9ພນມ 11:11
ພນມ. 11:11ອຊກ 37:5, 10
ພນມ. 11:14ພນມ 9:12
ພນມ. 11:15ພນມ 8:6
ພນມ. 11:151ຂຄ 29:11; ພສ 22:28; ດນອ 4:17, 34; ພນມ 12:10
ພນມ. 11:15ພສ 2:6; ດນອ 7:13, 14; ລກ 1:32, 33; 22:28, 29; 2ປຕ 1:11
ພນມ. 11:15ພສ 145:13; ດນອ 2:44
ພນມ. 11:16ພນມ 4:10
ພນມ. 11:17ພນມ 1:4; 16:5
ພນມ. 11:17ພສ 99:1; ຊຄຢ 14:9; ພນມ 19:6
ພນມ. 11:18ຮຣ 11:6
ພນມ. 11:18ອມ 3:7; ຮຣ 1:1; ຢກບ 5:10
ພນມ. 11:18ປຖກ 6:11
ພນມ. 11:191ກສ 8:1, 6; ຮຣ 8:1, 2; 9:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ພະນິມິດ 11:1-19

ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ

11 ຈາກນັ້ນ ຂ້ອຍ​ໄດ້​ຮັບ​ໄມ້​ອໍ້​ລຳ​ໜຶ່ງ​ທີ່​ຄື​ກັບ​ໄມ້​ແທກ+​ແລະ​ມີ​ສຽງ​ບອກ​ຂ້ອຍ​ວ່າ: “ລຸກ​ຂຶ້ນ ໄປ​ແທກ​ບ່ອນ​ສັກສິດ​ຂອງ​ວິຫານ​ຂອງ​ພະເຈົ້າ​ກັບ​ແທ່ນ​ບູຊາ ແລະ​ນັບ​ຈຳນວນ​ຄົນ​ທີ່​ກຳລັງ​ນະມັດສະການ​ຢູ່​ຫັ້ນ. 2 ແຕ່​ເດີ່ນ​ທີ່​ຢູ່​ທາງ​ນອກ​ບ່ອນ​ສັກສິດ​ຂອງ​ວິຫານ​ບໍ່​ຕ້ອງ​ແທກ ຍ້ອນ​ເດີ່ນ​ນັ້ນ​ໄດ້​ເອົາ​ໃຫ້​ຄົນ​ຕ່າງ​ຊາດ​ແລ້ວ ແລະ​ເຂົາເຈົ້າ​ຈະ​ຢຽບ​ເມືອງ​ບໍລິສຸດ+​ເປັນ​ເວລາ 42 ເດືອນ+​ຈົນ​ແປ. 3 ເຮົາ​ຈະ​ໃຫ້​ພະຍານ​ຂອງ​ເຮົາ 2 ຄົນ​ນຸ່ງ​ຜ້າ​ເນື້ອ​ຫຍາບ​ພະຍາກອນ​ເປັນ​ເວລາ 1.260 ມື້.” 4 ພະຍານ 2 ຄົນ​ນີ້​ໝາຍ​ເຖິງ​ຕົ້ນ​ໝາກກອກ 2 ຕົ້ນ+​ກັບ​ຂາ​ຕະກຽງ 2 ອັນ+ ແລະ​ເຂົາເຈົ້າ​ຢືນ​ຢູ່​ຕໍ່​ໜ້າ​ຜູ້​ເປັນ​ເຈົ້າ​ຂອງ​ໂລກ.+

5 ຖ້າ​ຜູ້​ໃດ​ຈະ​ທຳຮ້າຍ​ພະຍານ 2 ຄົນ​ນີ້ ຈະ​ມີ​ໄຟ​ອອກ​ຈາກ​ປາກ​ຂອງ​ທັງ​ສອງ​ຄົນ​ມາ​ເຜົາ​ທຳລາຍ​ສັດຕູ​ນັ້ນ. ຜູ້​ໃດ​ທີ່​ຈະ​ທຳຮ້າຍ​ເຂົາເຈົ້າ ກໍ​ຈະ​ຕ້ອງ​ຖືກ​ຂ້າ​ແບບ​ນັ້ນ​ແຫຼະ. 6 ພະຍານ 2 ຄົນ​ນີ້​ມີ​ອຳນາດ​ຈະ​ປິດ​ທ້ອງຟ້າ+​ບໍ່​ໃຫ້​ຝົນ​ຕົກ+​ໃນ​ເວລາ​ທີ່​ພະຍາກອນ​ຢູ່. ເຂົາເຈົ້າ​ມີ​ອຳນາດ​ເຮັດ​ໃຫ້​ນ້ຳ​ຢູ່​ທຸກ​ບ່ອນ​ກາຍ​ເປັນ​ເລືອດ+ ແລະ​ເຮັດ​ໃຫ້​ເກີດ​ໄພພິບັດ​ຕ່າງ​ໆ​ໃນ​ໂລກ​ຈັກ​ເທື່ອ​ກໍ​ໄດ້​ຕາມ​ທີ່​ເຂົາເຈົ້າ​ຕ້ອງການ.

7 ເມື່ອ​ເຂົາເຈົ້າ​ເຮັດ​ວຽກ​ປະກາດ​ແລ້ວ​ໆ​ ສັດ​ຮ້າຍ​ທີ່​ຂຶ້ນ​ມາ​ຈາກ​ເຫວ​ເລິກ​ຈະ​ເຮັດ​ສົງຄາມ​ກັບ 2 ຄົນ​ນີ້. ສັດ​ຮ້າຍ​ໂຕ​ນັ້ນ​ຈະ​ຊະນະ​ແລະ​ຂ້າ​ເຂົາເຈົ້າ.+ 8 ສົບ​ຂອງ​ທັງ​ສອງ​ຄົນ​ຈະ​ຢູ່​ເທິງ​ທາງ​ໃຫຍ່​ໃນ​ເມືອງ​ໃຫຍ່​ທີ່​ຊື່​ໂຊໂດມ​ແລະ​ເອຢິບ​ເຊິ່ງ​ເປັນ​ຊື່​ທີ່​ມີ​ຄວາມ​ໝາຍ​ເປັນ​ໄນ. ຜູ້​ເປັນ​ນາຍ​ຂອງ​ເຂົາເຈົ້າ​ໄດ້​ຖືກ​ປະຫານ​ເທິງ​ເສົາ​ຢູ່​ຫັ້ນ​ຄື​ກັນ. 9 ຄົນ​ຈາກ​ຫຼາຍ​ຊົນຊາດ ຫຼາຍ​ຕະກູນ ຫຼາຍ​ພາສາ ແລະ​ປະເທດ​ຕ່າງ​ໆ​ຈະ​ແນມ​ເບິ່ງ​ສົບ​ຂອງ​ທັງ​ສອງ​ຄົນ​ນັ້ນ​ເປັນ​ເວລາ 3 ມື້​ເຄິ່ງ+ ແລະ​ບໍ່​ຍອມ​ໃຫ້​ເອົາ​ສົບ​ຂອງ​ເຂົາເຈົ້າ​ໄປ​ໄວ້​ໃນ​ບ່ອນ​ຝັງ​ສົບ. 10 ຄົນ​ທີ່​ຢູ່​ໃນ​ໂລກ​ຈະ​ພາກັນ​ດີໃຈ​ແລະ​ສະຫຼອງ​ທີ່ 2 ຄົນ​ນັ້ນ​ຕາຍ​ແລ້ວ. ເຂົາເຈົ້າ​ຈະ​ສົ່ງ​ຂອງຂວັນ​ໃຫ້​ກັນ​ຍ້ອນ​ຜູ້​ພະຍາກອນ 2 ຄົນ​ນັ້ນ​ເຄີຍ​ທໍລະມານ​ຄົນ​ທີ່​ຢູ່​ໃນ​ໂລກ.

11 ຫຼັງ​ຈາກ 3 ມື້​ເຄິ່ງ​ຜ່ານ​ໄປ ພະລັງ​ຊີວິດ​ຈາກ​ພະເຈົ້າ​ກໍ​ເຂົ້າ​ໄປ​ໃນ​ໂຕ​ພະຍານ 2 ຄົນ​ນັ້ນ+ ເຂົາເຈົ້າ​ຈຶ່ງ​ລຸກ​ຂຶ້ນ​ຢືນ ແລະ​ເມື່ອ​ຄົນ​ເຫັນ​ກໍ​ພາກັນ​ຢ້ານ​ຫຼາຍ. 12 ທັງ​ສອງ​ຄົນ​ໄດ້​ຍິນ​ສຽງ​ດັງ​ຈາກ​ຟ້າ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຂຶ້ນ​ມາ​ເທິງ​ພີ້.” ເຂົາເຈົ້າ​ຈຶ່ງ​ຂຶ້ນ​ໄປ​ເທິງ​ຟ້າ​ແລ້ວ​ເຂົ້າ​ໄປ​ໃນ​ຂີ້ເຝື້ອ ແລະ​ພວກ​ສັດຕູ​ກໍ​ແນມ​ເບິ່ງ​ຢູ່. 13 ໃນ​ຕອນ​ນັ້ນ​ກໍ​ເກີດ​ແຜ່ນ​ດິນ​ໄຫວ​ໃຫຍ່​ເຊິ່ງ​ເຮັດ​ໃຫ້ 1 ສ່ວນ 10 ຂອງ​ເມືອງ​ນັ້ນ​ພັງ​ລົງ​ມາ ແລະ​ຄົນ​ທີ່​ຕາຍ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ​ມີ 7.000 ຄົນ. ສ່ວນ​ຄົນ​ອື່ນ​ໆ​ກໍ​ຢ້ານ​ແລະ​ຍ້ອງຍໍ​ສັນລະເສີນ​ພະເຈົ້າ​ຜູ້​ຢູ່​ໃນ​ສະຫວັນ.

14 ຄວາມ​ເດືອດຮ້ອນ​ທີ 2+ ຜ່ານ​ໄປ​ແລ້ວ. ຖ້າເບິ່ງ​ເດີ້! ຄວາມ​ເດືອດຮ້ອນ​ທີ 3 ກຳລັງ​ຈະ​ມາ.

15 ເມື່ອ​ທູດສະຫວັນ​ອົງ​ທີ 7 ເປົ່າ​ແກ+ ມີ​ສຽງ​ດັງ​ຂຶ້ນ​ໃນ​ສະຫວັນ​ເວົ້າ​ວ່າ: “ຕອນນີ້ ອຳນາດ​ກະສັດ​ເໜືອ​ໂລກ​ນີ້​ເປັນຂອງ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ+​ແລະ​ເປັນ​ຂອງ​ຜູ້​ທີ່​ພະເຈົ້າ​ເລືອກ​ໃຫ້​ເປັນ​ພະ​ຄລິດ​ແລ້ວ+ ແລະ​ເພິ່ນ*​ຈະ​ປົກຄອງ​ເປັນ​ກະສັດ​ຕະຫຼອດ​ໄປ.”+

16 ຜູ້ປົກຄອງ 24 ຄົນ+​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ຕໍ່​ໜ້າ​ພະເຈົ້າ​ກໍ​ໝູບ​ລົງ​ນະມັດສະການ​ພະເຈົ້າ. 17 ເຂົາເຈົ້າ​ເວົ້າ​ວ່າ: “ຂອບໃຈ​ພະ​ເຢໂຫວາ*​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ ຜູ້​ມີ​ຊີວິດ​ຢູ່​ຕອນ​ນີ້+​ແລະ​ມີ​ຊີວິດ​ຢູ່​ໃນ​ອະດີດ ຍ້ອນ​ພະອົງ​ໄດ້​ໃຊ້​ອຳນາດ​ຍິ່ງໃຫຍ່​ຂອງ​ພະອົງ​ແລະ​ເລີ່ມ​ປົກຄອງ​ເປັນ​ກະສັດ​ແລ້ວ.+ 18 ແຕ່​ຊາດ​ຕ່າງ​ໆ​ພາກັນ​ໃຈ​ຮ້າຍ ແລະ​ພະອົງ​ສະແດງ​ຄວາມ​ໃຈ​ຮ້າຍ​ອອກ​ມາ. ແລ້ວ​ກໍ​ຮອດ​ເວລາ​ກຳນົດ​ທີ່​ພະອົງ​ຈະ​ຕັດສິນ​ຄົນ​ຕາຍ ແລະ​ຈະ​ໃຫ້​ລາງວັນ+​ພວກ​ຜູ້​ພະຍາກອນ+​ທີ່​ເປັນ​ທາດ​ຂອງ​ພະອົງ​ແລະ​ພວກ​ຜູ້​ບໍລິສຸດ​ກັບ​ຄົນ​ທີ່​ຢ້ານຢຳ​ຊື່​ຂອງ​ພະອົງ ເຊິ່ງ​ມີ​ທັງ​ຄົນ​ທຳມະດາ​ແລະ​ຄົນ​ທີ່​ມີ​ອຳນາດ ແລະ​ຮອດ​ເວລາ​ແລ້ວ​ທີ່​ພະອົງ​ຈະ​ທຳລາຍ​ຄົນ​ທີ່​ທຳລາຍ​ໂລກ​ນີ້.”+

19 ແລ້ວ​ບ່ອນ​ບໍລິສຸດ*​ໃນ​ວິຫານ​ຂອງ​ພະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ. ໃນ​ບ່ອນ​ບໍລິສຸດ​ນັ້ນ ຂ້ອຍ​ເຫັນ​ຫີບ​ສັນຍາ​ຂອງ​ເພິ່ນ.+ ຈາກນັ້ນ​ກໍ​ມີ​ຟ້າ​ແມບ ສຽງ​ເວົ້າ ສຽງ​ຟ້າ​ຮ້ອງ ແຜ່ນ​ດິນ​ໄຫວ ແລະ​ໝາກ​ເຫັບ​ຮ່າ​ໃຫຍ່.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌