ອົບພະຍົບ
36 “ເບຊາເລນຈະເຮັດວຽກກັບໂອໂຮລຽບແລະພວກຊ່າງທີ່ມີສີມືທຸກຄົນທີ່ໄດ້ຮັບສະຕິປັນຍາແລະຄວາມເຂົ້າໃຈຈາກພະເຢໂຫວາ. ເຂົາເຈົ້າທຸກຄົນຮູ້ວິທີເຮັດທຸກສິ່ງທຸກຢ່າງສຳລັບເຕັ້ນສັກສິດຕາມທີ່ພະເຢໂຫວາສັ່ງ.”+
2 ໂມເຊເອີ້ນເບຊາເລນ ໂອໂຮລຽບ ແລະພວກຊ່າງທີ່ມີສີມືທຸກຄົນທີ່ພະເຢໂຫວາໃຫ້ສະຕິປັນຍາມາຫາລາວ.+ ທຸກຄົນສະໝັກໃຈມາເຮັດວຽກນີ້.+ 3 ເຂົາເຈົ້າກໍເອົາເຄື່ອງນຳໂມເຊທີ່ພວກອິດສະຣາເອນເອົາມາໃຫ້+ເພື່ອຊິໃຊ້ເຄື່ອງຂອງເຫຼົ່ານັ້ນສຳລັບເຕັ້ນສັກສິດ. ແຕ່ທຸກໆເຊົ້າພວກອິດສະຣາເອນກໍເຕັມໃຈເອົາເຄື່ອງຂອງຕ່າງໆມາໃຫ້ຫຼາຍຂຶ້ນເລື້ອຍໆ.
4 ເມື່ອເຂົາເຈົ້າເລີ່ມເຮັດວຽກສຳລັບເຕັ້ນສັກສິດ ພວກຊ່າງທີ່ມີສີມືທຸກຄົນກໍພາກັນມາຊ່ວຍວຽກແບບບໍ່ຂາດສາຍ. 5 ເຂົາເຈົ້າບອກໂມເຊວ່າ: “ປະຊາຊົນເອົາເຄື່ອງສຳລັບເຮັດວຽກຕາມທີ່ພະເຢໂຫວາສັ່ງໄວ້ມາໃຫ້ຫຼາຍໂພດແລ້ວເດີ້.” 6 ໂມເຊກໍເລີຍອອກຄຳສັ່ງໃຫ້ປະກາດໄປທົ່ວຄ້າຍພັກວ່າ: “ບໍ່ຕ້ອງເອົາເຄື່ອງມາໃຫ້ສຳລັບວຽກເຮັດເຕັ້ນສັກສິດອີກແລ້ວ.” ເມື່ອພວກອິດສະຣາເອນໄດ້ຍິນແບບນັ້ນກໍບໍ່ມີໃຜເອົາເຄື່ອງມາໃຫ້ອີກ. 7 ເຄື່ອງຂອງທີ່ຈະເອົາມາໃຊ້ສຳລັບວຽກທຸກຢ່າງມີຫຼາຍພໍແລ້ວ ແລະມີຫຼາຍຈົນເຫຼືອຊ້ຳ.
8 ພວກຊ່າງທີ່ມີສີມື+ກໍຊ່ວຍກັນເຮັດຜ້າເຕັ້ນສັກສິດ+ ດ້ວຍຜ້າ 10 ຜືນຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ແລະດ້າຍ*ສີແດງສົດ. ລາວ*ແສ່ວຮູບເຄຣູບໃສ່ຜ້າທຸກຜືນ.+ 9 ຜ້າທຸກຜືນມີຂະໜາດສ່ຳກັນໝົດຄື ຍາວ 28 ສອກ* ແລະກວ້າງ 4 ສອກ.* 10 ລາວເອົາຜ້າ 5 ຜືນມາຫຍິບຕໍ່ກັນເປັນຜ້າຜືນໃຫຍ່ຜືນໜຶ່ງ ແລະອີກ 5 ຜືນກໍເຮັດຄືກັນ. 11 ລາວເອົາດ້າຍສີຟ້າມາເຮັດບ້ວງໃສ່ຂ້າງໜຶ່ງຂອງຜ້າຜືນທຳອິດ ຂ້າງທີ່ຈະຕໍ່ກັບອີກຜືນໜຶ່ງ ແລະຜ້າອີກຜືນໜຶ່ງລາວກໍເຮັດບ້ວງໃສ່ຄືກັນເພື່ອຈະໄດ້ຕໍ່ກັບຜ້າຜືນທຳອິດ. 12 ລາວເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ອີກຂ້າງໜຶ່ງຂອງຜ້າຜືນທີສອງ. ເມື່ອຕໍ່ກັນບ້ວງຂອງຜ້າທັງສອງຜືນຈະຢູ່ເຄິ່ງກັນພໍດີ. 13 ແລ້ວລາວກໍເຮັດຂໍເກາະ 50 ຂໍດ້ວຍຄຳ ແລະເອົາມາເກາະຜ້າ 2 ຜືນຕໍ່ກັນ ເພື່ອໃຫ້ຜ້າຂອງເຕັ້ນສັກສິດຕໍ່ກັນເປັນຜືນດຽວ.
14 ລາວເອົາຂົນແບ້ມາເຮັດຜ້າ 11 ຜືນເພື່ອປົກເຕັ້ນສັກສິດ.+ 15 ຜ້າ 11 ຜືນນີ້ມີຂະໜາດສ່ຳກັນໝົດຄື ຍາວ 30 ສອກ* ແລະກວ້າງ 4 ສອກ.* 16 ລາວເອົາຜ້າ 5 ຜືນມາຕໍ່ກັນເປັນຜືນໜຶ່ງ ແລະລາວກໍເອົາອີກ 6 ຜືນມາຕໍ່ກັນເປັນຜືນໜຶ່ງ. 17 ແລ້ວລາວກໍເຮັດບ້ວງ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທຳອິດ ແລະເຮັດອີກ 50 ບ້ວງໃສ່ຂອບຂ້າງໜຶ່ງຂອງຜ້າຜືນທີສອງບ່ອນທີ່ຜ້າ 2 ຜືນຕໍ່ກັນ. 18 ລາວເຮັດຂໍເກາະ 50 ຂໍດ້ວຍທອງແດງ ແລະເອົາຂໍເກາະມາເກາະບ້ວງເຂົ້າກັນເພື່ອຕໍ່ຜ້າເປັນຜືນດຽວ.
19 ລາວເຮັດຜ້າປົກເຕັ້ນອີກຜືນໜຶ່ງດ້ວຍໜັງແກະໂຕຜູ້ຍ້ອມສີແດງ ແລະເຮັດອີກຜືນໜຶ່ງດ້ວຍໜັງແມວນ້ຳເພື່ອເອົາໄປປົກທັບໄວ້ອີກຊັ້ນໜຶ່ງ.+
20 ແລ້ວລາວກໍເອົາໄມ້ອະຄາເຊຍ+ມາເຮັດໂຄງຝາຂອງເຕັ້ນສັກສິດແລະເອົາມາຕັ້ງໄວ້.+ 21 ແຕ່ລະປ່ອງຂອງໂຄງຝາ ສູງ 10 ສອກ* ແລະກວ້າງ 1 ສອກເຄິ່ງ.* 22 ຢູ່ສົ້ນລຸ່ມຂອງແຕ່ລະປ່ອງຂອງໂຄງຝາຈະເຮັດເປັນຫົວສຸບ 2 ຫົວ. ໂຄງຝາຂອງເຕັ້ນສັກສິດແຕ່ລະປ່ອງລາວເຮັດແບບນີ້ຄືກັນໝົດ. 23 ລາວເຮັດໂຄງຝາ 20 ປ່ອງສຳລັບຝາຂອງເຕັ້ນສັກສິດທີ່ຢູ່ທາງທິດໃຕ້. 24 ລາວເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນເພື່ອຊິໄດ້ເອົາໂຄງຝາ 20 ປ່ອງມາສຸບໃສ່. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນເພື່ອເອົາຕີນຂອງໂຄງຝາທີ່ເຮັດເປັນຫົວສຸບແລ້ວມາສຸບໃສ່ ແລະໂຄງຝາອັນຕໍ່ໆໄປລາວກໍເຮັດແບບນີ້ຄືກັນ.+ 25 ທາງທິດເໜືອຂອງເຕັ້ນສັກສິດລາວກໍເຮັດໂຄງຝາ 20 ປ່ອງ 26 ແລະເອົາເງິນມາເຮັດຖານທີ່ມີຮູທັງໝົດ 40 ອັນ. ໂຄງຝາແຕ່ລະປ່ອງມີຖານ 2 ອັນແບບນີ້ຄືກັນໝົດ.
27 ສ່ວນທາງຫຼັງຂອງເຕັ້ນສັກສິດທີ່ຢູ່ທາງທິດຕາເວັນຕົກລາວໄດ້ເຮັດໂຄງຝາ 6 ປ່ອງ.+ 28 ລາວເຮັດໂຄງຝາ 2 ປ່ອງຄ້ຳ 2 ແຈທາງຫຼັງເຕັ້ນສັກສິດ. 29 ໂຄງຝານີ້ມີໄມ້ 2 ອັນ ຍາວຕັ້ງແຕ່ລຸ່ມຂຶ້ນເທິງ ໄປຈຸກັນຢູ່ບ່ອນບ້ວງທຳອິດ. ລາວເຮັດແບບນີ້ເພື່ອຈະເປັນເສົາຄ້ຳທັງ 2 ແຈໄວ້. 30 ລວມແລ້ວມີໂຄງຝາ 8 ປ່ອງແລະມີຖານເງິນທີ່ມີຮູ 16 ອັນ. ໂຄງຝາແຕ່ລະປ່ອງຈະມີຖານ 2 ອັນ.
31 ລາວເອົາໄມ້ອະຄາເຊຍມາເຮັດໄມ້ຮາວ 5 ທ່ອນ ເພື່ອຍຶດໂຄງຝາດ້ານໜຶ່ງຂອງເຕັ້ນສັກສິດໃຫ້ຕິດກັນໝົດ.+ 32 ລາວເຮັດໄມ້ຮາວ 5 ທ່ອນສຳລັບຍຶດໂຄງຝາທາງທິດເໜືອ ແລະອີກ 5 ທ່ອນສຳລັບທາງຫຼັງທີ່ເປັນທິດຕາເວັນຕົກ. 33 ສ່ວນໄມ້ຮາວທີ່ຢູ່ທາງກາງທີ່ຍຶດໂຄງຝາຈະເປັນໄມ້ທ່ອນດຽວ ຍາວຕັ້ງແຕ່ສົ້ນເບື້ອງໜຶ່ງໄປຈົນສຸດອີກສົ້ນເບື້ອງໜຶ່ງ. 34 ລາວເອົາແຜ່ນຄຳມາໂອບໂຄງຝາ ແລະເຮັດບ້ວງຄຳເພື່ອຈະສອດໄມ້ຮາວໄດ້ ແລະລາວເອົາແຜ່ນຄຳມາໂອບໄມ້ຮາວຄືກັນ.+
35 ລາວເຮັດຜ້າກັ້ງ+ດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ ແລະລາວແສ່ວຮູບເຄຣູບ+ໃສ່ຜ້າກັ້ງນັ້ນ.+ 36 ລາວເອົາໄມ້ອະຄາເຊຍມາເຮັດເສົາ 4 ຕົ້ນເພື່ອຫ້ອຍຜ້າກັ້ງ. ລາວເອົາແຜ່ນຄຳມາໂອບເສົາເຫຼົ່ານັ້ນ ແລະເອົາຄຳມາເຮັດເປັນຂໍເກາະຜ້າກັ້ງ ແລະເອົາເງິນມາເຮັດເປັນຖານຮອງຕີນເສົາ 4 ຕົ້ນນັ້ນ. 37 ຈາກນັ້ນ ລາວເຮັດຜ້າກັ້ງສຳລັບທາງເຂົ້າເຕັ້ນດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ.+ 38 ລາວເຮັດເສົາ 5 ຕົ້ນ ແລະຂໍເກາະສຳລັບຜ້າກັ້ງ. ລາວເອົາຄຳມາໂອບຫົວເສົາກັບບ້ວງທີ່ຢູ່ຫົວເສົາ ແລະລາວເອົາທອງແດງມາເຮັດຖານຮອງຕີນເສົາ 5 ຕົ້ນນັ້ນ.