ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 35
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ຄຳ​ສັ່ງ​ເລື່ອງ​ວັນ​ຊະບາໂຕ (1-3)

      • ການ​ບໍລິຈາກ​ເພື່ອ​ສ້າງ​ເຕັ້ນ​ສັກສິດ (4-29)

      • ເບຊາເລນ​ກັບ​ໂອ​ໂຮ​ລຽບ​ໄດ້​ຮັບ​ພະລັງ​ຂອງ​ພະເຈົ້າ (30-35)

ອົບພະຍົບ 35:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:32

ອົບພະຍົບ 35:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:9, 10; ລລວ 23:3
  • +ອພຍ 31:14, 15; ຈຊບ 15:32, 35

ອົບພະຍົບ 35:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:2-7; 35:29
  • +2ກຣ 8:12; 9:7

ອົບພະຍົບ 35:6

ໄຂເງື່ອນ

  • *

    ຫຼື “ຜ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 26:7; 36:8

ອົບພະຍົບ 35:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:3, 6

ອົບພະຍົບ 35:9

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:9; 39:14
  • +ອພຍ 28:15

ອົບພະຍົບ 35:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:6; 36:1

ອົບພະຍົບ 35:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:10
  • +ອພຍ 25:13
  • +ອພຍ 25:17
  • +ອພຍ 26:31

ອົບພະຍົບ 35:13

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:23
  • +ອພຍ 25:30; ລລວ 24:5, 6

ອົບພະຍົບ 35:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:31
  • +ອພຍ 27:20

ອົບພະຍົບ 35:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:1; 37:25; 40:5
  • +ອພຍ 30:34, 35

ອົບພະຍົບ 35:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:1
  • +ອພຍ 30:18; 38:8

ອົບພະຍົບ 35:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:9

ອົບພະຍົບ 35:18

ໄຂເງື່ອນ

  • *

    ເປັນ​ແນວ​ຕອກ​ໃສ່​ພື້ນ​ຄ້າຍຄື​ກັບ​ເຫຼັກ​ປັກ​ເຕັ້ນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 27:19

ອົບພະຍົບ 35:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:6, 10; 39:33, 41
  • +ອພຍ 39:1

ອົບພະຍົບ 35:21

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:2; 36:2; 2ກຣ 8:12; 9:7

ອົບພະຍົບ 35:22

ໄຂເງື່ອນ

  • *

    ຫຼື “ເຄື່ອງ​ບູຊາ​ຊູ​ໄປ​ມາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 38:24

ອົບພະຍົບ 35:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:3; 31:6; 36:8

ອົບພະຍົບ 35:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:15, 28; 39:15, 21

ອົບພະຍົບ 35:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:23-25
  • +ອພຍ 30:34, 35

ອົບພະຍົບ 35:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:5; 2ກຣ 9:7

ອົບພະຍົບ 35:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:2-6

ອົບພະຍົບ 35:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:1

ອົບພະຍົບ 35:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:3

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 35:1ອພຍ 34:32
ອພຍ. 35:2ອພຍ 20:9, 10; ລລວ 23:3
ອພຍ. 35:2ອພຍ 31:14, 15; ຈຊບ 15:32, 35
ອພຍ. 35:5ອພຍ 25:2-7; 35:29
ອພຍ. 35:52ກຣ 8:12; 9:7
ອພຍ. 35:6ອພຍ 26:7; 36:8
ອພຍ. 35:8ອພຍ 25:3, 6
ອພຍ. 35:9ອພຍ 28:9; 39:14
ອພຍ. 35:9ອພຍ 28:15
ອພຍ. 35:10ອພຍ 31:6; 36:1
ອພຍ. 35:12ອພຍ 25:10
ອພຍ. 35:12ອພຍ 25:13
ອພຍ. 35:12ອພຍ 25:17
ອພຍ. 35:12ອພຍ 26:31
ອພຍ. 35:13ອພຍ 25:23
ອພຍ. 35:13ອພຍ 25:30; ລລວ 24:5, 6
ອພຍ. 35:14ອພຍ 25:31
ອພຍ. 35:14ອພຍ 27:20
ອພຍ. 35:15ອພຍ 30:1; 37:25; 40:5
ອພຍ. 35:15ອພຍ 30:34, 35
ອພຍ. 35:16ອພຍ 27:1
ອພຍ. 35:16ອພຍ 30:18; 38:8
ອພຍ. 35:17ອພຍ 27:9
ອພຍ. 35:18ອພຍ 27:19
ອພຍ. 35:19ອພຍ 31:6, 10; 39:33, 41
ອພຍ. 35:19ອພຍ 39:1
ອພຍ. 35:21ອພຍ 25:2; 36:2; 2ກຣ 8:12; 9:7
ອພຍ. 35:22ອພຍ 38:24
ອພຍ. 35:25ອພຍ 28:3; 31:6; 36:8
ອພຍ. 35:27ອພຍ 28:15, 28; 39:15, 21
ອພຍ. 35:28ອພຍ 30:23-25
ອພຍ. 35:28ອພຍ 30:34, 35
ອພຍ. 35:29ອພຍ 36:5; 2ກຣ 9:7
ອພຍ. 35:30ອພຍ 31:2-6
ອພຍ. 35:34ອພຍ 36:1
ອພຍ. 35:35ອພຍ 31:3
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 35:1-35

ອົບພະຍົບ

35 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ເອີ້ນ​ພວກ​ອິດສະຣາເອນ​ທັງ​ໝົດ​ໃຫ້​ມາ​ປະຊຸມ​ກັນ ແລະ​ບອກ​ເຂົາ​ເຈົ້າ​ວ່າ: “ພະ​ເຢໂຫວາ​ສັ່ງ​ໃຫ້​ເຮັດ​ແບບ​ນີ້.+ 2 ໃຫ້​ເຮັດ​ວຽກ​ພາຍ​ໃນ 6 ມື້ ແລະ​ມື້​ທີ 7 ຈະ​ເປັນ​ວັນບໍລິສຸດ​ສຳລັບ​ພວກ​ເຈົ້າ. ມື້​ນັ້ນ​ເປັນ​ມື້​ພັກຜ່ອນ ເປັນ​ວັນ​ຊະບາໂຕ*ສຳລັບ​ພະ​ເຢໂຫວາ.+ ຜູ້​ໃດ​ທີ່​ເຮັດ​ວຽກ​ໃນ​ມື້​ນັ້ນ ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.+ 3 ຫ້າມ​ດັງ​ໄຟ​ຢູ່​ບ່ອນ​ພັກ​ຂອງ​ພວກ​ເຈົ້າ​ໃນ​ວັນ​ຊະບາໂຕ.”

4 ໂມເຊ​ບອກ​ພວກ​ອິດສະຣາເອນ​ຕື່ມ​ອີກ​ວ່າ: “ພະ​ເຢໂຫວາ​ສັ່ງ​ພວກ​ເຮົາ​ຕື່ມ​ອີກ​ວ່າ 5 ‘ໃຫ້​ພວກ​ເຈົ້າເອົາ​ເຄື່ອງ​ຂອງ​ມາ​ໃຫ້​ພະ​ເຢໂຫວາ.+ ຜູ້​ໃດ​ທີ່​ເຕັມໃຈ​ຢາກ​ໃຫ້+ ໃຫ້​ເອົາ​ເຄື່ອງ​ຂອງ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ​ຄື: ຄຳ ເງິນ ທອງແດງ 6 ດ້າຍ​ສີ​ຟ້າ ດ້າຍຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ*ສີ​ແດງ​ສົດ ຜ້າ​ລີນິນ​ຢ່າງ​ດີ ຂົນ​ແບ້+ 7 ໜັງ​ແກະ​ໂຕ​ຜູ້​ທີ່​ຍ້ອມ​ສີ​ແດງ ໜັງ​ແມວ​ນ້ຳ ໄມ້​ອະຄາເຊຍ 8 ນ້ຳມັນ​ໃສ່​ຕະກຽງ ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ທີ່​ເປັນ​ສ່ວນ​ປະສົມ​ຂອງ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ ແລະ​ທີ່​ໃຊ້​ປະສົມ​ເພື່ອ​ເຮັດ​ເຄື່ອງຫອມ+ 9 ຫີນໂອນິກ​ກັບ​ຫີນ​ແກ້ວ​ຕ່າງ​ໆ​ທີ່​ໃຊ້​ສຳລັບ​ໃສ່​ເອໂຟດ*+​ແລະ​ໃສ່​ແຜ່ນ​ປົກ​ເອິກ.+

10 ໃຫ້​ທຸກ​ຄົນ​ທີ່​ມີ​ສີ​ມື+​ເຮັດ​ສິ່ງ​ຕໍ່​ໄປ​ນີ້​ຕາມ​ທີ່​ພະ​ເຢໂຫວາ​ສັ່ງ 11 ​ຄື: ເຕັ້ນ​ສັກສິດ ສ່ວນ​ປະກອບ​ທຸກ​ຢ່າງ​ຂອງ​ເຕັ້ນ ຜ້າ​ປົກ​ເຕັ້ນ ຂໍ​ເກາະ ໂຄງ​ຝາ ໄມ້​ຮາວ ແລະ​ເສົາ​ກັບ​ຖານ​ຂອງ​ເຕັ້ນ 12 ຫີບ​ສັນຍາ+ ໄມ້​ຫາມ​ຫີບ+ ຝາ​ອັດ​ຫີບ+ ແລະ​ຜ້າກັ້ງ+ 13 ໂຕະ+ ໄມ້​ຫາມ​ໂຕະ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ກັບໂຕະ ແລະເຂົ້າຈີ່​ທີ່​ຕັ້ງ​ໄວ້*+ 14 ຂາ​ຕະກຽງ+ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ກັບ​ຂາ​ຕະກຽງ ຕະກຽງ ແລະ​ນ້ຳມັນ​ຕະກຽງ+ 15 ແທ່ນ​ເຜົາ​ເຄື່ອງຫອມ+ ໄມ້​ຫາມ​ແທ່ນ ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ ນ້ຳມັນ​ເພື່ອ​ເຮັດ​ເຄື່ອງຫອມ+ ແລະ​ຜ້າກັ້ງ​ສຳລັບ​ທາງເຂົ້າ​ເຕັ້ນ​ສັກສິດ 16 ແທ່ນ​ເຜົາ​ເຄື່ອງ​ບູຊາ+ ຕານ່າງ​ທອງແດງ ໄມ້​ຫາມ​ແທ່ນ ເຄື່ອງໃຊ້​ທຸກ​ຢ່າງ​ທີ່​ໃຊ້​ສຳລັບ​ແທ່ນ​ນັ້ນ ແລະ​ອ່າງ​ກັບ​ຂາ​ຕັ້ງ​ອ່າງ+ 17 ຜ້າ​ທີ່​ໃຊ້​ກັ້ນ​ເດີ່ນ​ຂອງ​ເຕັ້ນ​ສັກສິດ+ ເສົາ​ກັບ​ຖານ​ຮອງ​ຕີນ​ເສົາ ແລະຜ້າກັ້ງ​ສຳລັບ​ທາງ​ເຂົ້າ​ເດີ່ນ 18 ຫຼິ້ມ*ທີ່​ໃຊ້​ຍຶດ​ເຕັ້ນ ຫຼິ້ມ​ທີ່​ໃຊ້​ຍຶດ​ຜ້າ​ກັ້ນ​ເດີ່ນ ແລະ​ເຊືອກ​ສຳລັບ​ຄຶງ​ເສົາ+ 19 ເຄື່ອງນຸ່ງ​ທີ່​ຕ່ຳ​ຢ່າງ​ດີ+​ສຳລັບ​ວຽກ​ຮັບ​ໃຊ້​ຢູ່ເຕັ້ນ​ສັກສິດ ເຄື່ອງນຸ່ງ​ທີ່​ບໍລິສຸດ​ສຳລັບ​ປະໂລຫິດ​ອາໂຣນ+ ແລະ​ເຄື່ອງນຸ່ງ​ສຳລັບ​ພວກ​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ໃຊ້​ຕອນ​ເຮັດ​ວຽກ​ປະໂລຫິດ.’”

20 ເມື່ອ​ໂມເຊ​ເວົ້າ​ຈົບແລ້ວ ພວກ​ອິດສະຣາເອນ​ກໍ​ພາກັນ​ກັບ​ໄປ​ບ່ອນ​ພັກ​ຂອງ​ໂຕ​ເອງ. 21 ຄົນ​ທີ່​ເຕັມໃຈ+ແລະ​ມີໃຈ​ເອື້ອເຟື້ອກໍ​ມາ ແລະ​ເອົາ​ເຄື່ອງ​ຕ່າງ​ໆ​ມາ​ໃຫ້​ພະ​ເຢໂຫວາ​ເພື່ອ​ໃຊ້​ສຳລັບ​ເຕັ້ນ​ສັກສິດ* ເພື່ອ​ວຽກ​ຮັບ​ໃຊ້​ທຸກ​ຢ່າງ​ທີ່​ຢູ່​ຫັ້ນ ແລະ​ເພື່ອ​ເຮັດ​ເຄື່ອງນຸ່ງ​ທີ່​ບໍລິສຸດ. 22 ເຂົາ​ເຈົ້າ​ພາກັນ​ມາ​ເລື້ອຍ​ໆ​ທັງ​ຜູ້​ຊາຍ​ກັບ​ຜູ້​ຍິງ. ທຸກ​ຄົນ​ທີ່​ມີ​ໃຈ​ເອື້ອເຟື້ອ​ກໍ​ເອົາເຂັມ​ຄັດ ຕຸ້ມ​ຫູ ແຫວນ ແລະ​ເຄື່ອງ​ປະດັບ​ອື່ນ​ໆ​ ລວມ​ທັງ​ເຄື່ອງ​ຂອງ​ຕ່າງ​ໆ​ທີ່​ເປັນ​ຄຳ​ມາ​ໃຫ້. ເຂົາ​ເຈົ້າ​ເອົາ​ເຄື່ອງ​ບູຊາ*ທີ່​ເປັນ​ຄຳ​ເຫຼົ່ານີ້​ມາ​ໃຫ້​ພະ​ເຢໂຫວາ.+ 23 ທຸກ​ຄົນ​ທີ່​ມີ​ດ້າຍ​ສີ​ຟ້າ ດ້າຍຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ຜ້າ​ລີນິນ​ຢ່າງ​ດີ ຂົນ​ແບ້ ໜັງ​ແກະ​ໂຕ​ຜູ້​ທີ່​ຍ້ອມ​ສີ​ແດງ ແລະ​ໜັງ​ແມວ​ນ້ຳ ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ເຄື່ອງ​ເຫຼົ່ານີ້​ມາ​ໃຫ້. 24 ຄົນ​ທີ່ມີ​ໃຈ​ເອື້ອເຟື້ອໄດ້​ເອົາ​ເງິນ​ແລະ​ທອງແດງ​ມາ​ໃຫ້​ພະ​ເຢໂຫວາ. ທຸກ​ຄົນ​ທີ່​ມີ​ໄມ້​ອະຄາເຊຍ​ກໍ​ເອົາ​ມາ​ໃຫ້​ເພື່ອ​ໃຊ້​ສຳລັບວຽກ​ທີ່​ກ່ຽວ​ກັບ​ເຕັ້ນ​ສັກສິດ.

25 ພວກ​ຜູ້​ຍິງ​ທຸກ​ຄົນ​ທີ່​ມີ​ສີ​ມື+​ພາກັນ​ເຂັນເສັ້ນ​ດ້າຍ ແລ້ວ​ເຂົາ​ເຈົ້າ​ກໍ​ໄດ້​ເອົາ​ສິ່ງ​ທີ່​ເຂົາ​ເຈົ້າ​ເຂັນ​ແລ້ວ​ມາ​ໃຫ້​ຄື: ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ. 26 ຜູ້​ຍິງ​ທຸກ​ຄົນ​ທີ່​ມີ​ສີ​ມືແລະ​ເຕັມໃຈ​ກໍ​ຊ່ວຍ​ກັນ​ເຂັນ​ດ້າຍ​ຈາກ​ຂົນ​ແບ້.

27 ພວກ​ຫົວ​ໜ້າ​ກໍ​ເອົາ​ຫີນໂອນິກ​ກັບ​ຫີນ​ແກ້ວ​ຕ່າງ​ໆ​ສຳລັບ​ໃສ່​ເອໂຟດ​ແລະ​ໃສ່​ແຜ່ນ​ປົກ​ເອິກ+​ມາ​ໃຫ້. 28 ເຂົາ​ເຈົ້າ​ເອົາ​ນ້ຳມັນ​ຫອມ​ທີ່​ສະກັດ​ຈາກ​ພືດ​ແລະ​ນ້ຳ​ມັນ​ໝາກກອກ​ມາ​ໃຫ້ ເພື່ອ​ໃຊ້​ສຳລັບ​ຕະກຽງ ໃຊ້​ສຳລັບ​ນ້ຳມັນ​ທີ່​ໃຊ້​ເພື່ອ​ແຕ່ງຕັ້ງ+ ແລະ​ໃຊ້​ສຳລັບ​ເຄື່ອງຫອມ.+ 29 ທຸກ​ຄົນ​ທີ່​ມີ​ໃຈ​ເອື້ອເຟື້ອ​ທັງ​ຜູ້​ຊາຍ​ກັບ​ຜູ້​ຍິງ​ໄດ້​ເອົາ​ເຄື່ອງ​ຂອງ​ມາ​ໃຫ້ ເພື່ອ​ຈະ​ເອົາ​ມາ​ໃຊ້​ໃນ​ວຽກ​ທີ່​ພະ​ເຢໂຫວາ​ສັ່ງ​ໄວ້​ຜ່ານ​ທາງ​ໂມເຊ. ພວກ​ອິດສະຣາເອນ​ໄດ້​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ມາ​ໃຫ້​ພະ​ເຢໂຫວາ​ດ້ວຍ​ຄວາມ​ສະໝັກ​ໃຈ.+

30 ແລ້ວ​ໂມເຊ​ກໍ​ເວົ້າ​ກັບ​ພວກ​ອິດສະຣາເອນ​ວ່າ: “ພະ​ເຢໂຫວາ​ໄດ້​ເລືອກ​ເບຊາເລນ​ທີ່​ເປັນ​ຄົນ​ຕະກູນ​ຢູດາ ເປັນ​ລູກ​ຊາຍ​ຂອງ​ອູຣີ ແລະ​ເປັນ​ຫຼານ​ຊາຍ​ຂອງ​ຮູເຣ.+ 31 ເພິ່ນ​ໄດ້​ໃຫ້​ພະລັງ​ຂອງ​ເພິ່ນ​ກັບ​ລາວ​ເພື່ອ​ໃຫ້​ລາວ​ມີ​ສະຕິປັນຍາ ມີ​ຄວາມ​ເຂົ້າໃຈ ມີ​ຄວາມ​ຮູ້ ແລະ​ໃຫ້​ລາວ​ເຮັດ​ວຽກ​ດ້ານ​ສີ​ໄມ້​ລາຍ​ມື​ເກັ່ງ​ທຸກ​ຢ່າງ. 32 ບໍ່​ວ່າ​ຈະ​ເປັນ​ການ​ອອກແບບ​ລວດລາຍ​ຕ່າງ​ໆ​ ວຽກ​ກ່ຽວ​ກັບ​ຄຳ ເງິນ ແລະ​ທອງແດງ 33 ວຽກ​ເຈຍລະໄນ​ແລະ​ຈັດ​ວາງ​ເພັດ​ພອຍ ແລະ​ວຽກ​ແກະ​ສະຫຼັກ​ໄມ້​ທຸກ​ຢ່າງ. 34 ພະເຈົ້າ​ເຮັດ​ໃຫ້​ທັງ​ເບຊາເລນ​ແລະ​ໂອ​ໂຮ​ລຽບ+​ສອນ​ຄົນ​ອື່ນ​ເຮັດ​ວຽກ​ໄດ້. ໂອໂຮລຽບ​ເປັນ​ຄົນ​ທີ່​ມາ​ຈາກ​ຕະກູນ​ດານ​ທີ່​ເປັນ​ລູກ​ຂອງ​ອາຮີ​ສະມັກ. 35 ເພິ່ນ​ເຮັດ​ໃຫ້ 2 ຄົນ​ນີ້ເຮັດ​ວຽກ​ເກັ່ງ​ທຸກ​ຢ່າງ+ ທັງ​ການ​ຖັກ​ແສ່ວ​ແລະ​ການ​ຕ່ຳ​ຜ້າ​ໂດຍ​ໃຊ້​ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ. ສອງ​ຄົນ​ນີ້​ຈະ​ອອກແບບ​ແລະ​ເຮັດ​ວຽກ​ທຸກ​ຢ່າງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌