ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງລູກຫຼານໂກຣາ.+ ເພງສັນລະເສີນ.
49 ຊາດທັງໝົດ ຟັງເດີ້!
ທຸກຄົນທີ່ຢູ່ໃນໂລກ ໃຫ້ຕັ້ງໃຈຟັງ!
2 ທັງຄົນທີ່ມີຕຳແໜ່ງແລະຄົນທຳມະດາ
ທັງຄົນລວຍແລະຄົນທຸກ.
3 ຂ້ອຍຈະເວົ້າເລື່ອງທີ່ເຮັດໃຫ້ມີສະຕິປັນຍາ
ແລະຂ້ອຍຈະຄິດຕຶກຕອງ+ເພື່ອສະແດງວ່າຂ້ອຍມີຄວາມເຂົ້າໃຈ.
4 ຂ້ອຍຈະຕັ້ງໃຈຟັງສຸພາສິດ.
ຂ້ອຍຈະອະທິບາຍຄຳທວາຍໃນລະຫວ່າງທີ່ດີດພິນ.
5 ຂ້ອຍຈະບໍ່ຢ້ານເມື່ອເຈິຄວາມທຸກຍາກລຳບາກ+
ເມື່ອຄົນຊົ່ວ*ມາລ້ອມຂ້ອຍແລະພະຍາຍາມທຳຮ້າຍຂ້ອຍ.
6 ຄົນທີ່ໄວ້ໃຈຊັບສົມບັດຂອງໂຕເອງ+
ແລະຄົນທີ່ເວົ້າໂອ້ອວດຄວາມລວຍຂອງໂຕເອງ+
7 ບໍ່ມີໃຜຈັກຄົນເລີຍທີ່ສາມາດໄຖ່ອ້າຍນ້ອງຂອງໂຕເອງໄດ້
ຫຼືຈະເອົາຄ່າໄຖ່ໄປໄຖ່ຊີວິດຂອງອ້າຍນ້ອງຈາກພະເຈົ້າກໍບໍ່ໄດ້.+
8 (ຄ່າໄຖ່ສຳລັບຊີວິດ*ອ້າຍນ້ອງຂອງເຂົາເຈົ້າແພງຫຼາຍອີ່ຫຼີ.
ບໍ່ມີທາງທີ່ເຂົາເຈົ້າຈະຈ່າຍໄດ້ເລີຍ.)
9 ເຂົາເຈົ້າບໍ່ສາມາດຈ່າຍຄ່າໄຖ່ເພື່ອໃຫ້ອ້າຍນ້ອງມີຊີວິດຕະຫຼອດໄປແລະບໍ່ຕ້ອງລົງຂຸມຝັງສົບ.+
10 ທຸກຄົນກໍເຫັນແລ້ວວ່າ ບໍ່ວ່າຈະເປັນຄົນສະຫຼາດ
ຄົນໂງ່ ຫຼືຄົນບໍ່ມີເຫດຜົນກໍຕ້ອງຕາຍຄືກັນ+
ແລະເຂົາເຈົ້າກໍຕ້ອງປະຊັບສົມບັດໄວ້ກັບຄົນອື່ນ.+
11 ເຂົາເຈົ້າຫວັງວ່າເຮືອນຂອງເຂົາເຈົ້າຈະໝັ້ນຄົງຢູ່ຕະຫຼອດໄປ
ແລະເຕັ້ນຂອງເຂົາເຈົ້າຈະຢູ່ໄປຈົນຮອດທຸກຍຸກທຸກສະໄໝ.
ເຂົາເຈົ້າຕັ້ງຊື່ໃຫ້ດິນຂອງເຂົາເຈົ້າຕາມຊື່ຂອງໂຕເອງ.
12 ເຖິງວ່າມະນຸດຈະໄດ້ຮັບກຽດຫຼາຍສ່ຳໃດ ແຕ່ກໍມີຊີວິດຢູ່ໄດ້ບໍ່ດົນ.+
ລາວບໍ່ຕ່າງຫຍັງຈາກສັດແລະກໍຕ້ອງຕາຍຄືກັນ.+
13 ຊີວິດຂອງຄົນໂງ່ກໍຈະເປັນແນວນັ້ນແຫຼະ+
ແລະຄົນທີ່ເຮັດຕາມເຂົາເຈົ້າແລະມັກຟັງຄຳໂອ້ອວດຂອງເຂົາເຈົ້າກໍຈະເປັນແນວນັ້ນຄືກັນ. (ເຊລາ)*
14 ເຂົາເຈົ້າຈະຕາຍຄືກັບແກະທີ່ຖືກພາໄປຂ້າ.
ຄວາມຕາຍຈະນຳໜ້າເຂົາເຈົ້າໄປຄືກັບຄົນລ້ຽງແກະນຳໜ້າຝູງແກະ.
ຄົນສັດຊື່ຈະປົກຄອງເຂົາເຈົ້າ+ໃນຕອນເຊົ້າ.
ຈະບໍ່ມີຮ່ອງຮອຍກ່ຽວກັບເຂົາເຈົ້າເຫຼືອຢູ່ເລີຍ.+
ເຂົາເຈົ້າຈະໄດ້ຢູ່ໃນບ່ອນຝັງສົບ+ແທນທີ່ຈະໄດ້ຢູ່ໃນວັງ.
15 ແຕ່ພະເຈົ້າຈະໄຖ່ຂ້ອຍຈາກອຳນາດ*ຂອງຂຸມຝັງສົບ.*+
ເພິ່ນຈະດຶງຂ້ອຍໄປຢູ່ບ່ອນທີ່ປອດໄພ. (ເຊລາ)
16 ບໍ່ຕ້ອງຢ້ານຖ້າເຫັນຄົນອື່ນລວຍຂຶ້ນ
ຫຼືຖ້າເຫັນເຮືອນຂອງລາວຫຼູຫຼາຂຶ້ນ
17 ເພາະເມື່ອລາວຕາຍໄປ ລາວກໍເອົາຫຍັງໄປນຳບໍ່ໄດ້.+
ຊັບສົມບັດຂອງລາວ ລາວກໍເອົາໄປນຳບໍ່ໄດ້.+
18 ຕອນທີ່ລາວມີຊີວິດຢູ່ ລາວກໍຍົກຍ້ອງໂຕເອງ.+
(ຄົນອື່ນຈະສັນລະເສີນເຈົ້າ ຕອນທີ່ເຈົ້າມີເງິນມີຄຳຫຼາຍໆ.)+
19 ແຕ່ໃນທີ່ສຸດ ລາວກໍຈະຕາຍແລະໄປຢູ່ນຳປູ່ຍ່າຕານາຍຂອງລາວ.
ເຂົາເຈົ້າຈະບໍ່ໄດ້ເຫັນແສງສະຫວ່າງອີກເລີຍ.
20 ຄົນທີ່ບໍ່ເຂົ້າໃຈເລື່ອງນີ້ ເຖິງວ່າຈະໄດ້ຮັບກຽດຫຼາຍສ່ຳໃດ
ລາວກໍບໍ່ຕ່າງຫຍັງຈາກສັດແລະກໍຕ້ອງຕາຍຄືກັນ.+