ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ໂຢອາບ​ກັບ​ຜູ້​ຍິງ​ຄົນ​ເຕໂກອາ (1-​17)

      • ດາວິດ​ຮູ້​ວ່າ​ເປັນ​ແຜນ​ຂອງ​ໂຢອາບ (18-​20)

      • ຍອມ​ໃຫ້​ອັບຊາໂລມ​ກັບ​ມາ (21-​33)

2 ຊາມູເອນ 14:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:18; 1ຂຄ 2:15, 16
  • +2ຊມ 13:39; 18:33; 19:2

2 ຊາມູເອນ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 11:5, 6; 20:20; ອມ 1:1
  • +ປຍຈ 9:8; ດນອ 10:3

2 ຊາມູເອນ 14:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:19; ພບຍ 19:11, 12

2 ຊາມູເອນ 14:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບັນລັງ”

2 ຊາມູເອນ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:19, 27; ພບຍ 19:6
  • +ພບຍ 6:13; ປຍຈ 8:4

2 ຊາມູເອນ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:5; ຈຊບ 6:27
  • +2ຊມ 13:38

2 ຊາມູເອນ 14:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 14:2, 7

2 ຊາມູເອນ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 14:1-3

2 ຊາມູເອນ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 14:13
  • +2ຊມ 13:38

2 ຊາມູເອນ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:14; 2ຊມ 3:3; 13:37

2 ຊາມູເອນ 14:26

ໄຂເງື່ອນ

  • *

    2,3 ກິໂລ​ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ອາດ​ເປັນ​ຕຸ້ມ​ນ້ຳ​ໜັກ​ມາດຕະຖານ​ທີ່​ເອົາ​ໄວ້​ໃນ​ວັງ​ຫຼື​ອາດ​ເປັນ​ເຊເກນ​ທີ່​ໃຊ້​ໃນ “ວັງ” ເຊິ່ງ​ຕ່າງ​ຈາກ​ເຊເກນ​ທົ່ວໄປ

2 ຊາມູເອນ 14:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:18

2 ຊາມູເອນ 14:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 14:24

2 ຊາມູເອນ 14:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 14:23

2 ຊາມູເອນ 14:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:15

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 14:12ຊມ 2:18; 1ຂຄ 2:15, 16
2ຊມ. 14:12ຊມ 13:39; 18:33; 19:2
2ຊມ. 14:22ຂຄ 11:5, 6; 20:20; ອມ 1:1
2ຊມ. 14:2ປຍຈ 9:8; ດນອ 10:3
2ຊມ. 14:7ຈຊບ 35:19; ພບຍ 19:11, 12
2ຊມ. 14:11ຈຊບ 35:19, 27; ພບຍ 19:6
2ຊມ. 14:11ພບຍ 6:13; ປຍຈ 8:4
2ຊມ. 14:13ອພຍ 19:5; ຈຊບ 6:27
2ຊມ. 14:132ຊມ 13:38
2ຊມ. 14:162ຊມ 14:2, 7
2ຊມ. 14:192ຊມ 14:1-3
2ຊມ. 14:212ຊມ 14:13
2ຊມ. 14:212ຊມ 13:38
2ຊມ. 14:23ພບຍ 3:14; 2ຊມ 3:3; 13:37
2ຊມ. 14:272ຊມ 18:18
2ຊມ. 14:282ຊມ 14:24
2ຊມ. 14:322ຊມ 14:23
2ຊມ. 14:33ປຖກ 45:15
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 14:1-33

ຊາມູເອນ​ສະບັບ​ທີ​ສອງ

14 ເມື່ອ​ໂຢອາບ​ລູກ​ຊາຍ​ຂອງ​ເຊຣູຢາ​+ຮູ້​ວ່າ​ກະສັດ​ດາວິດ​ຄິດ​ຮອດ​ແລະ​ຢາກ​ເຈິ​ອັບຊາໂລມ​ຫຼາຍ+ 2 ໂຢອາບ​ຈຶ່ງ​ໃຫ້​ຄົນ​ໄປ​ເມືອງ​ເຕໂກອາ+ເພື່ອ​ໄປ​ເອີ້ນ​ຜູ້​ຍິງ​ທີ່​ສະຫຼາດ​ຄົນ​ໜຶ່ງ​ໃຫ້​ມາ​ຫາ. ໂຢອາບ​ບອກ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ຂໍ​ໃຫ້​ເຈົ້າ​ເຮັດ​ຄື​ກັບ​ຄົນ​ໄວ້ທຸກ ນຸ່ງ​ເຄື່ອງ​ໄວ້ທຸກ​ແລະ​ບໍ່​ເອົາ​ນ້ຳມັນ​ທາ​ໂຕ.+ ໃຫ້​ເຮັດ​ທຳທ່າ​ຄື​ກັບ​ວ່າ​ເຈົ້າ​ໄວ້ທຸກ​ມາ​ດົນ​ແລ້ວ. 3 ຈາກ​ນັ້ນ​ໄປ​ຫາ​ກະສັດ​ແລະ​ເວົ້າ​ແບບ​ນີ້.” ໂຢອາບ​ໄດ້ບອກ​ລາວ​ວ່າ​ຕ້ອງ​ເວົ້າ​ແນວ​ໃດ.

4 ເມື່ອ​ຜູ້​ຍິງ​ຄົນ​ເຕໂກອາ​ເຂົ້າ​ໄປ​ຫາ​ກະສັດ​ດາວິດ ລາວ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ແລະ​ເວົ້າ​ວ່າ: “ກະສັດ ຂໍ​ໃຫ້​ທ່ານ​ຊ່ວຍ​ຂ້ອຍ​ແດ່!” 5 ກະສັດ​ຖາມ​ລາວ​ວ່າ: “ເຈົ້າ​ມີ​ເລື່ອງ​ຫຍັງ?” ລາວ​ຕອບ​ວ່າ: “ຂ້ອຍ​ເປັນ​ແມ່​ໝ້າຍ. 6 ຂ້ອຍ​ມີ​ລູກ​ຊາຍ 2 ຄົນ. ມີ​ມື້​ໜຶ່ງ​ເຂົາ​ເຈົ້າ​ຕີ​ກັນ​ຢູ່​ທົ່ງ​ຫຍ້າ​ແລະ​ບໍ່​ມີ​ໃຜ​ຢູ່​ຫັ້ນ​ເພື່ອ​ຫ້າມ​ເຂົາ​ເຈົ້າ ແລ້ວ​ຜູ້​ເປັນ​ອ້າຍ​ໄດ້​ຂ້າ​ນ້ອງຊາຍ. 7 ພວກ​ພີ່ນ້ອງ​ທຸກ​ຄົນ​ໄດ້​ມາ​ຮ້າຍ​ຂ້ອຍ. ເຂົາ​ເຈົ້າ​ບອກ​ວ່າ ‘ເອົາ​ຜູ້​ທີ່​ຂ້າ​ນ້ອງ​ຊາຍ​ຂອງ​ໂຕເອງ​ມາ​ໃຫ້​ພວກ​ເຮົາ. ພວກ​ເຮົາ​ຊິ​ຂ້າ​ລາວ ເພາະ​ລາວ​ຂ້າ​ນ້ອງ​ຂອງ​ໂຕເອງ+ ເຖິງ​ວ່າ​ຈະ​ບໍ່​ມີ​ຜູ້​ສືບ​ຕະກູນ​ກະ​ຢ່າ!’ ເຂົາ​ເຈົ້າ​ຈະ​ຂ້າ​ລູກ​ຊາຍ​ທີ່​ຍັງ​ເຫຼືອ​ຢູ່​ທີ່​ເປັນ​ຄວາມຫວັງ​ດຽວ​ຂອງ​ຂ້ອຍ ແລະ​ຈະ​ບໍ່​ໃຫ້​ຜົວ​ຂ້ອຍ​ມີ​ຊື່​ຫຼື​ຜູ້​ສືບ​ຕະກູນ​ຢູ່​ໃນ​ໂລກ​ນີ້​ອີກ​ເລີຍ.”

8 ແລ້ວ​ກະສັດ​ກໍ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ໃຫ້​ເຈົ້າ​ກັບ​ເມືອ​ເຮືອນ ຂ້ອຍ​ຈະ​ຈັດການ​ເລື່ອງ​ນີ້​ໃຫ້.” 9 ຜູ້​ຍິງ​ຄົນ​ເຕໂກອາ​ຈຶ່ງ​ບອກ​ກະສັດ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຂໍ​ໃຫ້​ຄວາມ​ຜິດ​ຂອງ​ລູກ​ຂ້ອຍ​ຕົກ​ຢູ່​ກັບ​ຂ້ອຍ​ແລະ​ຄອບຄົວ​ຂອງ​ພໍ່​ຂ້ອຍ ແຕ່​ກະສັດ​ແລະ​ຄອບຄົວ*​ຂອງ​ທ່ານ​ຈະ​ບໍ່​ມີ​ຄວາມ​ຜິດ​ຫຍັງ​ເລີຍ.” 10 ກະສັດ​ເວົ້າ​ວ່າ: “ຖ້າ​ມີ​ໃຜ​ເວົ້າ​ຫຍັງ​ໃຫ້​ເຈົ້າ​ອີກ ໃຫ້​ພາ​ຜູ້​ນັ້ນ​ມາ​ຫາ​ຂ້ອຍ ຂ້ອຍ​ຈະ​ບໍ່​ໃຫ້​ລາວ​ມາ​ວຸ່ນວາຍ​ກັບ​ເຈົ້າ​ອີກ​ເລີຍ.” 11 ແຕ່​ຜູ້​ຍິງ​ຄົນ​ນັ້ນ​ບອກ​ວ່າ: “ຂໍ​ໃຫ້​ກະສັດ​ຄິດເຖິງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ທ່ານ ແລະ​ບໍ່​ປ່ອຍ​ໃຫ້​ຜູ້​ມີ​ສິດ​ແກ້ແຄ້ນ​+ມາ​ຂ້າ​ລູກ​ຊາຍ​ຂອງ​ຂ້ອຍ.” ກະສັດ​ຈຶ່ງ​ຕອບ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່+ວ່າ ແມ່ນ​ແຕ່​ຜົມ​ເສັ້ນ​ດຽວ​ຂອງ​ລູກ​ຊາຍ​ເຈົ້າ​ກໍ​ຈະ​ບໍ່​ຕົກ​ລົງ​ພື້ນ.” 12 ແລ້ວ​ຜູ້​ຍິງ​ຄົນ​ນັ້ນ​ກໍ​ບອກ​ວ່າ: “ກະສັດ ຂ້ອຍ​ຂໍ​ເວົ້າ​ບາງ​ຢ່າງ​ກັບ​ທ່ານ​ໄດ້​ບໍ່?” ກະສັດ​ຕອບ​ວ່າ: “ເວົ້າ​ໂລດ!”

13 ລາວ​ຈຶ່ງ​ເວົ້າ​ວ່າ: “ເປັນ​ຫຍັງ​ທ່ານ​ຄິດ​ທີ່​ຈະ​ເຮັດ​ແບບ​ນີ້​ກັບ​ປະຊາຊົນ​ຂອງ​ພະເຈົ້າ?+ ເມື່ອ​ທ່ານ​ເວົ້າ​ແບບ​ນີ້​ທ່ານ​ກໍ​ມີ​ຄວາມ​ຜິດ ເພາະ​ທ່ານ​ບໍ່​ໄດ້​ເອົາ​ລູກ​ຊາຍ​ທີ່​ໂຕເອງ​ໄລ່​ໜີ​ກັບ​ຄືນ​ມາ.+ 14 ພວກ​ເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຕາຍ​ແນ່ນອນ ແລະ​ເປັນ​ຄື​ກັບ​ນ້ຳ​ທີ່​ຖອກ​ລົງ​ດິນ​ທີ່​ເອົາ​ກັບ​ຄືນ​ມາ​ບໍ່​ໄດ້. ພະເຈົ້າ​ບໍ່​ຢາກ​ໄດ້ຊີວິດຂອງ​ຜູ້​ໃດ ແລະ​ເພິ່ນ​ຄິດເຖິງ​ເຫດຜົນ​ທີ່​ຈະ​ເອົາ​ຄົນ​ທີ່​ຖືກ​ໄລ່​ໜີ​ໄປ​ແລ້ວ​ໃຫ້​ກັບ​ຄືນ​ມາ. 15 ຂ້ອຍ​ມາ​ເວົ້າ​ເລື່ອງ​ນີ້​ກັບ​ທ່ານ​ຍ້ອນ​ວ່າ​ປະຊາຊົນ​ເຮັດ​ໃຫ້​ຂ້ອຍ​ຢ້ານ. ຂ້ອຍ​ຈຶ່ງ​ຄິດ​ວ່າ ‘ຂໍ​ໃຫ້​ຂ້ອຍ​ໄດ້​ເວົ້າ​ກັບ​ກະສັດ. ບາງເທື່ອ​ກະສັດ​ຈະ​ເຮັດ​ຕາມ​ທີ່​ຂ້ອຍ​ຂໍ​ຮ້ອງ. 16 ກະສັດ​ອາດ​ຈະ​ຟັງ​ຂ້ອຍ​ແລະ​ຊ່ວຍ​ຂ້ອຍ​ໃຫ້​ລອດ​ຈາກ​ຜູ້​ທີ່​ຢາກ​ທຳລາຍ​ຂ້ອຍ​ກັບ​ລູກ​ຊາຍ​ຂອງ​ຂ້ອຍ​ແລະ​ບໍ່​ຢາກ​ໃຫ້​ພວກເຮົາ​ໄດ້​ດິນ​ມູນ​ທີ່​ພະເຈົ້າ​ເອົາ​ໃຫ້​ເປັນ​ມໍລະດົກ.’+ 17 ​ຂ້ອຍ​ຄິດ​ວ່າ ‘ບາງເທື່ອ​ກະສັດ​ຈະ​ເວົ້າ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ຂ້ອຍ​ສະບາຍ​ໃຈ​ຂຶ້ນ’ ເພາະ​ກະສັດ​ເປັນ​ຄື​ກັບ​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ຮູ້​ວ່າ​ອັນໃດ​ດີ​ອັນໃດ​ຊົ່ວ. ຂໍ​ໃຫ້​ພະ​ເຢໂຫວາ​ຢູ່​ກັບ​ທ່ານ.”

18 ກະສັດ​ຈຶ່ງ​ເວົ້າ​ກັບ​ຜູ້​ຍິງ​ຄົນ​ນັ້ນ​ວ່າ: “ຂ້ອຍ​ມີ​ເລື່ອງ​ຢາກ​ຖາມ​ເຈົ້າ ຢ່າ​ປິດ​ບັງ​ຂ້ອຍ.” ລາວ​ຕອບ​ວ່າ: “ເຊີນ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ຖາມ​ໂລດ.” 19 ກະສັດ​ຖາມ​ວ່າ: “ໂຢອາບ​ບອກ​ໃຫ້​ເຈົ້າ​ເວົ້າ​ແບບ​ນີ້​ແມ່ນ​ບໍ່?”+ ລາວ​ຕອບ​ວ່າ: “ຂ້ອຍຂໍ​ສາບານ​ຕໍ່​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ວ່າ​ເປັນ​ຄື​ກັບ​ທີ່​ທ່ານ​ເວົ້າ. ໂຢອາບ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເປັນ​ຜູ້​ບອກ​ໃຫ້​ຂ້ອຍ​ເວົ້າ​ແບບ​ນີ້. 20 ໂຢອາບ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ເຮັດ​ແບບ​ນີ້​ກໍ​ຍ້ອນ​ຢາກ​ໃຫ້​ທ່ານ​ປ່ຽນ​ຄວາມ​ຄິດ ແຕ່​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ສະຫຼາດ​ຄື​ກັບ​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້​ແລະ​ຮູ້​ທຸກ​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ປະເທດ​ນີ້.”

21 ຈາກ​ນັ້ນ ກະສັດ​ເວົ້າ​ກັບ​ໂຢອາບ​ວ່າ: “ກະໄດ້ ຂ້ອຍ​ຈະ​ເຮັດ​ຕາມ​ນັ້ນ.+ ໄປ​ພາ​ອັບຊາໂລມ​ກັບ​ມາ.”+ 22 ແລ້ວ​ໂຢອາບ​ກໍ​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ແລະ​ຍົກຍ້ອງ​ກະສັດ. ໂຢອາບ​ເວົ້າ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ມື້​ນີ້​ຂ້ອຍ​ໄດ້​ຮູ້​ແລ້ວ​ວ່າ​ຂ້ອຍ​ເປັນ​ຜູ້​ທີ່​ທ່ານ​ພໍ​ໃຈ ເພາະ​ກະສັດ​ໄດ້​ເຮັດ​ຕາມ​ທີ່​ຂ້ອຍ​ຂໍຮ້ອງ.” 23 ແລ້ວ​ໂຢອາບ​ກໍ​ໄປ​ເກຊູ+ແລະ​ພາ​ອັບຊາໂລມ​ກັບ​ມາ​ເມືອງ​ເຢຣູຊາເລັມ. 24 ແຕ່​ກະສັດ​ບອກ​ວ່າ: “ໃຫ້​ລາວ​ກັບ​ເມືອ​ຢູ່​ເຮືອນ​ຂອງ​ໂຕເອງ ແລະ​ບໍ່​ຕ້ອງ​ໃຫ້​ລາວ​ມາ​ຫາ​ຂ້ອຍ.” ອັບຊາໂລມ​ກໍ​ກັບ​ເມືອ​ຢູ່​ເຮືອນ​ຂອງ​ໂຕເອງ​ແລະ​ບໍ່​ໄດ້​ເຈິ​ກັບ​ກະສັດ.

25 ທົ່ວ​ແຜ່ນດິນ​ອິດສະຣາເອນ​ບໍ່​ມີ​ຜູ້​ຊາຍ​ຄົນ​ໃດ​ຖືກ​ຍ້ອງ​ວ່າ​ຫຼໍ່​ສ່ຳ​ກັບ​ອັບຊາໂລມ. ຕັ້ງ​ແຕ່​ຫົວ​ຮອດ​ຕີນ ລາວ​ບໍ່​ມີ​ບ່ອນ​ຕິ​ເລີຍ. 26 ລາວ​ຕ້ອງ​ຕັດ​ຜົມ​ທຸກ​ໆ​ທ້າຍ​ປີ​ເພາະ​ມັນ​ໜັກ​ໂພດ ແລະ​ຜົມ​ທີ່​ຕັດ​ອອກ​ນັ້ນ​ໜັກ 200 ເຊເກນ*​ຕາມ​ທີ່​ຊັ່ງ​ໂດຍ​ໃຊ້​ຕຸ້ມ​ນ້ຳ​ໜັກ​ທີ່​ໃຊ້​ໃນ​ວັງ.* 27 ອັບຊາໂລມ​ມີ​ລູກ​ຊາຍ 3 ຄົນ+ແລະ​ລູກສາວ 1 ຄົນ. ລູກສາວ​ຂອງ​ລາວ​ຊື່​ຕາມາ​ເປັນ​ຄົນ​ງາມ​ຫຼາຍ.

28 ອັບຊາໂລມ​ຢູ່​ເມືອງ​ເຢຣູຊາເລັມ 2 ປີ​ເຕັມ​ໆ​ ແຕ່​ບໍ່​ໄດ້​ເຈິ​ກະສັດ​ເລີຍ.+ 29 ອັບຊາໂລມ​ເອີ້ນ​ໂຢອາບ​ມາ​ຫາ​ເພື່ອ​ໃຫ້​ລາວ​ໄປ​ເວົ້າ​ກັບ​ກະສັດ ແຕ່​ໂຢອາບ​ກໍ​ບໍ່​ມາ. ອັບຊາໂລມ​ຈຶ່ງ​ໃຫ້​ຄົນ​ໄປ​ເອີ້ນ​ລາວ​ອີກ​ເປັນ​ເທື່ອ​ທີ 2 ແຕ່​ລາວ​ກໍ​ຍັງ​ບໍ່​ຍອມ​ມາ. 30 ໃນ​ທີ່​ສຸດ ອັບຊາໂລມ​ເວົ້າ​ກັບ​ຄົນ​ຂອງ​ລາວ​ວ່າ: “ໂຢອາບ​ມີ​ນາ​ທົ່ງ​ໜຶ່ງ​ຢູ່​ຕິດ​ກັບ​ນາ​ຂ້ອຍ​ແລະ​ລາວ​ປູກ​ເຂົ້າ​ບາເລ​ຢູ່​ຫັ້ນ. ໃຫ້​ພວກ​ເຈົ້າ​ໄປ​ຈູດ​ນາ​ນັ້ນ.” ຄົນ​ຂອງ​ອັບຊາໂລມ​ຈຶ່ງ​ໄປ​ຈູດ​ນາ​ຂອງ​ໂຢອາບ. 31 ໂຢອາບ​ຈຶ່ງ​ມາ​ຫາ​ອັບຊາໂລມ​ແລະ​ເວົ້າ​ວ່າ: “ເປັນ​ຫຍັງ​ຄົນ​ຂອງ​ເຈົ້າ​ຈຶ່ງ​ຈູດ​ນາ​ຂ້ອຍ?” 32 ອັບຊາໂລມ​ຕອບ​ໂຢອາບ​ວ່າ: “ຂ້ອຍ​ໃຫ້​ຄົນ​ໄປ​ບອກ​ເຈົ້າ​ວ່າ ‘ມາ​ຫາ​ຂ້ອຍ​ແລະ​ຂ້ອຍ​ຈະ​ໃຫ້​ເຈົ້າ​ໄປ​ເວົ້າ​ກັບ​ກະສັດ​ວ່າ “ພາ​ຂ້ອຍ​ມາ​ຈາກ​ເກຊູ​ເຮັດ​ຫຍັງ?+ ໃຫ້​ຂ້ອຍ​ຢູ່​ຫັ້ນ​ກະ​ຍັງ​ດີ​ກວ່າ​ຢູ່​ນີ້. ຂໍ​ໃຫ້​ຂ້ອຍ​ໄດ້​ພົບ​ກະສັດ ແລະ​ຖ້າ​ຂ້ອຍ​ມີ​ຄວາມ​ຜິດກໍ​ໃຫ້​ກະສັດ​ຂ້າ​ຂ້ອຍ​ໂລດ.”’”

33 ໂຢອາບ​ໄປ​ບອກ​ກະສັດ​ດາວິດ​ຕາມ​ນັ້ນ. ດາວິດ​ຈຶ່ງ​ເອີ້ນ​ອັບຊາໂລມ​ມາ​ຫາ. ອັບຊາໂລມ​ກໍ​ເຂົ້າ​ໄປ​ຫາ​ແລະ​ໝູບ​ໜ້າ​ລົງ​ສະແດງ​ຄວາມ​ນັບ​ຖື​ຕໍ່​ດາວິດ ແລ້ວດາວິດ​ກໍ​ຈູບ​ອັບຊາໂລມ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌