ຈົດໝາຍສະບັບທີສອງຂອງເປໂຕ
2 ຈະມີຜູ້ສອນປອມໃນພວກເຈົ້າຄືກັບທີ່ເຄີຍມີຜູ້ພະຍາກອນປອມໃນຊາດອິດສະຣາເອນ.+ ຄົນເຫຼົ່ານີ້ຈະລັກຕັ້ງນິກາຍທີ່ທຳລາຍຄວາມເຊື່ອແລະເຖິງຂັ້ນປະຕິເສດເຈົ້າຂອງຜູ້ທີ່ຊື້ເຂົາເຈົ້າມາ.+ ເຂົາເຈົ້າຈະຕ້ອງເຈິຄວາມຈິບຫາຍຢ່າງໄວວາ. 2 ຫຼາຍຄົນຈະເຮັດຊົ່ວແບບບໍ່ອາຍ*ນຳເຂົາເຈົ້າ+ ເຊິ່ງຈະເຮັດໃຫ້ຄົນອື່ນດູຖູກແນວທາງ*ຂອງພະເຈົ້າ.+ 3 ນອກຈາກນັ້ນ ເຂົາເຈົ້າຈະໃຊ້ຄຳເວົ້າຫຼອກລວງເພື່ອຊອກຫາຜົນປະໂຫຍດຈາກພວກເຈົ້າດ້ວຍຄວາມໂລບ. ແຕ່ການຕັດສິນລົງໂທດທີ່ກຳນົດໄວ້ດົນມາແລ້ວ+ຈະມາຮອດເຂົາເຈົ້າຢ່າງໄວວາ ແລະເຂົາເຈົ້າຈະຖືກທຳລາຍແທ້ໆ.+
4 ພະເຈົ້າບໍ່ໄດ້ຍົກເວັ້ນພວກທູດສະຫວັນທີ່ເຮັດຜິດ+ ແຕ່ຂັງເຂົາເຈົ້າໄວ້ໃນທາທາຣັດ*+ແລະລ່າມໂສ້ໄວ້ໃນບ່ອນທີ່ມືດໆ*ເພື່ອລໍຖ້າການຕັດສິນລົງໂທດ.+ 5 ພະເຈົ້າບໍ່ໄດ້ຍົກເວັ້ນການລົງໂທດໂລກສະໄໝບູຮານ+ ແຕ່ໃຫ້ນ້ຳມາຖ້ວມໂລກສະໄໝນັ້ນທີ່ມີແຕ່ຄົນໝິ່ນປະໝາດພະເຈົ້າ.+ ເພິ່ນປົກປ້ອງໂນອາຜູ້ປະກາດແນວທາງທີ່ຖືກຕ້ອງ+ຂອງເພິ່ນພ້ອມກັບຄົນອື່ນໆອີກ 7 ຄົນໃຫ້ປອດໄພ.+ 6 ພະເຈົ້າຕັດສິນລົງໂທດເມືອງໂຊໂດມກັບເມືອງໂກໂມຣາໂດຍທຳລາຍ 2 ເມືອງນັ້ນຈົນເປັນຂີ້ເທົ່າ+ ເຊິ່ງເປັນຕົວຢ່າງເຕືອນຄົນທີ່ໝິ່ນປະໝາດພະເຈົ້າໃຫ້ຮູ້ວ່າຈະເກີດຫຍັງຂຶ້ນກັບເຂົາເຈົ້າ.+ 7 ເພິ່ນຊ່ວຍຊີວິດໂລດຜູ້ສັດຊື່+ເຊິ່ງທຸກໃຈຫຼາຍກັບຄົນຊົ່ວທີ່ເຮັດຊົ່ວແບບບໍ່ອາຍ. 8 ຕອນທີ່ອາໄສຢູ່ກັບຄົນເຫຼົ່ານັ້ນ ຄົນທີ່ສັດຊື່ຜູ້ນີ້ຕ້ອງທຸກໃຈກັບຄວາມຊົ່ວທີ່ລາວເຫັນແລະໄດ້ຍິນທຸກໆມື້. 9 ທັງໝົດນີ້ສະແດງວ່າພະເຢໂຫວາ*ຮູ້ວິທີຊ່ວຍຄົນທີ່ຢ້ານຢຳເພິ່ນໃຫ້ຜ່ານການທົດສອບ+ ແຕ່ເພິ່ນຈົ່ງຄົນຊົ່ວໄວ້ເພື່ອທຳລາຍໃນມື້ຕັດສິນ+ 10 ໂດຍສະເພາະຄົນທີ່ຊອກຫາໂອກາດເຮັດໃຫ້ຄົນອື່ນເສື່ອມເສຍ+ແລະຄົນທີ່ໝິ່ນປະໝາດຜູ້ມີອຳນາດ.+
ເຂົາເຈົ້າເຮັດຕາມໃຈໂຕເອງແລະກ້າເວົ້າໝິ່ນປະໝາດຄົນທີ່ພະເຈົ້າຍົກຍ້ອງ. 11 ພວກທູດສະຫວັນທີ່ມີກຳລັງແລະລິດເດດຫຼາຍກວ່າກໍຍັງບໍ່ເວົ້າໃຫ້ພວກຜູ້ສອນປອມດ້ວຍຄຳເວົ້າທີ່ດູຖູກ ຍ້ອນທູດສະຫວັນເຫຼົ່ານັ້ນນັບຖືພະເຢໂຫວາ.*+ 12 ແຕ່ຄົນເຫຼົ່ານັ້ນພັດເວົ້າດູຖູກສິ່ງທີ່ເຂົາເຈົ້າບໍ່ຮູ້ຈັກ.+ ເຂົາເຈົ້າເປັນຄືກັບສັດທີ່ເຮັດຕາມສັນຊາດຕະຍານ ຄິດຫາເຫດຜົນບໍ່ເປັນ ແລະເກີດມາເພື່ອຖືກຈັບໄປຂ້າ. ຄົນເຫຼົ່ານັ້ນຈະຖືກທຳລາຍຍ້ອນເຂົາເຈົ້າໃຊ້ຊີວິດແບບຊົ່ວໆ. 13 ໃນເມື່ອເຂົາເຈົ້າສ້າງຄວາມເສຍຫາຍໃຫ້ຄົນອື່ນ ເຂົາເຈົ້າກໍຈະໄດ້ຮັບຄວາມເສຍຫາຍເປັນການຕອບແທນ.
ຄົນເຫຼົ່ານັ້ນເພີດເພີນກັບຊີວິດທີ່ຫຼູຫຼາຟຸມເຟືອຍ+ແມ່ນແຕ່ໃນຕອນກາງເວັນ. ເຂົາເຈົ້າເປັນຄືກັບຮອຍດ່າງແລະຮອຍຕຳໜິ ແລະເຂົາເຈົ້າມ່ວນຊື່ນໄປກັບຄຳສອນທີ່ຫຼອກລວງຂອງເຂົາເຈົ້າເອງຕອນທີ່ກິນລ້ຽງກັບພວກເຈົ້າ.+ 14 ໃນແວວຕາເຂົາເຈົ້າມີແຕ່ຕັນຫາ.*+ ເຂົາເຈົ້າເຊົາເຮັດຜິດບໍ່ໄດ້ແລະລໍ້ລວງບາງຄົນທີ່ບໍ່ໝັ້ນຄົງ. ເຂົາເຈົ້າຊຳນານໃນການເຮັດຕາມຄວາມໂລບທີ່ຢູ່ໃນໃຈແລະເປັນຄົນທີ່ຖືກສາບແຊ່ງ. 15 ເຂົາເຈົ້າຫຼົງໄປຈາກທາງທີ່ຖືກຕ້ອງ. ຄົນເຫຼົ່ານັ້ນຮຽນແບບບາລາອາມ+ລູກຂອງເບໂອເຊິ່ງມັກລາງວັນທີ່ໄດ້ຈາກການເຮັດຜິດ.+ 16 ບາລາອາມຖືກຕັກເຕືອນຍ້ອນບໍ່ຍອມເຮັດສິ່ງທີ່ຖືກຕ້ອງ.+ ແມ່ນແຕ່ລາທີ່ເປັນສັດລາກແກ່ເຄື່ອງເຊິ່ງປົກກະຕິເວົ້າບໍ່ໄດ້ກໍຍັງເວົ້າເປັນສຽງຄົນເພື່ອຂັດຂວາງຄວາມບ້າຂອງຜູ້ພະຍາກອນຄົນນີ້.+
17 ຄົນເຫຼົ່ານັ້ນເປັນຄືກັບບໍ່ນ້ຳພຸທີ່ແຫ້ງແລ້ວ ຄືກັບໝອກທີ່ຖືກພາຍຸຮຸນແຮງພັດຫາຍໄປ ແລະຄວາມມືດຄຶ້ມກໍລໍຖ້າເຂົາເຈົ້າຢູ່.+ 18 ເຂົາເຈົ້າເວົ້າເປັນຕາໜ້າປະທັບໃຈແຕ່ບໍ່ມີປະໂຫຍດ. ເຂົາເຈົ້າເອົາຄວາມຕ້ອງການຂອງຮ່າງກາຍ+ແລະການເຮັດຊົ່ວແບບບໍ່ອາຍມາລໍ້ລວງຄົນທີ່ຫາກໍຫຼຸດພົ້ນຈາກການໃຊ້ຊີວິດແບບຜິດໆ.+ 19 ເຖິງວ່າເຂົາເຈົ້າສັນຍາວ່າຈະໃຫ້ອິດສະຫຼະ ແຕ່ໂຕເອງພັດຍັງເປັນທາດຂອງບາບຢູ່.+ ຖ້າຜູ້ໃດຍອມແພ້ສິ່ງໃດສິ່ງໜຶ່ງ ລາວກໍເປັນທາດຂອງສິ່ງນັ້ນ.*+ 20 ຖ້າເຂົາເຈົ້າຫຼຸດພົ້ນຈາກຄວາມເປິເປື້ອນຂອງໂລກນີ້ແລ້ວ+ ຍ້ອນໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງພະເຢຊູຄລິດທີ່ເປັນນາຍແລະເປັນຜູ້ຊ່ວຍໃຫ້ລອດ ແຕ່ພັດຍອມແພ້ແລະເຂົ້າໄປຫຍຸ້ງກ່ຽວກັບສິ່ງເຫຼົ່ານັ້ນອີກ ສະພາບຂອງເຂົາເຈົ້າກໍແຮ່ງຮ້າຍກວ່າຕອນທີ່ບໍ່ຮູ້ຈັກຄຳສອນທີ່ຖືກຕ້ອງ.+ 21 ຖ້າເຂົາເຈົ້າບໍ່ເຄີຍຮູ້ຈັກທາງທີ່ຖືກຕ້ອງເລີຍກໍດີກວ່າທີ່ຮູ້ຈັກທາງນັ້ນແລ້ວແຕ່ພັດປະຖິ້ມກົດໝາຍບໍລິສຸດທີ່ເຂົາເຈົ້າໄດ້ຮັບຈາກພະເຈົ້າ.+ 22 ສິ່ງທີ່ສຸພາສິດເວົ້າໄວ້ກໍເປັນຈິງກັບເຂົາເຈົ້າທີ່ວ່າ: “ໝາກັບໄປກິນຮາກຂອງມັນເອງ ແລະໝູທີ່ອາບນ້ຳແລ້ວກັບໄປເກືອກຂີ້ຕົມອີກ.”+