ປະຖົມມະການ
28 ອີຊາກເອີ້ນຢາໂຄບມາອວຍພອນແລະສັ່ງວ່າ: “ລູກຢ່າເອົາລູກສາວຂອງຄົນການາອານມາເປັນເມຍເດີ້.+ 2 ແຕ່ໃຫ້ໄປເຮືອນຂອງເບທູເອນພໍ່ຕູ້*ຂອງລູກຢູ່ປາດັນອາລຳ ແລ້ວເອົາລູກສາວຂອງລຸງລາບານ+ (ອ້າຍຂອງແມ່) ມາເປັນເມຍ. 3 ພະເຈົ້າຜູ້ມີລິດເດດສູງສຸດຈະອວຍພອນລູກ ແລະຈະເຮັດໃຫ້ລູກມີລູກມີຫຼານຫຼາຍໆ ແລ້ວລູກຫຼານຂອງລູກຈະກາຍເປັນຊົນຊາດໃຫຍ່.+ 4 ພະເຈົ້າຈະອວຍພອນລູກແລະລູກຫຼານຂອງລູກ ຄືກັບທີ່ໄດ້ອວຍພອນໃຫ້ອັບຣາຮາມ.+ ແລ້ວລູກຈະໄດ້ເປັນເຈົ້າຂອງແຜ່ນດິນທີ່ລູກອາໄສຢູ່ຄືຄົນຕ່າງຊາດນີ້ ເຊິ່ງເປັນແຜ່ນດິນທີ່ພະເຈົ້າໃຫ້ອັບຣາຮາມແລ້ວ.”+
5 ຫຼັງຈາກນັ້ນ ອີຊາກກໍໃຫ້ຢາໂຄບໄປຫາລາບານຢູ່ປາດັນອາລຳ. ລາບານເປັນລູກຂອງເບທູເອນທີ່ເປັນຄົນອາຣາມ+ ແລະເປັນອ້າຍຂອງເຣເບກາ.+ ເຣເບກາເປັນແມ່ຂອງຢາໂຄບກັບເອຊາວ.
6 ເອຊາວຮູ້ວ່າອີຊາກອວຍພອນໃຫ້ຢາໂຄບແລະໃຫ້ລາວໄປປາດັນອາລຳເພື່ອໄປຫາເມຍຢູ່ທີ່ນັ້ນ ແລະລາວກໍໄດ້ຍິນພໍ່ສັ່ງຢາໂຄບວ່າ: “ຢ່າເອົາລູກສາວຂອງຄົນການາອານມາເປັນເມຍເດີ້.”+ 7 ເອຊາວຍັງຮູ້ອີກວ່າຢາໂຄບເຊື່ອຟັງພໍ່ແມ່ແລ້ວເດີນທາງໄປປາດັນອາລຳ.+ 8 ເອຊາວກໍເລີຍເຂົ້າໃຈວ່າພໍ່ບໍ່ຢາກໃຫ້ລູກມີເມຍເປັນຄົນການາອານ.+ 9 ສະນັ້ນ ເຖິງວ່າລາວມີເມຍ 2 ຄົນຢູ່ແລ້ວ ແຕ່ລາວກໍຍັງໄປຫາອິດຊະມາເອນເຊິ່ງເປັນລູກຂອງອັບຣາຮາມ ແລ້ວເອົາມາຮາລາດລູກສາວຂອງອິດຊະມາເອນມາເປັນເມຍອີກຄົນໜຶ່ງ. ມາຮາລາດເປັນລູກຂອງອິດຊະມາເອນ ແລະເປັນນ້ອງສາວຂອງເນບາໂຢດ.+
10 ຢາໂຄບໄດ້ເດີນທາງຈາກເບເອເຊບາໄປເມືອງຮາຣານ.+ 11 ເມື່ອມາຮອດບ່ອນໜຶ່ງຕອນຕາເວັນຕົກດິນແລ້ວ ລາວກໍກຽມບ່ອນນອນ. ລາວເອົາຫີນກ້ອນໜຶ່ງມາໝູນຫົວແລະນອນຫຼັບໄປ.+ 12 ລາວຝັນເຫັນຂັ້ນໄດຈາກໂລກໄປສະຫວັນ ແລະເຫັນທູດສະຫວັນຍ່າງຂຶ້ນຍ່າງລົງຢູ່ຂັ້ນໄດນັ້ນ.+ 13 ແລ້ວພະເຢໂຫວາທີ່ຢູ່ເທິງສະຫວັນກໍເວົ້າວ່າ:
“ເຮົາແມ່ນເຢໂຫວາ ພະເຈົ້າຂອງອັບຣາຮາມປູ່ຂອງເຈົ້າແລະພະເຈົ້າຂອງອີຊາກ.+ ບ່ອນທີ່ເຈົ້ານອນຢູ່ນີ້ ເຮົາຈະເອົາໃຫ້ເຈົ້າແລະລູກຫຼານຂອງເຈົ້າ.+ 14 ລູກຫຼານຂອງເຈົ້າຈະມີຈຳນວນຫຼາຍຄືກັບດິນຊາຍໃນໂລກນີ້.+ ແລ້ວລູກຫຼານຂອງເຈົ້າຈະກະຈາຍກັນໄປທາງທິດຕາເວັນອອກ ທາງທິດຕາເວັນຕົກ ທາງທິດເໜືອ ແລະທາງທິດໃຕ້. ທຸກເຊື້ອຊາດຈະໄດ້ຮັບພອນຍ້ອນເຈົ້າແລະລູກຫຼານຂອງເຈົ້າ.+ 15 ເຮົາຈະຢູ່ກັບເຈົ້າ ບໍ່ວ່າເຈົ້າຈະໄປໃສ. ເຮົາຈະປົກປ້ອງເຈົ້າ. ເຮົາຈະພາເຈົ້າກັບມາແຜ່ນດິນນີ້.+ ເຮົາຈະບໍ່ຖິ້ມເຈົ້າ ແລະຈະເຮັດຕາມທີ່ເຮົາໄດ້ສັນຍາໄວ້ກັບເຈົ້າ.”+
16 ຢາໂຄບກໍຕື່ນຂຶ້ນແລະເວົ້າວ່າ: “ພະເຢໂຫວາຢູ່ນີ້ແທ້ໆ ແຕ່ຂ້ອຍຄືບໍ່ຮູ້ເລີຍ.” 17 ຢາໂຄບຕື່ນເຕັ້ນຫຼາຍແລະເວົ້າວ່າ: “ໂອ້ ບ່ອນນີ້ມັນພິເສດແທ້ໆ! ຕ້ອງເປັນເຮືອນຂອງພະເຈົ້າແນ່ນອນ+ ແລະອັນນີ້ຄືຊິເປັນປະຕູເຂົ້າສະຫວັນ.”+ 18 ຢາໂຄບຕື່ນແຕ່ເຊົ້າ ລາວເອົາກ້ອນຫີນທີ່ລາວໝູນນອນຕັ້ງຂຶ້ນແລະເທນ້ຳມັນໃສ່ກ້ອນຫີນນັ້ນ.+ 19 ສະໄໝແຕ່ກີ້ເມືອງນັ້ນຊື່ວ່າລູເຊ ແຕ່ລາວປ່ຽນຊື່ໃຫ້ວ່າເບເທນ.*+
20 ຢາໂຄບສັນຍາວ່າ: “ຖ້າພະເຈົ້າຢູ່ກັບຂ້ອຍສະເໝີ ປົກປ້ອງຂ້ອຍໃນການເດີນທາງ ເອົາອາຫານໃຫ້ຂ້ອຍ ໃຫ້ຂ້ອຍມີເຄື່ອງນຸ່ງໃສ່ 21 ແລະໃຫ້ຂ້ອຍກັບມາຮອດບ້ານພໍ່ຢ່າງປອດໄພ ນີ້ກໍສະແດງວ່າພະເຢໂຫວາເປັນພະເຈົ້າຂອງຂ້ອຍແທ້ໆ. 22 ຫີນນີ້ທີ່ຂ້ອຍຕັ້ງໄວ້ຈະເປັນເຮືອນຂອງພະເຈົ້າ+ ແລະຈາກທຸກສິ່ງທີ່ພະອົງໃຫ້ຂ້ອຍ ຂ້ອຍຈະເອົາຄືນໃຫ້ 1 ສ່ວນ 10.”