ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 31
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ຢາໂຄບ​ລັກ​ໜີ​ໄປ​ການາອານ (1-18)

      • ລາບານ​ນຳ​ຫຼັງ​ຢາໂຄບ​ໄປ (19-35)

      • ຢາໂຄບ​ເຮັດ​ສັນຍາ​ກັບ​ລາບານ (36-55)

ປະຖົມມະການ 31:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:33

ປະຖົມມະການ 31:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:27

ປະຖົມມະການ 31:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:15; 32:9; 35:27

ປະຖົມມະການ 31:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:27
  • +ປຖກ 48:15

ປະຖົມມະການ 31:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:29, 30

ປະຖົມມະການ 31:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:32

ປະຖົມມະການ 31:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:39

ປະຖົມມະການ 31:12

ໄຂເງື່ອນ

  • *

    ໃນ​ນີ້​ທູດສະຫວັນ​ເວົ້າ​ແທນ​ພະ​ເຢໂຫວາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 29:25; 31:39

ປະຖົມມະການ 31:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:8, 9; 35:15
  • +ປຖກ 28:18, 22
  • +ປຖກ 35:14; 37:1

ປະຖົມມະການ 31:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:41; ຮຊອ 12:12

ປະຖົມມະການ 31:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:1
  • +ປຖກ 31:3

ປະຖົມມະການ 31:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 33:13

ປະຖົມມະການ 31:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:42, 43
  • +ປຖກ 35:27

ປະຖົມມະການ 31:19

ໄຂເງື່ອນ

  • *

    ຫຼື “ຮູບ​ພະ​ປະຈຳ​ເຮືອນ; ຮູບ​ປັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:2; ຢຊ 24:2
  • +ປຖກ 31:14

ປະຖົມມະການ 31:21

ໄຂເງື່ອນ

  • *

    ໝາຍເຖິງ​ແມ່​ນ້ຳ​ເອິຟາຣາດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18
  • +ຈຊບ 32:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2417

ປະຖົມມະການ 31:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:20; ຮຊອ 12:12
  • +ປຖກ 20:3
  • +ພສ 105:15

ປະຖົມມະການ 31:27

ໄຂເງື່ອນ

  • *

    ກອງ​ນ້ອຍ​ທີ່​ມີ​ແສ່ງ​ຕິດ​ນຳ

ປະຖົມມະການ 31:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:24

ປະຖົມມະການ 31:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:19; 35:2

ປະຖົມມະການ 31:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:18, 25

ປະຖົມມະການ 31:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:19
  • +ປຖກ 31:19

ປະຖົມມະການ 31:38

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ແກະ​ໂຕ​ຜູ້”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:27

ປະຖົມມະການ 31:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:34

ປະຖົມມະການ 31:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 47:9

ປະຖົມມະການ 31:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:7

ປະຖົມມະການ 31:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:13; 31:29
  • +ປຖກ 31:53
  • +ປຖກ 31:24

ປະຖົມມະການ 31:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:18

ປະຖົມມະການ 31:47

ໄຂເງື່ອນ

  • *

    ເປັນ​ພາສາ​ອາຣາເມອິກ ແປ​ວ່າ “ກອງ​ພະຍານ​ຫຼັກ​ຖານ”

  • *

    ເປັນ​ພາສາ​ເຮັບເຣີ ແປ​ວ່າ “ກອງ​ພະຍານ​ຫຼັກ​ຖານ”

ປະຖົມມະການ 31:48

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:22, 23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2020, ໜ້າ 4

ປະຖົມມະການ 31:49

ໄຂເງື່ອນ

  • *

    ຫຼື “ບ່ອນ​ເຝົ້າ​ເບິ່ງ”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2020, ໜ້າ 4

ປະຖົມມະການ 31:52

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:44, 45

ປະຖົມມະການ 31:53

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 7
  • +ປຖກ 31:42

ປະຖົມມະການ 31:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:28
  • +ປຖກ 24:59, 60
  • +ປຖກ 27:43; 28:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 31:1ປຖກ 30:33
ປຖກ. 31:2ປຖກ 30:27
ປຖກ. 31:3ປຖກ 28:15; 32:9; 35:27
ປຖກ. 31:5ປຖກ 30:27
ປຖກ. 31:5ປຖກ 48:15
ປຖກ. 31:6ປຖກ 30:29, 30
ປຖກ. 31:8ປຖກ 30:32
ປຖກ. 31:10ປຖກ 30:39
ປຖກ. 31:12ປຖກ 29:25; 31:39
ປຖກ. 31:13ປຖກ 12:8, 9; 35:15
ປຖກ. 31:13ປຖກ 28:18, 22
ປຖກ. 31:13ປຖກ 35:14; 37:1
ປຖກ. 31:15ປຖກ 31:41; ຮຊອ 12:12
ປຖກ. 31:16ປຖກ 31:1
ປຖກ. 31:16ປຖກ 31:3
ປຖກ. 31:17ປຖກ 33:13
ປຖກ. 31:18ປຖກ 30:42, 43
ປຖກ. 31:18ປຖກ 35:27
ປຖກ. 31:19ປຖກ 35:2; ຢຊ 24:2
ປຖກ. 31:19ປຖກ 31:14
ປຖກ. 31:21ປຖກ 15:18
ປຖກ. 31:21ຈຊບ 32:1
ປຖກ. 31:24ປຖກ 25:20; ຮຊອ 12:12
ປຖກ. 31:24ປຖກ 20:3
ປຖກ. 31:24ພສ 105:15
ປຖກ. 31:29ປຖກ 31:24
ປຖກ. 31:30ປຖກ 31:19; 35:2
ປຖກ. 31:33ປຖກ 46:18, 25
ປຖກ. 31:35ລລວ 15:19
ປຖກ. 31:35ປຖກ 31:19
ປຖກ. 31:38ປຖກ 30:27
ປຖກ. 31:391ຊມ 17:34
ປຖກ. 31:40ປຖກ 47:9
ປຖກ. 31:41ປຖກ 31:7
ປຖກ. 31:42ປຖກ 28:13; 31:29
ປຖກ. 31:42ປຖກ 31:53
ປຖກ. 31:42ປຖກ 31:24
ປຖກ. 31:45ປຖກ 28:18
ປຖກ. 31:48ປຖກ 31:22, 23
ປຖກ. 31:52ປຖກ 31:44, 45
ປຖກ. 31:53ປຖກ 17:1, 7
ປຖກ. 31:53ປຖກ 31:42
ປຖກ. 31:55ປຖກ 31:28
ປຖກ. 31:55ປຖກ 24:59, 60
ປຖກ. 31:55ປຖກ 27:43; 28:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 31:1-55

ປະຖົມມະການ

31 ຕໍ່ມາ ຢາໂຄບ​ໄດ້​ຍິນ​ພວກ​ລູກ​ຊາຍ​ຂອງ​ລາບານ​ລົມ​ກັນ​ວ່າ: “ຢາໂຄບ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ຂອງ​ພໍ່​ພວກ​ເຮົາ​ໄປ. ຊັບ​ສົມບັດ​ທັງ​ໝົດ​ທີ່​ລາວ​ມີ​ຢູ່​ກໍ​ມາ​ຈາກ​ພໍ່​ຂອງ​ພວກ​ເຮົາ.”+ 2 ເມື່ອ​ຢາໂຄບ​ເບິ່ງ​ໜ້າ​ຂອງ​ລາບານ ລາວ​ກໍ​ເຫັນ​ວ່າ​ສີ​ໜ້າ​ພໍ່​ເຖົ້າ​ບໍ່​ຄື​ເກົ່າ.+ 3 ພະ​ເຢໂຫວາ​ເວົ້າ​ກັບ​ຢາໂຄບ​ວ່າ: “ໃຫ້​ກັບ​ໄປ​ແຜ່ນດິນ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ ແລະ​ໄປ​ຫາ​ຍາດຕິພີ່ນ້ອງ​ຂອງ​ເຈົ້າ+ ແລ້ວ​ເຮົາ​ຈະ​ຊ່ວຍ​ເຈົ້າ​ຕໍ່​ໆ​ໄປ.” 4 ຢາໂຄບສົ່ງ​ຄົນ​ໃຫ້​ໄປ​ບອກ​ຣາເຄນ​ກັບ​ເລອາ​ໃຫ້​ມາ​ຫາ​ຢູ່​ບ່ອນ​ທີ່​ລາວ​ລ້ຽງ​ສັດ 5 ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ:

“ອ້າຍ​ເຫັນ​ວ່າ​ພໍ່​ຂອງ​ພວກ​ນ້ອງ​ປ່ຽນ​ໄປ​ແລ້ວ+ ແຕ່​ພະເຈົ້າ​ຂອງ​ພໍ່​ອ້າຍ​ຍັງ​ຊ່ວຍ​ອ້າຍ​ຢູ່.+ 6 ພວກ​ນ້ອງ​ກໍ​ເຫັນ​ແລ້ວ​ວ່າ​ອ້າຍ​ເຮັດ​ວຽກ​ໃຫ້​ພໍ່​ຂອງ​ພວກ​ນ້ອງ​ຈົນ​ສຸດ​ເຫື່ອ​ສຸດ​ແຮງ​ແລ້ວ.+ 7 ພໍ່​ຂອງ​ພວກ​ນ້ອງພະຍາຍາມ​ໂກງແລະ​ປ່ຽນ​ຄ່າ​ຈ້າງ​ຂອງ​ອ້າຍ 10 ເທື່ອ​ແລ້ວ ແຕ່​ພະເຈົ້າ​ກໍຊ່ວຍ​ອ້າຍ​ຕະຫຼອດ. 8 ຄື​ຈັ່ງ​ຕອນ​ທີ່​ພໍ່​ບອກ​ວ່າ ‘ສັດ​ທີ່​ເປັນ​ໂຕ​ດ່າງ​ຈະ​ເປັນ​ຄ່າ​ຈ້າງ​ຂອງ​ລູກ​ເດີ້’ ສັດ​ທີ່​ເກີດ​ມາ​ກໍ​ເປັນ​ໂຕ​ດ່າງ​ໝົດ. ແຕ່​ຖ້າ​ພໍ່​ປ່ຽນ​ໃຈ​ແລະ​ບອກ​ວ່າ ‘ໂຕ​ລາຍ​ກ່ານ​ຈະ​ເປັນ​ຄ່າ​ຈ້າງ​ຂອງ​ລູກ​ເດີ້’ ໂຕ​ທີ່​ເກີດ​ມາ​ກໍ​ເປັນ​ໂຕ​ລາຍ​ກ່ານ​ໝົດ.+ 9 ພະເຈົ້າ​ໄດ້​ເອົາ​ສັດ​ຈາກ​ຝູງ​ຂອງ​ພໍ່​ພວກ​ນ້ອງ​ມາ​ໃຫ້​ອ້າຍ​ເລື້ອຍ​ໆ​. 10 ມີ​ເທື່ອ​ໜຶ່ງ​ໃນ​ຍາມ​ທີ່​ສັດຕິດ​ເຊີງ ອ້າຍ​ຝັນ​ເຫັນ​ແບ້​ໂຕ​ຜູ້​ທີ່​ມີ​ລາຍ​ດ່າງ​ກັບ​ລາຍ​ກ່ານ​ມາ​ເຊີງ​ກັບ​ແບ້​ໂຕ​ແມ່.+ 11 ຈາກ​ນັ້ນ ພະເຈົ້າ​ທ່ຽງ​ແທ້​ເອີ້ນ​ອ້າຍ​ຜ່ານ​ທາງ​ທູດ​ສະຫວັນ​ຂອງເພິ່ນ​ໃນ​ຄວາມ​ຝັນ​ວ່າ ‘ຢາໂຄບ​ເອີ້ຍ!’ ແລ້ວ​ອ້າຍ​ກໍ​ຕອບ​ວ່າ ‘ໂດຍ ພະອົງ.’ 12 ທູດ​ສະຫວັນ​ເວົ້າ*ຕື່ມ​ອີກ​ວ່າ ‘ແນມ​ເບິ່ງ​ແມ້ ແບ້​ໂຕ​ຜູ້​ທີ່​ເຊີງ​ກັບ​ແບ້​ໂຕ​ແມ່ມີ​ທັງ​ລາຍ​ດ່າງ​ກັບ​ລາຍ​ກ່ານ ເພາະ​ເຮົາ​ໄດ້​ເຫັນ​ທຸກ​ສິ່ງ​ທີ່​ລາບານ​ເຮັດ​ກັບ​ເຈົ້າ​ແລ້ວ.+ 13 ເຮົາ​ແມ່ນ​ພະເຈົ້າທ່ຽງ​ແທ້​ທີ່​ມາ​ຫາ​ເຈົ້າ​ຢູ່​ເບເທນ+ ບ່ອນ​ທີ່​ເຈົ້າເທນ້ຳມັນ​ໃສ່​ເສົາ​ຫີນ​ແລະ​ສັນຍາ​ກັບ​ເຮົາ.+ ໃຫ້​ເຈົ້າ​ອອກ​ຈາກ​ແຜ່ນດິນ​ນີ້​ກັບ​ໄປ​ແຜ່ນດິນ​ທີ່​ເຈົ້າ​ເກີດ.’”+

14 ຣາເຄນ​ກັບ​ເລອາ​ຕອບ​ຢາໂຄບ​ວ່າ: “ພວກ​ເຮົາ​ຄື​ຊິບໍ່​ໄດ້​ມໍລະດົກ​ຈາກ​ພໍ່​ດອກ. 15 ເພິ່ນ​ຖື​ວ່າ​ພວກ​ເຮົາເປັນ​ຄົນ​ອື່ນຕັ້ງ​ແຕ່​ຕອນ​ທີ່​ຂາຍ​ພວກ​ເຮົາ​ແລ້ວ ແລະ​ເພິ່ນ​ກໍ​ໃຊ້​ເງິນ​ນັ້ນ​ໝົດ​ແລ້ວ.+ 16 ຊັບ​ສົມບັດ​ທຸກ​ຢ່າງ​ທີ່​ພະເຈົ້າ​ເອົາ​ໄປ​ຈາກ​ພໍ່​ຂອງ​ພວກ​ເຮົາ ລ້ວນ​ແຕ່​ແມ່ນ​ຂອງ​ພວກ​ເຮົາ​ແລະ​ຂອງ​ລູກ​ພວກ​ເຮົາ.+ ຄັນ​ຊັ້ນ​ກໍ​ໃຫ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະເຈົ້າ​ບອກ​ໃຫ້​ອ້າຍ​ເຮັດ.”+

17 ແລ້ວຢາໂຄບ​ກໍ​ໃຫ້​ລູກ​ກັບເມຍ​ຂຶ້ນ​ຂີ່​ຫຼັງ​ອູດ​ໄປ.+ 18 ຢາໂຄບ​ໄດ້​ເອົາ​ຝູງ​ສັດ​ແລະ​ສິ່ງ​ຂອງ​ທັງ​ໝົດ​ທີ່​ລາວ​ສະສົມ+ຢູ່​ປາດັນອາລຳ ໄປ​ຫາ​ອີຊາກ​ພໍ່​ຂອງ​ລາວ​ຢູ່​ແຜ່ນດິນ​ການາອານ.+

19 ຕອນ​ທີ່​ລາບານ​ອອກ​ໄປ​ຕັດ​ຂົນ​ແກະ ຣາເຄນ​ກໍ​ໄປ​ລັກ​ເອົາ​ຮູບ​ພະ​ເທຣາຟີມ*+ຂອງ​ພໍ່​ໄປ.+ 20 ຢາໂຄບ​ລັກ​ໜີ​ໄປ​ຈາກ​ລາບານ​ຄົນ​ອາຣາມ. 21 ລາວ​ໜີ​ຂ້າມ​ແມ່ນ້ຳ*+ໄປ​ພ້ອມ​ກັບ​ຄອບຄົວ​ແລະ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ລາວ​ມີ ແລ້ວ​ລາວ​ກໍ​ເດີນທາງ​ໄປ​ເຂດ​ພູ​ກິລຽດ.+ 22 ໃນ​ມື້​ທີ 3 ລາບານ​ຈຶ່ງ​ຮູ້​ວ່າ​ຢາໂຄບ​ໜີ​ໄປ. 23 ລາບານ​ກໍ​ເລີຍ​ພາ​ພວກ​ພີ່ນ້ອງ​ຂອງ​ລາວ​ໄລ່​ຕິດ​ຕາມ​ຢາໂຄບ​ໄປ 7 ມື້​ຈຶ່ງ​ນຳ​ທັນ​ຢາໂຄບ​ຢູ່​ເຂດ​ພູ​ກິລຽດ. 24 ໃນ​ຕອນ​ກາງຄືນ ພະເຈົ້າ​ມາ​ຫາ​ລາບານ​ຄົນ​ອາຣາມ+ໃນ​ຄວາມ​ຝັນ+​ແລະ​ເວົ້າ​ວ່າ: “ໃຫ້ລະວັງ​ຄຳເວົ້າ​ທີ່​ຈະ​ເວົ້າ​ກັບ​ຢາໂຄບໃຫ້​ດີ​ໆ​.”+

25 ຢາໂຄບ​ຕັ້ງ​ເຕັ້ນ​ຢູ່​ເຂດ​ພູ​ກິລຽດ. ເມື່ອ​ລາບານ​ກັບ​ຍາດ​ຕິ​ພີ່ນ້ອງ​ມາ​ຮອດ​ກໍ​ຕັ້ງ​ເຕັ້ນ​ຢູ່​ໃກ້​ໆ​ຫັ້ນ ແລ້ວ​ລາບານ​ກໍ​ມາ​ຫາ​ຢາໂຄບ. 26 ລາບານ​ເວົ້າ​ກັບ​ຢາໂຄບ​ວ່າ: “ເປັນ​ຫຍັງ​ລູກ​ຈຶ່ງ​ເຮັດ​ແນວ​ນີ້? ເປັນ​ຫຍັງ​ລູກ​ຈຶ່ງລັກ​ອອກມາ​ແລະ​ພາ​ລູກ​ສາວ​ຂອງ​ພໍ່​ອອກ​ມາ ຄື​ກັບ​ວ່າ​ເຂົາ​ເຈົ້າ​ເປັນ​ຊະເລີຍ​ໃນ​ສົງຄາມ? 27 ເປັນ​ຫຍັງ​ລູກ​ຈຶ່ງ​ລັກ​ໜີ​ມາ​ໂດຍ​ບໍ່​ບອກ​ພໍ່? ຖ້າ​ລູກ​ບອກ​ພໍ່ ພໍ່​ກໍ​ຊິ​ໃຫ້​ຄົນ​ມາ​ຮ້ອງ​ເພງ ຕີ​ກອງ​ແທມບູຣິນ* ແລະ​ດີດ​ພິນ​ສົ່ງ​ລູກ​ເມືອ​ຢ່າງ​ມີ​ຄວາມສຸກ. 28 ແຕ່​ລູກ​ບໍ່​ໄດ້​ໃຫ້​ພໍ່​ຈູບ​ລາ​ລູກ​ສາວ​ແລະ​ຫຼານ​ຂອງ​ພໍ່​ເລີຍ. ຈັ່ງ​ແມ່ນ​ລູກ​ເຮັດ​ຄື​ກັບ​ຄົນ​ໂງ່​ແທ້. 29 ຖ້າ​ພໍ່​ຊິ​ທຳ​ຮ້າຍ​ລູກ​ພໍ່​ກໍ​ເຮັດ​ໄດ້ ແຕ່​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ລູກ​ໄດ້​ມາ​ບອກ​ພໍ່​ໃນ​ຄວາມ​ຝັນ​ໃນ​ຄືນ​ແລ້ວ​ນີ້​ວ່າ ‘ໃຫ້​ລະວັງ​ຄຳເວົ້າ​ທີ່​ຈະ​ເວົ້າ​ກັບ​ຢາໂຄບ​ໃຫ້​ດີ​ໆ​.’+ 30 ພໍ່​ເຂົ້າ​ໃຈ​ທີ່​ລູກ​ອອກ​ມາ​ແບບ​ນີ້ ກໍ​ຍ້ອນ​ລູກ​ບໍ່​ໄດ້​ກັບ​ບ້ານ​ເກີດ​ດົນ​ແລ້ວ. ແຕ່​ເປັນ​ຫຍັງ​ລູກ​ຄື​ລັກ​ເອົາ​ພະ​ຂອງ​ພໍ່​ມາ​ນຳ?”+

31 ຢາໂຄບ​ຕອບ​ລາບານ​ວ່າ: “ລູກ​ຢ້ານ ເພາະ​ລູກ​ຄິດ​ວ່າ​ພໍ່​ຊິ​ບັງຄັບ​ເອົາ​ລູກ​ສາວ​ຂອງ​ພໍ່​ໄປ​ຈາກ​ລູກ. 32 ເລື່ອງ​ພະ​ຂອງ​ພໍ່​ນັ້ນ ຖ້າ​ເຫັນ​ຢູ່​ນຳ​ໃຜ ຄົນ​ນັ້ນ​ຈະ​ຕ້ອງ​ຕາຍ. ໃຫ້​ພໍ່​ຄົ້ນ​ເຄື່ອງ​ຂອງ​ຂອງ​ລູກ​ຕໍ່​ໜ້າ​ຍາດ​ຕິ​ພີ່ນ້ອງ​ຂອງ​ພວກເຮົາ ແລະ​ຖ້າ​ເຫັນ​ອີ່ຫຍັງ​ທີ່​ເປັນ​ຂອງ​ພໍ່​ກໍ​ເອົາ​ໄປ​ໂລດ.” ຢາໂຄບເວົ້າ​ແນວ​ນັ້ນ​ກໍ​ຍ້ອນ​ລາວບໍ່​ຮູ້​ວ່າ​ຣາເຄນ​ໄດ້​ລັກ​ເອົາ​ພະ​ຂອງ​ພໍ່​ມາ. 33 ລາບານ​ເຂົ້າ​ໄປ​ຄົ້ນ​ເຕັ້ນ​ຂອງ​ຢາໂຄບ ເຕັ້ນ​ຂອງ​ເລອາ ແລະ​ເຕັ້ນ​ຂອງ​ສາວ​ໃຊ້ 2 ຄົນ+ ແຕ່​ກໍ​ບໍ່​ເຫັນ​ພະ​ຂອງ​ລາວ. ແລ້ວ​ລາວ​ກໍ​ອອກ​ຈາກ​ເຕັ້ນ​ຂອງ​ເລອາ ແລະ​ເຂົ້າ​ໄປ​ໃນ​ເຕັ້ນ​ຂອງ​ຣາເຄນ. 34 ແຕ່​ຣາເຄນ​ເອົາ​ພະໃສ່​ບ່ອນ​ເກັບ​ເຄື່ອງ​ທີ່​ຢູ່​ອານ​ເທິງຫຼັງ​ອູດ ແລະ​ລາວ​ກໍ​ນັ່ງ​ເຕັງຢູ່​ເທິງ. ລາບານ​ເຂົ້າ​ໄປ​ຄົ້ນ​ໃນ​ເຕັ້ນ​ຂອງ​ຣາເຄນ ແຕ່​ກໍຊອກ​ບໍ່​ເຫັນ. 35 ຣາເຄນ​ເວົ້າ​ກັບ​ພໍ່​ວ່າ: “ຂໍ​ໂທດ​ເດີ້​ພໍ່. ລູກ​ເປັນ​ປະຈຳ​ເດືອນ​ຢູ່+ ລຸກ​ຈາກ​ຫຼັງ​ອູດ​ບໍ່​ໄດ້.” ລາບານ​ຊອກ​ຢ່າງ​ລະອຽດ ແຕ່​ກໍບໍ່​ເຫັນ​ພະ​ຂອງ​ລາວ.+

36 ຢາໂຄບ​ກໍ​ເລີຍ​ໃຈ​ຮ້າຍ​ແລະ​ເວົ້າ​ໃຫ້​ລາບານ​ວ່າ: “ລູກ​ເຮັດ​ຫຍັງ​ຜິດບໍ? ເປັນ​ຫຍັງ​ພໍ່​ຄື​ໄລ່​ຕິດ​ຕາມ​ລູກ​ແບບ​ນີ້? 37 ພໍ່​ຄົ້ນ​ເຄື່ອງ​ຂອງ​ລູກ​ໝົດ​ແລ້ວ ພໍ່​ເຫັນ​ອີ່ຫຍັງ​ທີ່​ເປັນ​ຂອງ​ພໍ່​ບໍ? ໃຫ້​ເອົາ​ເຄື່ອງ​ນັ້ນ​ອອກ​ມາ​ຕໍ່​ໜ້າ​ຄົນ​ຂອງ​ລູກ​ແລະ​ຄົນ​ຂອງ​ພໍ່ ແລ້ວ​ໃຫ້​ເຂົາ​ເຈົ້າ​ຕັດສິນ​ພວກ​ເຮົາ. 38 ຕະຫຼອດ 20 ປີ​ທີ່​ລູກ​ຢູ່​ນຳ​ພໍ່ ແກະ​ກັບ​ແບ້​ຂອງ​ພໍ່​ບໍ່​ເຄີຍ​ຫຼຸ​ລູກ​ຈັກ​ເທື່ອ+ ແລະ​ລູກ​ກໍ​ບໍ່​ເຄີຍ​ກິນ​ແກະ​ນ້ອຍ*ຂອງ​ພໍ່​ເລີຍ. 39 ລູກ​ບໍ່​ເຄີຍ​ປ່ອຍ​ໃຫ້​ສັດ​ປ່າ​ມາ​ກັດ​ແກະ​ຂອງ​ພໍ່+ ຖ້າ​ໂຕ​ໃດ​ເສຍ​ລູກ​ກໍ​ໄຊ້​ຄືນ. ຖ້າ​ໂຕ​ໃດ​ຖືກ​ລັກ ບໍ່​ວ່າ​ຈະ​ເປັນ​ກາງເວັນ​ຫຼື​ກາງຄືນ ພໍ່​ກໍ​ໃຫ້​ລູກ​ໄຊ້​ຄືນ​ໝົດ. 40 ຕອນ​ກາງເວັນ​ລູກ​ຖືກ​ແດດເຜົາ ຕອນ​ກາງຄືນ​ກໍ​ໜາວ​ສັ່ນ​ຈົນ​ນອນ​ບໍ່​ຫຼັບ.+ 41 ລູກ​ເຮັດ​ວຽກ​ໃຫ້​ພໍ່​ມາ 20 ປີ​ແລ້ວ. ລູກ​ຕ້ອງ​ເຮັດ​ວຽກ 14 ປີ ເພື່ອ​ຊິ​ໄດ້​ລູກ​ສາວ 2 ຄົນ​ຂອງ​ພໍ່ ແລະ​ເຮັດ​ວຽກ​ອີ​ກ 6 ປີ​ເພື່ອ​ຊິ​ໄດ້​ຝູງ​ສັດ. ແຕ່​ພໍ່​ກໍ​ປ່ຽນ​ຄ່າ​ຈ້າງ​ຂອງ​ລູກ​ໄປ​ເລື້ອຍ​ໆ​ຕັ້ງ​ວ່າ 10 ເທື່ອ.+ 42 ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ຂອງ​ລູກ+ ພະເຈົ້າ​ຂອງ​ອັບຣາຮາມ ແລະ​ພະເຈົ້າ​ທີ່​ອີຊາກນະມັດສະການ+ໄດ້​ອວຍ​ພອນ​ລູກ. ຖ້າ​ເພິ່ນ​ບໍ່​ໄດ້​ຢູ່​ກັບ​ລູກ ລູກ​ຄື​ຊິ​ບໍ່​ໄດ້​ຫຍັງ​ອອກ​ມາ​ນຳ​ເລີຍ. ແຕ່​ພະເຈົ້າ​ເຫັນ​ວ່າ​ລູກ​ຕ້ອງ​ເຮັດ​ວຽກ​ໜັກ​ແລະ​ທົນ​ທຸກ ເພິ່ນ​ຈຶ່ງ​ມາ​ເຕືອນ​ພໍ່​ມື້​ຄືນ​ນີ້.”+

43 ລາບານ​ຕອບ​ຢາໂຄບ​ວ່າ: “ພວກ​ລູກ​ສາວ​ນັ້ນ​ເປັນ​ລູກ​ສາວ​ພໍ່​ເອງ ລູກ​ຂອງ​ເຂົາ​ເຈົ້າ​ກໍ​ເປັນ​ຫຼານ​ຂອງ​ພໍ່ ແລະ​ພວກ​ຝູງ​ສັດ​ກໍ​ເປັນ​ຂອງ​ພໍ່​ຄື​ກັນ. ທຸກ​ສິ່ງ​ທີ່​ລູກ​ເຫັນ​ເປັນ​ຂອງ​ພໍ່​ແລະ​ເປັນ​ຂອງ​ລູກ​ສາວ​ຂອງ​ພໍ່​ທັງ​ໝົດ. ໃນ​ມື້​ນີ້​ພໍ່​ຈະ​ເຮັດ​ແນວ​ບໍ່​ດີ​ໃຫ້​ລູກ​ໃຫ້​ຫຼານ​ຂອງ​ພໍ່​ໄດ້​ຈັ່ງ​ໃດ? 44 ຄັນ​ຊັ້ນ ໃຫ້​ພວກ​ເຮົາ​ມາ​ເຮັດ​ສັນຍາ​ນຳ​ກັນ ແລະ​ສ້າງ​ສິ່ງ​ໜຶ່ງ​ຂຶ້ນ​ມາ​ເພື່ອ​ໃຫ້​ພວກ​ເຮົາ​ຈື່​ສັນຍາ​ນີ້.” 45 ຢາໂຄບ​ເອົາ​ຫີນ​ໃຫຍ່​ກ້ອນ​ໜຶ່ງ​ຕັ້ງ​ຂຶ້ນ​ເປັນ​ຫຼັກ​ເສົາ.+ 46 ແລ້ວ​ຢາໂຄບ​ກໍ​ບອກ​ພວກ​ຜູ້​ຊາຍ​ວ່າ: “ເອົາ​ກ້ອນ​ຫີນ​ມາ!” ເຂົາ​ເຈົ້າ​ກໍ​ເອົາ​ຫີນ​ມາ​ກອງລວມກັນ​ເຮັດ​ເປັນ​ບ່ອນ​ກິນ​ເຂົ້າ ແລ້ວ​ທຸກ​ຄົນ​ກໍ​ກິນ​ເຂົ້າ​ນຳ​ກັນ. 47 ລາບານ​ຈຶ່ງ​ເອີ້ນ​ບ່ອນ​ນັ້ນ​ວ່າ​ເຢກາຊາຮາດູທາ* ແຕ່​ຢາໂຄບ​ເອີ້ນ​ວ່າ​ກາລາເອັດ.*

48 ລາບານ​ເວົ້າ​ວ່າ: “ມື້​ນີ້​ຂໍ​ໃຫ້​ກອງ​ຫີນ​ນີ້​ເປັນ​ພະຍານ​ລະຫວ່າງ​ພວກ​ເຮົາ​ສອງ​ຄົນ.” ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ກາລາເອັດ+ 49 ແລະ​ຫໍສັງເກດການ* ຍ້ອນ​ລາບານ​ບອກ​ວ່າ: “ເຖິງ​ວ່າ​ພວກ​ເຮົາ​ຊິ​ບໍ່​ໄດ້​ຢູ່​ນຳ​ກັນ​ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ເຝົ້າ​ເບິ່ງ​ພວກ​ເຮົາ​ຕະຫຼອດ. 50 ຖ້າ​ລູກ​ເຮັດ​ບໍ່​ດີ​ຕໍ່​ລູກ​ສາວ​ຂອງ​ພໍ່ ແລະ​ຖ້າ​ລູກ​ໄປ​ເອົາ​ເມຍ​ໃໝ່​ຕື່ມ​ອີ​ກ ເຖິງ​ວ່າ​ຄົນ​ອື່ນ​ຊິ​ບໍ່​ເຫັນ ແຕ່​ຢ່າ​ລືມ​ວ່າ​ພະເຈົ້າ​ທີ່​ເປັນ​ພະຍານ​ລະຫວ່າງ​ພວກ​ເຮົາ​ສອງ​ຄົນ​ເຝົ້າ​ເບິ່ງ​ຢູ່.” 51 ລາບານ​ເວົ້າ​ກັບ​ຢາໂຄບ​ຕື່ມ​ອີກ​ວ່າ: “ເບິ່ງ​ຫີນ​ທີ່​ພວກ​ເຮົາ​ກອງ​ໄວ້​ແລະ​ເສົາ​ນີ້​ທີ່​ພວກ​ເຮົາ​ຕັ້ງ​ຂຶ້ນ​ເພື່ອ​ເຮັດ​ສັນຍາ​ນຳ​ກັນ. 52 ກອງ​ຫີນ​ນີ້​ຈະ​ເປັນ​ພະຍານ ແລະ​ເສົາ​ຫີນ​ນີ້​ກໍ​ຈະ​ເປັນ​ພະຍານ​ຄື​ກັນ+​ວ່າ ພໍ່​ຈະ​ບໍ່​ຂ້າມ​ກອງ​ຫີນ​ນີ້​ເພື່ອ​ໄປ​ທຳ​ຮ້າຍ​ລູກ ລູກ​ເອງ​ກໍ​ຈະ​ບໍ່​ຂ້າມ​ກອງ​ຫີນ​ແລະ​ເສົາ​ຫີນ​ນີ້​ມາ​ທຳ​ຮ້າຍ​ພໍ່​ຄື​ກັນ. 53 ຂໍ​ໃຫ້​ພະເຈົ້າ​ຂອງ​ອັບຣາຮາມ+ ພະເຈົ້າ​ຂອງ​ນາໂຮ ແລະ​ພະເຈົ້າ​ຂອງ​ປູ່​ຍ່າ​ຕາ​ນາຍ​ເປັນ​ຜູ້​ຕັດສິນ​ພວກ​ເຮົາ​ສອງ​ຄົນ.” ແລ້ວ​ຢາໂຄບ​ກໍ​ສາບານ​ຕໍ່​ໜ້າ​ພະເຈົ້າ​ທີ່​ອີຊາກ​ພໍ່​ຂອງ​ລາວ​ນະມັດສະການ.+

54 ຫຼັງ​ຈາກ​ນັ້ນ ຢາໂຄບ​ໄດ້​ເອົາ​ເຄື່ອງ​ບູຊາໃຫ້​ພະເຈົ້າຢູ່​ເທິງ​ພູ ແລ້ວ​ເຊີນ​ພີ່ນ້ອງ​ໃຫ້​ມາ​ກິນ​ເຂົ້າ​ນຳ​ກັນ. ເຂົາ​ເຈົ້າ​ກໍ​ກິນ​ແລະ​ນອນ​ຄ້າງ​ຄືນ​ຢູ່​ເທິງ​ພູນັ້ນ. 55 ລາບານ​ຕື່ນ​ແຕ່​ເຊົ້າ ຈູບ​ລາ​ລູກ​ສາວ​ກັບ​ພວກ​ຫຼານ+​ແລະ​ອວຍ​ພອນ​ເຂົາ​ເຈົ້າ.+ ຈາກ​ນັ້ນ ລາວ​ກໍ​ກັບ​ເມືອ​ເຮືອນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌