ອົບພະຍົບ
1 ຕໍ່ໄປນີ້ແມ່ນລາຍຊື່ຂອງພວກລູກຊາຍອິດສະຣາເອນ.* ເຂົາເຈົ້າກັບຄອບຄົວມາຢູ່ເອຢິບພ້ອມກັບຢາໂຄບ. ເຂົາເຈົ້າມີລາຍຊື່ດັ່ງນີ້:+ 2 ຣູເບັນ ຊີເມໂອນ ເລວີ ຢູດາ+ 3 ອິດຊາຄາ ເຊບູລູນ ເບັນຢາມິນ 4 ດານ ນັບທາລີ ຄາດ ແລະອາເຊ.+ 5 ລູກຫຼານທັງໝົດຂອງຢາໂຄບມີ 70 ຄົນ ແຕ່ໂຢເຊັບຢູ່ໃນເອຢິບກ່ອນແລ້ວ.+ 6 ໃນທີ່ສຸດ ໂຢເຊັບກໍຕາຍ.+ ພວກອ້າຍນ້ອງຂອງລາວແລະຄົນລຸ້ນດຽວກັນກໍຕາຍໝົດ. 7 ພວກອິດສະຣາເອນມີຈຳນວນເພີ່ມຂຶ້ນໄວຫຼາຍ. ເຂົາເຈົ້າມີຫຼາຍຂຶ້ນເລື້ອຍໆແລະຄົນເອຢິບກໍເລີ່ມຢ້ານເຂົາເຈົ້າ. ບໍ່ດົນພວກອິດສະຣາເອນກໍເຕັມແຜ່ນດິນເອຢິບ.+
8 ໃນທີ່ສຸດ ກະສັດເອຢິບ*ອົງໃໝ່ກໍຂຶ້ນມາປົກຄອງ ລາວບໍ່ເຄີຍຮູ້ຈັກໂຢເຊັບເລີຍ. 9 ກະສັດເວົ້າກັບຄົນຂອງລາວວ່າ: “ພວກອິດສະຣາເອນນີ້ ນັບມື້ນັບຫຼາຍຂຶ້ນກວ່າພວກເຮົາ ແລະມີກຳລັງຫຼາຍກວ່າພວກເຮົາແລ້ວ.+ 10 ພວກເຮົາຕ້ອງເຮັດຫຍັງຈັກຢ່າງ ເພື່ອບໍ່ໃຫ້ພວກມັນມີຈຳນວນຫຼາຍຂຶ້ນ. ຄັນມີສົງຄາມເກີດຂຶ້ນ ພວກມັນຊິໄປເຂົ້າຮ່ວມກັບສັດຕູຕໍ່ສູ້ພວກເຮົາ ແລ້ວໜີໄປ.”
11 ພວກເຂົາເລີຍແຕ່ງຕັ້ງຫົວໜ້າຄົນງານໃຫ້ບັງຄັບພວກອິດສະຣາເອນໃຫ້ເຮັດວຽກໜັກ.+ ພວກເຂົາສ້າງເມືອງປີໂທມແລະເມືອງຣາເມເສດ+ ເພື່ອເປັນບ່ອນມ້ຽນເຄື່ອງຂອງຟາໂຣ.* 12 ແຮ່ງພວກເຂົາກົດຂີ່ພວກອິດສະຣາເອນຫຼາຍເທົ່າໃດ ພວກອິດສະຣາເອນແຮ່ງມີຈຳນວນຫຼາຍຂຶ້ນເລື້ອຍໆ ຍ້ອນແນວນີ້ພວກເອຢິບຈຶ່ງຮູ້ສຶກຢ້ານພວກອິດສະຣາເອນ.+ 13 ພວກເອຢິບເລີຍບັງຄັບພວກອິດສະຣາເອນໃຫ້ເປັນທາດແລະເຮັດວຽກໜັກ.+ 14 ພວກເອຢິບເຮັດໃຫ້ຊີວິດຂອງພວກອິດສະຣາເອນທຸກຍາກລຳບາກ. ເຂົາເຈົ້າຕ້ອງອອກແຮງງານໜັກ ຕ້ອງເຮັດດິນຈີ່ກັບດິນດາກທີ່ເປັນຄືກັບປູນ ແລະເຮັດວຽກທຸກຢ່າງຢູ່ກາງທົ່ງ. ພວກເອຢິບໃຫ້ພວກອິດສະຣາເອນເປັນທາດແລະເຮັດວຽກທຸກຢ່າງໃນສະພາບທີ່ຍາກລຳບາກຫຼາຍ.+
15 ຕໍ່ມາ ກະສັດເອຢິບໄດ້ເວົ້າກັບພວກໝໍຊ່ວຍຄົນເກີດລູກທີ່ເປັນຄົນເຮັບເຣີ. ເຂົາເຈົ້າຊື່ຊິຟຣາກັບປູອາ. 16 ກະສັດບອກເຂົາເຈົ້າວ່າ: “ຕອນທີ່ພວກເຈົ້າຊ່ວຍຜູ້ຍິງຄົນເຮັບເຣີເກີດລູກ+ ໃຫ້ເບິ່ງເດີ້ວ່າແອນ້ອຍທີ່ເກີດມາເປັນຜູ້ຊາຍຫຼືຜູ້ຍິງ. ຖ້າເປັນຜູ້ຊາຍໃຫ້ຂ້າຖິ້ມ ແຕ່ຖ້າເປັນຜູ້ຍິງໃຫ້ຈົ່ງໄວ້.” 17 ແຕ່ພວກໝໍຊ່ວຍຄົນເກີດລູກຢ້ານຢຳພະເຈົ້າທ່ຽງແທ້ ເຂົາເຈົ້າກໍເລີຍບໍ່ໄດ້ເຮັດຕາມຄຳສັ່ງຂອງກະສັດເອຢິບແລະບໍ່ໄດ້ຂ້າແອນ້ອຍຜູ້ຊາຍ.+ 18 ແລ້ວກະສັດເອຢິບກໍເອີ້ນພວກໝໍຊ່ວຍຄົນເກີດລູກມາແລະຖາມວ່າ: “ເປັນຫຍັງພວກເຈົ້າປ່ອຍໃຫ້ເດັກນ້ອຍຜູ້ຊາຍຍັງມີຊີວິດຢູ່?” 19 ເຂົາເຈົ້າຕອບຟາໂຣວ່າ: “ຜູ້ຍິງຄົນເຮັບເຣີບໍ່ຄືກັບຜູ້ຍິງຄົນເອຢິບ. ເຂົາເຈົ້າແຂງແຮງຫຼາຍເລີຍເກີດລູກກ່ອນທີ່ພວກເຮົາຊິໄປຮອດຊ້ຳ.”
20 ພະເຈົ້າເລີຍອວຍພອນໝໍຊ່ວຍຄົນເກີດລູກ 2 ຄົນນັ້ນ. ສ່ວນພວກອິດສະຣາເອນກໍມີຈຳນວນເພີ່ມຂຶ້ນເລື້ອຍໆແລະມີກຳລັງຫຼາຍ. 21 ຍ້ອນພວກໝໍຊ່ວຍຄົນເກີດລູກຢ້ານຢຳພະເຈົ້າທ່ຽງແທ້ ເພິ່ນກໍເລີຍໃຫ້ເຂົາເຈົ້າມີຄອບຄົວ. 22 ໃນທີ່ສຸດ ຟາໂຣສັ່ງຄົນຂອງລາວທຸກຄົນວ່າ: “ໃຫ້ພວກເຈົ້າເອົາແອນ້ອຍຜູ້ຊາຍທີ່ເປັນລູກຂອງຄົນເຮັບເຣີທີ່ຫາກໍເກີດມານັ້ນໄປຖິ້ມຢູ່ແມ່ນ້ຳນິນ ສ່ວນແອນ້ອຍຜູ້ຍິງໃຫ້ຈົ່ງໄວ້.”+