ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ໄພ​ພິບັດ​ທີ 2: ຝູງ​ກົບ (1-15)

      • ໄພ​ພິບັດ​ທີ 3: ຝູງ​ຮີ້ນ (16-19)

      • ໄພ​ພິບັດ​ທີ 4: ຝູງ​ເຫຼືອກ (20-32)

        • ແຜ່ນດິນ​ໂກເຊັນ​ບໍ່​ຖືກ​ໄພ​ພິບັດ (22, 23)

ອົບພະຍົບ 8:1

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:12

ອົບພະຍົບ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:45

ອົບພະຍົບ 8:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:30

ອົບພະຍົບ 8:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:11, 12, 20, 22; 8:17, 18; 9:11; 2ຕມ 3:8

ອົບພະຍົບ 8:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 10:16-19

ອົບພະຍົບ 8:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:14; 15:11; ພສ 83:18; 86:8; ອຊຢ 46:9; ຢຣມ 10:6, 7; ຣມ 9:17

ອົບພະຍົບ 8:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:3

ອົບພະຍົບ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:30, 31; 9:33

ອົບພະຍົບ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:21; 7:3

ອົບພະຍົບ 8:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:31

ອົບພະຍົບ 8:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:11, 12, 20, 22; 8:7; 9:11

ອົບພະຍົບ 8:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນີ້​ແມ່ນ​ນິ້ວ​ມື​ຂອງ​ພະເຈົ້າ!”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:18; ລກ 11:20

ອົບພະຍົບ 8:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:4, 26; 10:23; 12:13
  • +1ຊມ 17:46; 1ກສ 20:28; 2ກສ 19:17, 19

ອົບພະຍົບ 8:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:3
  • +ພສ 78:45; 105:31

ອົບພະຍົບ 8:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 46:33, 34; ອພຍ 10:25, 26

ອົບພະຍົບ 8:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:18

ອົບພະຍົບ 8:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:8; 9:28

ອົບພະຍົບ 8:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 8:15

ອົບພະຍົບ 8:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 8:1ອພຍ 3:12
ອພຍ. 8:2ພສ 78:45
ອພຍ. 8:3ພສ 105:30
ອພຍ. 8:7ອພຍ 7:11, 12, 20, 22; 8:17, 18; 9:11; 2ຕມ 3:8
ອພຍ. 8:8ອພຍ 10:16-19
ອພຍ. 8:10ອພຍ 9:14; 15:11; ພສ 83:18; 86:8; ອຊຢ 46:9; ຢຣມ 10:6, 7; ຣມ 9:17
ອພຍ. 8:11ອພຍ 8:3
ອພຍ. 8:12ອພຍ 8:30, 31; 9:33
ອພຍ. 8:15ອພຍ 4:21; 7:3
ອພຍ. 8:17ພສ 105:31
ອພຍ. 8:18ອພຍ 7:11, 12, 20, 22; 8:7; 9:11
ອພຍ. 8:19ອພຍ 31:18; ລກ 11:20
ອພຍ. 8:22ອພຍ 9:4, 26; 10:23; 12:13
ອພຍ. 8:221ຊມ 17:46; 1ກສ 20:28; 2ກສ 19:17, 19
ອພຍ. 8:24ອພຍ 8:3
ອພຍ. 8:24ພສ 78:45; 105:31
ອພຍ. 8:26ປຖກ 46:33, 34; ອພຍ 10:25, 26
ອພຍ. 8:27ອພຍ 3:18
ອພຍ. 8:28ອພຍ 8:8; 9:28
ອພຍ. 8:29ອພຍ 8:15
ອພຍ. 8:30ອພຍ 9:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 8:1-32

ອົບພະຍົບ

8 ຕໍ່ມາ ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ໄປ​ຫາ​ຟາໂຣ*ແລະ​ເວົ້າ​ກັບ​ລາວ​ວ່າ ‘ພະ​ເຢໂຫວາ​ບອກ​ແນວ​ນີ້. “ໃຫ້​ປ່ອຍ​ຄົນ​ຂອງ​ເຮົາ​ໄປ​ນະມັດສະການ​ເຮົາ​ດຽວ​ນີ້.+ 2 ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ເຂົາ​ເຈົ້າ​ໄປ ເຮົາ​ຈະ​ລົງໂທດ​ເຈົ້າ​ໂດຍ​ໃຫ້​ມີ​ກົບ​ມາ​ຢູ່​ເຕັມ​ແຜ່ນດິນ​ຂອງ​ເຈົ້າ.+ 3 ແມ່​ນ້ຳ​ນິນ​ຈະ​ເຕັມ​ແຕ່​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ​ຂອງ​ເຈົ້າ ໃນ​ຫ້ອງ​ນອນ ແລະ​ຢູ່​ເທິງ​ຕຽງ​ຂອງ​ເຈົ້າ. ຝູງ​ກົບ​ຈະ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້​ແລະ​ເຕັ້ນ​ຂຶ້ນ​ເທິງ​ໂຕ​ຄົນ. ພວກ​ມັນ​ຈະ​ເຂົ້າ​ໄປ​ໃນ​ເຕົາ​ອົບ​ແລະ​ຊາມ​ນວດ​ແປ້ງ​ເຂົ້າຈີ່​ຂອງ​ເຈົ້າ.+ 4 ຝູງ​ກົບ​ຈະ​ເຕັ້ນ​ໃສ່​ເຈົ້າ ຄົນ​ຮັບ​ໃຊ້​ຂອງ​ເຈົ້າ ແລະ​ຄົນ​ເອຢິບ​ທຸກ​ຄົນ.”’”

5 ຫຼັງ​ຈາກ​ນັ້ນ ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: “ໄປ​ບອກ​ອາໂຣນ​ໃຫ້​ເຮັດ​ແນວ​ນີ້. ‘ເອົາ​ໄມ້ຄ້ອນເທົ້າຊີ້​ໄປ​ທາງແມ່​ນ້ຳ​ແລະ​ຫ້ວຍ​ໜອງ​ຄອງ​ບຶງ​ຂອງ​ແມ່​ນ້ຳ​ນິນ ແລ້ວ​ຝູງ​ກົບ​ຈະ​ອອກ​ມາ​ຢູ່​ທົ່ວ​ແຜ່ນດິນ​ເອຢິບ.’” 6 ອາໂຣນ​ຈຶ່ງ​ເອົາ​ໄມ້​ຄ້ອນ​ເທົ້າ​ຊີ້​ໄປ​ທາງ​ແມ່​ນ້ຳ​ແລະ​ຫ້ວຍ​ໜອງ​ຄອງ​ບຶງ​ຂອງ​ເອຢິບ ແລ້ວ​ຝູງ​ກົບ​ກໍ​ຂຶ້ນ​ມາ​ຢູ່​ທົ່ວ​ແຜ່ນດິນ​ເອຢິບ. 7 ແຕ່​ພວກ​ໝໍ​ຄາຖາ​ອາຄົມ​ຂອງ​ເອຢິບ​ກໍ​ໃຊ້​ຄາຖາ​ຂອງ​ເຂົາ​ເຈົ້າ ແລະ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ຢູ່​ເທິງ​ແຜ່ນດິນ​ໄດ້​ຄື​ກັນ.+ 8 ຟາໂຣ​ກໍ​ເລີຍ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ​ຫາ​ແລະ​ເວົ້າ​ວ່າ: “ຂໍ​ກັບ​ພະ​ເຢໂຫວາ​ໃຫ້​ຂ້ອຍ​ແດ່ ໃຫ້​ກົບ​ພວກ​ນີ້​ໝົດ​ໄປ​ຈາກ​ແຜ່ນດິນ​ຂອງ​ຂ້ອຍ.+ ເພາະ​ວ່າ​ຕອນ​ນີ້​ຂ້ອຍ​ຊິ​ໃຫ້​ຄົນຂອງ​ພວກ​ເຈົ້າໄປ ເພື່ອ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ.” 9 ໂມເຊ​ກໍ​ເລີຍ​ເວົ້າ​ກັບ​ຟາໂຣ​ວ່າ: “ຖ້າ​ຈັ່ງ​ຊັ້ນ ທ່ານ​ຢາກ​ໃຫ້​ຝູງ​ກົບ​ເຫຼົ່ານີ້​ໝົດ​ໄປ​ຈາກ​ວັງ​ຂອງ​ທ່ານ ຈາກ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້​ຂອງ​ທ່ານ ແລະ​ຈາກ​ເຮືອນ​ຂອງ​ຄົນ​ເອຢິບ​ຕອນ​ໃດ ຂ້ອຍ​ກໍ​ຈະ​ຂໍ​ກັບ​ພະເຈົ້າ​ໃຫ້. ແລ້ວ​ກົບ​ຈະ​ເຫຼືອ​ຢູ່​ແຕ່​ໃນ​ແມ່​ນ້ຳ​ນິນ​ເທົ່າ​ນັ້ນ.” 10 ຟາໂຣ​ຕອບ​ວ່າ: “ຂໍ​ມື້​ອື່ນ​ນີ້​ເລີຍ.” ໂມເຊ​ເລີຍ​ເວົ້າ​ວ່າ: “ມັນ​ຈະ​ເປັນ​ໄປ​ຕາມ​ທີ່​ທ່ານ​ຂໍ ເພື່ອ​ທ່ານ​ຈະ​ຮູ້​ວ່າ​ບໍ່​ມີ​ໃຜ​ມີ​ອຳນາດ​ຄື​ກັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.+ 11 ກົບ​ເຫຼົ່າ​ນີ້​ຈະ​ໝົດ​ໄປ​ຈາກ​ວັງ​ຂອງ​ທ່ານ ຈາກ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້ ແລະ​ຈາກ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ. ກົບ​ຈະ​ເຫຼືອ​ຢູ່​ແຕ່​ໃນ​ແມ່​ນ້ຳ​ນິນ​ເທົ່າ​ນັ້ນ.”+

12 ໂມເຊ​ກັບ​ອາໂຣນ​ອອກ​ໄປ​ຈາກ​ວັງ​ຂອງ​ຟາໂຣ ແລ້ວ​ໂມເຊ​ກໍ​ຂໍ​ພະ​ເຢໂຫວາ​ເຮັດ​ໃຫ້​ກົບ​ເຫຼົ່າ​ນັ້ນ​ໝົດ​ໄປ.+ 13 ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ຂໍ. ຝູງ​ກົບ​ກໍ​ຕາຍ​ຢູ່​ໃນ​ເຮືອນ ຕາມ​ເດີ່ນ​ບ້ານ ແລະ​ໄຮ່​ນາ. 14 ກອງ​ຊາກ​ກົບ​ມີ​ຫຼາຍ​ຈົນ​ນັບ​ບໍ່​ໄຫວ ແລ້ວ​ທົ່ວ​ແຜ່ນດິນ​ກໍ​ມີ​ກິ່ນ​ເໝັນ. 15 ເມື່ອ​ເຫັນ​ວ່າ​ບໍ່​ມີ​ກົບ​ແລ້ວ​ ຟາໂຣ​ກໍ​ກັບ​ມາ​ເປັນ​ຄົນ​ຫົວ​ແຂງ​ຄື​ເກົ່າ.+ ລາວ​ບໍ່​ຍອມ​ຟັງ​ໂມເຊ​ກັບ​ອາໂຣນ​ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ໂມເຊ​ແລ້ວ.

16 ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: “ໃຫ້​ໄປ​ເວົ້າ​ກັບ​ອາໂຣນ​ແນວ​ນີ້. ‘ໃຫ້​ເຈົ້າ​ເອົາ​ໄມ້ຄ້ອນເທົ້າຟາດ​ໃສ່​ຂີ້ຝຸ່ນ​ຢູ່​ດິນ ແລ້ວ​ຂີ້ຝຸ່ນ​ກໍ​ຈະ​ກາຍ​ເປັນ​ໂຕ​ຮີ້ນ ບິນ​ໄປ​ທົ່ວ​ແຜ່ນດິນ​ເອຢິບ.’” 17 ແລ້ວ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ນັ້ນ. ອາໂຣນ​ກໍ​ເອົາ​ໄມ້ຄ້ອນເທົ້າ​ຟາດ​ໃສ່​ຂີ້ຝຸ່ນ​ຢູ່​ດິນ. ຂີ້ຝຸ່ນ​ທັງ​ໝົດ​ທົ່ວ​ແຜ່ນດິນ​ເອຢິບ​ກໍ​ກາຍ​ເປັນ​ໂຕ​ຮີ້ນ​ມາ​ຕອມ​ຄົນ​ແລະ​ສັດ.+ 18 ພວກ​ໝໍ​ຄາຖາ​ອາຄົມ​ຂອງ​ເອຢິບ​ກໍ​ພະຍາຍາມ​ໃຊ້​ຄາຖາ​ຂອງ​ເຂົາ​ເຈົ້າ​ເພື່ອ​ເຮັດ​ໃຫ້​ໂຕ​ຮີ້ນ​ອອກ​ມາ​ຄື​ກັນ+ ແຕ່​ກໍ​ເຮັດ​ບໍ່​ໄດ້. ແລ້ວ​ໂຕ​ຮີ້ນ​ກໍ​ມາ​ຕອມ​ຄົນ​ແລະ​ສັດ. 19 ພວກ​ໝໍ​ຄາຖາ​ອາຄົມ​ກໍ​ເລີຍ​ມາ​ເວົ້າ​ກັບ​ຟາໂຣ​ວ່າ: “ເລື່ອງ​ນີ້​ມັນ​ຄື​ຊິ​ມາຈາກ​ພະເຈົ້າ!”*+ ແຕ່​ຟາໂຣ​ກໍ​ຍັງ​ເປັນ​ຄົນ​ຫົວ​ແຂງ​ຢູ່​ຕໍ່​ໄປ ແລະ​ບໍ່​ຍອມ​ຟັງ​ໂມເຊ​ກັບ​ອາໂຣນ​ຄື​ກັບ​ທີ່​ພະ​ເຢໂຫວາ​ບອກ​ແລ້ວ.

20 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ໃຫ້​ເຈົ້າ​ຕື່ນ​ແຕ່​ເຊົ້າ​ແລ້ວ​ໄປ​ຖ້າ​ຟາໂຣ​ຢູ່​ແມ່​ນ້ຳ​ນິນ ເພາະ​ລາວ​ຊິໄປ​ທີ່ແມ່​ນ້ຳ​ນັ້ນ. ໃຫ້​ເຈົ້າ​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ບອກ​ແນວ​ນີ້. “ປ່ອຍ​ຄົນ​ຂອງ​ເຮົາ​ເພື່ອ​ເຂົາ​ເຈົ້າ​ຈະ​ມາ​ນະມັດສະການ​ເຮົາ. 21 ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ຄົນ​ຂອງ​ເຮົາ ເຮົາ​ຊິ​ເຮັດ​ໃຫ້​ມີ​ໂຕເຫຼືອກເຂົ້າ​ມາ​ໃນ​ວັງ​ຂອງ​ເຈົ້າ ໃນ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້ ແລະ​ໃນ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ. ທຸກ​ໆ​ເຮືອນ​ທົ່ວ​ແຜ່ນດິນ​ເອຢິບ​ຈະ​ມີ​ໂຕ​ເຫຼືອກ​ເຕັມ​ໝົດ. ທົ່ວ​ທຸກ​ບ່ອນ​ຈະ​ມີ​ໂຕ​ເຫຼືອກ​ຫຼາຍ​ຈົນ​ແນມ​ບໍ່​ເຫັນ​ໜ້າ​ດິນ​ເລີຍ. 22 ແຕ່​ຈະ​ບໍ່​ມີ​ໂຕ​ເຫຼືອກ​ຢູ່​ໃນ​ໂກເຊັນ ເພາະ​ຄົນ​ຂອງ​ເຮົາ​ອາໄສ​ຢູ່​ຫັ້ນ.+ ຍ້ອນ​ແນວ​ນີ້ ເຈົ້າ​ຊິ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ ເຮົາ​ຢູ່ໃນ​ແຜ່ນດິນ​ເອຢິບ+ 23 ແລະ​ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ແຈ້ງ​ວ່າ​ໃຜ​ແມ່ນ​ຄົນ​ຂອງ​ເຮົາ​ແລະ​ໃຜ​ແມ່ນ​ຄົນ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ເລື່ອງ​ນີ້​ເກີດ​ຂຶ້ນ​ມື້​ອື່ນ.”’”

24 ແລ້ວ​ພະ​ເຢໂຫວາ​ກໍ​ເຮັດ​ຕາມ​ນັ້ນ. ມີ​ຝູງ​ເຫຼືອກ​ບັກ​ຫຼາຍ​ໆ​ຝູງ​ບິນ​ເຂົ້າ​ໄປ​ໃນ​ວັງ​ຂອງ​ຟາໂຣ ບິນ​ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້ ແລະ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ.+ ໂຕ​ເຫຼືອກ​ເຫຼົ່າ​ນັ້ນ​ເຮັດ​ໃຫ້​ຜູ້​ຄົນ​ຢູ່​ບໍ່​ເປັນ​ສຸກ​ເລີຍ.+ 25 ໃນ​ທີ່​ສຸດ ຟາໂຣ​ກໍ​ເອີ້ນ​ໂມເຊ​ກັບ​ອາໂຣນ​ມາ​ຫາ​ແລະ​ເວົ້າ​ວ່າ: “ຂ້ອຍ​ໃຫ້​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ຂອງ​ພວກ​ເຈົ້າ​ໄດ້ ແຕ່​ຕ້ອງ​ເຮັດ​ຢູ່​ນີ້.” 26 ແຕ່​ໂມເຊ​ຕອບ​ວ່າ: “ພວກ​ເຮົາ​ເຮັດ​ຈັ່ງ​ຊັ້ນ​ບໍ່​ໄດ້​ດອກ. ຖ້າ​ພວກ​ເຮົາ​ເອົາ​ສັດ​ຕ່າງ​ໆ​ມາ​ຂ້າ​ແລະ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ຄົນ​ເອຢິບ​ຊິ​ໃຈ​ຮ້າຍ​ໃຫ້​ພວກ​ເຮົາ.+ ຖ້າ​ເຂົາ​ເຈົ້າ​ເຫັນ​ພວກ​ເຮົາ​ຂ້າ​ສັດ​ແລ້ວ​ເອົາ​ມາ​ເປັນ​ເຄື່ອງ​ບູຊາ ເຂົາ​ເຈົ້າ​ກໍ​ຊິ​ດຶກ​ກ້ອນ​ຫີນ​ໃສ່​ພວກ​ເຮົາ​ຕາຍ​ແທ້. 27 ພວກ​ເຮົາ​ຊິ​ໃຊ້​ເວລາ 3 ມື້​ເພື່ອ​ໄປ​ບ່ອນ​ກັນດານ ແລະ​ເອົາ​ເຄື່ອງ​ບູຊາ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ ຕາມ​ທີ່​ເພິ່ນ​ໄດ້​ສັ່ງ​ພວກ​ເຮົາ​ໄວ້.”+

28 ຟາໂຣ​ເວົ້າ​ວ່າ: “ຂ້ອຍ​ຊິ​ຍອມ​ໃຫ້​ພວກ​ເຈົ້າ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ​ຢູ່​ບ່ອນ​ກັນດານ. ແຕ່​ພວກ​ເຈົ້າ​ຫ້າມ​ໄປ​ໄກ ແລະໃຫ້​ຂໍ​ພະເຈົ້າ​ຂອງ​ພວກ​ເຈົ້າ​ເພື່ອ​ເພິ່ນ​ຊິ​ເຮັດ​ໃຫ້​ໂຕ​ເຫຼືອກ​ໝົດ​ໄປ.”+ 29 ໂມເຊ​ຕອບ​ວ່າ: “ໄດ້ ຄັນ​ຂ້ອຍ​ອອກ​ໄປ​ແລ້ວ​ ຂ້ອຍ​ຊິ​ຂໍ​ພະ​ເຢໂຫວາ​ເພື່ອ​ທ່ານ. ມື້​ອື່ນ​ໂຕ​ເຫຼືອກ​ຊິ​ໝົດ​ໄປ​ຈາກ​ວັງ​ຂອງ​ທ່ານ ຈາກ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້ ແລະ​ຈາກ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ. ແຕ່​ທ່ານ​ຫ້າມ​ຫຼົບ​ລີ້ນ​ປີ້ນ​ຄວາມ​ອີກ ແລະ​ເທື່ອ​ນີ້​ຕ້ອງ​ໃຫ້​ພວກ​ເຮົາ​ໄປ​ນະມັດສະການ​ພະ​ເຢໂຫວາ​ແທ້​ໆ​ໄດ໋.”+ 30 ໂມເຊ​ກໍ​ອອກ​ໄປ​ຈາກ​ວັງ​ຂອງ​ຟາໂຣ ແລະ​ອະທິດຖານ​ເຖິງ​ພະ​ເຢໂຫວາ.+ 31 ພະ​ເຢໂຫວາ​ກໍ​ເລີຍ​ເຮັດ​ຕາມ​ທີ່​ໂມເຊ​ຂໍ. ໂຕ​ເຫຼືອກ​ກໍ​ໝົດ​ໄປ​ຈາກ​ວັງ​ຂອງ​ຟາໂຣ ຈາກ​ເຮືອນ​ຂອງ​ຄົນ​ຮັບ​ໃຊ້ ແລະ​ຈາກ​ເຮືອນ​ຂອງ​ຄົນ​ເອຢິບ​ທຸກ​ຄົນ. ແລ້ວ​ໂຕ​ເຫຼືອກ​ກໍບໍ່​ເຫຼືອຈັກ​ໂຕ​ເລີຍ. 32 ແຕ່​ຟາໂຣ​ກໍ​ຍັງ​ເປັນ​ຄົນ​ຫົວ​ແຂງ​ຄື​ເກົ່າ​ແລະ​ບໍ່​ຍອມ​ປ່ອຍ​ຄົນ​ອິດສະຣາເອນ​ໄປ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌