ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 58
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ການ​ອົດ​ເຂົ້າ​ແທ້​ແລະ​ການ​ອົດ​ເຂົ້າ​ແບບ​ຂີ້⁠ຕົວະ (1-​12)

      • ມີ​ຄວາມສຸກ​ຫຼາຍ​ທີ່​ໄດ້​ຖື​ວັນ​ຊະບາໂຕ (13, 14)

ເອຊາຢາ 58:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:2; 31:6; 59:13

ເອຊາຢາ 58:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 29:13; ອຊກ 33:32
  • +ອຊຢ 1:14, 15

ເອຊາຢາ 58:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 3:14
  • +ລລວ 16:29
  • +ຢຣມ 34:15, 16; ມກ 3:2-4

ເອຊາຢາ 58:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 34:8, 9
  • +ສພສ 28:27

ເອຊາຢາ 58:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:1; 112:9; ສພສ 19:17; 22:9
  • +ອຊກ 18:7, 8; ຢກບ 2:15, 16; 1ຢຮ 3:17

ເອຊາຢາ 58:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 4:18
  • +ອພຍ 14:19; ອຊຢ 52:12

ເອຊາຢາ 58:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 32:6; 59:3

ເອຊາຢາ 58:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 15:7, 8
  • +ພສ 37:5, 6

ເອຊາຢາ 58:11

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ກະດູກ​ຂອງ​ພວກ​ເຈົ້າ​ມີ​ແຮງ​ຂຶ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 49:10
  • +ອຊຢ 61:11; ຢຣມ 31:12

ເອຊາຢາ 58:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 2:5; ຢຣມ 31:38
  • +ອຊຢ 61:4
  • +ນຮຢ 6:1; ອມ 9:11, 14

ເອຊາຢາ 58:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 13:15; ອຊຢ 56:2; ຢຣມ 17:21
  • +ພບຍ 5:12-14

ເອຊາຢາ 58:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:13
  • +ພສ 105:10, 11; ຢຣມ 3:18

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 58:1ອຊຢ 1:2; 31:6; 59:13
ອຊຢ. 58:2ອຊຢ 29:13; ອຊກ 33:32
ອຊຢ. 58:2ອຊຢ 1:14, 15
ອຊຢ. 58:3ມລກ 3:14
ອຊຢ. 58:3ລລວ 16:29
ອຊຢ. 58:3ຢຣມ 34:15, 16; ມກ 3:2-4
ອຊຢ. 58:6ຢຣມ 34:8, 9
ອຊຢ. 58:6ສພສ 28:27
ອຊຢ. 58:7ພສ 41:1; 112:9; ສພສ 19:17; 22:9
ອຊຢ. 58:7ອຊກ 18:7, 8; ຢກບ 2:15, 16; 1ຢຮ 3:17
ອຊຢ. 58:8ສພສ 4:18
ອຊຢ. 58:8ອພຍ 14:19; ອຊຢ 52:12
ອຊຢ. 58:9ອຊຢ 32:6; 59:3
ອຊຢ. 58:10ພບຍ 15:7, 8
ອຊຢ. 58:10ພສ 37:5, 6
ອຊຢ. 58:11ອຊຢ 49:10
ອຊຢ. 58:11ອຊຢ 61:11; ຢຣມ 31:12
ອຊຢ. 58:12ນຮຢ 2:5; ຢຣມ 31:38
ອຊຢ. 58:12ອຊຢ 61:4
ອຊຢ. 58:12ນຮຢ 6:1; ອມ 9:11, 14
ອຊຢ. 58:13ນຮຢ 13:15; ອຊຢ 56:2; ຢຣມ 17:21
ອຊຢ. 58:13ພບຍ 5:12-14
ອຊຢ. 58:14ພບຍ 32:13
ອຊຢ. 58:14ພສ 105:10, 11; ຢຣມ 3:18
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 58:1-14

ເອຊາຢາ

58 “ເພິ່ນ​ເວົ້າ​ຕໍ່​ອີກ​ວ່າ ໃຫ້​ຮ້ອງ​ຈົນ​ສຸດ​ສຽງ.

ໃຫ້​ຮ້ອງ​ດັງ​ໆ​ຄື​ກັບ​ສຽງ​ແກ​ເຂົາ​ສັດ.

ປະກາດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ຮູ້​ວ່າ​ເຂົາເຈົ້າ​ກະບົດ+

ແລະ​ໃຫ້​ລູກ​ຫຼານ​ຂອງ​ຢາໂຄບ​ຮູ້​ວ່າ​ເຂົາເຈົ້າ​ເຮັດ​ຜິດ.

 2 ເຂົາເຈົ້າ​ເຮັດ​ທຳທ່າ​ວ່າ​ຊອກ​ຫາ​ການ​ຊີ້ນຳ​ຈາກ​ເຮົາ​ທຸກ​ໆ​ມື້

ເຮັດ​ທຳທ່າ​ວ່າ​ດີໃຈ​ທີ່​ໄດ້​ຮູ້ຈັກ​ແນວ​ທາງ​ຂອງ​ເຮົາ

ເຮັດ​ທຳທ່າ​ວ່າ​ເຂົາເຈົ້າ​ເປັນ​ຊາດ​ທີ່​ເຮັດ​ສິ່ງ​ທີ່​ຖືກຕ້ອງ

ແລະ​ບໍ່​ເຄີຍ​ປະຖິ້ມ​ຄຳສັ່ງ​ຂອງ​ພະເຈົ້າ+

ເຮັດ​ທຳທ່າ​ຂໍ​ໃຫ້​ເຮົາ​ຕັດສິນ​ເລື່ອງ​ຕ່າງ​ໆ​ໃຫ້​ແບບ​ຍຸຕິທຳ

ແລະ​ເຮັດ​ທຳທ່າ​ວ່າ​ດີໃຈ​ທີ່​ໄດ້​ໃກ້ຊິດ​ກັບ​ພະເຈົ້າ.+

 3 ເຂົາເຈົ້າ​ຖາມ​ວ່າ ‘ຕອນ​ທີ່​ພວກ​ເຮົາ​ອົດ​ເຂົ້າ ເປັນຫຍັງ​ພະອົງ​ບໍ່​ເຫັນ?+

ຕອນ​ທີ່​ພວກ​ເຮົາ​ສະແດງ​ຄວາມ​ເສຍໃຈ​ຍ້ອນ​ວ່າ​ເຮັດ​ຜິດ ເປັນຫຍັງ​ພະອົງ​ບໍ່​ສັງເກດ​ເບິ່ງ?’+

ເຮົາ​ຕອບ​ວ່າ ‘ກໍ​ຍ້ອນ​ວ່າ​ໃນ​ມື້​ທີ່​ພວກເຈົ້າ​ອົດ​ເຂົ້າ ພວກເຈົ້າ​ຍັງ​ຄິດເຖິງ​ຜົນ​ປະໂຫຍດ​ຂອງ​ໂຕເອງ

ແລະ​ກົດຂີ່​ຄົນ​ທີ່​ເຮັດ​ວຽກ​ໃຫ້​ພວກເຈົ້າ.+

 4 ເມື່ອ​ພວກເຈົ້າ​ອົດ​ເຂົ້າ​ແລ້ວ​ໆ​ ພວກເຈົ້າ​ກໍ​ຜິດ​ຖຽງ​ກັນ ຕີ​ກັນ

ແລະ​ຊົກ​ກັນ​ຢ່າງ​ຮຸນແຮງ.

ພວກເຈົ້າ​ອົດ​ເຂົ້າ​ແບບ​ນີ້​ແລະ​ຄິດ​ວ່າ​ເຮົາ​ຈະ​ຟັງ​ຄຳ​ອະທິດຖານ​ຂອງ​ພວກເຈົ້າ​ບໍ?

 5 ການ​ອົດ​ເຂົ້າ​ທີ່​ເຮົາ​ບອກ​ໃຫ້​ພວກເຈົ້າ​ເຮັດ​ເປັນ​ແນວ​ນັ້ນ​ບໍ?

ມັນ​ເປັນ​ແຕ່​ມື້​ທີ່​ພວກເຈົ້າ​ຢາກ​ສະແດງ​ຄວາມ​ເສຍໃຈ​ຍ້ອນ​ວ່າ​ເຮັດ​ຜິດ

ກົ້ມ​ຫົວ​ລົງ​ຄື​ກັບ​ຕົ້ນ​ຫຍ້າ​ທີ່​ສູງ​ໆ​ກົ່ງ​ລົງ

ແລະ​ນອນ​ຢູ່​ເທິງ​ຜ້າ​ເນື້ອ​ຫຍາບ​ກັບ​ຂີ້ເທົ່າ​ຊື່​ໆ​ບໍ?

ພວກເຈົ້າ​ຄິດ​ວ່າ​ພວກເຈົ້າ​ອົດ​ເຂົ້າ​ແບບ​ນີ້​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍໃຈ​ບໍ?

 6 ເຮົາ​ບໍ່​ພໍໃຈ​ດອກ. ການ​ອົດ​ເຂົ້າ​ທີ່​ເຮົາ​ພໍໃຈ​ຕ້ອງ​ເປັນ​ແບບ​ນີ້.

ພວກ​ເຈົ້າ​ຕ້ອງ​ແກ້​ໂສ້​ຂອງ​ຄວາມ​ບໍ່​ຍຸຕິທຳ​ອອກ

ແກ້​ເຊືອກ​ທີ່​ມັດ​ແອກ​ອອກ+

ປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ຂົ່ມເຫງ​ໃຫ້​ເປັນ​ອິດສະຫຼະ+

ຫັກ​ແອກ​ທັງ​ໝົດ​ຖິ້ມ

 7 ແບ່ງ​ຂອງກິນ​ໃຫ້​ຄົນ​ທີ່​ຫິວ+

ໃຫ້​ຄົນ​ທຸກ​ກັບ​ຄົນ​ທີ່​ບໍ່​ມີ​ເຮືອນ​ຢູ່​ມາ​ຢູ່​ນຳ​ພວກເຈົ້າ

ເອົາ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ບໍ່​ມີ​ເຄື່ອງນຸ່ງ+

ແລະ​ສົນໃຈ​ຍາດຕິ​ພີ່ນ້ອງ.

 8 ແລ້ວ​ຄວາມ​ສະຫວ່າງ​ຂອງ​ພວກເຈົ້າ​ຈະ​ສ່ອງ​ອອກ​ໄປ​ຄື​ກັບ​ແສງ​ແດດ​ໃນ​ຕອນ​ເຊົ້າ.+

ພວກເຈົ້າ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ​ໄວ​ໆ​.

ຄວາມ​ຖືກຕ້ອງ​ຈະ​ນຳ​ໜ້າ​ພວກເຈົ້າ

ແລະ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ​ຈະ​ປົກປ້ອງ​ພວກເຈົ້າ​ຢູ່​ທາງ​ຫຼັງ.+

 9 ເມື່ອ​ພວກເຈົ້າ​ເອີ້ນ ພະ​ເຢໂຫວາ​ຈະ​ຕອບ.

ເມື່ອ​ພວກເຈົ້າ​ຮ້ອງ​ຂໍ​ໃຫ້​ຊ່ວຍ ເພິ່ນ​ຈະ​ເວົ້າ​ວ່າ “ເຮົາ​ຈະ​ຊ່ວຍ​ພວກເຈົ້າ.”

ຖ້າ​ພວກເຈົ້າ​ຍົກ​ແອກ​ທີ່​ໜັກ​ໆ​ອອກ​ຈາກ​ຄົນອື່ນ

ເຊົາ​ຊີ້​ໜ້າ​ຄົນອື່ນ ເຊົາ​ໃສ່​ຮ້າຍ​ຄົນອື່ນ+

10 ຖ້າ​ພວກເຈົ້າ​ເອົາ​ສິ່ງ​ທີ່​ມັກ​ກິນ​ໃຫ້​ຄົນ​ທີ່​ຫິວ+

ແລະ​ຊ່ວຍ​ຄົນ​ທີ່​ທຸກຍາກ​ລຳບາກ​ໃຫ້​ມີ​ສິ່ງ​ຈຳເປັນ​ທຸກ​ຢ່າງ

ເຖິງ​ວ່າ​ຢູ່​ໃນ​ຄວາມ​ມືດ ພວກເຈົ້າ​ກໍ​ຈະ​ສ່ອງ​ແສງ​ອອກ​ມາ

ແລະ​ມັນ​ຈະ​ເປັນ​ຄື​ກັບ​ກາງເວັນ.+

11 ພະ​ເຢໂຫວາ​ຈະ​ນຳ​ໜ້າ​ພວກເຈົ້າ​ສະເໝີ

ແລະ​ເຖິງ​ວ່າ​ພວກເຈົ້າ​ຢູ່​ໃນ​ແຜ່ນດິນ​ທີ່​ແຫ້ງ​ແລ້ງ ພວກເຈົ້າ​ຈະ​ມີ​ສິ່ງ​ຈຳເປັນ​ທຸກ​ຢ່າງ.+

ເພິ່ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ມີ​ແຮງ​ຂຶ້ນ.*

ພວກເຈົ້າ​ຈະ​ເປັນ​ຄື​ກັບ​ສວນ​ທີ່​ຖືກ​ຫົດນ້ຳ​ຈົນ​ປຽກ+

ແລະ​ເປັນ​ຄື​ກັບ​ນ້ຳ​ອອກ​ບໍ່​ທີ່​ມີ​ນ້ຳ​ໄຫຼ​ອອກ​ຕະຫຼອດ.

12 ພວກເຈົ້າ​ຈະ​ເຮັດ​ໃຫ້​ຄົນ​ທີ່​ກັບ​ມາ​ນັ້ນ​ສ້າງ​ເມືອງ​ທີ່​ເປັນ​ຊາກຫັກພັງ​ເກົ່າ​ແກ່​ຄືນ​ໃໝ່+

ແລະ​ພວກເຈົ້າ​ຈະ​ແປງ​ຮາກ​ຖານ​ທີ່​ຖືກ​ປະຖິ້ມ​ມາ​ດົນ​ແລ້ວ.+

ພວກເຈົ້າ​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ແປງ​ກຳແພງ​ທີ່​ເພ​ມາ​ດົນ​ແລ້ວ+

ແລະ​ເປັນ​ຜູ້​ແປງ​ທາງ​ເພື່ອ​ໃຫ້​ຄົນ​ມາ​ອາໄສ​ຢູ່​ຕາມ​ແຄມ​ທາງ​ນັ້ນ.

13 ຖ້າ​ພວກເຈົ້າ​ຖື​ວັນ​ຊະບາໂຕ ເຊົາ​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕ​ເອງ​ໃນ​ມື້​ບໍລິສຸດ​ຂອງ​ເຮົາ+

ແລະ​ເອີ້ນ​ວັນ​ຊະບາໂຕ​ວ່າ​ເປັນ​ມື້​ທີ່​ມີ​ຄວາມ​ຍິນດີ ເປັນ​ມື້​ທີ່​ບໍລິສຸດ​ຂອງ​ພະ​ເຢໂຫວາ ເປັນ​ມື້​ທີ່​ສຳຄັນ+

ແລະ​ໃຫ້​ຄວາມ​ສຳຄັນ​ກັບ​ມື້​ນັ້ນ​ແທນ​ທີ່​ຈະ​ຊອກ​ຫາ​ຜົນ​ປະໂຫຍດ​ໃຫ້​ໂຕ​ເອງ​ແລະ​ເວົ້າ​ເລື່ອງ​ທີ່​ບໍ່​ເປັນ​ປະໂຫຍດ

14 ເຮົາ​ເຢໂຫວາ​ຈະ​ໃຫ້​ພວກເຈົ້າ​ມີ​ຄວາມສຸກ​ຫຼາຍ

ແລະ​ຈະ​ໃຫ້​ພວກເຈົ້າ​ໄດ້​ປົກຄອງ​ພູ​ຕ່າງ​ໆ​.+

ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ກິນ​ຜົນລະປູກ​ທີ່​ເປັນ​ມໍລະດົກ​ຂອງ​ຢາໂຄບ​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ.+

ພະ​ເຢໂຫວາ​ໄດ້​ບອກ​ແບບ​ນີ້.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌