ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນາງຣຸດ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມນາງຣຸດ

      • ຄອບຄົວ​ຂອງ​ເອລີເມເລັກ​ຍ້າຍ​ໄປ​ປະເທດ​ໂມອາບ (1, 2)

      • ນາໂອມີ ໂອປາ ແລະ​ຣຸດ​ເປັນ​ແມ່​ໝ້າຍ (3-6)

      • ຣຸດ​ພັກດີ​ຕໍ່​ນາໂອມີ​ແລະ​ພະເຈົ້າ​ຂອງ​ນາໂອມີ (7-17)

      • ນາໂອມີ​ແລະ​ຣຸດ​ກັບ​ເມືອ​ເມືອງ​ເບັດເລເຮັມ (18-22)

ນາງຣຸດ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 2:16
  • +ມກ 5:2
  • +ປຖກ 19:36, 37; ພບຍ 2:9; ຜຕສ 3:30

ນາງຣຸດ 1:2

ໄຂເງື່ອນ

  • *

    ແປ​ວ່າ “ພະເຈົ້າ​ຂອງ​ຂ້ອຍ​ເປັນ​ກະສັດ”

  • *

    ແປ​ວ່າ “ຜູ້​ມີ​ຄວາມ​ຊົມຊື່ນ​ຍິນດີ”

  • *

    ອາດມາ​ຈາກ​ຄຳ​ພາສາ​ເຮັບເຣີ​ທີ່​ແປ​ວ່າ “ອ່ອນແອ; ເຈັບ​ປ່ວຍ”

  • *

    ແປ​ວ່າ “ຄົນ​ທີ່​ລົ້ມເຫຼວ; ຄົນ​ທີ່​ກຳລັງ​ຈະ​ເຈິ​ຈຸດຈົບ”

ນາງຣຸດ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 1:5

ນາງຣຸດ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:6; ນຣ 2:20

ນາງຣຸດ 1:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ບ່ອນ​ພັກ​ເຊົາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 3:1

ນາງຣຸດ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:5, 6

ນາງຣຸດ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:20

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 9-10

ນາງຣຸດ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 2:11, 12

ນາງຣຸດ 1:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 11

ນາງຣຸດ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:1, 2

ນາງຣຸດ 1:20

ໄຂເງື່ອນ

  • *

    ແປ​ວ່າ “ຜູ້​ມີ​ຄວາມ​ຂົມຂື່ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 9-10

ນາງຣຸດ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 1:3, 5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2021, ໜ້າ 9-10, 11-12

ນາງຣຸດ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 21:13; ນຣ 1:1
  • +ນຣ 2:23

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ນຣ. 1:1ຜຕສ 2:16
ນຣ. 1:1ມກ 5:2
ນຣ. 1:1ປຖກ 19:36, 37; ພບຍ 2:9; ຜຕສ 3:30
ນຣ. 1:4ມທ 1:5
ນຣ. 1:8ອພຍ 34:6; ນຣ 2:20
ນຣ. 1:9ນຣ 3:1
ນຣ. 1:11ພບຍ 25:5, 6
ນຣ. 1:13ນຣ 1:20
ນຣ. 1:16ນຣ 2:11, 12
ນຣ. 1:19ນຣ 1:1, 2
ນຣ. 1:20ນຣ 1:13
ນຣ. 1:21ນຣ 1:3, 5
ນຣ. 1:22ຈຊບ 21:13; ນຣ 1:1
ນຣ. 1:22ນຣ 2:23
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ນາງຣຸດ 1:1-22

ນາງ​ຣຸດ

1 ໃນ​ສະໄໝ​ທີ່​ຜູ້ຕັດສິນ+ປົກຄອງ​ປະເທດ​ອິດສະຣາເອນ​ໄດ້ມີ​ຄວາມ​ອຶດຢາກ​ເກີດຂຶ້ນ ຜູ້ຊາຍ​ຄົນ​ໜຶ່ງ​ທີ່​ອາໄສ​ຢູ່​ເມືອງ​ເບັດເລເຮັມ+ໃນ​ແຂວງ​ຢູດາຈຶ່ງ​ພາ​ເມຍ​ແລະ​ລູກຊາຍ 2 ຄົນ​ຍ້າຍ​ໄປ​ຢູ່​ປະເທດ​ໂມອາບ.+ 2 ຜູ້ຊາຍ​ຄົນ​ນັ້ນ​ຊື່​ເອລີເມເລັກ* ເມຍ​ຂອງ​ລາວ​ຊື່​ນາໂອມີ* ແລະ​ລູກຊາຍ 2 ຄົນ​ຊື່​ມາໂລນ*​ກັບ​ກີລີໂອນ.* ເຂົາ​ເຈົ້າ​ມາ​ຈາກ​ເອຟຣາທາ​ໃນ​ເມືອງ​ເບັດເລເຮັມ​ແຂວງ​ຢູດາ. ເຂົາ​ເຈົ້າ​ໄປ​ຮອດ​ໂມອາບ​ແລະ​ອາໄສ​ຢູ່​ຫັ້ນ.

3 ຕໍ່ມາ​ເອລີເມເລັກ​ຜົວ​ຂອງ​ນາໂອມີ​ກໍ​ຕາຍ ນາໂອມີ​ຈຶ່ງ​ຢູ່​ກັບ​ລູກຊາຍ 2 ຄົນ. 4 ຫຼັງຈາກນັ້ນ ລູກຊາຍ​ຂອງ​ລາວ​ກໍ​ແຕ່ງດອງ​ກັບ​ຜູ້ຍິງ​ໂມອາບ ຜູ້​ໜຶ່ງ​ຊື່​ໂອປາແລະ​ອີກ​ຜູ້​ໜຶ່ງ​ຊື່​ຣຸດ.+ ເຂົາເຈົ້າ​ຢູ່​ຫັ້ນ 10 ປີ. 5 ຈາກນັ້ນ ມາໂລນ​ກັບ​ກີລີໂອນ​ກໍ​ຕາຍ ນາໂອມີ​ຈຶ່ງ​ຢູ່​ໂດຍ​ບໍ່​ມີ​ລູກ​ບໍ່​ມີ​ຜົວ. 6 ເມື່ອ​ນາໂອມີ​ໄດ້​ຍິນ​ວ່າ​ພະ​ເຢໂຫວາ​ເຮັດ​ໃຫ້ປະເທດ​ອິດສະຣາເອນ​ບໍ່​ມີ​ຄວາມ​ອຶດຢາກ​ແລ້ວ ລາວ​ກັບ​ລູກໃພ້ 2 ຄົນ​ຈຶ່ງ​ເດີນ​ທາງ​ອອກ​ຈາກ​ໂມອາບ​ໄປ​ອິດສະຣາເອນ.

7 ນາໂອມີ​ແລະ​ລູກໃພ້ 2 ຄົນ​ພາ​ກັນ​ເດີນ​ທາງ​ອອກ​ຈາກ​ໂມອາບ. ຕອນ​ທີ່​ກຳລັງ​ຍ່າງ​ໄປ​ຢູດາ 8 ນາໂອມີ​ເວົ້າ​ກັບ​ລູກໃພ້ 2 ຄົນ​ວ່າ: “ໃຫ້​ພວກ​ລູກ 2 ຄົນ​ກັບ​ເມືອບ້ານ​ເມືອເຮືອນ​ໄປ​ຫາ​ພໍ່​ແມ່​ສະ. ຂໍ​ໃຫ້​ພະ​ເຢໂຫວາ​ສະແດງ​ຄວາມຮັກທີ່ໝັ້ນຄົງ​ຕໍ່​ພວກ​ລູກ+ຄື​ກັບ​ທີ່​ພວກ​ລູກ​ສະແດງ​ຄວາມ​ຮັກ​ຕໍ່​ແມ່​ແລະ​ລູກຊາຍ​ຂອງ​ແມ່. 9 ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ລູກ​ໃຫ້​ໄດ້​ຜົວ​ທີ່​ດີ​ແລະ​ມີ​ຊີວິດ​ທີ່​ໝັ້ນຄົງ.*+ ແລ້ວ​ນາໂອມີ​ກໍ​ຈູບ​ລູກໃພ້​ທັງ​ສອງ​ຄົນ ແລະ​ເຂົາເຈົ້າ​ກໍ​ພາກັນ​ຮ້ອງໄຫ້​ສຽງ​ດັງ. 10 ລູກໃພ້​ທັງ​ສອງ​ຄົນ​ເວົ້າ​ກັບ​ລາວ​ວ່າ: “ບໍ່ ພວກ​ລູກ​ບໍ່ເມືອ. ພວກ​ລູກ​ຈະ​ໄປນຳແມ່ ໄປ​ຢູ່​ນຳ​ຄົນ​ຊາດດຽວກັນ​ກັບ​ແມ່.” 11 ແຕ່​ນາໂອມີ​ບອກ​ວ່າ: “ກັບ​ເມືອບ້ານ​ເມືອເຮືອນ​ສະ​ລູກ ຊິ​ໄປ​ນຳ​ແມ່​ເຮັດ​ຫຍັງ? ແມ່​ບໍ່​ສາມາດ​ມີ​ລູກຊາຍ​ທີ່​ຈະ​ມາ​ເປັນ​ຜົວ​ພວກ​ລູກ​ໄດ້​ອີກ​ແລ້ວ.+ 12 ລູກ​ເອີ້ຍ ກັບ​ເມືອ​ສະ. ແມ່​ເຖົ້າ​ກາຍ​ຍາມ​ເອົາ​ຜົວ​ແລ້ວ. ເຖິງ​ວ່າ​ແມ່​ຈະ​ໄດ້​ຜົວ​ມື້​ນີ້ແລະ​ມີ​ລູກຊາຍ 13 ລູກ​ຊິ​ຖ້າ​ຈົນ​ເຂົາ​ເຈົ້າ​ໃຫຍ່​ໄດ້​ບໍ? ລູກ​ຊິ​ຖ້າ​ເຂົາເຈົ້າ​ແລະ​ບໍ່​ແຕ່ງດອງ​ໃໝ່​ບໍ? ແມ່​ທຸກ​ໃຈ​ຫຼາຍ​ເມື່ອ​ຄິດ​ເຖິງ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກ​ລູກ​ທັງ​ສອງ​ເພາະ​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ແມ່.”+

14 ແລ້ວ​ເຂົາເຈົ້າ​ກໍ​ຮ້ອງໄຫ້​ສຽງ​ດັງ​ອີກ. ຈາກນັ້ນ ໂອປາ​ກໍ​ຈູບ​ລາ​ແມ່​ຍ່າ​ແລ້ວ​ກໍ​ກັບ​ເມືອ ແຕ່​ຣຸດ​ບໍ່​ຍອມ​ເມືອ. 15 ນາໂອມີ​ຈຶ່ງ​ເວົ້າ​ວ່າ: “ເຫັນ​ບໍ່ ໂອປາ​ກໍ​ກັບ​ເມືອເຮືອນ​ແລະ​ໄປ​ຫາ​ພະເຈົ້າ​ຂອງ​ລາວ​ແລ້ວ. ກັບ​ເມືອ​ນຳ​ລາວ​ສະ​ລູກ.”

16 ແຕ່​ຣຸດ​ບອກ​ວ່າ: “ຢ່າ​ຂໍຮ້ອງ​ລູກ​ໃຫ້​ປະຖິ້ມ​ແມ່​ຫຼືບໍ່​ໃຫ້​ໄປ​ນຳ​ແມ່. ແມ່​ໄປ​ໃສ ລູກ​ກໍ​ຈະ​ໄປ​ນຳ. ແມ່​ນອນ​ໃສ ລູກ​ກໍ​ຈະ​ນອນ​ຫັ້ນ. ຄົນ​ຊາດດຽວກັນ​ກັບ​ແມ່​ກໍ​ຈະ​ເປັນ​ຄົນ​ຊາດດຽວກັນ​ກັບ​ລູກ​ແລະ​ພະເຈົ້າ​ຂອງ​ແມ່​ກໍ​ຈະ​ເປັນ​ພະເຈົ້າ​ຂອງ​ລູກ.+ 17 ແມ່​ຕາຍ​ຢູ່​ໃສ ລູກ​ກໍ​ຈະ​ຕາຍ​ຢູ່​ຫັ້ນ. ແມ່​ຖືກ​ຝັງ​ຢູ່ບ່ອນ​ໃດກໍ​ໃຫ້​ຝັງ​ລູກ​ຢູ່​ບ່ອນ​ນັ້ນ. ຈະ​ບໍ່​ມີ​ສິ່ງ​ໃດ​ແຍກ​ລູກ​ຈາກ​ແມ່​ໄດ້​ນອກ​ຈາກ​ຄວາມ​ຕາຍ. ຄັນ​ບໍ່​ຊັ້ນ​ກໍ​ຂໍ​ໃຫ້​ພະ​ເຢໂຫວາ​ລົງໂທດ​ລູກ​ໜັກ​ໆ​.”

18 ເມື່ອ​ນາໂອມີ​ເຫັນ​ວ່າ​ຈັ່ງ​ໃດ​ຣຸດ​ກໍ​ຈະ​ໄປ​ນຳ​ລາວ ລາວ​ກໍ​ເລີຍ​ເຊົາ​ຫ້າມ​ຣຸດ. 19 ທັງ​ສອງ​ຄົນ​ຈຶ່ງ​ເດີນ​ທາງ​ໄປ​ນຳ​ກັນ​ຈົນ​ຮອດ​ເມືອງ​ເບັດເລເຮັມ.+ ເມື່ອ​ຮອດ​ເມືອງ​ເບັດເລເຮັມ ຄົນ​ໝົດ​ເມືອງ​ກໍ​ຕົກ​ໃຈ​ເມື່ອ​ເຫັນ​ເຂົາເຈົ້າ. ພວກ​ຜູ້ຍິງ​ພາກັນ​ເວົ້າ​ວ່າ: “ແມ່ນ​ນາໂອມີເບາະ​ນິ?” 20 ລາວ​ຈຶ່ງ​ເວົ້າ​ກັບ​ເຂົາເຈົ້າ​ວ່າ: “ຢ່າ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ. ໃຫ້​ເອີ້ນ​ຂ້ອຍ​ວ່າ​ມາຣາ* ເພາະ​ຜູ້ມີລິດເດດ​ສູງສຸດ​ເຮັດ​ໃຫ້​ຊີວິດ​ຂອງ​ຂ້ອຍ​ຂົມຂື່ນ​ຫຼາຍ.+ 21 ຕອນ​ໄປ​ຂ້ອຍ​ມີ​ທຸກສິ່ງ​ທຸກຢ່າງ ແຕ່​ຕອນ​ກັບ​ມາ​ພະ​ເຢໂຫວາ​ພັດ​ເຮັດ​ໃຫ້​ຂ້ອຍ​ບໍ່​ເຫຼືອ​ຫຍັງ​ເລີຍ. ເປັນ​ຫຍັງ​ຈຶ່ງ​ຊິ​ມາ​ເອີ້ນ​ຂ້ອຍ​ວ່າ​ນາໂອມີ ໃນ​ເມື່ອ​ພະ​ເຢໂຫວາ​ກາຍ​ເປັນ​ສັດຕູ​ຂອງ​ຂ້ອຍ​ແລະ​ຜູ້​ມີ​ລິດເດດ​ສູງສຸດ​ເຮັດ​ໃຫ້​ເລື່ອງ​ໂຫດຮ້າຍ​ແບບ​ນີ້​ເກີດຂຶ້ນ​ກັບ​ຂ້ອຍ?”+

22 ນີ້​ແມ່ນເລື່ອງ​ຂອງ​ນາໂອມີ​ຕອນ​ທີ່​ລາວ​ອອກ​ຈາກ​ໂມອາບ+ພ້ອມ​ກັບ​ຣຸດ​ທີ່​ເປັນ​ລູກໃພ້. ເຂົາເຈົ້າ​ມາ​ຮອດ​ເມືອງ​ເບັດເລເຮັມ​ໃນ​ຍາມ​ກ່ຽວເຂົ້າ​ບາເລ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌