ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ຊາມູເອນ​ເຈິ​ກັບ​ຊາອູນ (1-​27)

1 ຊາມູເອນ 9:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 14:51; 1ຂຄ 8:33; ກຈກ 13:21
  • +ຜຕສ 21:17

1 ຊາມູເອນ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:15; 13:13; 15:26; 28:7; 31:4; 2ຊມ 1:23

1 ຊາມູເອນ 9:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ລາ​ໂຕ​ແມ່”

1 ຊາມູເອນ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:2

1 ຊາມູເອນ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 3:19

1 ຊາມູເອນ 9:8

ໄຂເງື່ອນ

  • *

    2,8 ກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

1 ຊາມູເອນ 9:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:19; 2ຊມ 15:27; 1ຂຄ 9:22; 29:29

1 ຊາມູເອນ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:19

1 ຊາມູເອນ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 7:9; 16:5
  • +1ກສ 3:2; 1ຂຄ 16:39; 2ຂຄ 1:3

1 ຊາມູເອນ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 18:11
  • +1ຊມ 10:1; 15:1
  • +ພສ 106:43, 44; 107:19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 6

1 ຊາມູເອນ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:24; 15:17; ກຈກ 13:21

1 ຊາມູເອນ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:13, 24

1 ຊາມູເອນ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:3
  • +1ຊມ 8:5, 19; 12:13

1 ຊາມູເອນ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:46, 47

1 ຊາມູເອນ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:13, 19

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/4/2015, ໜ້າ 7

1 ຊາມູເອນ 9:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:3, 10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 9:11ຊມ 14:51; 1ຂຄ 8:33; ກຈກ 13:21
1ຊມ. 9:1ຜຕສ 21:17
1ຊມ. 9:21ຊມ 11:15; 13:13; 15:26; 28:7; 31:4; 2ຊມ 1:23
1ຊມ. 9:51ຊມ 10:2
1ຊມ. 9:61ຊມ 3:19
1ຊມ. 9:91ຊມ 9:19; 2ຊມ 15:27; 1ຂຄ 9:22; 29:29
1ຊມ. 9:111ຊມ 9:19
1ຊມ. 9:121ຊມ 7:9; 16:5
1ຊມ. 9:121ກສ 3:2; 1ຂຄ 16:39; 2ຂຄ 1:3
1ຊມ. 9:16ຢຊ 18:11
1ຊມ. 9:161ຊມ 10:1; 15:1
1ຊມ. 9:16ພສ 106:43, 44; 107:19
1ຊມ. 9:171ຊມ 10:24; 15:17; ກຈກ 13:21
1ຊມ. 9:191ຊມ 9:13, 24
1ຊມ. 9:201ຊມ 9:3
1ຊມ. 9:201ຊມ 8:5, 19; 12:13
1ຊມ. 9:21ຜຕສ 20:46, 47
1ຊມ. 9:251ຊມ 9:13, 19
1ຊມ. 9:271ຊມ 9:3, 10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 9:1-27

ຊາມູເອນ​ສະບັບ​ທີ​ໜຶ່ງ

9 ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນຕະກູນ​ເບັນຢາມິນ​ຊື່​ກີເຊ.+ ລາວ​ເປັນ​ລູກ​ຫຼານ​ຂອງ​ອາບີເອນ ອາບີເອນ​ເປັນ​ລູກ​ຊາຍ​ຂອງ​ເຊໂຣ ເຊໂຣ​ເປັນ​ລູກ​ຊາຍ​ຂອງ​ເບໂກຣາດ ເບໂກຣາດ​ເປັນ​ລູກ​ຫຼານ​ຂອງ​ອາຟີຢາ. ກີເຊເປັນ​ຄົນ​ໃນ​ຕະກູນ​ເບັນຢາມິນ+ທີ່​ຮັ່ງ​ຫຼາຍ. 2 ກີເຊ​ມີ​ລູກ​ຊາຍ​ຜູ້​ໜຶ່ງ​ຊື່​ຊາອູນ.+ ລາວ​ເປັນ​ຄົນ​ຫຼໍ່. ໃນ​ອິດສະຣາເອນ​ບໍ່​ມີ​ໃຜ​ຫຼໍ່​ສ່ຳ​ລາວ​ແລະ​ບໍ່​ມີ​ໃຜ​ສູງ​ກາຍ​ບ່າ​ລາວ.

3 ຕອນ​ທີ່​ລາ*ຂອງ​ກີເຊ​ເສຍ ລາວ​ບອກ​ຊາອູນ​ວ່າ: “ໃຫ້​ລູກ​ພາ​ຄົນ​ຮັບ​ໃຊ້​ໄປ​ນຳ​ຜູ້​ໜຶ່ງ​ເພື່ອ​ໄປ​ຊອກ​ຫາ​ຝູງ​ລາ.” 4 ເຂົາ​ເຈົ້າ​ເດີນ​ທາງ​ຜ່ານ​ເຂດ​ພູ​ເອຟຣາຢິມ​ແລະ​ຜ່ານ​ເຂດ​ຊາລິຊາ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ເຫັນ​ຝູງ​ລາ. ເຂົາ​ເຈົ້າ​ເດີນ​ທາງ​ຜ່ານ​ເຂດ​ຊາອາລີມ ແຕ່​ກໍ​ບໍ່​ເຫັນ​ຝູງ​ລາ​ຢູ່​ຫັ້ນ. ເຂົາ​ເຈົ້າພະຍາຍາມຊອກ​ຫາ​ໃນ​ເຂດ​ຂອງ​ຕະກູນ​ເບັນຢາມິນ ແຕ່​ກໍ​ບໍ່​ເຫັນ.

5 ເມື່ອ​ເຂົາ​ເຈົ້າເຂົ້າ​ໄປຮອດ​ເຂດ​ຂອງ​ເມືອງ​ຊູບ ຊາອູນ​ຈຶ່ງ​ເວົ້າ​ກັບ​ຄົນ​ຮັບ​ໃຊ້​ວ່າ: “ໄປ໋​ເມືອ ຢ້ານ​ພໍ່​ຊິ​ເປັນ​ຫ່ວງ​ພວກ​ເຮົາ​ຫຼາຍ​ກວ່າ​ເປັນ​ຫ່ວງ​ຝູງລາ.”+ 6 ແຕ່​ຄົນ​ຮັບ​ໃຊ້​ເວົ້າ​ວ່າ: “ໃນເມືອງນີ້​ມີ​ຄົນ​ຂອງ​ພະເຈົ້າ​ແລະ​ທຸກ​ຄົນ​ນັບ​ຖືລາວ. ທຸກ​ສິ່ງ​ທີ່​ລາວ​ເວົ້າ​ເກີດ​ຂຶ້ນ​ແທ້.+ ໄປ​ຫາ​ລາວ​ຕອນ​ນີ້​ເລີຍ​ເບາະ ລາວ​ອາດ​ບອກ​ພວກເຮົາ​ໄດ້​ວ່າ​ຄວນ​ໄປ​ທາງ​ໃດ.” 7 ຊາອູນ​ເວົ້າ​ກັບ​ຄົນ​ຮັບ​ໃຊ້​ວ່າ: “ຖ້າ​ເຮົາ​ໄປ ເຮົາ​ຈະ​ເອົາ​ຫຍັງ​ໄປ​ໃຫ້​ລາວ? ເຮົາ​ບໍ່​ມີເຂົ້າຈີ່ແລ້ວ ແລະ​ເຮົາ​ກໍ​ບໍ່​ມີຫຍັງທີ່​ຈະ​ເອົາ​ໄປ​ເປັນ​ຂອງຂວັນ​ໃຫ້​ຄົນ​ຂອງ​ພະເຈົ້າ​ທ່ຽງແທ້. ເຮົາ​ຈະ​ເຮັດ​ແນວ​ໃດ?” 8 ຄົນ​ຮັບ​ໃຊ້​ຈຶ່ງ​ຕອບ​ຊາອູນ​ວ່າ: “ຂ້ອຍ​ມີ​ເງິນ 1 ສ່ວນ 4 ເຊເກນ.* ຂ້ອຍ​ຈະ​ເອົາ​ເງິນ​ນີ້​ໃຫ້​ຄົນ​ຂອງ​ພະເຈົ້າ ແລ້ວ​ລາວ​ຈະ​ບອກ​ພວກເຮົາ​ວ່າ​ຄວນ​ໄປ​ທາງ​ໃດ.” 9 (ໃນ​ອິດສະຣາເອນສະໄໝ​ແຕ່​ກີ້ ເມື່ອ​ມີ​ຄົນ​ຢາກໃຫ້​ພະເຈົ້າ​ຊ່ວຍ ລາວ​ຈະ​ເວົ້າ​ວ່າ: “ໄປ໋ ໄປ​ຫາຜູ້​ເຫັນ​ນິມິດ.”+ ໃນ​ທຸກ​ມື້​ນີ້​ເອີ້ນ​ວ່າ​ຜູ້ພະຍາກອນ ແຕ່​ໃນ​ຕອນ​ນັ້ນ​ເອີ້ນ​ວ່າ​ຜູ້​ເຫັນ​ນິມິດ.) 10 ຊາອູນ​ເວົ້າ​ກັບ​ຄົນ​ຮັບ​ໃຊ້​ວ່າ: “ດີ​ໆ​ ໄປ໋.” ເຂົາ​ເຈົ້າ​ຈຶ່ງ​ໄປ​ເມືອງ​ທີ່​ຄົນ​ຂອງ​ພະເຈົ້າ​ຢູ່.

11 ຕອນ​ທີ່​ຍ່າງ​ຂຶ້ນ​ໄປ​ເມືອງ​ນັ້ນ ເຂົາ​ເຈົ້າ​ເຫັນ​ພວກ​ຜູ້​ສາວ​ອອກ​ມາ​ຕັກ​ນ້ຳ ເຂົາເຈົ້າຈຶ່ງ​ຖາມ​ວ່າ: “ຜູ້​ເຫັນ​ນິມິດ​+ຢູ່​ນີ້ບໍ່?” 12 ພວກຜູ້ສາວ​ຕອບ​ວ່າ: “ແມ່ນ​ແລ້ວ. ລາວ​ຢູ່ຫັ້ນເດ້. ໃຫ້​ຟ້າວ​ໄປ​ຫາ​ລາວ. ມື້​ນີ້​ລາວ​ເຂົ້າ​ມາ​ໃນ​ເມືອງ ເພາະ​ປະຊາຊົນ​ເອົາ​ເຄື່ອງ​ບູຊາ​ມາ​ເຜົາ+ໃຫ້​ພະເຈົ້າ​ຢູ່​ບ່ອນ​ນະມັດສະການ.+ 13 ເມື່ອ​ເຂົ້າ​ໄປ​ໃນ​ເມືອງ ພວກ​ເຈົ້າ​ຈະເຈິລາວ​ກ່ອນ​ທີ່​ລາວ​ຈະ​ຂຶ້ນ​ໄປ​ບ່ອນ​ນະມັດສະການ. ຄົນ​ທີ່​ຢູ່​ຫັ້ນ​ຈະ​ບໍ່​ກິນ​ເຄື່ອງບູຊາຈົນ​ກວ່າ​ລາວ​ໄປ​ຮອດ ເພາະ​ລາວ​ເປັນ​ຜູ້​ທີ່​ຈະ​ອະທິດຖານ​ກ່ອນ​ກິນ​ເຄື່ອງ​ບູຊາ. ເມື່ອ​ອະທິດຖານ​ແລ້ວ ຄົນ​ທີ່​ຖືກ​ເຊີນ​ຈຶ່ງ​ຈະ​ກິນ​ໄດ້. ໃຫ້​ຟ້າວ​ຂຶ້ນ​ໄປ​ດຽວ​ນີ້ ແລ້ວ​ພວກ​ເຈົ້າ​ຈະ​ເຈິ​ລາວ.” 14 ເຂົາ​ເຈົ້າກໍ​ຟ້າວ​ຂຶ້ນ​ໄປເມືອງ​ນັ້ນ. ເມື່ອ​ເຂົ້າໄປໃນ​ເມືອງ ຊາມູເອນ​ໄດ້​ອອກ​ມາ​ຫາ​ເຂົາ​ເຈົ້າ​ເພື່ອ​ຈະ​ພາ​ຂຶ້ນ​ໄປ​ບ່ອນ​ນະມັດສະການ.

15 ມື້​ໜຶ່ງ​ກ່ອນ​ຊາອູນ​ຈະ​ມາ​ຮອດ ພະ​ເຢໂຫວາ​ໄດ້​ບອກ​ຊາມູເອນ​ວ່າ: 16 “ມື້​ອື່ນ​ປະມານ​ໂມງ​ນີ້ ເຮົາ​ຈະ​ສົ່ງ​ຜູ້​ຊາຍ​ຄົນ​ໜຶ່ງ​ໃນຕະກູນເບັນຢາມິນ+ມາ​ຫາ​ເຈົ້າ. ເຈົ້າ​ຕ້ອງ​ແຕ່ງຕັ້ງລາວ​ໃຫ້​ເປັນ​ຜູ້​ປົກຄອງ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ+ ແລະ​ລາວ​ຈະ​ຊ່ວຍ​ປະຊາຊົນ​ຂອງ​ເຮົາ​ຈາກ​ພວກ​ຟີລິດສະຕີນ. ຍ້ອນ​ເຮົາ​ໄດ້​ເຫັນ​ຄວາມທຸກ​ຂອງ​ປະຊາຊົນ​ຂອງ​ເຮົາ ແລະ​ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ທຸກ​ຂອງ​ເຂົາ​ເຈົ້າ.”+ 17 ເມື່ອ​ຊາມູເອນ​ເຫັນ​ຊາອູນ ພະ​ເຢໂຫວາ​ບອກ​ລາວ​ວ່າ: “ແມ່ນ​ຜູ້​ນີ້​ແຫຼະ​ທີ່​ເຮົາ​ບອກ​ເຈົ້າ. ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງ​ເຮົາ.”+

18 ແລ້ວ​ຊາອູນ​ກໍ​ຍ່າງ​ໄປ​ຫາ​ຊາມູເອນ​ຢູ່​ປະຕູ​ເມືອງ​ແລະ​ຖາມ​ວ່າ: “ຂໍ​ຖາມ​ແດ່ ເຮືອນ​ຂອງ​ຜູ້​ເຫັນ​ນິມິດ​ຢູ່​ໃສ?” 19 ຊາມູເອນ​ຕອບ​ຊາອູນ​ວ່າ: “ຂ້ອຍ​ນີ້​ແຫຼະ​ແມ່ນ​ຜູ້​ເຫັນ​ນິມິດ. ໃຫ້​ເຈົ້າຍ່າງນຳ​ໜ້າ​ຂ້ອຍ​ຂຶ້ນ​ໄປ​ບ່ອນ​ນະມັດສະການ. ມື້​ນີ້​ໃຫ້​ເຈົ້າ​ກິນ​ເຂົ້າ​ນຳ​ຂ້ອຍ+ແລະ​ມື້​ອື່ນ​ເຊົ້າ​ຈຶ່ງເມືອ. ແລ້ວ​ຂ້ອຍ​ຈະ​ບອກ​ທຸກ​ຢ່າງ​ທີ່​ເຈົ້າ​ຢາກ​ຮູ້. 20 ຝູງ​ລາ​ທີ່​ເສຍ 3 ມື້​ກ່ອນ+ ບໍ່​ຕ້ອງ​ເປັນ​ຫ່ວງ​ພວກ​ມັນ ເພາະ​ມີ​ຄົນ​ເຫັນ​ແລ້ວ. ທີ່​ຈິງ ສິ່ງ​ທີ່​ມີ​ຄ່າ​ທັງ​ໝົດ​ຂອງ​ອິດສະຣາເອນ​ຈະ​ຕົກ​ເປັນ​ຂອງ​ເຈົ້າ​ແລະ​ຂອງ​ຄອບຄົວພໍ່ເຈົ້າ.”+ 21 ຊາອູນ​ເວົ້າ​ວ່າ: “ຂ້ອຍ​ເປັນ​ຄົນ​ເບັນຢາມິນ ເຊິ່ງ​ເປັນ​ຕະກູນ​ທີ່​ນ້ອຍ​ທີ່​ສຸດ​ຂອງ​ອິດສະຣາເອນ+ ແລະ​ໃນ​ຕະກູນ​ເບັນຢາມິນ​ຄອບຄົວ​ຂອງ​ຂ້ອຍ​ກໍ​ບໍ່​ໄດ້​ມີ​ຄວາມ​ສຳຄັນ​ເລີຍ. ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?”

22 ຈາກນັ້ນ ຊາມູເອນ​ກໍ​ພາ​ຊາອູນ​ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ໄປ​ຫ້ອງ​ກິນ​ເຂົ້າ ແລະ​ໃຫ້​ເຂົາ​ເຈົ້າ​ນັ່ງ​ຢູ່​ບ່ອນ​ທີ່​ເດັ່ນ​ກວ່າ​ທຸກ​ຄົນ​ທີ່​ຖືກ​ເຊີນ ເຊິ່ງ​ມີ​ປະມານ 30 ຄົນ. 23 ຊາມູເອນ​ບອກ​ຄົນ​ທີ່​ແຕ່ງ​ກິນ​ວ່າ: “ເອົາຊີ້ນທີ່​ຂ້ອຍ​ບອກ​ໃຫ້​ເຈົ້າ​ແບ່ງ​ໄວ້​ຕ່າງ​ຫາກ​ອອກ​ມາ.” 24 ຄົນ​ແຕ່ງ​ກິນ​ຈຶ່ງ​ເອົາ​ຊີ້ນ​ສ່ວນ​ຂາ​ອອກ​ມາ ແລະ​ວາງ​ໄວ້​ຕໍ່​ໜ້າ​ຊາອູນ. ແລ້ວ​ຊາມູເອນ​ໄດ້​ເວົ້າ​ວ່າ: “ຊີ້ນ​ນີ້​ແມ່ນ​ສ່ວນ​ທີ່​ແບ່ງໄວ້ໃຫ້​ເຈົ້າ. ກິນ​ແມ້ ເຂົາ​ເຈົ້າ​ແບ່ງ​ໄວ້​ໃຫ້​ເຈົ້າ​ສຳລັບ​ໂອກາດ​ນີ້ ຍ້ອນ​ຂ້ອຍ​ບອກ​ເຂົາ​ເຈົ້າ​ວ່າ ‘ຂ້ອຍ​ເຊີນ​ແຂກ​ມາ.’” ມື້​ນັ້ນ ຊາອູນ​ໄດ້​ກິນ​ເຂົ້າ​ກັບ​ຊາມູເອນ. 25 ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ລົງ​ມາ​ຈາກ​ບ່ອນ​ນະມັດສະການ+​ແລະ​ກັບ​ເຂົ້າ​ໄປ​ໃນ​ເມືອງ. ຊາມູເອນ​ຍັງ​ລົມ​ກັບ​ຊາອູນ​ຕໍ່​ຢູ່​ເທິງ​ດາດ​ຟ້າ​ເຮືອນ​ຂອງ​ລາວ. 26 ເຂົາ​ເຈົ້າ​ຕື່ນ​ແຕ່​ເຊົ້າ​ໆ​. ຊາມູເອນຮ້ອງຊາອູນ​ທີ່​ນອນ​ຢູ່​ເທິງດາດຟ້າ​ແລະ​ບອກ​ວ່າ: “ກຽມ​ໂຕ​ໃຫ້​ພ້ອມ​ເດີ້ ຂ້ອຍ​ຈະສົ່ງເຈົ້າ​ເມືອ​ເຮືອນ.” ຊາອູນ​ກໍ​ກຽມ​ໂຕ ແລ້ວ​ທັງ​ສອງ​ກໍ​ອອກ​ໄປ​ນຳ​ກັນ. 27 ຕອນ​ທີ່​ຍ່າງ​ລົງ​ມາ​ຈາກ​ເມືອງ ຊາມູເອນ​ບອກ​ຊາອູນ​ວ່າ: “ບອກ​ຄົນ​ຮັບ​ໃຊ້+ຂອງ​ເຈົ້າ​ໃຫ້​ຍ່າງ​ໄປ​ກ່ອນ​ພວກ​ເຮົາ ແຕ່​ໃຫ້​ເຈົ້າ​ຢູ່ນີ້ນຳ​ຂ້ອຍ ເພາະ​ຂ້ອຍ​ມີ​ຂ່າວ​ຈາກ​ພະເຈົ້າ​ຈະ​ບອກ​ໃຫ້​ເຈົ້າ​ຮູ້.” ແລ້ວ​ຄົນ​ຮັບ​ໃຊ້​ກໍ​ຍ່າງ​ໄປກ່ອນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌