ກະສັດສະບັບທີໜຶ່ງ
4 ກະສັດໂຊໂລໂມນໄດ້ປົກຄອງອິດສະຣາເອນທັງໝົດ.+ 2 ເຈົ້າໜ້າທີ່ລະດັບສູງ*ຂອງກະສັດໂຊໂລໂມນມີ: ອາຊາຣີຢາລູກຊາຍຂອງຊາໂດກ+ເປັນປະໂລຫິດ* 3 ເອລີໂຮເຣັບແລະອາຮີຢາລູກຊາຍຂອງຊີຊ່າເປັນເລຂາ+ ເຢໂຮຊາຟັດ+ລູກຊາຍຂອງອາຮີລຸດເປັນຜູ້ຈົດບັນທຶກໃຫ້ກະສັດ 4 ເບນາຢາ+ລູກຊາຍຂອງເຢໂຮຢາດາເປັນຫົວໜ້າກອງທັບ ຊາໂດກແລະອາບີອາທາ+ເປັນປະໂລຫິດ 5 ອາຊາຣີຢາລູກຊາຍຂອງນາທານ+ເປັນຫົວໜ້າພວກເຈົ້າແຂວງ ຊາບຸດລູກຊາຍຂອງນາທານເປັນປະໂລຫິດແລະເປັນໝູ່ຂອງກະສັດ+ 6 ອາຮີຊາເປັນຜູ້ເບິ່ງແຍງວັງຂອງກະສັດ ແລະອາໂດນີຣາມ+ລູກຊາຍຂອງອັບດາເປັນຫົວໜ້າພວກກຳມະກອນ.+
7 ໂຊໂລໂມນໄດ້ຕັ້ງຫົວໜ້າ 12 ຄົນໃຫ້ເບິ່ງແຍງພວກອິດສະຣາເອນທີ່ຈັດຫາຂອງກິນໃຫ້ລາວແລະຄອບຄົວ. ຫົວໜ້າ 12 ຄົນນີ້ຮັບຜິດຊອບເບິ່ງແຍງຄົນລະເດືອນ.+ 8 ຫົວໜ້າ 12 ຄົນນີ້ມີ: ລູກຊາຍຂອງຮູເຣເບິ່ງແຍງແຖວພູໃນເຂດເອຟຣາຢິມ 9 ລູກຊາຍຂອງເດເກເບິ່ງແຍງເຂດມາກາດ ເມືອງຊາອານບີມ+ ເມືອງເບັດເຊເມັດ ແລະເມືອງເອໂລນເບັດຮານານ 10 ລູກຊາຍຂອງເຮເສັດເບິ່ງແຍງເມືອງອາຣຸບໂບດ (ລາວຍັງເບິ່ງແຍງເຂດໂສໂກແລະເບິ່ງແຍງເຂດເຮເຟທັງໝົດ.) 11 ລູກຊາຍຂອງອາບີນາດາບເບິ່ງແຍງເຂດພູຂອງເມືອງໂດເຣທັງໝົດ (ລາວແຕ່ງດອງກັບຕາຟັດລູກສາວຂອງກະສັດໂຊໂລໂມນ.) 12 ບາອານາລູກຊາຍຂອງອາຮີລຸດເບິ່ງແຍງເມືອງຕາອານັກ ເມືອງເມກິດໂດ+ ແລະເຂດທີ່ຢູ່ອ້ອມແອ້ມເມືອງເບັດເຊອານ+ທີ່ຢູ່ໃກ້ໆເມືອງຊາເຣທານແລະຢູ່ຕ່ຳກວ່າເມືອງເຢດຊະເຣເອນ. ບາອານາເບິ່ງແຍງຕັ້ງແຕ່ເມືອງເບັດເຊອານຈົນຮອດອາເບັນເມໂຮລາແລະຈົນຮອດເຂດໂຢກເມອາມ+ 13 ລູກຊາຍຂອງເກເບີເບິ່ງແຍງເມືອງຣາໂມດກິລຽດ+ (ລາວເບິ່ງແຍງບ້ານນ້ອຍໆຫຼາຍບ້ານໃນເຂດກິລຽດ+ທີ່ເປັນຂອງຢາອີ+ລູກຊາຍມານາເຊ. ລາວເບິ່ງແຍງເຂດອາໂກບ+ໃນບາຊານ.+ ເຂດນີ້ມີ 60 ເມືອງໃຫຍ່ທີ່ມີກຳແພງອ້ອມແລະປະຕູເມືອງມີກອນປະຕູເປັນທອງແດງ.) 14 ອາຮີນາດາບລູກຊາຍຂອງອິດໂດເບິ່ງແຍງເມືອງມາຮານາຢິມ+ 15 ອາຮີມາອາດເບິ່ງແຍງເຂດຂອງຕະກູນນັບທາລີ (ລາວແຕ່ງດອງກັບບາເຊມາດລູກສາວອີກຜູ້ໜຶ່ງຂອງໂຊໂລໂມນ.) 16 ບາອານາລູກຊາຍຂອງຮູຊາຍເບິ່ງແຍງເຂດຂອງຕະກູນອາເຊແລະເຂດເບອາໂລດ 17 ເຢໂຮຊາຟັດລູກຊາຍຂອງປາຣູອາເບິ່ງແຍງເຂດຂອງຕະກູນອິດຊາຄາ 18 ຊິເມອີ+ລູກຊາຍຂອງເອລ້າເບິ່ງແຍງເຂດຂອງຕະກູນເບັນຢາມິນ+ 19 ເກເບີລູກຊາຍຂອງອູຣີເບິ່ງແຍງເຂດກິລຽດ+ເຊິ່ງກະສັດສີໂຮນ+ຄົນອາໂມແລະກະສັດໂອກ+ຄົນບາຊານເຄີຍປົກຄອງ. ມີຜູ້ໜຶ່ງທີ່ເປັນຫົວໜ້າຂອງພວກຫົວໜ້າ 12 ຄົນນີ້.
20 ພວກຢູດາແລະພວກອິດສະຣາເອນມີຫຼາຍແທ້ຫຼາຍວ່າຄືກັບເມັດດິນຊາຍຢູ່ແຄມທະເລ.+ ເຂົາເຈົ້າມີແນວກິນ ມີແນວດື່ມ ແລະມີຊີວິດທີ່ມີຄວາມສຸກ.+
21 ໂຊໂລໂມນປົກຄອງທຸກເຂດຕັ້ງແຕ່ແມ່ນ້ຳເອິຟາຣາດ+ຈົນຮອດເຂດຂອງພວກຟີລິດສະຕີນແລະຈົນຮອດເຂດແດນຂອງເອຢິບ. ເຂົາເຈົ້າເອົາເຄື່ອງເສຍສ່ວຍໃຫ້ໂຊໂລໂມນແລະຮັບໃຊ້ໂຊໂລໂມນຕະຫຼອດຊີວິດຂອງລາວ.+
22 ໃນແຕ່ລະມື້ ຂອງກິນຂອງໂຊໂລໂມນມີ: ແປ້ງລະອຽດ 30 ໂຄເຣ* ແປ້ງທຳມະດາ 60 ໂຄເຣ* 23 ງົວທີ່ລ້ຽງຢ່າງດີຢູ່ໃນຄອກ 10 ໂຕ ງົວທີ່ລ້ຽງປ່ອຍຕາມທົ່ງຫຍ້າ 20 ໂຕ ແລະແກະ 100 ໂຕ. ນອກຈາກນັ້ນຍັງມີກວາງຊະນິດຕ່າງໆຫຼາຍໂຕແລະນົກທີ່ລ້ຽງໃຫ້ຕຸ້ຍໆ. 24 ໂຊໂລໂມນປົກຄອງທຸກສິ່ງທີ່ຢູ່ຟາກນີ້*ຂອງແມ່ນ້ຳເອິຟາຣາດ+ ຕັ້ງແຕ່ຕິບສາຈົນຮອດເມືອງຄາຊາ.+ ລາວມີອຳນາດຫຼາຍກວ່າກະສັດທຸກອົງທີ່ຢູ່ຟາກນີ້ຂອງແມ່ນ້ຳ. ທຸກເຂດທີ່ລາວປົກຄອງມີຄວາມສະຫງົບສຸກ.+ 25 ໃນສະໄໝທີ່ໂຊໂລໂມນປົກຄອງ ພວກຢູດາແລະພວກອິດສະຣາເອນໄດ້ຢູ່ຢ່າງປອດໄພ. ທຸກຄົນນັ່ງຢູ່ກ້ອງເຄືອໝາກລະແຊັງຂອງໂຕເອງແລະຢູ່ກ້ອງຕົ້ນໝາກເດື່ອຂອງໂຕເອງຕັ້ງແຕ່ເມືອງດານຈົນຮອດເມືອງເບເອເຊບາ.
26 ໂຊໂລໂມນມີຄອກມ້າ 4.000* ຄອກສຳລັບມ້າທີ່ແກ່ລົດມ້າ ແລະມີມ້າ 12.000 ໂຕ.*+
27 ພວກຫົວໜ້າ 12 ຄົນນີ້ຈັດຫາຂອງກິນໃຫ້ກະສັດໂຊໂລໂມນແລະທຸກຄົນທີ່ກິນເຂົ້າຮ່ວມໂຕະກັບກະສັດໂຊໂລໂມນ. ແຕ່ລະຄົນຮັບຜິດຊອບຄົນລະເດືອນແລະເບິ່ງແຍງໃຫ້ທຸກຢ່າງມີພຽງພໍ.+ 28 ນອກຈາກນັ້ນ ເຂົາເຈົ້າຍັງຮັບຜິດຊອບໃຫ້ຄົນເອົາເຂົ້າບາເລແລະເຟືອງໄປໃຫ້ມ້າກັບມ້າທີ່ແກ່ລົດຮົບໃນບ່ອນຕ່າງໆຕາມຈຳນວນທີ່ກຳນົດໄວ້.
29 ພະເຈົ້າໃຫ້ໂຊໂລໂມນມີສະຕິປັນຍາແລະຄວາມເຂົ້າໃຈຫຼາຍຄືກັບດິນຊາຍຢູ່ແຄມທະເລ.+ 30 ໂຊໂລໂມນມີສະຕິປັນຍາຫຼາຍກວ່າທຸກຄົນທີ່ຢູ່ທາງທິດຕາເວັນອອກແລະທຸກຄົນທີ່ຢູ່ເອຢິບ.+ 31 ລາວສະຫຼາດກວ່າທຸກຄົນ. ລາວສະຫຼາດກວ່າເອທານ+ຄົນເຊຣາ ສະຫຼາດກວ່າເຮມານ+ ການໂກນ+ ແລະດາຣາລູກຊາຍຂອງມາໂຮນ. ທຸກຊາດທີ່ຢູ່ອ້ອມຂ້າງຮູ້ເລື່ອງສະຕິປັນຍາຂອງກະສັດໂຊໂລໂມນ.+ 32 ລາວແຕ່ງສຸພາສິດ+ 3.000 ຂໍ້ ແລະແຕ່ງເພງ+ 1.005 ເພງ. 33 ລາວເວົ້າກ່ຽວກັບຕົ້ນໄມ້ຕ່າງໆນັບຕັ້ງແຕ່ຕົ້ນຊີດ້າ*ໃນເລບານອນຈົນຮອດຕົ້ນຫູສົບ+ທີ່ຂຶ້ນຢູ່ຕາມກຳແພງ. ລາວເວົ້າກ່ຽວກັບສັດຊະນິດຕ່າງໆ+ ນົກ+ ສັດເລືອຄານ ແມງໄມ້+ ແລະປາ. 34 ຄົນຈາກທຸກຊາດລວມເຖິງກະສັດຈາກທົ່ວໂລກທີ່ໄດ້ຍິນເລື່ອງສະຕິປັນຍາຂອງກະສັດໂຊໂລໂມນກໍພາກັນມາຟັງລາວເວົ້າ.+