ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 16
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ຄຳ​ຕັດສິນ​ຂອງ​ພະ​ເຢໂຫວາ​ຕໍ່​ບາອາຊາ (1-​7)

      • ເອລາ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (8-​14)

      • ຊິມຣີ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (15-​20)

      • ອົມຣີ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (21-​28)

      • ອາຮາບ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ (29-​33)

      • ຮີເອນ​ຟື້ນຟູ​ເມືອງ​ເຢຣິໂກ​ຂຶ້ນ​ໃໝ່ (34)

1 ກະສັດ 16:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 19:2; 20:34
  • +2ຂຄ 16:7

1 ກະສັດ 16:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 2:8
  • +1ກສ 13:33

1 ກະສັດ 16:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 14:10, 11; 15:29

1 ກະສັດ 16:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:21, 33

1 ກະສັດ 16:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 15:25-29

1 ກະສັດ 16:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 9:31

1 ກະສັດ 16:11

ໄຂເງື່ອນ

  • *

    ແປຕາມໂຕວ່າ “ຄົນທີ່ຍ່ຽວໃສ່ກຳແພງ.” ເປັນສຳນວນພາສາເຮັບເຣີໝາຍເຖິງຜູ້ຊາຍແລະໃຊ້ໃນແບບດູຖູກ.

  • *

    ຫຼື “ຜູ້ທີ່ມີສິດແກ້ແຄ້ນ”

1 ກະສັດ 16:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:1-3

1 ກະສັດ 16:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:21; 1ຊມ 12:21; 2ກສ 17:15; ອຊຢ 41:29

1 ກະສັດ 16:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 19:44, 48; 21:20, 23; 1ກສ 15:27

1 ກະສັດ 16:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 8:26; ມກ 6:16

1 ກະສັດ 16:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 9:53, 54; 1ຊມ 31:4; 2ຊມ 17:23

1 ກະສັດ 16:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30; 14:7, 9

1 ກະສັດ 16:24

ໄຂເງື່ອນ

  • *

    68,4 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ແປຕາມໂຕວ່າ “ເປັນຂອງພວກເຊເມ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 20:1; 2ກສ 17:24; ອມ 6:1; ກຈກ 8:5

1 ກະສັດ 16:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມກ 6:16

1 ກະສັດ 16:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30; 13:33

1 ກະສັດ 16:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:33; 21:4, 20-22; 2ກສ 10:1

1 ກະສັດ 16:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:23, 24; ອຊຢ 7:9

1 ກະສັດ 16:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 16:25; 21:25; 2ກສ 3:1, 2

1 ກະສັດ 16:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 12:28-30
  • +1ກສ 18:4, 19; 21:7; 2ກສ 9:30; ພນມ 2:20
  • +ປຖກ 10:15
  • +ຜຕສ 2:11; 10:6; 2ກສ 10:19; 17:16

1 ກະສັດ 16:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 10:21, 27

1 ກະສັດ 16:33

ໄຂເງື່ອນ

  • *

    ເບິ່ງສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 34:13; 2ກສ 10:26, 28; 13:6

1 ກະສັດ 16:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 6:26

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 16:12ຂຄ 19:2; 20:34
1ກສ. 16:12ຂຄ 16:7
1ກສ. 16:21ຊມ 2:8
1ກສ. 16:21ກສ 13:33
1ກສ. 16:31ກສ 14:10, 11; 15:29
1ກສ. 16:61ກສ 15:21, 33
1ກສ. 16:71ກສ 15:25-29
1ກສ. 16:102ກສ 9:31
1ກສ. 16:121ກສ 16:1-3
1ກສ. 16:13ພບຍ 32:21; 1ຊມ 12:21; 2ກສ 17:15; ອຊຢ 41:29
1ກສ. 16:15ຢຊ 19:44, 48; 21:20, 23; 1ກສ 15:27
1ກສ. 16:162ກສ 8:26; ມກ 6:16
1ກສ. 16:18ຜຕສ 9:53, 54; 1ຊມ 31:4; 2ຊມ 17:23
1ກສ. 16:191ກສ 12:28-30; 14:7, 9
1ກສ. 16:241ກສ 20:1; 2ກສ 17:24; ອມ 6:1; ກຈກ 8:5
1ກສ. 16:25ມກ 6:16
1ກສ. 16:261ກສ 12:28-30; 13:33
1ກສ. 16:281ກສ 16:33; 21:4, 20-22; 2ກສ 10:1
1ກສ. 16:291ກສ 16:23, 24; ອຊຢ 7:9
1ກສ. 16:301ກສ 16:25; 21:25; 2ກສ 3:1, 2
1ກສ. 16:311ກສ 12:28-30
1ກສ. 16:311ກສ 18:4, 19; 21:7; 2ກສ 9:30; ພນມ 2:20
1ກສ. 16:31ປຖກ 10:15
1ກສ. 16:31ຜຕສ 2:11; 10:6; 2ກສ 10:19; 17:16
1ກສ. 16:322ກສ 10:21, 27
1ກສ. 16:33ອພຍ 34:13; 2ກສ 10:26, 28; 13:6
1ກສ. 16:34ຢຊ 6:26
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 16:1-34

ກະສັດ​ສະບັບ​ທີ​ໜຶ່ງ

16 ພະ​ເຢໂຫວາ​ບອກ​ບາອາຊາ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ​+ລູກ​ຊາຍ​ຂອງ​ຮານານີ+ວ່າ: 2 “ເຮົາ​ໄດ້​ຍົກ​ເຈົ້າ​ຂຶ້ນ​ມາ​ຈາກ​ຖານະ​ທີ່ຕ່ຳ​ຕ້ອຍ ແລະ​ໃຫ້​ເຈົ້າ​ປົກຄອງ​ພວກ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ.+ ແຕ່​ເຈົ້າ​ພັດ​ພາ​ພວກ​ອິດສະຣາເອນ​ເຮັດ​ຜິດ​ຄື​ກັບ​ທີ່​ເຢໂຣໂບອາມ​ໄດ້​ເຮັດ ແລະ​ເຮັດ​ໃຫ້​ເຮົາ​ໃຈ​ຮ້າຍ​ຍ້ອນ​ຄວາມ​ຜິດ​ທີ່​ເຂົາ​ເຈົ້າ​ເຮັດ.+ 3 ດັ່ງນັ້ນ ເຮົາ​ຈະ​ກວາດ​ລ້າງເຈົ້າກັບ​ລູກ​ຫຼານ​ຂອງ​ເຈົ້າ​ຄື​ກັບ​ທີ່ເຮົາ​ໄດ້​ເຮັດ​ກັບ​ລູກ​ຫຼານ​ຂອງ​ເຢໂຣໂບອາມ​+ລູກ​ຊາຍ​ຂອງ​ເນບັດ. 4 ລູກ​ຫຼານ​ຂອງ​ເຈົ້າ​ຜູ້​ທີ່​ຕາຍ​ຢູ່​ໃນ​ເມືອງ​ຈະ​ຖືກ​ໝາ​ກິນ​ແລະ​ຜູ້​ທີ່​ຕາຍ​ຢູ່​ທົ່ງ​ຫຍ້າ​ຈະ​ຖືກ​ນົກ​ສັບ​ກິນ.”

5 ເລື່ອງ​ຕ່າງ​ໆ​ຂອງ​ບາອາຊາ ສິ່ງ​ທີ່​ລາວ​ໄດ້​ເຮັດ ແລະຄວາມ​ສຳເລັດຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 6 ເມື່ອ​ບາອາຊາ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຕີຣະຊາ.+ ເອລາ​ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ. 7 ບາອາຊາ​ເຮັດ​ຄື​ກັບ​ເຢໂຣໂບອາມ​ແລະ​ລູກ​ຫຼານ​ຂອງ​ລາວ​ໂດຍ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ​ແລະ​ເຮັດ​ໃຫ້​ເພິ່ນ​ໃຈ​ຮ້າຍ ແລະ​ລາວ​ຍັງ​ໄດ້​ຂ້າ​ນາດາບ​ນຳ​ອີກ. ຍ້ອນ​ແນວ​ນີ້ ພະ​ເຢໂຫວາ​ຈຶ່ງ​ປະກາດ​ຄຳຕັດສິນຂອງ​ເພິ່ນ​ຕໍ່​ບາອາຊາ​ແລະ​ລູກ​ຫຼານ​ຂອງ​ລາວ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ​ລູກ​ຊາຍ​ຂອງ​ຮານານີ.+

8 ໃນ​ປີ​ທີ 26 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ເອລາ​ລູກ​ຊາຍ​ຂອງ​ບາອາຊາ​ກໍ​ເລີ່ມ​ປົກຄອງ​ອິດສະຣາເອນ​ຢູ່​ເມືອງ​ຕີຣະຊາ. ລາວ​ປົກຄອງ 2 ປີ. 9 ຊິມຣີ​ທີ່​ເປັນ​ຫົວ​ໜ້າ​ເບິ່ງ​ແຍງ​ກອງ​ທັບ​ລົດ​ມ້າ​ເຄິ່ງ​ໜຶ່ງ​ຂອງ​ເອລາ​ໄດ້​ວາງ​ແຜນ​ຂ້າ​ເອລາ​ຕອນ​ທີ່​ເອລາ​ກິນ​ເຫຼົ້າ​ເມົາ​ຢູ່​ເຮືອນ​ຂອງ​ອາດຊາ​ໃນ​ເມືອງ​ຕີຣະຊາ. ອາດຊາ​ເປັນ​ຜູ້​ເບິ່ງ​ແຍງ​ວັງ​ຢູ່​ເມືອງ​ຕີຣະຊາ. 10 ຊິມຣີ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ​ແລະ​ຂ້າ​ເອລາ​ຕາຍ+ ແລ້ວ​ລາວ​ກໍ​ຕັ້ງ​ໂຕເອງ​ເປັນ​ກະສັດ​ແທນ​ເອລາ. ເລື່ອງ​ນີ້​ເກີດ​ຂຶ້ນ​ໃນ​ປີ​ທີ 27 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ. 11 ຫຼັງ​ຈາກ​ຊິມຣີ​ໄດ້​ເປັນ​ກະສັດ ລາວ​ກໍ​ຂ້າ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ບາອາຊາ​ທັນທີ. ພວກ​ຜູ້​ຊາຍ*ທີ່​ເປັນ​ພີ່ນ້ອງ*ແລະ​ໝູ່​ຂອງ​ບາອາຊາ ລາວ​ກໍ​ຂ້າ​ຖິ້ມ​ໝົດ. 12 ຊິມຣີ​ໄດ້​ກວາດ​ລ້າງ​ລູກ​ຫຼານ​ຂອງ​ບາອາຊາ​ຈົນ​ໝົດ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ບາອາຊາ​ຜ່ານ​ທາງ​ຜູ້ພະຍາກອນ​ເຢຮູ.+ 13 ບາອາຊາ​ແລະ​ເອລາ​ລູກ​ຊາຍ​ຂອງ​ລາວ​ເຈິ​ເລື່ອງ​ແບບ​ນີ້​ຍ້ອນ​ຄວາມ​ຜິດ​ທຸກ​ຢ່າງ​ທີ່​ເຂົາ​ເຈົ້າ​ໄດ້​ເຮັດ. ເຂົາ​ເຈົ້າ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ເຂົາ​ເຈົ້າ​ພາ​ພວກ​ອິດສະຣາເອນ​ໄປນະມັດສະການຮູບ​ບູຊາ​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ.+ 14 ເລື່ອງ​ຕ່າງ​ໆ​ຂອງ​ເອລາ​ແລະ​ທຸກ​ສິ່ງ​ທີ່​ລາວ​ເຮັດ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.

15 ໃນ​ປີ​ທີ 27 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ຊິມຣີ​ກໍ​ຕັ້ງ​ໂຕເອງ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ 7 ມື້​ຢູ່​ເມືອງ​ຕີຣະຊາ​ຕອນ​ທີ່​ກອງ​ທັບ​ອິດສະຣາເອນ​ຕັ້ງ​ຄ້າຍ​ຕໍ່ສູ້​ຢູ່​ເມືອງ​ກິດເບໂທນ+ຂອງ​ພວກ​ຟີລິດສະຕີນ. 16 ເມື່ອ​ກອງ​ທັບ​ອິດສະຣາເອນ​ທີ່​ຕັ້ງ​ຄ້າຍ​ຢູ່​ຮູ້​ວ່າ​ຊິມຣີ​ໄດ້​ວາງ​ແຜນ​ແລະ​ຂ້າ​ກະສັດ​ຕາຍ​ແລ້ວ ພວກ​ທະຫານຈຶ່ງ​ໄດ້​ຕັ້ງ​ອົມຣີ+ທີ່​ເປັນ​ຫົວ​ໜ້າ​ກອງ​ທັບ​ໃຫ້​ເປັນ​ກະສັດ​ອິດສະຣາເອນ​ໃນ​ມື້​ນັ້ນ​ເລີຍ​ຢູ່​ຄ້າຍ​ທະຫານ. 17 ແລ້ວ​ອົມຣີ​ກັບ​ພວກ​ທະຫານ​ກໍ​ເດີນ​ທາງ​ຈາກ​ເມືອງ​ກິດເບໂທນ​ໄປ​ລ້ອມ​ເມືອງ​ຕີຣະຊາ. 18 ເມື່ອ​ຊິມຣີ​ຮູ້​ວ່າ​ເມືອງ​ຖືກ​ຍຶດ​ແລ້ວ ລາວ​ກໍ​ເຂົ້າ​ໄປ​ໃນ​ປ້ອມ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ ແລ້ວ​ກໍ​ຈູດ​ວັງ​ເຜົາ​ໂຕເອງ​ຕາຍ​ຢູ່​ຫັ້ນ.+ 19 ຊິມຣີ​ເຮັດ​ຜິດ​ຍ້ອນ​ລາວ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ. ລາວ​ເຮັດ​ຄື​ກັບ​ເຢໂຣໂບອາມ​ທີ່​ເປັນ​ຕົ້ນ​ເຫດ​ພາ​ໃຫ້​ພວກ​ອິດສະຣາເອນ​ເຮັດ​ຜິດ.+ 20 ເລື່ອງ​ຕ່າງ​ໆ​ຂອງ​ຊິມຣີ​ແລະ​ແຜນການ​ຊົ່ວ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ.

21 ໃນ​ຕອນ​ນັ້ນ ພວກ​ອິດສະຣາເອນ​ໄດ້​ແບ່ງ​ເປັນ 2 ຝ່າຍ. ຝ່າຍ​ໜຶ່ງ​ສະໜັບສະໜູນ​ຕິບນີ​ລູກ​ຊາຍ​ຂອງ​ກີນາດ​ແລະ​ຢາກ​ຕັ້ງ​ຕິບນີ​ໃຫ້​ເປັນ​ກະສັດ ສ່ວນ​ອີກ​ຝ່າຍ​ໜຶ່ງ​ສະໜັບສະໜູນ​ອົມຣີ. 22 ແຕ່​ພວກ​ທີ່​ຢູ່​ຝ່າຍ​ອົມຣີ​ໄດ້​ຕໍ່ສູ້​ຊະນະ​ພວກ​ທີ່​ຢູ່​ຝ່າຍ​ຕິບນີ​ລູກ​ຊາຍ​ຂອງ​ກີນາດ. ເມື່ອ​ຕິບນີ​ຕາຍ ອົມຣີ​ຈຶ່ງ​ໄດ້​ເປັນ​ກະສັດ.

23 ໃນ​ປີ​ທີ 31 ທີ່​ກະສັດ​ອາຊາ​ປົກຄອງ​ຢູດາ ອົມຣີ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ເມືອງ​ຕີຣະຊາ 6 ປີ. ລາວ​ປົກຄອງ​ລວມ​ທັງ​ໝົດ 12 ປີ. 24 ລາວ​ຊື້​ພູ​ຊາມາເຣຍ​ຈາກ​ເຊເມ​ເປັນ​ເງິນ​ໜັກ 2 ຕະລັນ* ແລ້ວ​ລາວ​ກໍ​ສ້າງ​ເມືອງ​ຢູ່​ເທິງ​ພູ​ໜ່ວຍ​ນັ້ນ. ລາວ​ຕັ້ງ​ຊື່​ເມືອງ​ນັ້ນ​ວ່າ​ຊາມາເຣຍ*+ຕາມ​ຊື່​ຂອງ​ເຊເມ​ທີ່​ເປັນ​ເຈົ້າ​ຂອງ​ພູ. 25 ອົມຣີ​ບໍ່​ເຊົາ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າ​ຊົ່ວ ແລະ​ລາວ​ກໍ​ຊົ່ວ​ກວ່າ​ທຸກ​ຄົນ​ທີ່​ປົກຄອງ​ກ່ອນ​ລາວ.+ 26 ລາວ​ເຮັດ​ຊົ່ວ​ຄື​ກັບ​ເຢໂຣໂບອາມ​ລູກ​ຊາຍ​ຂອງ​ເນບັດ. ລາວ​ເປັນ​ຕົ້ນ​ເຫດ​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ໃຈ​ຮ້າຍ​ໃຫ້​ພວກ​ອິດສະຣາເອນ ຍ້ອນ​ລາວ​ພາ​ພວກ​ອິດສະຣາເອນ​ໄປ​ນະມັດສະການ​ຮູບ​ບູຊາ​ທີ່​ບໍ່​ມີ​ປະໂຫຍດ​ຫຍັງ.+ 27 ເລື່ອງ​ຕ່າງ​ໆ​ຂອງ​ອົມຣີ ສິ່ງ​ທີ່​ລາວ​ໄດ້​ເຮັດ ແລະ​ຄວາມ​ສຳເລັດ​ຕ່າງ​ໆ​ຂອງ​ລາວ​ກໍ​ຂຽນ​ໄວ້​ໃນ​ປຶ້ມ​ປະຫວັດ​ຂອງ​ພວກ​ກະສັດ​ອິດສະຣາເອນ. 28 ເມື່ອ​ອົມຣີ​ຕາຍ ເຂົາ​ເຈົ້າ​ຝັງ​ລາວ​ໄວ້​ຢູ່​ເມືອງ​ຊາມາເຣຍ. ອາຮາບ+ລູກ​ຊາຍ​ຂອງ​ລາວ​ກໍ​ເປັນ​ກະສັດ​ແທນ.

29 ໃນ​ປີ​ທີ 38 ທີ່​ອາຊາ​ປົກຄອງ​ຢູດາ ອາຮາບ​ລູກ​ຊາຍ​ຂອງ​ອົມຣີ​ກໍ​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ. ລາວ​ປົກຄອງ​ຢູ່​ເມືອງ​ຊາມາເຣຍ+ 22 ປີ. 30 ອາຮາບ​ລູກ​ຊາຍ​ຂອງ​ອົມຣີ​ເຮັດ​ສິ່ງ​ທີ່​ພະ​ເຢໂຫວາ​ເບິ່ງ​ວ່າຊົ່ວ. ລາວ​ຊົ່ວ​ຫຼາຍ​ກວ່າ​ທຸກ​ຄົນ​ທີ່​ປົກຄອງ​ກ່ອນ​ລາວ.+ 31 ອາຮາບບໍ່​ພຽງ​ແຕ່​ເຮັດ​ຊົ່ວ​ຄື​ກັບ​ເຢໂຣໂບອາມ+ລູກ​ຊາຍ​ຂອງ​ເນບັດ​ເທົ່າ​ນັ້ນ ແຕ່​ລາວ​ໄດ້​ແຕ່ງດອງ​ກັບ​ເຢເຊເບນ+ລູກສາວ​ຂອງ​ເອັດບາອານ​ກະສັດ​ຊີໂດນ+ ແລະ​ລາວ​ເລີ່ມນະມັດສະການ​ຂາບ​ໄຫວ້​ພະ​ບາອານ.+ 32 ນອກ​ຈາກ​ນັ້ນ ລາວ​ຍັງ​ເຮັດ​ແທ່ນ​ບູຊາ​ໃຫ້​ພະ​ບາອານ​+ຢູ່​ວິຫານ​ທີ່​ລາວ​ສ້າງ​ໃຫ້​ພະ​ບາອານ​ໃນ​ເມືອງ​ຊາມາເຣຍ. 33 ອາຮາບ​ຍັງ​ໄດ້​ເຮັດ​ເສົາ​ໄມ້​ສັກສິດ*+​ນຳ​ອີກ. ລາວ​ໄດ້​ເຮັດ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ໃຈ​ຮ້າຍ​ຫຼາຍ​ກວ່າ​ກະສັດ​ທຸກ​ອົງ​ທີ່​ປົກຄອງ​ກ່ອນ​ລາວ.

34 ຕອນ​ທີ່​ອາຮາບ​ປົກຄອງ ຮີເອນ​ຄົນ​ເບເທນ​ໄດ້​ຟື້ນຟູ​ເມືອງ​ເຢຣິໂກ​ຂຶ້ນ​ມາ​ໃໝ່. ຕອນ​ທີ່​ລາວ​ວາງ​ຮາກ​ຖານ​ຂອງ​ເມືອງ ອາບີຣາມ​ລູກ​ຊາຍ​ກົກ​ຂອງ​ລາວ​ກໍ​ຕາຍ ແລະ​ຕອນ​ທີ່​ລາວ​ໃສ່​ປະຕູ​ເມືອງ​ເສກຸບ ລູກ​ຊາຍ​ຫຼ້າ​ຂອງ​ລາວ​ກໍ​ຕາຍ. ເລື່ອງ​ນີ້​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ບອກ​ຜ່ານ​ທາງ​ໂຢຊວຍ​ລູກ​ຊາຍ​ຂອງ​ນູນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌