ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 7
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ເອັດສະເທີ​ເປີດໂປງ​ແຜນການ​ຂອງ​ຮາມານ (1-​6ກ)

      • ຮາມານ​ຖືກ​ແຂວນ​ຢູ່​ເທິງ​ເສົາ​ທີ່​ລາວ​ຕັ້ງ​ໄວ້ (6ຂ-​10)

ເອັດສະເທີ 7:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:1

ເອັດສະເທີ 7:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:3, 6

ເອັດສະເທີ 7:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5, 7

ເອັດສະເທີ 7:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:8, 9
  • +ອສທ 3:13; 4:7, 8

ເອັດສະເທີ 7:8

ໄຂເງື່ອນ

  • *

    ໃນ​ສະໄໝ​ບູຮານ​ການ​ປົກ​ໜ້າ​ໝາຍເຖິງ​ຄວາມ​ອັບອາຍ​ແລະ​ອາດ​ໝາຍເຖິງ​ຈຸດຈົບ

ເອັດສະເທີ 7:9

ໄຂເງື່ອນ

  • *

    22,3 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:10
  • +ອສທ 5:14
  • +ອສທ 6:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 7:1ອສທ 3:1
ອສທ. 7:2ອສທ 5:3, 6
ອສທ. 7:3ອສທ 2:5, 7
ອສທ. 7:4ອສທ 3:8, 9
ອສທ. 7:4ອສທ 3:13; 4:7, 8
ອສທ. 7:9ອສທ 1:10
ອສທ. 7:9ອສທ 5:14
ອສທ. 7:9ອສທ 6:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 7:1-10

ເອັດສະເທີ

7 ກະສັດ​ກັບ​ຮາມານ+​ກໍ​ມາ​ງານລ້ຽງ​ທີ່​ລາຊີນີ​ເອັດສະເທີ​ຈັດ. 2 ໃນ​ງານລ້ຽງ​ເທື່ອ​ທີ 2 ຕອນ​ທີ່​ເຂົາເຈົ້າ​ກຳລັງ​ກິນ​ເຫຼົ້າແວງ ກະສັດ​ກໍ​ຖາມ​ເອັດສະເທີ​ອີກ​ວ່າ: “ລາຊີນີ​ເອັດສະເທີ ນ້ອງ​ຢາກ​ຂໍ​ຫຍັງ? ບອກ​ອ້າຍ​ມາ​ໂລດ ອ້າຍ​ຊິ​ເອົາ​ໃຫ້. ນ້ອງ​ຢາກ​ໄດ້​ຫຍັງ? ເຖິງ​ວ່າ​ນ້ອງ​ຢາກ​ໄດ້​ເຄິ່ງ​ໜຶ່ງ​ຂອງ​ປະເທດ​ນີ້ ອ້າຍ​ກໍ​ຈະ​ເອົາ​ໃຫ້​ນ້ອງ.”+ 3 ລາຊີນີ​ເອັດສະເທີ​ຈຶ່ງ​ບອກ​ວ່າ: “ຖ້າ​ກະສັດ​ມັກ​ແລະ​ພໍ​ໃຈ​ນ້ອງ ນ້ອງ​ຂໍ​ໃຫ້​ກະສັດ​ໄວ້ຊີວິດ​ນ້ອງ ແລະ​ຂໍຮ້ອງ​ໃຫ້​ຊ່ວຍ​ຊີວິດຄົນ​ຊາດດຽວ​ກັນ+​ກັບ​ນ້ອງ​ແດ່. 4 ນ້ອງ​ກັບ​ຄົນ​ຊາດ​ດຽວ​ກັນ​ຖືກ​ຂາຍ​ແລ້ວ.+ ພວກເຮົາ​ຈະ​ຖືກ​ກວາດລ້າງ ຖືກ​ຈັບ ແລະ​ຖືກ​ຂ້າ.+ ຖ້າ​ພວກເຮົາ​ມີ​ແຕ່​ຖືກ​ຂາຍ​ໃຫ້​ເປັນ​ທາດ​ຊື່​ໆ​ນ້ອງ​ກໍ​ຄື​ຊິ​ບໍ່​ເວົ້າ​ຫຍັງ ແຕ່ການກວາດລ້າງ​ແບບ​ນີ້​ບໍ່​ຄວນ​ເກີດຂຶ້ນ ຍ້ອນ​ຈະ​ເຮັດ​ໃຫ້​ກະສັດ​ເສຍຫາຍ.”

5 ກະສັດ​ອາຫະສຸເອຣັດ​ຈຶ່ງ​ຖາມ​ລາຊີນີ​ເອັດສະເທີ​ວ່າ: “ໃຜ​ທີ່​ກ້າ​ເຮັດ​ແບບ​ນີ້ ມັນ​ຢູ່​ໃສ?” 6 ເອັດສະເທີ​ຕອບ​ວ່າ: “ສັດຕູ​ທີ່​ຊົ່ວ​ຮ້າຍ​ຜູ້​ນັ້ນ​ກະ​ແມ່ນ​ຮາມານ​ນີ້​ເດ້!”

ຮາມານ​ຈຶ່ງ​ຢ້ານ​ກະສັດ​ກັບ​ລາຊີນີ​ຫຼາຍ. 7 ກະສັດ​ໃຈ​ຮ້າຍ​ຫຼາຍ​ຈຶ່ງ​ລຸກ​ອອກ​ຈາກງານລ້ຽງ​ໄປ​ສວນ​ຂອງ​ວັງ. ສ່ວນ​ຮາມານ​ກໍ​ລຸກ​ຂຶ້ນ​ໄປ​ຂໍຮ້ອງ​ໃຫ້​ລາຊີນີ​ເອັດສະເທີ​ໄວ້​ຊີວິດ​ລາວ ເພາະ​ລາວ​ຮູ້​ດີ​ວ່າ​ລາວ​ຈະ​ຖືກ​ກະສັດ​ລົງໂທດ​ແທ້​ໆ​. 8 ເມື່ອ​ກະສັດ​ກັບ​ເຂົ້າ​ມາ​ໃນງານລ້ຽງ ລາວ​ກໍ​ເຫັນ​ຮາມານ​ເອົາ​ໂຕ​ເໝບ​ໃສ່​ຕັ່ງ​ຍາວ​ທີ່​ເອັດສະເທີ​ນັ່ງ​ເອນ​ຢູ່ ກະສັດ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ມັນ​ຍັງ​ຊິ​ກ້າ​ຂົ່ມຂືນ​ລາຊີນີ​ຢູ່​ວັງ​ຂອງ​ຂ້ອຍ​ອີກ​ຫວະ!” ທັນທີ​ທີ່​ກະສັດ​ເວົ້າ​ຈົບ ຄົນ​ຂອງ​ກະສັດ​ກໍ​ເອົາ​ຜ້າ​ມາ​ປົກ​ໜ້າ*​ຮາມານ. 9 ຕອນນັ້ນ ຮາໂບນາ+​ທີ່​ເປັນ​ຂ້າລາຊະການ​ຄົນ​ໜຶ່ງ​ຂອງ​ກະສັດ​ກໍ​ເວົ້າ​ວ່າ: “ຮາມານ​ໄດ້​ຕັ້ງ​ເສົາ​ຕົ້ນ​ໜຶ່ງ​ສູງ 50 ສອກ*​ໄວ້​ຢູ່​ເຮືອນ​ຂອງ​ລາວ​ເພື່ອແຂວນມໍເດກາຍ+​ຜູ້​ທີ່​ເຄີຍ​ຊ່ວຍ​ຊີວິດ​ກະສັດ.”+ ກະສັດ​ຈຶ່ງ​ເວົ້າ​ວ່າ: “ເອົາ​ມັນ​ໄປ​ແຂວນ​ຢູ່​ຫັ້ນ​ແທນ.” 10 ເຂົາເຈົ້າ​ຈຶ່ງ​ເອົາ​ຮາມານ​ໄປ​ແຂວນ​ໄວ້​ເທິງ​ເສົາ​ທີ່​ລາວ​ກຽມ​ໄວ້​ສຳລັບ​ມໍເດກາຍ. ຈາກນັ້ນ ກະສັດ​ກໍ​ເຊົາ​ໃຈ​ຮ້າຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌