ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ຄົນ​ຢິວ​ຊະນະ (1-​19)

      • ຕັ້ງ​ການ​ສະຫຼອງ​ເທດສະການ​ປູຣິມ (20-​32)

ເອັດສະເທີ 9:1

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:7; 8:11, 12
  • +ອສທ 3:13
  • +ພບຍ 32:36; 2ຊມ 22:41

ເອັດສະເທີ 9:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:1
  • +ອສທ 8:17

ເອັດສະເທີ 9:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 6:1

ເອັດສະເທີ 9:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:15

ເອັດສະເທີ 9:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:11

ເອັດສະເທີ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 4:9; ນຮຢ 1:1; ອສທ 1:2; ດນອ 8:2

ເອັດສະເທີ 9:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:8, 10; 7:4-6
  • +ອສທ 8:11; 9:16

ເອັດສະເທີ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:16

ເອັດສະເທີ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:8; 7:3; 8:5
  • +ອສທ 8:11
  • +ອສທ 7:10

ເອັດສະເທີ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:21, 22

ເອັດສະເທີ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 7:3
  • +ອສທ 8:13; ພສ 149:6, 7

ເອັດສະເທີ 9:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:1, 2
  • +ອສທ 9:13, 15

ເອັດສະເທີ 9:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 124:2, 6
  • +ນຮຢ 8:10

ເອັດສະເທີ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5, 6

ເອັດສະເທີ 9:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 4:1-3

ເອັດສະເທີ 9:24

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປູເຣ.” ເບິ່ງ​ຄຳ​ວ່າ “ປູຣິມ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:1
  • +ອພຍ 17:16; ຈຊບ 24:7; ພບຍ 25:19; 1ຊມ 15:8, 33
  • +ອສທ 3:8, 9
  • +ອສທ 3:7

ເອັດສະເທີ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:10
  • +ອສທ 8:3
  • +ອສທ 5:14; 7:10; 9:14

ເອັດສະເທີ 9:26

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:7

ເອັດສະເທີ 9:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:22; ອສທ 8:17

ເອັດສະເທີ 9:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:9
  • +ອສທ 1:1

ເອັດສະເທີ 9:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:20, 21
  • +ອສທ 9:27
  • +2ຂຄ 20:3
  • +ອສທ 4:1

ເອັດສະເທີ 9:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:26

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 9:1ອສທ 3:7; 8:11, 12
ອສທ. 9:1ອສທ 3:13
ອສທ. 9:1ພບຍ 32:36; 2ຊມ 22:41
ອສທ. 9:2ອສທ 1:1
ອສທ. 9:2ອສທ 8:17
ອສທ. 9:3ດນອ 6:1
ອສທ. 9:4ອສທ 8:15
ອສທ. 9:5ອສທ 8:11
ອສທ. 9:6ອຊຣ 4:9; ນຮຢ 1:1; ອສທ 1:2; ດນອ 8:2
ອສທ. 9:10ອສທ 3:8, 10; 7:4-6
ອສທ. 9:10ອສທ 8:11; 9:16
ອສທ. 9:12ອສທ 9:16
ອສທ. 9:13ອສທ 5:8; 7:3; 8:5
ອສທ. 9:13ອສທ 8:11
ອສທ. 9:13ອສທ 7:10
ອສທ. 9:15ອສທ 9:21, 22
ອສທ. 9:16ອສທ 7:3
ອສທ. 9:16ອສທ 8:13; ພສ 149:6, 7
ອສທ. 9:18ອສທ 9:1, 2
ອສທ. 9:18ອສທ 9:13, 15
ອສທ. 9:19ພສ 124:2, 6
ອສທ. 9:19ນຮຢ 8:10
ອສທ. 9:20ອສທ 2:5, 6
ອສທ. 9:22ອສທ 4:1-3
ອສທ. 9:24ອສທ 3:1
ອສທ. 9:24ອພຍ 17:16; ຈຊບ 24:7; ພບຍ 25:19; 1ຊມ 15:8, 33
ອສທ. 9:24ອສທ 3:8, 9
ອສທ. 9:24ອສທ 3:7
ອສທ. 9:25ອສທ 8:10
ອສທ. 9:25ອສທ 8:3
ອສທ. 9:25ອສທ 5:14; 7:10; 9:14
ອສທ. 9:26ອສທ 3:7
ອສທ. 9:27ລລວ 24:22; ອສທ 8:17
ອສທ. 9:30ອສທ 8:9
ອສທ. 9:30ອສທ 1:1
ອສທ. 9:31ອສທ 9:20, 21
ອສທ. 9:31ອສທ 9:27
ອສທ. 9:312ຂຄ 20:3
ອສທ. 9:31ອສທ 4:1
ອສທ. 9:32ອສທ 9:26
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 9:1-32

ເອັດສະເທີ

9 ໃນ​ວັນ​ທີ 13 ຂອງ​ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ*+ ເປັນ​ມື້​ທີ່​ຕ້ອງ​ເຮັດ​ຕາມ​ຄຳສັ່ງ​ແລະກົດໝາຍຂອງ​ກະສັດ.+ ມື້​ນີ້​ສັດຕູ​ຂອງ​ຄົນ​ຢິວ​ຫວັງ​ວ່າ​ຈະ​ໄດ້​ກຳຈັດ​ຄົນ​ຢິວ ແຕ່​ຄົນ​ຢິວ​ພັດ​ໄດ້​ເອົາ​ຊະນະ​ຄົນ​ທີ່​ຊັງ​ເຂົາເຈົ້າ.+ 2 ຄົນ​ຢິວ​ໃນ​ທຸກ​ແຂວງ​ທີ່​ກະສັດ​ອາຫະສຸເອຣັດ+​ປົກຄອງ​ລວມ​ກຸ່ມ​ກັນ​ຢູ່​ໃນ​ເມືອງ​ຂອງ​ໂຕເອງ​ເພື່ອຕໍ່ສູ້ກັບ​ຄົນ​ທີ່​ຢາກ​ທຳ​ຮ້າຍ​ເຂົາເຈົ້າ. ບໍ່​ມີ​ໃຜ​ເອົາຊະນະເຂົາເຈົ້າ​ໄດ້​ຍ້ອນ​ຄົນ​ຊາດ​ຕ່າງ​ໆ​ຢ້ານ​ຄົນ​ຢິວ.+ 3 ພວກ​ເຈົ້າແຂວງ+ ພວກ​ຂ້າລາຊະການ​ລະດັບ​ສູງ ພວກ​ເຈົ້ານາຍ ແລະ​ພວກ​ທີ່​ເບິ່ງແຍງ​ວຽກ​ຕ່າງ​ໆ​ຂອງ​ກະສັດ​ກໍ​ຊ່ວຍ​ຄົນ​ຢິວ ຍ້ອນ​ເຂົາເຈົ້າ​ຢ້ານ​ມໍເດກາຍ. 4 ມໍເດກາຍ​ໄດ້ເປັນ​ຄົນ​ສຳຄັນໃນ​ວັງ​ຂອງ​ກະສັດ.+ ມໍເດກາຍ​ມີ​ຊື່ສຽງ​ໄປ​ທົ່ວ​ທຸກ​ແຂວງ​ຍ້ອນ​ລາວ​ມີ​ອຳນາດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.

5 ຄົນ​ຢິວ​ເອົາຊະນະພວກ​ສັດຕູ​ໂດຍ​ໃຊ້​ດາບ​ຂ້າ​ແລະ​ກຳຈັດ​ເຂົາເຈົ້າ. ມື້​ນັ້ນ​ຄົນ​ຢິວ​ເຮັດ​ກັບ​ຄົນ​ທີ່​ຊັງ​ເຂົາເຈົ້າ​ຕາມ​ທີ່​ຢາກ​ເຮັດ.+ 6 ຄົນ​ຢິວ​ໄດ້​ຂ້າ 500 ຄົນ​ຢູ່​ວັງ​ໃນ​ເມືອງ​ຊູຊາ.+ 7 ເຂົາເຈົ້າ​ຍັງ​ໄດ້​ຂ້າ​ປາຊານດາທາ ດານໂຟນ ອັດສະປາທາ 8 ໂປຣາທາ ອາດາເລຍ ອາຣີດາທາ 9 ປາມາສະຕາ ອາຣີສາຍ ອາຣີດາຍ ແລະ​ວາເຢຊາທາ. 10 ທັງສິບ​ຄົນ​ນີ້​ແມ່ນ​ລູກຊາຍ​ຂອງ​ຮາມານ​ສັດຕູ​ຂອງ​ຄົນ​ຢິວ+​ແລະ​ເປັນ​ຫຼານ​ຂອງ​ຮຳເມດາທາ. ຫຼັງຈາກ​ຄົນ​ຢິວ​ຂ້າ​ພວກ​ສັດຕູ​ແລ້ວ ຄົນ​ຢິວ​ກໍ​ບໍ່​ໄດ້​ເອົາ​ຫຍັງ​ຂອງ​ເຂົາເຈົ້າ​ໄປ​ເລີຍ.+

11 ແລ້ວ​ກໍ​ມີ​ຄົນ​ມາ​ບອກ​ກະສັດ​ໃຫ້​ຮູ້​ວ່າ​ໃນ​ມື້​ນັ້ນ​ມີ​ຈັກ​ຄົນ​ທີ່​ຖືກ​ຂ້າ​ຢູ່​ວັງ​ໃນ​ເມືອງ​ຊູຊາ.

12 ກະສັດ​ເວົ້າ​ກັບ​ລາຊີນີ​ເອັດສະເທີ​ວ່າ: “ຂະໜາດ​ຢູ່​ວັງ​ໃນ​ເມືອງ​ຊູຊາ​ແຕ່​ບ່ອນ​ດຽວ ຄົນ​ຢິວ​ໄດ້​ຂ້າ​ຕັ້ງ 500 ຄົນ​ກັບ​ລູກຊາຍ 10 ຄົນ​ຂອງ​ຮາມານ ຢູ່​ແຂວງ​ອື່ນ​ໆ​ກໍ​ແຮ່ງ​ຊິ​ຫຼາຍ​ກວ່າ​ນີ້.+ ຕອນ​ນີ້​ນ້ອງ​ຢາກ​ຂໍ​ຫຍັງ? ອ້າຍ​ຊິ​ເອົາ​ໃຫ້. ນ້ອງ​ຢາກ​ໄດ້​ຫຍັງ​ຕື່ມ​ອີກ​ບໍ? ອ້າຍ​ຈະ​ເຮັດ​ຕາມ​ທີ່​ນ້ອງ​ຂໍ.” 13 ເອັດສະເທີ​ຈຶ່ງ​ບອກ​ກະສັດ​ວ່າ: “ຖ້າ​ທ່ານ​ເຫັນ​ດີ+ ມື້​ອື່ນ​ຂໍ​ທ່ານ​ອະນຸຍາດ​ໃຫ້​ຄົນ​ຢິວ​ຢູ່​ເມືອງ​ຊູຊາປົກປ້ອງໂຕເອງ​ຄື​ກັບ​ທີ່​ເຂົາເຈົ້າ​ໄດ້​ເຮັດ​ໃນ​ມື້​ນີ້+ ແລະ​ຂໍ​ໃຫ້​ເອົາສົບລູກຊາຍ 10 ຄົນ​ຂອງ​ຮາມານ​ໄປ​ແຂວນ​ໄວ້​ເທິງ​ເສົາ.”+ 14 ກະສັດ​ກໍ​ອອກ​ຄຳສັ່ງ​ໃຫ້​ເຮັດ​ຕາມ​ນັ້ນ. ກົດໝາຍ​ນີ້​ໃຊ້​ສະເພາະ​ຢູ່​ເມືອງ​ຊູຊາ ແລະ​ສົບ​ລູກຊາຍ 10 ຄົນ​ຂອງ​ຮາມານ​ກໍ​ຖືກ​ແຂວນ​ໄວ້​ເທິງ​ເສົາ.

15 ຄົນ​ຢິວ​ທີ່​ຢູ່​ເມືອງ​ຊູຊາ​ກໍ​ມາ​ລວມ​ກຸ່ມ​ກັນ​ອີກ​ໃນ​ວັນ​ທີ 14 ຂອງ​ເດືອນ​ອາດາ+​ແລະ​ໄດ້​ຂ້າ 300 ຄົນ​ໃນ​ເມືອງ​ຊູຊາ ແຕ່​ກໍ​ບໍ່​ໄດ້​ເອົາ​ຫຍັງ​ຂອງ​ເຂົາເຈົ້າ​ໄປ​ເລີຍ.

16 ຄົນ​ຢິວ​ໃນ​ແຂວງ​ອື່ນ​ໆ​ທີ່​ກະສັດ​ປົກຄອງ​ກໍ​ມາ​ລວມ​ກຸ່ມ​ກັນ​ເພື່ອ​ຕໍ່ສູ້​ສັດຕູ​ແລະ​ປົກປ້ອງ​ຊີວິດ​ຂອງ​ໂຕເອງ.+ ເຂົາເຈົ້າ​ຂ້າ​ຄົນ​ທີ່​ຊັງ​ເຂົາເຈົ້າ+​ທັງໝົດ 75.000 ຄົນ ແຕ່​ບໍ່​ໄດ້​ເອົາ​ຫຍັງ​ໄປ​ເລີຍ. 17 ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ໃນ​ວັນ​ທີ 13 ຂອງ​ເດືອນ​ອາດາ. ໃນ​ວັນ​ທີ 14 ເຂົາເຈົ້າ​ບໍ່​ໄດ້​ເຮັດ​ອີກ ແຕ່​ໄດ້​ຈັດ​ງານລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ​ໃນ​ມື້​ນັ້ນ.

18 ຄົນ​ຢິວ​ທີ່​ຢູ່​ເມືອງ​ຊູຊາ​ໄດ້​ມາ​ລວມ​ກຸ່ມ​ກັນ​ໃນ​ວັນ​ທີ 13+ ແລະ​ວັນ​ທີ 14+ ເພື່ອຕໍ່ສູ້. ໃນ​ວັນ​ທີ 15 ເຂົາເຈົ້າ​ບໍ່​ໄດ້​ເຮັດ​ອີກ ແຕ່​ໄດ້​ຈັດ​ງານລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ​ໃນ​ມື້​ນັ້ນ. 19 ສ່ວນ​ຄົນ​ຢິວ​ທີ່​ຢູ່ຕາມ​ເມືອງ​ຕ່າງ​ໆ​ໃນ​ເຂດ​ທາງ​ນອກຂອງ​ເມືອງ​ຊູຊາ​ໄດ້​ໃຫ້​ວັນ​ທີ 14 ຂອງ​ເດືອນ​ອາດາ​ເປັນ​ມື້​ຈັດ​ງານລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ+​ແລະ​ເອົາ​ຂອງກິນ​ໄປ​ໃຫ້​ກັນ.+

20 ມໍເດກາຍ+​ຂຽນ​ເລື່ອງ​ທັງໝົດ​ນີ້​ໄວ້​ແລະ​ສົ່ງ​ຈົດ​ໝາຍ​ທາງ​ການ​ໄປ​ຫາ​ຄົນ​ຢິວ​ທັງໝົດ​ທີ່​ຢູ່​ໃກ້​ແລະ​ໄກ​ໃນ​ທຸກ​ແຂວງ​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ. 21 ລາວ​ສັ່ງ​ໃຫ້​ຄົນ​ຢິວ​ຈັດ​ງານ​ສະຫຼອງ​ໃນ​ວັນ​ທີ 14 ແລະ​ວັນ​ທີ 15 ໃນ​ເດືອນ​ອາດາ​ຂອງ​ທຸກ​ປີ. 22 ຍ້ອນວ່າ 2 ມື້​ນັ້ນ​ເປັນ​ມື້​ທີ່​ຄົນ​ຢິວ​ໄດ້ເປັນ​ອິດ​ສະຫຼະຈາກ​ສັດຕູ​ຂອງ​ເຂົາເຈົ້າ ແລະ​ໃນ​ເດືອນ​ນັ້ນ​ຄວາມທຸກ​ໃຈ​ຂອງ​ເຂົາເຈົ້າ​ໄດ້​ປ່ຽນ​ມາ​ເປັນ​ຄວາມສຸກ ຄວາມ​ໂສກເສົ້າ​ເສຍໃຈ+​ໄດ້​ປ່ຽນ​ມາ​ເປັນ​ການ​ລ້ຽງ​ສະຫຼອງ. ໃນ 2 ມື້​ນັ້ນ​ເຂົາເຈົ້າ​ຕ້ອງ​ຈັດ​ງານລ້ຽງ​ສະຫຼອງ​ຢ່າງ​ມ່ວນ​ຊື່ນ ເອົາ​ຂອງກິນ​ໄປ​ໃຫ້​ກັນ ແລະ​ເອົາ​ຂອງຂວັນ​ໄປ​ໃຫ້​ຄົນ​ທຸກ.

23 ຄົນ​ຢິວ​ເຫັນ​ດີ​ທີ່​ຈະ​ຈັດການ​ສະຫຼອງ​ນີ້ທຸກ​ໆ​ປີ ແລະ​ເຮັດ​ຕາມ​ທີ່​ມໍເດກາຍ​ຂຽນ​ສັ່ງ​ໄວ້. 24 ຮາມານ+​ທີ່​ເປັນ​ສັດຕູ​ຂອງ​ຄົນ​ຢິວ​ແລະ​ເປັນ​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ໄດ້​ວາງ​ແຜນ​ຊົ່ວ​ທີ່​ຈະ​ຂ້າ​ຄົນ​ຢິວ.+ ລາວ​ໄດ້​ຈົກສະຫຼາກ*+​ເພື່ອກຳນົດມື້​ທີ່​ຈະເຮັດ​ໃຫ້​ເຂົາເຈົ້າ​ຢ້ານແລະ​ກວາດລ້າງ​ເຂົາເຈົ້າ. 25 ແຕ່​ເມື່ອ​ເອັດສະເທີ​ເຂົ້າ​ໄປ​ຫາ​ກະສັດ ກະສັດ​ຈຶ່ງ​ອອກ​ຄຳສັ່ງ+​ໃຫ້ແຜນ​ຊົ່ວຂອງ​ຮາມານ​ທີ່​ຈະ​ຂ້າ​ຄົນ​ຢິວ+​ກັບ​ໄປ​ຖືກ​ລາວ​ເອງ. ເຂົາເຈົ້າ​ຈຶ່ງ​ແຂວນ​ຮາມານ​ກັບ​ພວກ​ລູກຊາຍ​ຂອງ​ລາວ​ໄວ້​ເທິງ​ເສົາ.+ 26 ຍ້ອນ​ແນວ​ນີ້​ການ​ສະຫຼອງ 2 ມື້​ນີ້​ຈຶ່ງ​ຖືກ​ເອີ້ນ​ວ່າເທດສະການປູຣິມ*​ທີ່​ມາ​ຈາກ​ຄຳ​ວ່າ​ປູເຣ.+ ຄົນ​ຢິວ​ໄດ້​ເຮັດ​ຕາມ​ສິ່ງ​ທີ່​ຂຽນ​ໄວ້​ໃນຈົດ​ໝາຍ​ຂອງ​ມໍເດກາຍ ລວມ​ທັງ​ຄິດເຖິງ​ສິ່ງ​ທີ່​ເຂົາເຈົ້າ​ໄດ້​ເຫັນ​ແລະ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຂົາເຈົ້າ. 27 ຄົນ​ຢິວ ລູກຫຼານ​ຂອງ​ເຂົາເຈົ້າ ແລະ​ທຸກຄົນ​ທີ່​ມາ​ຮ່ວມ​ນຳ​ເຂົາ+​ເຈົ້າ​ຈະ​ຈັດການ​ສະຫຼອງ​ໃນ 2 ມື້​ນີ້ ແລະ​ເຮັດ​ທຸກຢ່າງຕາມ​ທີ່​ມໍເດກາຍ​ຂຽນ​ໄວ້ກ່ຽວ​ກັບ​ເທດສະການ​ນີ້​ຕາມ​ເວລາ​ທີ່​ກຳນົດ​ໄວ້​ໃນ​ທຸກ​ປີ. 28 ທຸກ​ຄອບຄົວ ທຸກ​ເມືອງ ແລະ​ທຸກ​ແຂວງ​ຕ້ອງ​ຈື່ 2 ມື້​ນີ້​ໄວ້​ແລະ​ສະຫຼອງ​ໄປ​ຈົນຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ. ຄົນ​ຢິວ​ຈະ​ຕ້ອງ​ຈັດການ​ສະຫຼອງ​ເທດສະການ​ປູຣິມ​ທຸກ​ປີ​ແລະ​ລູກຫຼານ​ຂອງ​ເຂົາເຈົ້າ​ຕ້ອງ​ຈື່​ການ​ສະຫຼອງ​ນີ້​ຕະຫຼອດ​ໄປ.

29 ຈາກນັ້ນ ລາຊີນີ​ເອັດສະເທີ​ລູກສາວ​ຂອງ​ອາບີຮາຍ​ແລະ​ມໍເດກາຍ​ທີ່​ເປັນ​ຄົນ​ຢິວ​ໄດ້​ໃຊ້​ຕຳແໜ່ງ​ຂອງ​ເຂົາເຈົ້າ​ເພື່ອ​ຂຽນ​ຈົດ​ໝາຍ​ສະບັບ​ທີ 2 ຢືນຢັນ​ກ່ຽວ​ກັບ​ການ​ສະຫຼອງ​ເທດສະການ​ປູຣິມ. 30 ຈົດ​ໝາຍ​ນັ້ນ​ຖືກ​ສົ່ງ​ໄປ​ໃຫ້​ຄົນ​ຢິວ​ໃນ 127 ແຂວງ+​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ.+ ຄຳເວົ້າ​ໃນ​ຈົດ​ໝາຍ​ນັ້ນຈິງ​ໃຈແລະເຊື່ອ​ຖື​ໄດ້ 31 ເພື່ອ​ຢືນຢັນ​ການ​ສະຫຼອງ​ເທດສະການ​ປູຣິມ​ໃນ​ເວລາ​ທີ່​ກຳນົດ​ໄວ້​ຕາມ​ທີ່​ມໍເດກາຍ​ຄົນ​ຢິວ​ແລະ​ລາຊີນີ​ເອັດສະເທີ​ໄດ້​ສັ່ງ​ໃຫ້​ເຮັດ.+ ນອກຈາກນັ້ນ ຄົນ​ຢິວ​ກັບ​ລູກຫຼານ​ກໍ​ໄດ້​ຈັດການ​ສະຫຼອງ​ນີ້+​ລວມ​ທັງ​ອົດເຂົ້າ+​ແລະ​ອະທິດຖານ​ອ້ອນວອນ+​ນຳ. 32 ເອັດສະເທີ​ໄດ້​ອອກ​ຄຳສັ່ງ​ຢືນຢັນ​ເລື່ອງ​ຕ່າງ​ໆ​ກ່ຽວ​ກັບ​ການ​ສະຫຼອງ​ເທດສະການ​ປູຣິມ+​ແລະ​ຄຳສັ່ງ​ນັ້ນ​ຖືກ​ຂຽນ​ໄວ້​ໃນ​ປຶ້ມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌