ກິດຈະການຂອງອັກຄະສາວົກ
25 ເມື່ອເຟຊະໂຕ+ຮັບໜ້າທີ່ປົກຄອງແຂວງນີ້ໄດ້ 3 ມື້ ລາວກໍເດີນທາງຈາກເມືອງກາຍຊາເຣຍໄປເມືອງເຢຣູຊາເລັມ. 2 ພວກຫົວໜ້າປະໂລຫິດກັບພວກຢິວທີ່ເປັນຄົນສຳຄັນກໍມາຟ້ອງລາວເລື່ອງໂປໂລ.+ ເຂົາເຈົ້າອ້ອນວອນເຟຊະໂຕ 3 ຂໍໃຫ້ສົ່ງໂປໂລມາເມືອງເຢຣູຊາເລັມ. ເຂົາເຈົ້າວາງແຜນຈະລັດຂ້າໂປໂລກາງທາງ.+ 4 ແຕ່ເຟຊະໂຕບອກວ່າຈະເອົາໂປໂລໄວ້ໃນເມືອງກາຍຊາເຣຍຕໍ່ໄປ ແລະບອກວ່າອີກບໍ່ເທົ່າໃດມື້ລາວກໍຈະກັບໄປຫັ້ນ. 5 ເຟຊະໂຕເວົ້າວ່າ: “ຖ້າໂປໂລເຮັດຫຍັງຜິດແທ້ ກໍໃຫ້ຄົນທີ່ມີອຳນາດໃນພວກເຈົ້າໄປນຳຂ້ອຍແລະໄປຟ້ອງລາວຢູ່ຫັ້ນ.”+
6 ເຟຊະໂຕຢູ່ເມືອງເຢຣູຊາເລັມປະມານ 8 ເຖິງ 10 ມື້ ແລ້ວກໍກັບໄປເມືອງກາຍຊາເຣຍ. ມື້ຕໍ່ມາ ລາວກໍນັ່ງຢູ່ບັນລັງຕັດສິນແລ້ວສັ່ງໃຫ້ພາໂປໂລເຂົ້າມາ. 7 ເມື່ອໂປໂລເຂົ້າມາ ພວກຢິວທີ່ເດີນທາງມາຈາກເມືອງເຢຣູຊາເລັມກໍຢືນອ້ອມໂປໂລໄວ້ ແລ້ວກ່າວຫາລາວວ່າເຮັດຜິດຮ້າຍແຮງຫຼາຍຢ່າງທັງໆທີ່ບໍ່ມີຫຼັກຖານພິສູດ.+
8 ໂປໂລເວົ້າແກ້ຄະດີວ່າ: “ຂ້ອຍບໍ່ໄດ້ເຮັດຜິດກົດໝາຍຂອງຄົນຢິວ ບໍ່ໄດ້ເຮັດຫຍັງທີ່ລົບລູ່ວິຫານ ແລະບໍ່ໄດ້ເຮັດຜິດຕໍ່ກາຍຊາ.”*+ 9 ເຟຊະໂຕຢາກເອົາໃຈຄົນຢິວ+ຈຶ່ງຖາມໂປໂລວ່າ: “ເຈົ້າຢາກໄປເມືອງເຢຣູຊາເລັມແລະໃຫ້ຂ້ອຍຕັດສິນເລື່ອງຢູ່ຫັ້ນບໍ?” 10 ໂປໂລຕອບວ່າ: “ຂ້ອຍຢືນຢູ່ຕໍ່ໜ້າບັນລັງຕັດສິນຂອງກາຍຊາຢູ່ແລ້ວ ຂ້ອຍກໍຄວນຈະຖືກຕັດສິນຢູ່ນີ້ບໍ່ແມ່ນບໍ? ທີ່ຈິງ ທ່ານກໍຮູ້ດີວ່າຂ້ອຍບໍ່ໄດ້ເຮັດຫຍັງຜິດຕໍ່ຄົນຢິວ. 11 ຖ້າຂ້ອຍເຮັດຜິດແທ້ແລະເຮັດສິ່ງທີ່ສົມຄວນຕາຍ+ ຂ້ອຍກໍພ້ອມຈະຮັບໂທດນັ້ນ. ແຕ່ຖ້າເລື່ອງທີ່ເຂົາເຈົ້າກ່າວຫາຂ້ອຍບໍ່ແມ່ນຄວາມຈິງ ກໍບໍ່ມີໃຜມີສິດສົ່ງຂ້ອຍໄປໃຫ້ເຂົາເຈົ້າເພື່ອຈະເອົາໃຈເຂົາເຈົ້າ. ຂ້ອຍຂໍອຸທອນຕໍ່ກາຍຊາ.”+ 12 ຫຼັງຈາກເຟຊະໂຕລົມກັບຄະນະທີ່ປຶກສາແລ້ວ ລາວກໍຕອບວ່າ: “ຍ້ອນເຈົ້າອຸທອນຕໍ່ກາຍຊາ ເຈົ້າກໍຕ້ອງໄປຫາກາຍຊາ.”
13 ຫຼາຍມື້ຕໍ່ມາ ກະສັດອັກກິບປາກັບເບນີເກໄດ້ມາຢາມເຟຊະໂຕຢູ່ເມືອງກາຍຊາເຣຍ. 14 ທັງສອງຄົນຢູ່ຫັ້ນຫຼາຍມື້ ເຟຊະໂຕຈຶ່ງເລົ່າເລື່ອງໂປໂລໃຫ້ກະສັດຟັງວ່າ:
“ມີຜູ້ຊາຍຄົນໜຶ່ງຖືກຂັງໄວ້ຕັ້ງແຕ່ສະໄໝຂອງເຟລິກ 15 ແລະຕອນທີ່ຂ້ອຍຢູ່ເມືອງເຢຣູຊາເລັມ ພວກຫົວໜ້າປະໂລຫິດກັບພວກຜູ້ນຳຄົນຢິວກໍມາຟ້ອງ+ຂໍໃຫ້ຕັດສິນລົງໂທດລາວ. 16 ແຕ່ຂ້ອຍບອກເຂົາເຈົ້າວ່າ ຕາມຂັ້ນຕອນຂອງຄົນໂຣມຈະບໍ່ມີການສົ່ງຈຳເລີຍໃຫ້ໂຈດ ຈົນກວ່າທັງສອງຝ່າຍຈະມາພ້ອມໜ້າກັນແລະໃຫ້ຈຳເລີຍມີໂອກາດແກ້ຂໍ້ກ່າວຫາກ່ອນ.+ 17 ເມື່ອເຂົາເຈົ້າມາແລ້ວ ມື້ຕໍ່ມາ ຂ້ອຍກໍນັ່ງຢູ່ບັນລັງຕັດສິນທັນທີແລະສັ່ງໃຫ້ເອົາຜູ້ນັ້ນເຂົ້າມາ. 18 ເມື່ອພວກໂຈດຢືນຂຶ້ນກ່າວຫາລາວ ຂ້ອຍກໍບໍ່ເຫັນວ່າຂໍ້ກ່າວຫາຂອງເຂົາເຈົ້າຈະເປັນເລື່ອງທີ່ຮ້າຍແຮງຄືກັບທີ່ຂ້ອຍຄິດໄວ້.+ 19 ເຂົາເຈົ້າມີແຕ່ຂັດແຍ່ງກັບຜູ້ນັ້ນເລື່ອງສາສະໜາ*+ແລະກ່ຽວກັບຄົນຊື່ເຢຊູທີ່ຕາຍໄປແລ້ວ ແຕ່ໂປໂລຢືນຢັນວ່າລາວມີຊີວິດຢູ່.+ 20 ຂ້ອຍບໍ່ຮູ້ວ່າຈະແກ້ໄຂຂໍ້ຂັດແຍ່ງຂອງເຂົາເຈົ້າແນວໃດ ຂ້ອຍຈຶ່ງຖາມໂປໂລວ່າລາວຢາກໄປເມືອງເຢຣູຊາເລັມແລະໃຫ້ຂ້ອຍຕັດສິນເລື່ອງນີ້ຢູ່ຫັ້ນບໍ?+ 21 ແຕ່ເມື່ອໂປໂລຂໍຢູ່ໃນຄຸກຕໍ່ໄປເພື່ອລໍຖ້າໃຫ້ຈັກກະພັດຕັດສິນ+ ຂ້ອຍຈຶ່ງສັ່ງໃຫ້ຂັງລາວໄວ້ຈົນກວ່າຈະສົ່ງລາວໄປໃຫ້ກາຍຊາ.”
22 ອັກກິບປາເວົ້າກັບເຟຊະໂຕວ່າ: “ຂ້ອຍຢາກຟັງຜູ້ນັ້ນເວົ້າຄືກັນ.”+ ເຟຊະໂຕບອກວ່າ: “ຄັນຊັ້ນ ມື້ອື່ນເຈົ້າຊິໄດ້ຟັງລາວເວົ້າ.” 23 ມື້ຕໍ່ມາ ອັກກິບປາກັບເບນີເກກໍເດີນທາງມາຢ່າງຍິ່ງໃຫຍ່ອະລັງການແລະເຂົ້າໄປໃນຫ້ອງໂຖງພ້ອມກັບພວກນາຍພັນ ແລະຄົນສຳຄັນໃນເມືອງນັ້ນ. ແລ້ວເຟຊະໂຕກໍສັ່ງໃຫ້ເອົາໂປໂລເຂົ້າມາ. 24 ເຟຊະໂຕເວົ້າວ່າ: “ກະສັດອັກກິບປາແລະທຸກຄົນທີ່ຢູ່ນີ້ ຜູ້ຊາຍຄົນນີ້ແມ່ນຄົນທີ່ປະຊາຊົນຢິວທີ່ຢູ່ເມືອງເຢຣູຊາເລັມແລະທີ່ຢູ່ນີ້ພາກັນຟ້ອງຮ້ອງຕໍ່ຂ້ອຍ ແລະເຂົາເຈົ້າຮ້ອງຂຶ້ນວ່າລາວສົມຄວນຕາຍ.+ 25 ແຕ່ຂ້ອຍຮູ້ວ່າລາວບໍ່ໄດ້ເຮັດຫຍັງທີ່ສົມຄວນຕາຍ+ ເມື່ອລາວອຸທອນຕໍ່ຈັກກະພັດ ຂ້ອຍຈຶ່ງຕັດສິນໃຈວ່າຈະສົ່ງລາວໄປ. 26 ແຕ່ຂ້ອຍບໍ່ຮູ້ວ່າຈະຂຽນບອກຈັກກະພັດ*ເລື່ອງຂອງລາວວ່າແນວໃດ ຂ້ອຍກໍເລີຍເອົາລາວມາຢູ່ຕໍ່ໜ້າພວກເຈົ້າ ໂດຍສະເພາະແລ້ວແມ່ນຕໍ່ໜ້າກະສັດອັກກິບປາ. ຂ້ອຍຫວັງວ່າຫຼັງຈາກໄດ້ຖາມລາວແລ້ວ ຂ້ອຍຈະມີບາງຢ່າງທີ່ຈະຂຽນໄດ້. 27 ເນື່ອງຈາກຂ້ອຍເຫັນວ່າເປັນເລື່ອງທີ່ບໍ່ສົມເຫດສົມຜົນຖ້າຈະສົ່ງນັກໂທດໄປໂດຍບໍ່ແຈ້ງຂໍ້ກ່າວຫາໄປນຳ.”