ຂ່າວຄາວສະບັບທີສອງ
14 ເມື່ອອາບີຢາຕາຍ ເຂົາເຈົ້າຝັງລາວໄວ້ຢູ່ເມືອງຂອງດາວິດ.+ ອາຊາລູກຊາຍຂອງລາວກໍເປັນກະສັດແທນ. ໃນໄລຍະທີ່ອາຊາປົກຄອງ ຢູດາມີຄວາມສະຫງົບສຸກ 10 ປີ.
2 ອາຊາເຮັດສິ່ງທີ່ພະເຢໂຫວາພະເຈົ້າຂອງລາວເບິ່ງວ່າດີແລະຖືກຕ້ອງ. 3 ລາວທຳລາຍແທ່ນບູຊາຂອງພະເຈົ້າຕ່າງຊາດ+ ທຳລາຍບ່ອນນະມັດສະການຕ່າງໆ ທຸບເສົາຫີນສັກສິດ+ ແລະຟັນເສົາໄມ້ສັດສິດ*ຖິ້ມ.+ 4 ລາວບອກພວກຢູດາໃຫ້ນະມັດສະການພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າ ໃຫ້ເຮັດຕາມກົດໝາຍແລະຄຳສັ່ງຂອງເພິ່ນ. 5 ລາວທຳລາຍບ່ອນນະມັດສະການຕ່າງໆແລະແທ່ນເຜົາເຄື່ອງຫອມຢູ່ທຸກເມືອງຂອງຢູດາ.+ ແຜ່ນດິນຢູດາມີຄວາມສະຫງົບສຸກພາຍໃຕ້ການປົກຄອງຂອງລາວ. 6 ລາວສ້າງເມືອງຕ່າງໆທີ່ມີກຳແພງອ້ອມໃນຢູດາ+ ຍ້ອນວ່າຕອນທີ່ລາວປົກຄອງພະເຢໂຫວາໄດ້ເຮັດໃຫ້ແຜ່ນດິນຂອງລາວມີຄວາມສະຫງົບສຸກແລະບໍ່ມີສັດຕູມາໂຈມຕີ.+ 7 ອາຊາເວົ້າກັບພວກຢູດາວ່າ: “ໃຫ້ພວກເຮົາສ້າງເມືອງຕ່າງໆທີ່ມີກຳແພງອ້ອມ ສ້າງປ້ອມ+ ແລະປະຕູເມືອງທີ່ມີກອນປະຕູ ເພາະວ່າແຜ່ນດິນຍັງເປັນຂອງພວກເຮົາຍ້ອນພວກເຮົານະມັດສະການພະເຢໂຫວາພະເຈົ້າຂອງພວກເຮົາ ເພິ່ນຈຶ່ງໃຫ້ພວກເຮົາມີຄວາມສະຫງົບສຸກຢູ່ທົ່ວແຜ່ນດິນ.” ໃນທີ່ສຸດເຂົາເຈົ້າກໍສ້າງທຸກຢ່າງແລ້ວຕາມແຜນ.+
8 ອາຊາມີທະຫານທີ່ເປັນຄົນຢູດາ 300.000 ຄົນ. ເຂົາເຈົ້າຖືໂລ້ໃຫຍ່ແລະມີຫອກເປັນອາວຸດ. ລາວຍັງມີທະຫານທີ່ເກັ່ງໆທີ່ເປັນຄົນເບັນຢາມິນ 280.000 ຄົນ. ເຂົາເຈົ້າຖືໂລ້ນ້ອຍ*ແລະມີທະນູເປັນອາວຸດ.+
9 ເຊຣາຄົນເອທິໂອເປຍໄດ້ຍົກກອງທັບມາຕໍ່ສູ້ພວກຢູດາ. ລາວມີທະຫານ 1.000.000 ຄົນແລະລົດຮົບ 300 ຄັນ.+ ເມື່ອລາວມາຮອດມາເຣຊາ+ 10 ອາຊາກໍອອກໄປຕໍ່ສູ້ກັບລາວ. ເຂົາເຈົ້າຕັ້ງຄ້າຍເພື່ອກຽມຕໍ່ສູ້ກັນຢູ່ຮ່ອມພູເຊຟາທາໃນມາເຣຊາ. 11 ອາຊາໄດ້ອ້ອນວອນຫາພະເຢໂຫວາພະເຈົ້າຂອງລາວ+ວ່າ: “ພະເຢໂຫວາ ບໍ່ວ່າຄົນທີ່ພະອົງຊ່ວຍຈະເຂັ້ມແຂງ*ຫຼືອ່ອນແອ+ ພະອົງກໍຊ່ວຍໄດ້. ພະເຢໂຫວາພະເຈົ້າຂອງພວກເຮົາ ພວກເຮົາເພິ່ງພະອົງ+ແລະພວກເຮົາມາຕໍ່ສູ້ກັບກອງທັບໃຫຍ່ນີ້ໃນນາມຂອງພະອົງ.+ ພະເຢໂຫວາ ພະອົງເປັນພະເຈົ້າຂອງພວກເຮົາ ຂໍຢ່າໃຫ້ມະນຸດຊະນະພະອົງ.”+
12 ພະເຢໂຫວາຈຶ່ງຊ່ວຍອາຊາແລະພວກຢູດາໃຫ້ຊະນະພວກເອທິໂອເປຍ ແລະພວກເອທິໂອເປຍກໍພາກັນແຕກໜີ.+ 13 ອາຊາກັບພວກທະຫານຂອງລາວໄດ້ນຳຂ້າພວກເອທິໂອເປຍໄປໄກຈົນຮອດເກລາ+ແລະຂ້າເຂົາເຈົ້າຕາຍບໍ່ເຫຼືອຈັກຄົນ ຍ້ອນພະເຢໂຫວາແລະກອງທັບຂອງເພິ່ນໄດ້ທຳລາຍເຂົາເຈົ້າ. ຫຼັງຈາກນັ້ນ ພວກຢູດາກໍຍຶດເອົາເຄື່ອງຂອງພວກເອທິໂອເປຍໄດ້ບັກຫຼາຍໆ. 14 ເຂົາເຈົ້າຍັງໄດ້ໂຈມຕີທຸກເມືອງທີ່ຢູ່ອ້ອມແອ້ມເກລາແລະເອົາຊະນະໄດ້ ຍ້ອນຄົນທີ່ຢູ່ໃນເມືອງເຫຼົ່ານັ້ນຢ້ານພະເຢໂຫວາຫຼາຍ. ພວກຢູດາໄດ້ຍຶດເອົາຊັບສິນຢູ່ໃນເມືອງເຫຼົ່ານັ້ນທີ່ມີຫຼາຍແທ້ຫຼາຍວ່າ. 15 ພວກຢູດາໄດ້ໂຈມຕີບ່ອນຢູ່ຂອງພວກຄົນລ້ຽງສັດ. ເຂົາເຈົ້າໄດ້ຍຶດເອົາຝູງແກະແລະຝູງອູດບັກຫຼາຍໆ. ຫຼັງຈາກນັ້ນ ເຂົາເຈົ້າກໍກັບເມືອເມືອງເຢຣູຊາເລັມ.