ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ໃຫ້​ຢ້ານຢຳ​ພະເຈົ້າ​ເມື່ອ​ຢູ່​ຕໍ່​ໜ້າ​ເພິ່ນ (1-7)

      • ຄົນ​ທີ່​ມີ​ຕຳແໜ່ງ​ຕ່ຳ​ຖືກ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ເບິ່ງ​ຢູ່ (8, 9)

      • ຊັບ​ສົມບັດ​ບໍ່​ມີ​ປະໂຫຍດ (10-20)

        • ຄົນ​ທີ່​ຮັກ​ເງິນ​ໄດ້​ເງິນ​ຫຼາຍ​ສ່ຳໃດ​ກໍ​ບໍ່​ຮູ້ຈັກ​ພໍ (10)

        • ຄົນ​ຮັບໃຊ້​ນອນ​ຫຼັບ​ແຈບ (12)

ປັນຍາຈານ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 15:1, 2
  • +ພບຍ 31:12; ກຈກ 17:11
  • +1ຊມ 13:12, 13; 15:22; ສພສ 21:27; ອຊຢ 1:13; ຮຊອ 6:6

ປັນຍາຈານ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 30:2; 1ຊມ 14:24
  • +ສພສ 10:19

ປັນຍາຈານ 5:3

ໄຂເງື່ອນ

  • *

    ຫຼື “ການ​ເປັນຫ່ວງ​ຫຼາຍ​ໂພດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:25, 34; ລກ 12:18-20
  • +ສພສ 10:19; 15:2

ປັນຍາຈານ 5:4

ໄຂເງື່ອນ

  • *

    ອາດ​ໝາຍເຖິງ​ທັງ​ພະເຈົ້າ​ແລະ​ມະນຸດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:21; ພສ 76:11; ມທ 5:33
  • +ປຍຈ 10:12
  • +ຈຊບ 30:2; ພສ 66:13

ປັນຍາຈານ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 23:22; ສພສ 20:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2022, ໜ້າ 28

ປັນຍາຈານ 5:6

ໄຂເງື່ອນ

  • *

    ຫຼື “ຜູ້​ສົ່ງ​ຂ່າວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:35
  • +ລລວ 5:4
  • +ພສ 127:1; ຮກ 1:11

ປັນຍາຈານ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 5:3
  • +ປຍຈ 12:13

ປັນຍາຈານ 5:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 3:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2020, ໜ້າ 31

ປັນຍາຈານ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:11, 12; 1ກສ 4:7; 2ຂຄ 26:9, 10; ພຊມ 8:11

ປັນຍາຈານ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 4:8
  • +ມທ 6:24; ລກ 12:15; 1ຕມ 6:10

ປັນຍາຈານ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:22, 23
  • +ສພສ 23:4, 5; 1ຢຮ 2:16

ປັນຍາຈານ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 23:4, 5; ມທ 6:19

ປັນຍາຈານ 5:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 1:21
  • +ພສ 49:17; ລກ 12:20; 1ຕມ 6:7

ປັນຍາຈານ 5:16

ໄຂເງື່ອນ

  • *

    ຫຼື “ເປັນ​ຄວາມ​ຈິບຫາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:26; ຢຮ 6:27

ປັນຍາຈານ 5:17

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທຸກ​ໆ​ມື້​ລາວ​ກິນ​ເຂົ້າ​ຢູ່​ໃນ​ຄວາມ​ມືດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຕມ 6:10

ປັນຍາຈານ 5:18

ໄຂເງື່ອນ

  • *

    ຫຼື “ສ່ວນ​ແບ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:20
  • +ປຍຈ 2:24; 3:22; ອຊຢ 65:21, 22

ປັນຍາຈານ 5:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 3:12, 13; ໂຢບ 42:12
  • +ພບຍ 8:10; ປຍຈ 3:12, 13; 1ຕມ 6:17; ຢກບ 1:17

ປັນຍາຈານ 5:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:8; ພສ 4:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 5:1ພສ 15:1, 2
ປຍຈ. 5:1ພບຍ 31:12; ກຈກ 17:11
ປຍຈ. 5:11ຊມ 13:12, 13; 15:22; ສພສ 21:27; ອຊຢ 1:13; ຮຊອ 6:6
ປຍຈ. 5:2ຈຊບ 30:2; 1ຊມ 14:24
ປຍຈ. 5:2ສພສ 10:19
ປຍຈ. 5:3ມທ 6:25, 34; ລກ 12:18-20
ປຍຈ. 5:3ສພສ 10:19; 15:2
ປຍຈ. 5:4ຈຊບ 30:2; ພສ 66:13
ປຍຈ. 5:4ພບຍ 23:21; ພສ 76:11; ມທ 5:33
ປຍຈ. 5:4ປຍຈ 10:12
ປຍຈ. 5:5ພບຍ 23:22; ສພສ 20:25
ປຍຈ. 5:6ຜຕສ 11:35
ປຍຈ. 5:6ລລວ 5:4
ປຍຈ. 5:6ພສ 127:1; ຮກ 1:11
ປຍຈ. 5:7ປຍຈ 5:3
ປຍຈ. 5:7ປຍຈ 12:13
ປຍຈ. 5:8ປຍຈ 3:16
ປຍຈ. 5:91ຊມ 8:11, 12; 1ກສ 4:7; 2ຂຄ 26:9, 10; ພຊມ 8:11
ປຍຈ. 5:10ປຍຈ 4:8
ປຍຈ. 5:10ມທ 6:24; ລກ 12:15; 1ຕມ 6:10
ປຍຈ. 5:111ກສ 4:22, 23
ປຍຈ. 5:11ສພສ 23:4, 5; 1ຢຮ 2:16
ປຍຈ. 5:14ສພສ 23:4, 5; ມທ 6:19
ປຍຈ. 5:15ໂຢບ 1:21
ປຍຈ. 5:15ພສ 49:17; ລກ 12:20; 1ຕມ 6:7
ປຍຈ. 5:16ມທ 16:26; ຢຮ 6:27
ປຍຈ. 5:171ຕມ 6:10
ປຍຈ. 5:181ກສ 4:20
ປຍຈ. 5:18ປຍຈ 2:24; 3:22; ອຊຢ 65:21, 22
ປຍຈ. 5:191ກສ 3:12, 13; ໂຢບ 42:12
ປຍຈ. 5:19ພບຍ 8:10; ປຍຈ 3:12, 13; 1ຕມ 6:17; ຢກບ 1:17
ປຍຈ. 5:20ພບຍ 28:8; ພສ 4:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 5:1-20

ປັນຍາຈານ

5 ໃຫ້​ລະວັງ​ການ​ກະທຳ​ຂອງ​ເຈົ້າ​ຕອນ​ທີ່​ເຈົ້າ​ໄປ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້.+ ມັນ​ດີ​ກວ່າ​ທີ່​ເຈົ້າ​ຈະ​ເຂົ້າ​ໄປ​ໃກ້​ແລະ​ຟັງ+ ແທນ​ທີ່​ຈະ​ເອົາ​ເຄື່ອງ​ບູຊາ​ໄປ​ໃຫ້​ແບບ​ບໍ່​ຈິງ​ໃຈ​ຄື​ກັບ​ທີ່​ຄົນ​ໂງ່​ເຮັດ.+ ຄົນ​ໂງ່​ບໍ່​ຮູ້​ວ່າ​ສິ່ງ​ທີ່​ໂຕເອງ​ກຳລັງ​ເຮັດ​ຢູ່​ນັ້ນ​ບໍ່​ດີ.

2 ຢ່າ​ປາກ​ໄວ​ຫຼາຍ​ແລະ​ຢ່າ​ເວົ້າ​ແບບ​ບໍ່​ຄິດ​ຕໍ່​ໜ້າ​ພະເຈົ້າ​ທ່ຽງແທ້+ ຍ້ອນ​ພະເຈົ້າ​ທ່ຽງແທ້​ຢູ່​ເທິງ​ສະຫວັນ ແຕ່​ເຈົ້າ​ຢູ່​ເທິງ​ໂລກ. ເຈົ້າ​ຈຶ່ງ​ຄວນ​ລະວັງ​ຄຳ​ເວົ້າ​ຂອງ​ເຈົ້າ.+ 3 ການ​ຄິດ​ຫຼາຍ​ໂພດ*+​ເຮັດ​ໃຫ້​ເອົາ​ໄປ​ຝັນ​ແລະ​ການ​ເວົ້າ​ຫຼາຍ​ໂພດ​ກໍ​ເຮັດ​ໃຫ້​ເວົ້າ​ແນວ​ໂງ່​ໆ​ອອກ​ມາ.+ 4 ຖ້າ​ເຈົ້າ​ສັນຍາ​ຫຍັງ​ກັບ​ພະເຈົ້າ​ກໍ​ໃຫ້​ເຈົ້າ​ຟ້າວ​ເຮັດ​ຕາມ+ ຍ້ອນ​ເພິ່ນ*​ບໍ່​ພໍໃຈ​ຄົນ​ໂງ່​ທີ່​ບໍ່​ເຮັດ​ຕາມ​ສັນຍາ.+ ເຈົ້າ​ສັນຍາ​ຫຍັງ​ໄວ້​ກໍ​ໃຫ້​ເຮັດ​ຕາມ​ນັ້ນ.+ 5 ຖ້າ​ເຈົ້າ​ບໍ່​ສັນຍາ​ຫຍັງ​ເລີຍ​ກໍ​ດີ​ກວ່າ​ສັນຍາ​ໄວ້​ແລ້ວ​ບໍ່​ເຮັດ​ຕາມ.+ 6 ຢ່າ​ຍອມ​ໃຫ້​ປາກ​ຂອງ​ເຈົ້າ​ເຮັດ​ໃຫ້​ເຈົ້າ​ເຮັດ​ຜິດ+​ແລະ​ຢ່າ​ເວົ້າ​ຕໍ່​ໜ້າ​ທູດສະຫວັນ*​ວ່າ​ເຈົ້າ​ເວົ້າ​ຜິດ.+ ເປັນ​ຫຍັງ​ເຈົ້າ​ຈະ​ເຮັດ​ໃຫ້​ພະເຈົ້າ​ທ່ຽງແທ້​ໃຈ​ຮ້າຍ​ຍ້ອນ​ສິ່ງ​ທີ່​ເຈົ້າ​ເວົ້າ? ຖ້າ​ເຈົ້າ​ເຮັດ​ແນວ​ນີ້ ເພິ່ນ​ຈະ​ທຳລາຍ​ສິ່ງ​ທີ່​ເຈົ້າ​ເຮັດ.+ 7 ຄື​ກັບ​ທີ່​ການ​ຄິດ​ຫຼາຍ​ໂພດ​ເຮັດ​ໃຫ້​ຄົນ​ເອົາ​ໄປ​ຝັນ+ ການ​ເວົ້າ​ຫຼາຍ​ໂພດ​ກໍ​ບໍ່​ມີ​ປະໂຫຍດ. ໃຫ້​ຢ້ານຢຳ​ພະເຈົ້າ​ທ່ຽງແທ້.+

8 ຖ້າ​ເຈົ້າ​ເຫັນ​ຄົນ​ທີ່​ມີ​ອຳນາດ​ກົດຂີ່​ຄົນ​ທຸກ ເຮັດ​ສິ່ງ​ທີ່​ບໍ່​ຍຸຕິທຳ ຫຼື​ເຮັດ​ສິ່ງ​ທີ່​ບໍ່​ຖືກຕ້ອງ​ໃນ​ແຜ່ນດິນ​ຂອງ​ເຈົ້າ​ກໍ​ບໍ່​ຕ້ອງ​ແປກໃຈ.+ ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ຄົນ​ນັ້ນ​ມີ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ລາວ​ເບິ່ງ​ລາວ​ຢູ່​ແລະ​ກໍ​ຍັງ​ມີ​ຄົນ​ທີ່​ມີ​ຕຳແໜ່ງ​ສູງ​ກວ່າ​ອີກ​ເບິ່ງ​ເຂົາ​ເຈົ້າ​ຢູ່​ຄື​ກັນ.

9 ນອກ​ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ປັນ​ຜົນ​ກຳໄລ​ທີ່​ໄດ້​ຈາກ​ແຜ່ນດິນ​ນຳ​ກັນ. ແມ່ນ​ແຕ່​ອາຫານ​ຂອງ​ກະສັດ​ກໍ​ໄດ້​ມາ​ຈາກ​ຜົນລະປູກ​ຂອງ​ແຜ່ນດິນ.+

10 ຄົນ​ທີ່​ຮັກ​ເງິນ​ໄດ້​ເງິນ​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ຮູ້​ຈັກ​ພໍ ແລະ​ຄົນ​ທີ່​ຮັກ​ຊັບ​ສົມບັດ​ມີ​ລາຍ​ໄດ້​ຫຼາຍ​ສ່ຳ​ໃດ​ກໍ​ບໍ່​ຮູ້​ຈັກ​ພໍ​ຄື​ກັນ.+ ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ.+

11 ເມື່ອ​ຄົນ​ໜຶ່ງ​ມີ​ຊັບ​ສົມບັດ​ຫຼາຍ​ຂຶ້ນ ຄົນ​ທີ່​ໃຊ້​ຊັບ​ສົມບັດ​ຂອງ​ລາວ​ກໍ​ຫຼາຍ​ຂຶ້ນ​ຄື​ກັນ.+ ເຈົ້າ​ຂອງ​ຊັບ​ສົມບັດ​ເຫຼົ່າ​ນັ້ນ​ໄດ້​ປະໂຫຍດ​ຫຍັງ ນອກ​ຈາກ​ໄດ້​ແຕ່​ເບິ່ງ​ຊື່​ໆ​?+

12 ຄົນ​ທີ່​ເປັນ​ຄົນ​ຮັບ​ໃຊ້​ບໍ່​ວ່າ​ຈະ​ໄດ້​ກິນ​ຫຼາຍ​ຫຼື​ໜ້ອຍ ລາວ​ກໍ​ນອນ​ຫຼັບ​ແຈບ ແຕ່​ຊັບ​ສົມບັດ​ຫຼາຍ​ໆ​ຂອງ​ຄົນ​ລວຍ​ພັດ​ເຮັດ​ໃຫ້​ຄົນ​ລວຍ​ນອນ​ບໍ່​ຫຼັບ.

13 ຂ້ອຍ​ໄດ້​ເຫັນ​ສິ່ງ​ທີ່​ໜ້າ​ເສົ້າ​ຢ່າງ​ໜຶ່ງ​ໃຕ້​ດວງ​ຕາເວັນ​ຄື ຄົນ​ທີ່​ສະສົມ​ຊັບ​ສົມບັດ​ໄວ້​ຫຼາຍ​ກໍ​ເຮັດ​ໃຫ້​ໂຕເອງ​ຕົກ​ຢູ່​ໃນ​ອັນຕະລາຍ. 14 ລາວ​ສູນ​ເສຍ​ຊັບ​ສົມບັດ​ທັງໝົດ​ຂອງ​ລາວ​ຍ້ອນ​ທຸລະກິດ​ໄປ​ບໍ່​ລອດ ແລະ​ເມື່ອ​ລາວ​ມີ​ລູກ ລາວ​ກໍ​ບໍ່​ເຫຼືອ​ຫຍັງ​ໄວ້​ເປັນ​ມໍລະດົກ​ໃຫ້​ລູກ​ຂອງ​ລາວ​ເລີຍ.+

15 ຄົນ​ເຮົາ​ເກີດ​ອອກ​ມາ​ຈາກ​ທ້ອງ​ແມ່​ໂຕ​ເປົ່າ ແລະ​ເມື່ອ​ລາວ​ຕາຍ ລາວ​ກໍ​ຈະ​ໄປ​ໂຕ​ເປົ່າ​ຄື​ກັນ.+ ເຖິງ​ວ່າ​ລາວ​ຈະ​ເຮັດ​ວຽກ​ໜັກ​ຫຼາຍ​ສ່ຳ​ໃດ ລາວ​ກໍ​ເອົາ​ຫຍັງ​ໄປ​ບໍ່​ໄດ້.+

16 ອີກ​ສິ່ງ​ໜຶ່ງ​ທີ່​ໜ້າ​ເສົ້າ​ຫຼາຍ*​ກໍ​ຄື ລາວ​ມາ​ແບບ​ໃດ ລາວ​ກໍ​ຈະ​ໄປ​ແບບ​ນັ້ນ ແລະ​ທີ່​ລາວ​ເຮັດ​ວຽກ​ໜັກ​ຄື​ກັບ​ແລ່ນ​ໄລ່​ຕາມ​ລົມ ລາວ​ກໍ​ບໍ່​ໄດ້​ປະໂຫຍດ​ຫຍັງ.+ 17 ນອກ​ຈາກ​ນັ້ນ ຊີວິດ​ຂອງ​ລາວ​ກໍ​ບໍ່​ມີ​ຄວາມ​ສຸກ* ມີ​ແຕ່​ຄວາມ​ເຄັ່ງ​ຕຶງ ຄວາມ​ເຈັບ​ປ່ວຍ ແລະ​ຄວາມ​ໃຈ​ຮ້າຍ.+

18 ສິ່ງ​ໜຶ່ງ​ທີ່​ຂ້ອຍ​ເຫັນ​ວ່າ​ດີ​ແລະ​ເໝາະ​ສົມ​ກໍ​ຄື ໃນ​ຊ່ວງ​ຊີວິດ​ສັ້ນ​ໆ​ທີ່​ພະເຈົ້າ​ທ່ຽງແທ້​ໃຫ້​ກັບ​ມະນຸດ​ນັ້ນ ມະນຸດ​ຄວນ​ຈະ​ໄດ້​ກິນ​ແລະ​ດື່ມ ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ​ທຸກ​ຢ່າງ+​ທີ່​ລາວ​ເຮັດ​ຢ່າງ​ຍາກ​ລຳບາກ​ໃຕ້​ດວງ​ຕາເວັນ ຍ້ອນ​ນີ້​ແມ່ນ​ລາງວັນ*​ຂອງ​ລາວ.+ 19 ນອກ​ຈາກ​ນັ້ນ ເມື່ອ​ພະເຈົ້າ​ທ່ຽງແທ້​ໄດ້​ເອົາ​ຄວາມ​ລ່ຳ​ລວຍ ຊັບ​ສົມບັດ+ ແລະ​ຄວາມ​ສາມາດ​ທີ່​ຈະ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ໃຫ້​ກັບ​ມະນຸດ ລາວ​ກໍ​ຄວນ​ຮັບ​ເອົາ​ລາງວັນ​ຂອງ​ລາວ​ແລະ​ມີ​ຄວາມ​ສຸກ​ກັບ​ວຽກ​ໜັກ. ນີ້​ແມ່ນ​ຂອງຂວັນ​ຈາກ​ພະເຈົ້າ.+ 20 ແລ້ວ​ຊີວິດ​ຂອງ​ລາວ​ກໍ​ຈະ​ຜ່ານ​ໄປ​ໂດຍ​ທີ່​ລາວ​ເກືອບ​ຈະ​ບໍ່​ໄດ້​ຄິດ​ເຖິງ​ມັນ​ເລີຍ ຍ້ອນ​ພະເຈົ້າ​ທ່ຽງແທ້​ໃຫ້​ລາວ​ຫຍຸ້ງ​ຢູ່​ກັບ​ສິ່ງ​ທີ່​ເຮັດ​ໃຫ້​ລາວ​ມີ​ຄວາມ​ສຸກ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌