ຮັກກາຍ
1 ໃນວັນທີ 1 ເດືອນທີ 6 ຂອງປີທີ 2 ທີ່ກະສັດດາຣິອຸດ*ປົກຄອງ ພະເຢໂຫວາໄດ້ສົ່ງຂ່າວຜ່ານທາງຜູ້ພະຍາກອນຮັກກາຍ*+ມາຫາເຊຣູບາເບນ+ເຈົ້າແຂວງຢູດາທີ່ເປັນລູກຊາຍຂອງເຊອານຕີເອນ ແລະມາຫາປະໂລຫິດໃຫຍ່ໂຢຊວຍລູກຊາຍຂອງເຢໂຮຊາດັກ.
2 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ປະຊາຊົນເຫຼົ່ານີ້ເວົ້າຈັ່ງຊີ້ ‘ຍັງບໍ່ທັນຮອດເວລາທີ່ຈະສ້າງວິຫານຂອງພະເຢໂຫວາເທື່ອ.’”*+
3 ພະເຢໂຫວາເວົ້າຜ່ານທາງຜູ້ພະຍາກອນຮັກກາຍອີກເທື່ອໜຶ່ງ+ວ່າ: 4 “ພວກເຈົ້າຢູ່ເຮືອນທີ່ຕົກແຕ່ງດ້ວຍໄມ້ທີ່ງາມໆ ແຕ່ວິຫານຂອງເຮົາພັດເປັນຊາກຫັກພັງ.+ ຕອນນີ້ແມ່ນເວລາທີ່ພວກເຈົ້າຈະເຮັດແບບນີ້ບໍ? 5 ພະເຢໂຫວາຜູ້ບັນຊາການກອງທັບຈຶ່ງເວົ້າວ່າ ‘ໃຫ້ຄິດເບິ່ງຄັກໆເດີ້ວ່າພວກເຈົ້າກຳລັງເຮັດຫຍັງຢູ່. 6 ພວກເຈົ້າຫວ່ານເມັດພືດຫຼາຍ ແຕ່ກໍເກັບກ່ຽວໄດ້ໜ້ອຍດຽວ.+ ພວກເຈົ້າໄດ້ກິນ ແຕ່ກໍບໍ່ອີ່ມ. ພວກເຈົ້າໄດ້ດື່ມເຫຼົ້າແວງ ແຕ່ກໍບໍ່ພໍ. ພວກເຈົ້າໃສ່ເຄື່ອງນຸ່ງ ແຕ່ກໍບໍ່ອຸ່ນ. ຜູ້ທີ່ຮັບຈ້າງເຮັດວຽກກໍເອົາເງິນຄ່າຈ້າງໃສ່ຖົງທີ່ຮົ່ວ.’”
7 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ໃຫ້ຄິດເບິ່ງຄັກໆເດີ້ວ່າພວກເຈົ້າກຳລັງເຮັດຫຍັງຢູ່.”
8 ພະເຢໂຫວາບອກວ່າ: “ໃຫ້ພວກເຈົ້າຂຶ້ນໄປເທິງພູແລະເອົາໄມ້+ມາສ້າງວິຫານຂອງເຮົາ+ເພື່ອເຮົາຈະພໍໃຈແລະໄດ້ຮັບກຽດ.”+
9 ພະເຢໂຫວາຜູ້ບັນຊາການກອງທັບເວົ້າວ່າ: “ພວກເຈົ້າຄາດຫວັງວ່າຈະເກັບກ່ຽວໄດ້ຫຼາຍ ແຕ່ພັດໄດ້ໜ້ອຍດຽວ. ເມື່ອພວກເຈົ້າເອົາສິ່ງທີ່ເກັບກ່ຽວນັ້ນມາເຮືອນ ເຮົາຈະເປົ່າມັນໃຫ້ປິວໄປໄກໆ.+ ຍ້ອນຫຍັງເຮົາຈຶ່ງເຮັດແນວນີ້? ກໍຍ້ອນວ່າວິຫານຂອງເຮົາຍັງເປັນຊາກຫັກພັງຢູ່ ແຕ່ພວກເຈົ້າພັດຫຍຸ້ງຢູ່ກັບການເບິ່ງແຍງເຮືອນຊານຂອງໂຕເອງ.+ 10 ດັ່ງນັ້ນ ເຮົາຈຶ່ງບໍ່ໃຫ້ນ້ຳຄ້າງຕົກລົງມາແລະບໍ່ໃຫ້ດິນເກີດດອກອອກໝາກ. 11 ເຮົາໄດ້ເຮັດໃຫ້ດິນແລະພູຕ່າງໆແຫ້ງແລ້ງບໍ່ເຊົາ ເຊິ່ງເຮັດໃຫ້ເຂົ້າ ເຫຼົ້າແວງ ນ້ຳມັນໝາກກອກ ແລະຜົນລະປູກບໍ່ພໍກິນ ທັງເຈົ້າກັບຝູງສັດຂອງເຈົ້າເຈິຄວາມລຳບາກ ແລະວຽກໜັກທຸກຢ່າງທີ່ພວກເຈົ້າເຮັດກໍບໍ່ມີປະໂຫຍດຫຍັງເລີຍ.”
12 ເຊຣູບາເບນ+ລູກຊາຍຂອງເຊອານຕີເອນ+ ປະໂລຫິດໃຫຍ່ໂຢຊວຍລູກຊາຍຂອງເຢໂຮຊາດັກ+ ແລະປະຊາຊົນທຸກຄົນກໍຟັງພະເຢໂຫວາພະເຈົ້າຂອງເຂົາເຈົ້າແລະຟັງສິ່ງທີ່ຜູ້ພະຍາກອນຮັກກາຍເວົ້າ ຍ້ອນພະເຢໂຫວາພະເຈົ້າຂອງເຂົາເຈົ້າໄດ້ໃຊ້ລາວມາບອກ. ປະຊາຊົນທຸກຄົນໄດ້ຢ້ານຢຳພະເຢໂຫວາ.
13 ຈາກນັ້ນ ຮັກກາຍຜູ້ສົ່ງຂ່າວຂອງພະເຢໂຫວາກໍບອກປະຊາຊົນແບບນີ້: “ພະເຢໂຫວາເວົ້າວ່າ ‘ເຮົາຢູ່ກັບພວກເຈົ້າ.’”+ ຮັກກາຍເວົ້າຕາມທີ່ພະເຢໂຫວາສັ່ງລາວ.
14 ພະເຢໂຫວາໄດ້ກະຕຸ້ນໃຈ+ເຊຣູບາເບນເຈົ້າແຂວງຢູດາ+ທີ່ເປັນລູກຊາຍຂອງເຊອານຕີເອນໃຫ້ກະຕຸ້ນໃຈປະໂລຫິດໃຫຍ່ໂຢຊວຍ+ລູກຊາຍຂອງເຢໂຮຊາດັກ ແລະກະຕຸ້ນໃຈປະຊາຊົນທຸກຄົນ. ແລ້ວເຂົາເຈົ້າກໍເລີ່ມວຽກສ້າງວິຫານຂອງພະເຢໂຫວາຜູ້ບັນຊາການກອງທັບພະເຈົ້າຂອງເຂົາເຈົ້າ.+ 15 ວຽກນີ້ເລີ່ມວັນທີ 24 ເດືອນທີ 6 ຂອງປີທີ 2 ທີ່ກະສັດດາຣິອຸດປົກຄອງ.+