ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮັກກາຍ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຮັກກາຍ

      • ວິຫານ​ຫຼັງ​ທີ 2 ຈະ​ສະຫງ່າ​ງາມ (1-​9)

        • ທຸກ​ຊາດ​ຈະ​ຖືກ​ສັ່ນ (7)

        • ສິ່ງ​ທີ່​ມີຄ່າ​ຈະ​ເຂົ້າ​ມາ (7)

      • ການ​ສ້າງ​ວິຫານ​ຄືນ​ໃໝ່​ເຮັດ​ໃຫ້​ໄດ້​ຮັບ​ພອນ​ຕ່າງ​​ໆ​ (10-​19)

        • ຄວາມ​ບໍລິສຸດ​ສົ່ງ​ຕໍ່​ໃຫ້​ກັນ​ບໍ່​ໄດ້ (10-​14)

      • ຂ່າວສານ​ເຖິງ​ເຊຣູບາເບນ (20-​23)

        • “ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ແຫວນ​ຈ້ຳ​ກາ” (23)

ຮັກກາຍ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:1; 6:14

ຮັກກາຍ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 3:17-19; ຊຄຢ 4:9
  • +ອຊຣ 1:8
  • +ຊຄຢ 3:8; 6:11
  • +1ຂຄ 6:15

ຮັກກາຍ 2:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:1; ອຊຣ 3:12
  • +ຊຄຢ 4:10

ຮັກກາຍ 2:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຊຄຢ 8:9
  • +ອພຍ 3:12; ອຊຢ 43:2; ຣມ 8:31

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 15

ຮັກກາຍ 2:5

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຕອນ​ນັ້ນ​ພະລັງ​ຂອງ​ເຮົາ​ຢືນ​ຢູ່​ທ່າມກາງ​ພວກ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:45; 34:10
  • +ຊຄຢ 4:6
  • +ອຊຢ 41:10; ຊຄຢ 8:13

ຮັກກາຍ 2:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 12:26, 27

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 14, 19

ຮັກກາຍ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 2:2; 60:5, 11
  • +ອພຍ 40:35; 1ກສ 8:11; ອຊຢ 66:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2021, ໜ້າ 14-19

    ຄວາມຮູ້ ໜ້າ 179-180

ຮັກກາຍ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:13
  • +ພສ 85:8; ອຊຢ 2:4; 60:17, 18; ຊຄຢ 8:12

ຮັກກາຍ 2:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:1

ຮັກກາຍ 2:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 2:7

ຮັກກາຍ 2:12

ໄຂເງື່ອນ

  • *

    ໝາຍເຖິງ​ຊີ້ນ​ທີ່​ເອົາ​ໄປ​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ

ຮັກກາຍ 2:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:21; ຈຊບ 5:2, 3; 9:6; 19:11; 31:19

ຮັກກາຍ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:10; ຊຄຢ 4:9

ຮັກກາຍ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:6; ຊຄຢ 8:10

ຮັກກາຍ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:22

ຮັກກາຍ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:2; ຊຄຢ 8:9

ຮັກກາຍ 2:19

ໄຂເງື່ອນ

  • *

    ຫຼື “ຂຸມ​ສຳລັບ​ມ້ຽນ​ເຂົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 1:6
  • +ສພສ 3:9, 10; ຊຄຢ 8:12

ຮັກກາຍ 2:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 2:10

ຮັກກາຍ 2:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮກ 2:6; ຮຣ 12:26, 27

ຮັກກາຍ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 60:12; ດນອ 2:44; ຊຟຢ 3:8
  • +ຜຕສ 7:22

ຮັກກາຍ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 1:12
  • +ອຊຣ 3:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮກ. 2:1ອຊຣ 5:1; 6:14
ຮກ. 2:21ຂຄ 3:17-19; ຊຄຢ 4:9
ຮກ. 2:2ອຊຣ 1:8
ຮກ. 2:2ຊຄຢ 3:8; 6:11
ຮກ. 2:21ຂຄ 6:15
ຮກ. 2:31ກສ 6:1; ອຊຣ 3:12
ຮກ. 2:3ຊຄຢ 4:10
ຮກ. 2:4ຊຄຢ 8:9
ຮກ. 2:4ອພຍ 3:12; ອຊຢ 43:2; ຣມ 8:31
ຮກ. 2:5ອພຍ 29:45; 34:10
ຮກ. 2:5ຊຄຢ 4:6
ຮກ. 2:5ອຊຢ 41:10; ຊຄຢ 8:13
ຮກ. 2:6ຮຣ 12:26, 27
ຮກ. 2:7ອຊຢ 2:2; 60:5, 11
ຮກ. 2:7ອພຍ 40:35; 1ກສ 8:11; ອຊຢ 66:12
ຮກ. 2:9ອຊຢ 60:13
ຮກ. 2:9ພສ 85:8; ອຊຢ 2:4; 60:17, 18; ຊຄຢ 8:12
ຮກ. 2:10ຮກ 1:1
ຮກ. 2:11ມລກ 2:7
ຮກ. 2:13ລລວ 7:21; ຈຊບ 5:2, 3; 9:6; 19:11; 31:19
ຮກ. 2:15ອຊຣ 3:10; ຊຄຢ 4:9
ຮກ. 2:16ຮກ 1:6; ຊຄຢ 8:10
ຮກ. 2:17ພບຍ 28:22
ຮກ. 2:18ອຊຣ 5:2; ຊຄຢ 8:9
ຮກ. 2:19ຮກ 1:6
ຮກ. 2:19ສພສ 3:9, 10; ຊຄຢ 8:12
ຮກ. 2:20ຮກ 2:10
ຮກ. 2:21ຮກ 2:6; ຮຣ 12:26, 27
ຮກ. 2:22ອຊຢ 60:12; ດນອ 2:44; ຊຟຢ 3:8
ຮກ. 2:22ຜຕສ 7:22
ຮກ. 2:23ມທ 1:12
ຮກ. 2:23ອຊຣ 3:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ຮັກກາຍ 2:1-23

ຮັກກາຍ

2 ໃນ​ວັນທີ 21 ຂອງ​ເດືອນ​ທີ 7 ພະ​ເຢໂຫວາ​ເວົ້າ​ກັບ​ຜູ້ພະຍາກອນ​ຮັກກາຍ+​ວ່າ: 2 “ໃຫ້​ໄປ​ຖາມ​ເຊຣູບາເບນ+​ເຈົ້າແຂວງ​ຢູດາ+​ທີ່​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ ປະໂລຫິດ​ໃຫຍ່​ໂຢຊວຍ+​ລູກຊາຍ​ຂອງ​ເຢໂຮຊາດັກ+ ແລະ​ປະຊາຊົນ​ວ່າ 3 ‘ມີ​ໃຜ​ໃນ​ພວກເຈົ້າ​ເຄີຍ​ເຫັນ​ຄວາມ​ສະຫງ່າງາມ​ຂອງ​ວິຫານ​ຫຼັງ​ເກົ່າ​ບໍ?+ ຕອນນີ້ ພວກເຈົ້າ​ເບິ່ງ​ວິຫານ​ຫຼັງ​ນີ້​ແລ້ວ​ມັນ​ເປັນ​ແນວໃດ? ມັນ​ທຽບ​ກັບ​ຫຼັງ​ເກົ່າ​ບໍ່​ໄດ້​ເລີຍ​ແມ່ນ​ບໍ?’”+

4 ພະ​ເຢໂຫວາ​ເວົ້າ​ວ່າ: “ເຊຣູບາເບນ ຕອນນີ້​ຂໍ​ໃຫ້​ເຈົ້າ​ເຂັ້ມແຂງ​ເດີ້ ປະໂລຫິດ​ໃຫຍ່​ໂຢຊວຍ​ລູກຊາຍ​ຂອງ​ເຢໂຮຊາດັກ​ເອີ້ຍ ຂໍ​ໃຫ້​ເຈົ້າ​ເຂັ້ມແຂງ.”

ພະ​ເຢໂຫວາ​ເວົ້າ​ວ່າ: “ຂໍ​ໃຫ້​ປະຊາຊົນ​ທຸກຄົນ​ໃນ​ແຜ່ນດິນ​ນີ້​ເຂັ້ມແຂງ​ຄືກັນ+ ແລະ​ໃຫ້​ພາກັນ​ລົງມື​ເຮັດ​ວຽກ​ໂລດ.”

ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຢູ່​ກັບ​ພວກເຈົ້າ.+ 5 ຂໍ​ໃຫ້​ພວກເຈົ້າ​ຈື່​ສິ່ງ​ທີ່​ເຮົາ​ໄດ້​ສັນຍາ​ກັບ​ພວກເຈົ້າ​ຕອນ​ທີ່​ອອກ​ມາ​ຈາກ​ເອຢິບ+ ແລະ​ຂໍ​ໃຫ້​ຈື່​ໄວ້​ຄືກັນ​ວ່າ​ເຮົາ​ຍັງ​ໃຊ້​ພະລັງ​ຂອງ​ເຮົາ​ຊີ້ນຳ​ພວກເຈົ້າ​ຢູ່.*+ ພວກເຈົ້າ​ບໍ່​ຕ້ອງ​ຢ້ານ.”+

6 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ອີກ​ຈັກໜ້ອຍ​ເຮົາ​ຈະ​ສັ່ນ​ທ້ອງຟ້າ ໂລກ ທະເລ ແລະ​ແຜ່ນດິນ​ອີກ​ເທື່ອ​ໜຶ່ງ.”+

7 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຈະ​ສັ່ນ​ທຸກຊາດ ແລ້ວ​ສິ່ງ​ທີ່​ມີຄ່າ​ຂອງ​ຊາດ​ເຫຼົ່ານີ້​ຈະ​ເຂົ້າ​ມາ​ໃນ​ວິຫານ​ຂອງ​ເຮົາ.+ ເຮົາ​ຈະ​ເຮັດ​ໃຫ້​ວິຫານ​ຫຼັງ​ນີ້​ມີ​ແຕ່​ແສງລັດສະໝີ​ຂອງ​ເຮົາ.”+

8 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເງິນ​ເປັນ​ຂອງ​ເຮົາ​ແລະ​ຄຳ​ກໍ​ເປັນ​ຂອງ​ເຮົາ​ຄືກັນ.”

9 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ໃນ​ອະນາຄົດ ວິຫານ​ຫຼັງ​ນີ້​ຈະ​ສະຫງ່າງາມ​ກວ່າ​ວິຫານ​ຫຼັງ​ເກົ່າ.”+

ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຮົາ​ຈະ​ເຮັດ​ໃຫ້​ມີ​ຄວາມ​ສະຫງົບສຸກ​ຢູ່​ບ່ອນ​ນີ້.”+

10 ໃນ​ວັນທີ 24 ເດືອນ​ທີ 9 ຂອງ​ປີ​ທີ 2 ທີ່​ກະສັດ​ດາຣິອຸດ​ປົກຄອງ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຜູ້ພະຍາກອນ​ຮັກກາຍ.+ 11 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ໃຫ້​ໄປ​ຖາມ​ພວກ​ປະໂລຫິດ​ກ່ຽວກັບ​ເລື່ອງ​ກົດໝາຍ​ວ່າ+ 12 ‘ຖ້າ​ມີ​ຄົນ​ເອົາ​ຊີ້ນ​ທີ່​ບໍລິສຸດ*​ໃສ່​ພົກເສື້ອ ແລ້ວ​ເຄື່ອງນຸ່ງ​ຂອງ​ລາວ​ໄປ​ຖືກ​ເຂົ້າຈີ່ ແກງ ເຫຼົ້າແວງ ນ້ຳມັນ​ໝາກກອກ ຫຼື​ຂອງກິນ​ແນວ​ອື່ນ ຈະ​ຖື​ວ່າ​ຂອງກິນ​ເຫຼົ່ານັ້ນ​ເປັນ​ສິ່ງ​ທີ່​ບໍລິສຸດ​ຄືກັນ​ບໍ?’”

ພວກ​ປະໂລຫິດ​ຕອບ​ວ່າ: “ບໍ່ ມັນ​ບໍ່​ບໍລິສຸດ.”

13 ຮັກກາຍ​ຖາມ​ຕໍ່​ອີກ​ວ່າ: “ຖ້າ​ຜູ້ໜຶ່ງ​ທີ່​ບໍ່​ສະອາດ​ຍ້ອນ​ໄປ​ຈັບ​ສົບຄົນຕາຍ​ມາ​ຈັບ​ຂອງກິນ​ເຫຼົ່ານັ້ນ ຈະ​ຖື​ວ່າ​ຂອງກິນ​ເຫຼົ່ານັ້ນ​ບໍ່​ສະອາດ​ຄືກັນ​ບໍ?”+

ພວກ​ປະໂລຫິດ​ຕອບ​ວ່າ: “ແມ່ນ​ແລ້ວ ຈະ​ຕ້ອງ​ຖື​ວ່າ​ມັນ​ບໍ່​ສະອາດ.”

14 ຮັກກາຍ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ​ບອກ​ວ່າ ‘ຍ້ອນ​ຄົນ​ໃນ​ຊາດ​ນີ້​ເປັນ​ຈັ່ງຊີ້ ເຮົາ​ຈຶ່ງ​ຖື​ວ່າ​ເຂົາເຈົ້າ​ບໍ່​ສະອາດ. ບໍ່​ວ່າ​ເຂົາເຈົ້າ​ຈະ​ເຮັດ​ຫຍັງ​ຫຼື​ເອົາ​ຫຍັງ​ມາ​ໃຫ້​ເຮົາ ສິ່ງ​ເຫຼົ່ານັ້ນ​ກໍ​ບໍ່​ສະອາດ​ຄືກັນ.’”

15 “ນັບ​ຕັ້ງແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ກ່ອນ​ທີ່​ຈະ​ເລີ່ມ​ສ້າງ​ວິຫານ​ຂອງ​ພະ​ເຢໂຫວາ​ຄືນ​ໃໝ່+ ໃຫ້​ພວກເຈົ້າ​ຄິດ​ຄັກ​ໆ​ກ່ຽວກັບ​ເລື່ອງ​ນີ້. 16 ໃຫ້​ຄິດ​ເບິ່ງ​ວ່າ​ມັນ​ເປັນ​ແນວໃດ​ຕອນ​ທີ່​ຄົນ​ໄປ​ຮອດ​ກອງເຂົ້າ​ແລະ​ຫວັງ​ວ່າ​ຈະ​ໄດ້​ເຂົ້າ 20 ເປົາ ພັດ​ໄດ້​ແຕ່ 10 ເປົາ ແລະ​ຕອນ​ທີ່​ຄົນ​ໄປ​ຮອດ​ອ່າງ​ຢຽບ​ໝາກ​ລະແຊັງ​ແລະ​ຫວັງ​ວ່າ​ຈະ​ໄດ້​ເຫຼົ້າແວງ 50 ໄຫ ພັດ​ໄດ້​ແຕ່ 20 ໄຫ.+ 17 ເຮົາ​ໄດ້​ເຮັດ​ໃຫ້​ຜົນລະປູກ​ຂອງ​ພວກເຈົ້າ​ເສຍຫາຍ​ຍ້ອນ​ພະຍາດ ລົມ​ທີ່​ຮ້ອນ​ໆ​+ ແລະ​ພາຍຸ​ໝາກເຫັບ ແຕ່​ກໍ​ບໍ່​ມີ​ໃຜ​ຈັກ​ຄົນ​ກັບ​ມາ​ຫາ​ເຮົາ.” ພະ​ເຢໂຫວາ​ເວົ້າ​ຈັ່ງຊີ້.

18 ຂໍ​ໃຫ້ພວກເຈົ້າຈື່ໄວ້ວ່າ​ນັບ​ຕັ້ງແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ ເຊິ່ງ​ກໍ​ຄື​ວັນທີ 24 ຂອງ​ເດືອນ​ທີ 9 ເຊິ່ງ​ເປັນ​ມື້​ທີ່​ມີການ​ວາງ​ຮາກຖານ​ວິຫານ​ຂອງ​ພະ​ເຢໂຫວາ+ ຂໍໃຫ້ຄິດເບິ່ງວ່າ 19 ພວກເຈົ້າ​ຍັງ​ມີ​ເຂົ້າ​ເຫຼືອ​ຢູ່​ໃນ​ເລົ້າເຂົ້າ*​ບໍ?+ ເຄືອ​ໝາກ​ລະແຊັງ ຕົ້ນ​ໝາກເດື່ອ ຕົ້ນ​ໝາກ​ພິລາ ແລະ​ຕົ້ນ​ໝາກກອກ​ຍັງ​ບໍ່​ມີ​ໝາກ​ເທື່ອ​ແມ່ນ​ບໍ? ແຕ່​ນັບ​ຈາກ​ມື້​ນີ້​ເປັນ​ຕົ້ນ​ໄປ ເຮົາ​ຈະ​ອວຍພອນ​ພວກເຈົ້າ.”+

20 ໃນ​ວັນທີ 24 ຂອງ​ເດືອນ​ທີ 9 ພະ​ເຢໂຫວາ​ບອກ​ຮັກກາຍ​ເປັນ​ເທື່ອ​ທີ 2+ ວ່າ: 21 “ໃຫ້​ໄປ​ບອກ​ເຊຣູບາເບນ​ເຈົ້າແຂວງ​ຢູດາ​ວ່າ ‘ເຮົາ​ຈະ​ສັ່ນ​ທ້ອງຟ້າ​ແລະ​ໂລກ.+ 22 ເຮົາ​ຈະ​ທຳລາຍ​ຊາດ​ຕ່າງ​ໆ​ແລະ​ຍຶດ​ເອົາ​ອຳນາດ​ຂອງ​ປະເທດ​ຕ່າງ​ໆ​.+ ເຮົາ​ຈະ​ທຳລາຍ​ລົດຮົບ​ກັບ​ຄົນ​ຂີ່​ລົດຮົບ​ຂອງ​ເຂົາເຈົ້າ. ມ້າ​ແລະ​ທະຫານມ້າ​ຂອງ​ເຂົາເຈົ້າ​ຈະ​ຕ້ອງ​ຕາຍ​ຍ້ອນ​ດາບ​ຂອງ​ພີ່ນ້ອງ​ໂຕເອງ.’”+

23 ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ເວົ້າ​ວ່າ: “ເຊຣູບາເບນ​ລູກຊາຍ​ຂອງ​ເຊອານຕີເອນ+​ຜູ້ຮັບໃຊ້​ຂອງ​ເຮົາ+ ໃນ​ມື້​ນັ້ນ ເຮົາ​ຈະ​ເອີ້ນ​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ເປັນ​ຄື​ກັບ​ແຫວນ​ຈ້ຳກາ ຍ້ອນ​ເຈົ້າ​ເປັນ​ຄົນ​ທີ່​ເຮົາ​ໄດ້​ເລືອກ​ໄວ້​ແລ້ວ.” ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ທັງໝົດ​ນີ້​ແມ່ນ​ຄຳເວົ້າ​ຂອງ​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌