ໂຢບ
36 ເອລີຮູເວົ້າຕໍ່ໄປວ່າ:
2 “ຂໍໃຫ້ອົດທົນຟັງຂ້ອຍອະທິບາຍອີກຈັກໜ້ອຍກ່ອນ.
ຂ້ອຍຍັງມີແນວເວົ້າແທນພະເຈົ້າຢູ່.
3 ຂ້ອຍຈະອະທິບາຍສິ່ງທີ່ຂ້ອຍຮູ້ຢ່າງລະອຽດ
ແລະຂ້ອຍຈະປະກາດເລື່ອງຄວາມຖືກຕ້ອງຂອງຜູ້ທີ່ສ້າງຂ້ອຍ.+
4 ຂ້ອຍເວົ້າແທ້ໆ ຂ້ອຍບໍ່ໄດ້ເວົ້າຕົວະເດີ້.
ຄຳເວົ້າຂອງຂ້ອຍມາຈາກພະເຈົ້າຜູ້ທີ່ຮູ້ທຸກສິ່ງທຸກຢ່າງ.+
5 ພະເຈົ້າເປັນຜູ້ມີລິດເດດຫຼາຍ+ ແລະເພິ່ນບໍ່ປະຕິເສດມະນຸດ.
ເພິ່ນມີຄວາມເຂົ້າໃຈ*ທີ່ເລິກເຊິ່ງ.
7 ເພິ່ນຈະເຝົ້າເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ.+
ເພິ່ນຈະໃຫ້ເຂົາເຈົ້ານັ່ງຢູ່ເທິງບັນລັງຂອງກະສັດ*+ ແລະຈະເຮັດໃຫ້ເຂົາເຈົ້າໄດ້ຮັບກຽດຕະຫຼອດໄປ.
8 ຖ້າເຂົາເຈົ້າເຮັດຜິດ ແລ້ວຖືກຈັບແລະຖືກມັດໄວ້
ຖ້າເຂົາເຈົ້າທຸກທໍລະມານຍ້ອນຖືກລ່າມໂສ້
9 ພະເຈົ້າກໍຈະບອກໃຫ້ເຂົາເຈົ້າຮູ້ວ່າເຂົາເຈົ້າໄດ້ເຮັດຫຍັງຜິດ.
ເພິ່ນຈະບອກໃຫ້ເຂົາເຈົ້າຮູ້ວ່າເຂົາເຈົ້າເຮັດຜິດຍ້ອນຄວາມຍິ່ງຂອງໂຕເອງ.
10 ເພິ່ນສັ່ງສອນເຂົາເຈົ້າເພື່ອໃຫ້ເຂົາເຈົ້າປັບປຸງໂຕເອງ
ແລະບອກໃຫ້ເຂົາເຈົ້າຮູ້ເພື່ອໃຫ້ເຂົາເຈົ້າເຊົາເຮັດຜິດ.+
11 ຖ້າເຂົາເຈົ້າເຊື່ອຟັງແລະຮັບໃຊ້ເພິ່ນ
ຊີວິດທີ່ເຫຼືອຂອງເຂົາເຈົ້າກໍຈະມີແຕ່ຄວາມຈະເລີນຮຸ່ງເຮືອງ
ແລະຈະມີແຕ່ຄວາມສຸກ.+
12 ແຕ່ຖ້າເຂົາເຈົ້າບໍ່ເຊື່ອຟັງ ເຂົາເຈົ້າກໍຈະຖືກຂ້າດ້ວຍດາບ+
ແລະຕາຍໂດຍທີ່ບໍ່ໄດ້ຮຽນຮູ້ຫຍັງເລີຍ.
13 ຄົນທີ່ບໍ່ນັບຖືພະເຈົ້າຈະມີແຕ່ຄວາມໃຈຮ້າຍ.
ເຖິງວ່າຕອນທີ່ເພິ່ນລົງໂທດເຂົາເຈົ້າ ເຂົາເຈົ້າກໍຍັງບໍ່ຮ້ອງຂໍຄວາມຊ່ວຍເຫຼືອ.
14 ເຂົາເຈົ້າມັກຢູ່ນຳພວກຜູ້ຊາຍຂາຍໂຕຢູ່ວິຫານ*+
ແລ້ວເຂົາເຈົ້າກໍຕາຍຕອນທີ່ຍັງບໍ່ທັນໄດ້ເຖົ້າເທື່ອ.+
15 ແຕ່ພະເຈົ້າຊ່ວຍຄົນທີ່ທຸກລຳບາກ.
ຕອນທີ່ເຂົາເຈົ້າຖືກກົດຂີ່ ເພິ່ນຊ່ວຍໃຫ້ເຂົາເຈົ້າໄດ້ຍິນຄຳເວົ້າຂອງເພິ່ນ.
16 ເພິ່ນດຶງເຈົ້າອອກຈາກຄວາມທຸກລຳບາກ+
ໃຫ້ໄປຢູ່ບ່ອນກວ້າງໆທີ່ມີອິດສະຫຼະ+
ແລະປອບໃຈເຈົ້າໂດຍໃຫ້ເຈົ້າໄດ້ກິນອາຫານດີໆ.+
17 ເມື່ອຄົນຊົ່ວຖືກຕັດສິນ+
ແລະເມື່ອມີການແກ້ໄຂແບບຍຸຕິທຳ ເຈົ້າກໍຈະພໍໃຈ.
18 ແຕ່ໃຫ້ລະວັງ ຢ່າໃຈຮ້າຍຫຼາຍຈົນຢາກແກ້ແຄ້ນຄືນ+
ແລະຢ່າປ່ອຍໃຫ້ສິນບົນເຮັດໃຫ້ເຈົ້າຫຼົງໄປເຮັດຜິດ.
19 ເມື່ອເຈົ້າຮ້ອງຂໍໃຫ້ຊ່ວຍ ຈະມີປະໂຫຍດຫຍັງບໍ?
ເຖິງວ່າເຈົ້າຈະພະຍາຍາມຫຼາຍສ່ຳໃດ ເຈົ້າກໍໜີບໍ່ພົ້ນຄວາມທຸກລຳບາກຄືເກົ່າ.+
20 ຢ່າຂໍໃຫ້ຮອດຕອນກາງຄືນໄວໆ
ເຊິ່ງເປັນເວລາທີ່ຄົນມັກຈະຕາຍ.
21 ຢ່າເລືອກທີ່ຈະໄປເຮັດຜິດ
ເພື່ອຈະບໍ່ລຳບາກອີກຕໍ່ໄປ.+
22 ພະເຈົ້າໄດ້ຮັບກຽດຍ້ອນເພິ່ນມີລິດເດດຫຼາຍ.
ໃຜຈະສອນໄດ້ຄືເພິ່ນ?
25 ມະນຸດເຄີຍເຫັນສິ່ງເຫຼົ່ານັ້ນແລ້ວ.
ເຂົາເຈົ້າໄດ້ເຫັນຢູ່ແຕ່ໄກໆ.
26 ພວກເຮົາບໍ່ມີທາງທີ່ຈະຮູ້ວ່າພະເຈົ້າມີລິດເດດຫຼາຍສ່ຳໃດ+
ຫຼືຮູ້ໄດ້ວ່າເພິ່ນມີອາຍຸຫຼາຍສ່ຳໃດ.+
27 ເພິ່ນດູດເມັດນ້ຳຂຶ້ນໄປ+
ແລ້ວມັນກໍປ່ຽນເປັນຝົນຢູ່ໃນໝອກຂອງເພິ່ນ.
28 ຈາກນັ້ນ ນ້ຳກໍຕົກລົງມາ+ຈາກຂີ້ເຝື້ອ
ແລ້ວຫົດໃສ່ຄົນ.
29 ບໍ່ມີໃຜເຂົ້າໃຈວ່າເປັນຫຍັງຂີ້ເຝື້ອຕ້ອງເປັນຊັ້ນໆ
ແລະເປັນຫຍັງຈຶ່ງມີສຽງຟ້າຮ້ອງຈາກບ່ອນທີ່ເພິ່ນຢູ່?+*
30 ເພິ່ນເຮັດໃຫ້ມີແສງຟ້າແມບ+ໄປທົ່ວຂີ້ເຝື້ອ
ແລະໃຫ້ມີນ້ຳຢູ່ໃນທະເລ ແມ່ນແຕ່ຢູ່ບ່ອນທີ່ເລິກທີ່ສຸດ.
31 ເພິ່ນເບິ່ງແຍງມະນຸດດ້ວຍວິທີນີ້.
ເພິ່ນໃຫ້ເຂົາເຈົ້າມີອາຫານກິນຢ່າງອຸດົມສົມບູນ.+
32 ເພິ່ນຈັບສາຍຟ້າ
ແລ້ວກໍດຶກໄປໃນບ່ອນທີ່ເພິ່ນຕ້ອງການ.+
33 ສຽງຟ້າຮ້ອງຂອງເພິ່ນບອກໃຫ້ຮູ້ວ່າເພິ່ນກຳລັງມາ.
ແມ່ນແຕ່ພວກສັດກໍຍັງຮູ້ວ່າມີຫຍັງກຳລັງມາ.”