ຂ່າວດີທີ່ຂຽນໂດຍມັດທາຍ
8 ເມື່ອພະເຢຊູລົງມາຈາກພູ ມີຄົນບັກຫຼາຍໆຕິດຕາມເພິ່ນໄປ. 2 ແລ້ວກໍມີຜູ້ໜຶ່ງທີ່ເປັນຂີ້ທູດມາຫາເພິ່ນ. ລາວໝູບລົງສະແດງຄວາມນັບຖືເພິ່ນແລະເວົ້າວ່າ: “ນາຍເອີ້ຍ ຖ້າທ່ານຢາກຊ່ວຍ ຂ້ອຍຮູ້ວ່າທ່ານຈະປົວຂ້ອຍໄດ້.”*+ 3 ພະເຢຊູຈຶ່ງເດ່ມືໄປຈັບລາວແລະເວົ້າວ່າ: “ຂ້ອຍຢາກຊ່ວຍ. ໃຫ້ເຈົ້າເຊົາເດີ້.”+ ແລ້ວລາວກໍເຊົາເປັນຂີ້ທູດທັນທີ.+ 4 ພະເຢຊູບອກລາວວ່າ: “ຢ່າເລົ່າເລື່ອງນີ້ໃຫ້ຜູ້ໃດຟັງ+ ແຕ່ໄປໃຫ້ປະໂລຫິດກວດເບິ່ງ+ແລະເອົາເຄື່ອງຂອງໄປໃຫ້ຕາມທີ່ກົດໝາຍຂອງໂມເຊກຳນົດໄວ້+ ເພື່ອເປັນຫຼັກຖານວ່າເຈົ້າເຊົາພະຍາດແລ້ວ.”
5 ເມື່ອພະເຢຊູເຂົ້າໄປໃນເມືອງກາເປນາອູມ ນາຍຮ້ອຍຜູ້ໜຶ່ງໄດ້ມາອ້ອນວອນເພິ່ນວ່າ:+ 6 “ທ່ານເອີ້ຍ ຄົນຮັບໃຊ້ຂອງຂ້ອຍເປັນອຳມະພາດນອນຢູ່ເຮືອນຂ້ອຍ. ລາວທໍລະມານຫຼາຍ.” 7 ພະເຢຊູບອກລາວວ່າ: “ຈັກໜ້ອຍຂ້ອຍຈະໄປປົວລາວຢູ່ຫັ້ນ.” 8 ນາຍຮ້ອຍຈຶ່ງບອກເພິ່ນວ່າ: “ທ່ານເອີ້ຍ ຂ້ອຍບໍ່ດີພໍທີ່ທ່ານຈະເຂົ້າໄປໃນເຮືອນຂ້ອຍດອກ. ຂໍພຽງແຕ່ທ່ານສັ່ງວ່າ ‘ໃຫ້ເຊົາ’ ຄົນຮັບໃຊ້ຂອງຂ້ອຍກໍຈະເຊົາໂລດ. 9 ຂ້ອຍເອງກໍມີເຈົ້ານາຍທີ່ສັ່ງຂ້ອຍແລະມີລູກນ້ອງທີ່ຂ້ອຍສັ່ງໄດ້ຄືກັນ ຖ້າຂ້ອຍສັ່ງຜູ້ໜຶ່ງວ່າ ‘ໄປໂລດ!’ ລາວກໍໄປ ຫຼືສັ່ງອີກຜູ້ໜຶ່ງວ່າ ‘ມາແມະ!’ ລາວກໍມາ. ຖ້າຂ້ອຍສັ່ງທາດໃຫ້ໄປເຮັດນັ້ນເຮັດນີ້ ລາວກໍເຮັດຕາມ.” 10 ເມື່ອໄດ້ຍິນແບບນັ້ນ ພະເຢຊູກໍແປກໃຈຫຼາຍ ແລະເວົ້າກັບຄົນທີ່ນຳເພິ່ນມາວ່າ: “ເວົ້າແທ້ໆເດີ້ ຂ້ອຍບໍ່ເຄີຍເຫັນຄົນອິດສະຣາເອນຄົນໃດມີຄວາມເຊື່ອຫຼາຍສ່ຳນີ້.+ 11 ຂ້ອຍຈະບອກພວກເຈົ້າວ່າ ຈະມີຫຼາຍຄົນມາຈາກທິດຕາເວັນອອກແລະທິດຕາເວັນຕົກ. ເຂົາເຈົ້າຈະນັ່ງຢູ່ໂຕະດຽວກັບອັບຣາຮາມ ອີຊາກ ແລະຢາໂຄບໃນການປົກຄອງທີ່ຢູ່ໃນສະຫວັນ.+ 12 ແຕ່ຄົນທີ່ຄວນຈະມີສ່ວນໃນການປົກຄອງນັ້ນຈະຕ້ອງຖືກໂຍນອອກໄປໃນບ່ອນມືດ. ຢູ່ຫັ້ນ ເຂົາເຈົ້າຈະຮ້ອງໄຫ້ດ້ວຍຄວາມທຸກໃຈ.”*+ 13 ແລ້ວພະເຢຊູກໍປິ່ນມາເວົ້າກັບນາຍຮ້ອຍວ່າ: “ເມືອເຮືອນໂລດ. ມັນຈະເກີດຂຶ້ນແທ້ຕາມທີ່ເຈົ້າເຊື່ອ.”+ ແລ້ວຄົນຮັບໃຊ້ຂອງລາວກໍເຊົາໃນຕອນນັ້ນເລີຍ.+
14 ຕອນທີ່ພະເຢຊູມາຮອດເຮືອນຂອງເປໂຕ ເພິ່ນເຫັນແມ່ເຖົ້າຂອງລາວ+ນອນເປັນໄຂ້ຢູ່.+ 15 ພະເຢຊູຈຶ່ງຈັບມືແມ່ເຖົ້າຂອງເປໂຕ+ ແລ້ວລາວກໍເຊົາໄຂ້ແລະລຸກຂຶ້ນມາແຕ່ງກິນໃຫ້ເພິ່ນ. 16 ໃນຕອນຄ່ຳ ຫຼາຍຄົນກໍພາຄົນທີ່ຖືກປີສາດສິງມາຫັ້ນ ພະເຢຊູຈຶ່ງສັ່ງພວກປີສາດໃຫ້ອອກຈາກເຂົາເຈົ້າແລະປົວທຸກຄົນທີ່ເຈັບປ່ວຍ. 17 ເລື່ອງນີ້ເປັນໄປຕາມທີ່ພະເຈົ້າບອກໄວ້ຜ່ານທາງຜູ້ພະຍາກອນເອຊາຢາທີ່ວ່າ: “ເພິ່ນເອົາຄວາມເຈັບປ່ວຍຂອງພວກເຮົາໄປແລະແບກໂລກໄພໄຂ້ເຈັບຂອງພວກເຮົາໄວ້.”+
18 ມີເທື່ອໜຶ່ງ ພະເຢຊູເຫັນຄົນບັກຫຼາຍໆມາຫາ ເພິ່ນຈຶ່ງບອກພວກລູກສິດໃຫ້ພາຍເຮືອຂ້າມໄປອີກຟາກໜຶ່ງ.+ 19 ຄູສອນສາສະໜາຜູ້ໜຶ່ງມາເວົ້າກັບເພິ່ນວ່າ: “ອາຈານເອີ້ຍ ຂ້ອຍຈະໄປນຳທ່ານທຸກບ່ອນ.”+ 20 ແຕ່ພະເຢຊູບອກລາວວ່າ: “ໝາໄນຍັງມີໂຜ້ງຢູ່ແລະນົກກໍມີຮັງ ແຕ່ລູກມະນຸດບໍ່ມີບ່ອນທີ່ຈະຊົ້ນຫົວນອນ.”+ 21 ຈາກນັ້ນ ລູກສິດຜູ້ໜຶ່ງມາເວົ້າກັບພະເຢຊູວ່າ: “ນາຍເອີ້ຍ ຂໍໃຫ້ຂ້ອຍໄປຝັງສົບພໍ່ກ່ອນ.”+ 22 ພະເຢຊູບອກລາວວ່າ: “ມານຳຂ້ອຍດີກວ່າ ໃຫ້ຄົນຕາຍຝັງຄົນຕາຍສະ.”*+
23 ມີເທື່ອໜຶ່ງ ພະເຢຊູຂຶ້ນເຮືອໄປກັບພວກລູກສິດ.+ 24 ຫຼັງຈາກນັ້ນກໍມີພາຍຸໃຫຍ່ໃນທະເລ ຄື້ນໄດ້ຊັດນ້ຳເຂົ້າມາຈົນຖ້ວມເຮືອ ແຕ່ພະເຢຊູກໍຍັງນອນຫຼັບຢູ່.+ 25 ພວກລູກສິດຈຶ່ງມາປຸກເພິ່ນແລ້ວເວົ້າວ່າ: “ນາຍເອີ້ຍ ຊ່ວຍພວກເຮົາແດ່ ພວກເຮົາກຳລັງຊິຕາຍແລ້ວ!” 26 ແຕ່ເພິ່ນເວົ້າກັບເຂົາເຈົ້າວ່າ: “ເປັນຫຍັງຈຶ່ງຢ້ານ ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້?”+ ຈາກນັ້ນ ເພິ່ນກໍລຸກຂຶ້ນແລ້ວສັ່ງລົມກັບຄື້ນໃນທະເລໃຫ້ສະຫງົບ ແລະທຸກຢ່າງກໍສະຫງົບເປັນປົກກະຕິ.+ 27 ເຂົາເຈົ້າຈຶ່ງແປກໃຈຫຼາຍແລະພາກັນເວົ້າວ່າ: “ເພິ່ນແມ່ນໃຜ? ຂະໜາດລົມກັບທະເລກໍຍັງເຊື່ອຟັງເພິ່ນ.”
28 ແລ້ວພະເຢຊູກໍໄປອີກຟາກໜຶ່ງໃນເຂດຂອງຄົນຄາດາຣາ. ຢູ່ຫັ້ນມີຜູ້ຊາຍ 2 ຄົນທີ່ຖືກປີສາດສິງ. ເຂົາເຈົ້າອອກມາຈາກປ່າຊ້າແລ້ວກໍເຈິເພິ່ນ.+ ສອງຄົນນີ້ໂຫດຮ້າຍຫຼາຍຈົນບໍ່ມີໃຜກ້າທຽວທາງນັ້ນ. 29 ເຂົາເຈົ້າຮ້ອງໂວຍວາຍວ່າ: “ລູກຂອງພະເຈົ້າ ມາວຸ່ນວາຍກັບພວກຂ້ອຍເຮັດຫຍັງ?+ ເຈົ້າຈະມາທໍລະມານພວກຂ້ອຍ+ກ່ອນເວລາທີ່ພະເຈົ້າກຳນົດໄວ້ບໍ?”+ 30 ບໍ່ໄກຈາກຫັ້ນປານໃດ ມີໝູຝູງໃຫຍ່ກຳລັງຫາກິນຢູ່.+ 31 ພວກປີສາດຈຶ່ງຂໍຮ້ອງພະເຢຊູວ່າ: “ຄັນຊິໄລ່ພວກຂ້ອຍອອກ ຂໍໃຫ້ພວກຂ້ອຍເຂົ້າໄປສິງໃນໝູຝູງນັ້ນສະ.”+ 32 ເພິ່ນບອກພວກປີສາດວ່າ: “ໄປໂລດ!” ພວກມັນຈຶ່ງເຂົ້າໄປສິງໃນຝູງໝູ ແລ້ວໝູຝູງນັ້ນກໍໂດດຈາກໜ້າຜາລົງໄປໃນທະເລແລະຈົມນ້ຳຕາຍໝົດ. 33 ສ່ວນຄົນລ້ຽງໝູກໍແລ່ນໜີເຂົ້າໄປໃນເມືອງ ແລະເລົ່າທຸກຢ່າງທີ່ເກີດຂຶ້ນກັບ 2 ຄົນທີ່ຖືກປີສາດສິງໃຫ້ຄົນທີ່ຢູ່ໃນເມືອງຟັງ. 34 ທຸກຄົນໃນເມືອງນັ້ນຈຶ່ງອອກມາຫາພະເຢຊູ ແລະເມື່ອເຫັນເພິ່ນແລ້ວ ເຂົາເຈົ້າກໍຂໍໃຫ້ເພິ່ນອອກໄປຈາກເຂດຂອງເຂົາເຈົ້າ.+