ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ເອັດສະເທີ​ໄປ​ຫາ​ກະສັດ (1-​8)

      • ຮາມານ​ໃຈ​ຮ້າຍ​ແລະ​ເວົ້າ​ອວດ (9-​14)

ເອັດສະເທີ 5:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 4:16

ເອັດສະເທີ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 4:11; 8:4

ເອັດສະເທີ 5:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:1, 10

ເອັດສະເທີ 5:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 7:2

ເອັດສະເທີ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:2-5

ເອັດສະເທີ 5:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:14; 6:13

ເອັດສະເທີ 5:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:7-10
  • +ອສທ 3:1

ເອັດສະເທີ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:5
  • +ອສທ 5:8

ເອັດສະເທີ 5:14

ໄຂເງື່ອນ

  • *

    22,3 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 6:4; 7:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 5:1ອສທ 4:16
ອສທ. 5:2ອສທ 4:11; 8:4
ອສທ. 5:4ອສທ 3:1, 10
ອສທ. 5:6ອສທ 7:2
ອສທ. 5:9ອສທ 3:2-5
ອສທ. 5:10ອສທ 5:14; 6:13
ອສທ. 5:11ອສທ 9:7-10
ອສທ. 5:11ອສທ 3:1
ອສທ. 5:12ອສທ 5:5
ອສທ. 5:12ອສທ 5:8
ອສທ. 5:14ອສທ 6:4; 7:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 5:1-14

ເອັດສະເທີ

5 ໃນ​ມື້​ທີ 3+ ເອັດສະເທີ​ນຸ່ງ​ຊຸດ​ລາຊີນີ​ຂອງ​ລາວ​ແລະ​ໄປ​ເດີ່ນ​ທາງ​ໃນ​ຂອງ​ວັງ​ກະສັດ. ເດີ່ນ​ນັ້ນ​ຢູ່​ຕໍ່​ໜ້າ​ຫ້ອງ​ໂຖງ​ໃຫຍ່​ຂອງ​ກະສັດ. ຕອນນັ້ນ ກະສັດ​ກຳລັງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ລາວ​ທີ່​ຢູ່​ຊື່​ກັບ​ທາງເຂົ້າ. 2 ເມື່ອ​ກະສັດ​ເຫັນ​ລາຊີນີ​ເອັດສະເທີ​ຢູ່​ເດີ່ນ​ກໍ​ດີ​ໃຈ​ຫຼາຍ. ລາວ​ຈຶ່ງ​ເດ່​ຄ້ອນ​ຄຳ+​ຂອງ​ລາວ​ໄປ​ຫາ​ເອັດສະເທີ ແລ້ວ​ເອັດສະເທີ​ກໍ​ຍ່າງ​ເຂົ້າ​ໄປ​ແລະ​ເອົາ​ມື​ແຕະ​ປາຍ​ຄ້ອນ​ຄຳ​ນັ້ນ.

3 ກະສັດ​ຖາມ​ລາວ​ວ່າ: “ລາຊີນີ​ເອັດສະເທີ ນ້ອງ​ມີ​ຫຍັງ​ບໍ? ນ້ອງ​ຢາກ​ໄດ້​ຫຍັງ? ເຖິງ​ວ່າ​ນ້ອງ​ຢາກ​ໄດ້ເຄິ່ງ​ໜຶ່ງ​ຂອງ​ປະເທດ​ນີ້ ອ້າຍ​ກໍ​ຈະ​ເອົາ​ໃຫ້​ນ້ອງ.” 4 ເອັດສະເທີ​ຕອບ​ວ່າ: “ຖ້າ​ກະສັດ​ເຫັນ​ດີ ມື້​ນີ້​ນ້ອງ​ຢາກ​ເຊີນ​ກະສັດ​ກັບ​ທ່ານ​ຮາມານ+​ມາ​ງານ​ລ້ຽງ​ທີ່​ນ້ອງ​ໄດ້​ກຽມ​ໄວ້​ໃຫ້​ກະສັດ.” 5 ກະສັດ​ຈຶ່ງ​ບອກ​ຄົນ​ຂອງ​ລາວ​ວ່າ: “ໃຫ້​ຟ້າວ​ໄປ​ເອີ້ນ​ຮາມານ​ມາ​ຕາມ​ທີ່​ເອັດສະເທີ​ຂໍ.” ແລ້ວ​ກະສັດ​ກັບ​ຮາມານ​ກໍ​ໄປ​ງານ​ລ້ຽງ​ທີ່​ເອັດສະເທີ​ໄດ້​ກຽມ​ໄວ້.

6 ຫຼັງ​ຈາກ​ທີ່​ເຂົາ​ເຈົ້າ​ກິນ​ເຂົ້າ​ແລ້ວ​ໆ​ແລະ​ກຳລັງ​ກິນ​ເຫຼົ້າແວງ​ນຳ​ກັນ ກະສັດ​ກໍ​ຖາມ​ເອັດສະເທີ​ວ່າ: “ນ້ອງ​ຢາກ​ຂໍ​ຫຍັງ? ບອກ​ອ້າຍ​ມາ​ໂລດ ອ້າຍ​ຊິ​ເອົາ​ໃຫ້. ນ້ອງ​ຢາກ​ໄດ້​ຫຍັງ? ເຖິງ​ວ່າ​ນ້ອງ​ຢາກ​ໄດ້ເຄິ່ງ​ໜຶ່ງ​ຂອງ​ປະເທດ​ນີ້ ອ້າຍ​ກໍ​ຈະ​ເອົາ​ໃຫ້​ນ້ອງ.”+ 7 ເອັດສະເທີ​ຕອບ​ວ່າ: “ສິ່ງ​ທີ່​ນ້ອງ​ຢາກ​ໄດ້​ແມ່ນ 8 ຖ້າ​ກະສັດ​ພໍ​ໃຈ​ນ້ອງ​ແລະ​ຢາກ​ໃຫ້​ຕາມ​ທີ່​ນ້ອງ​ຂໍ ມື້​ອື່ນ​ນ້ອງ​ຈະ​ຈັດ​ງານ​ລ້ຽງ​ອີກ​ເທື່ອ​ໜຶ່ງ ນ້ອງ​ຢາກ​ຂໍ​ໃຫ້​ກະສັດ​ກັບ​ທ່ານ​ຮາມານ​ມາ​ອີກ ແລ້ວມື້​ອື່ນນ້ອງ​ຈະ​ບອກ​ກະສັດ​ວ່າ​ນ້ອງ​ຢາກ​ໄດ້​ຫຍັງ.”

9 ມື້​ນັ້ນ​ຮາມານ​ມ່ວນ​ຫຼາຍ​ແລະ​ອອກ​ມາ​ຈາກ​ວັງ​ດ້ວຍ​ຄວາມ​ດີໃຈ. ແຕ່​ເມື່ອ​ຮາມານ​ມາ​ຮອດ​ປະຕູ​ວັງ​ຂອງ​ກະສັດ​ແລະ​ເຫັນ​ວ່າ​ມໍເດກາຍ​ບໍ່​ໄດ້​ລຸກ​ຂຶ້ນ​ແລະ​ບໍ່​ໄດ້​ຢ້ານ​ລາວ ລາວ​ກໍ​ໃຈ​ຮ້າຍ​ໃຫ້​ມໍເດກາຍ​ຫຼາຍ.+ 10 ແຕ່​ຮາມານ​ຄວບຄຸມ​ອາລົມ​ໄວ້​ແລະ​ກັບ​ມາ​ເຮືອນ. ຈາກ​ນັ້ນ ລາວ​ກໍ​ໃຫ້​ຄົນ​ໄປ​ເອີ້ນ​ເຊເຣັດ+​ເມຍ​ຂອງ​ລາວ​ກັບ​ພວກ​ໝູ່​ໃຫ້​ມາ​ຫາ. 11 ຮາມານ​ເວົ້າ​ອວດ​ເຂົາເຈົ້າ​ວ່າ ລາວ​ລວຍ​ສ່ຳ​ໃດ ມີ​ລູກ​ຊາຍ​ຫຼາຍ​ສ່ຳ​ໃດ+ ແລະ​ເວົ້າ​ອວດ​ວ່າ​ກະສັດ​ໄດ້​ເລື່ອນ​ຕຳແໜ່ງ​ລາວ​ໃຫ້​ສູງ​ກວ່າ​ພວກ​ເຈົ້ານາຍ​ແລະ​ພວກ​ຂ້າລາຊະການ​ທຸກຄົນ​ຂອງ​ກະສັດ.+

12 ຮາມານ​ຍັງ​ເວົ້າ​ອີກ​ວ່າ: “ບໍ່​ແມ່ນ​ແຕ່​ເທົ່າ​ນີ້​ໄດ໋. ງານ​ລ້ຽງ​ມື້​ນີ້​ທີ່​ລາຊີນີ​ເອັດສະເທີ​ຈັດ ລາວ​ບໍ່​ໄດ້​ເຊີນ​ຜູ້​ອື່ນ​ນອກ​ຈາກ​ຂ້ອຍ​ກັບ​ກະສັດ+ ແລະ​ງານລ້ຽງ​ມື້​ອື່ນ​ກໍ​ຈະ​ມີ​ແຕ່​ຂ້ອຍ​ຜູ້​ດຽວ​ເທົ່ານັ້ນ​ທີ່​ຈະ​ໄດ້​ໄປ​ຮ່ວມ​ກັບ​ກະສັດ​ແລະ​ລາຊີນີ.+ 13 ແຕ່​ຂ້ອຍ​ກໍ​ຍັງ​ບໍ່​ມີ​ຄວາມສຸກ​ຍ້ອນ​ມໍເດກາຍ​ຄົນ​ຢິວ​ຜູ້​ນັ້ນ​ຍັງ​ນັ່ງ​ຢູ່​ປະຕູ​ວັງ​ຂອງ​ກະສັດ.” 14 ເຊເຣັດ​ເມຍ​ຂອງ​ລາວ​ແລະ​ພວກ​ໝູ່​ກໍ​ບອກ​ລາວ​ວ່າ: “ເຈົ້າ​ໜ້າ​ຈະ​ໃຫ້​ຄົນ​ໄປ​ຕັ້ງ​ເສົາ​ຕົ້ນ​ໜຶ່ງ​ສູງ 50 ສອກ* ແລະ​ຕອນ​ເຊົ້າ​ກໍ​ໄປ​ບອກ​ກະສັດ​ໃຫ້​ແຂວນ​ມໍເດກາຍ​ໄວ້​ຢູ່​ຫັ້ນ.+ ຈາກ​ນັ້ນ ເຈົ້າ​ກໍ​ຈະ​ໄດ້​ໄປ​ງານລ້ຽງ​ກັບ​ກະສັດ​ຢ່າງ​ມີ​ຄວາມສຸກ.” ຮາມານ​ມັກ​ຂໍ້​ສະເໜີ​ນີ້ ລາວ​ຈຶ່ງ​ໃຫ້​ຄົນ​ໄປ​ຕັ້ງ​ເສົາ​ຕົ້ນ​ໜຶ່ງ​ໄວ້.

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌