ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ອີຊາກ​ກັບ​ເຣເບກາ​ຢູ່​ໃນ​ເກລາ (1-11)

        • ພະເຈົ້າ​ຢືນຢັນ​ຄຳ​ສັນຍາ​ຂອງ​ເພິ່ນ​ກັບ​ອີຊາກ (3-5)

      • ຜິດ​ຖຽງ​ກັນ​ເລື່ອງ​ນ້ຳ​ສ້າງ (12-25)

      • ອີຊາກ​ເຮັດ​ສັນຍາ​ກັບ​ອາບີເມເລັກ (26-33)

      • ເມຍ​ຄົນ​ເຮດ 2 ຄົນ​ຂອງ​ເອຊາວ (34, 35)

ປະຖົມມະການ 26:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:10

ປະຖົມມະການ 26:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 20:1; ຮຣ 11:8, 9
  • +ປຖກ 12:7; 15:18
  • +ປຖກ 22:16-18; ພສ 105:9-11; ຮຣ 6:13, 14

ປະຖົມມະການ 26:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:1, 5; ຮຣ 11:12
  • +ພບຍ 34:4
  • +ປຖກ 12:1-3; ກຈກ 3:25; ຄລຕ 3:8

ປະຖົມມະການ 26:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:10, 23; 22:3, 12; ຮຣ 11:8; ຢກບ 2:21

ປະຖົມມະການ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 26:17

ປະຖົມມະການ 26:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:11-13
  • +ປຖກ 24:16

ປະຖົມມະການ 26:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:67

ປະຖົມມະການ 26:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 20:11

ປະຖົມມະການ 26:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:18
  • +ປຖກ 20:9

ປະຖົມມະການ 26:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 24:34, 35

ປະຖົມມະການ 26:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:16

ປະຖົມມະການ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:27, 30

ປະຖົມມະການ 26:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:19; 20:1

ປະຖົມມະການ 26:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:25
  • +ປຖກ 21:31

ປະຖົມມະການ 26:20

ໄຂເງື່ອນ

  • *

    ແປ​ວ່າ “ການ​ຖຽງ​ກັນ”

ປະຖົມມະການ 26:21

ໄຂເງື່ອນ

  • *

    ແປ​ວ່າ “ການ​ກ່າວ​ຫາ”

ປະຖົມມະການ 26:22

ໄຂເງື່ອນ

  • *

    ແປ​ວ່າ “ບ່ອນ​ກວ້າງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:5, 6; 28:1, 3

ປະຖົມມະການ 26:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:31

ປະຖົມມະການ 26:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1; 28:13
  • +ປຖກ 15:1
  • +ປຖກ 17:19; ພສ 105:9-11

ປະຖົມມະການ 26:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 12:8, 9
  • +ຮຣ 11:9

ປະຖົມມະການ 26:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:32

ປະຖົມມະການ 26:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:22
  • +ປຖກ 21:27

ປະຖົມມະການ 26:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 21:22-24

ປະຖົມມະການ 26:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 26:18

ປະຖົມມະການ 26:33

ໄຂເງື່ອນ

  • *

    ຄວາມໝາຍ​ໜຶ່ງ​ຂອງ​ຄຳ​ວ່າ “ຊີບາ” ແມ່ນ “ຄຳ​ສາບານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 20:1

ປະຖົມມະການ 26:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 36:2, 3

ປະຖົມມະການ 26:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 27:46; 28:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 26:1ປຖກ 12:10
ປຖກ. 26:3ປຖກ 20:1; ຮຣ 11:8, 9
ປຖກ. 26:3ປຖກ 12:7; 15:18
ປຖກ. 26:3ປຖກ 22:16-18; ພສ 105:9-11; ຮຣ 6:13, 14
ປຖກ. 26:4ປຖກ 15:1, 5; ຮຣ 11:12
ປຖກ. 26:4ພບຍ 34:4
ປຖກ. 26:4ປຖກ 12:1-3; ກຈກ 3:25; ຄລຕ 3:8
ປຖກ. 26:5ປຖກ 17:10, 23; 22:3, 12; ຮຣ 11:8; ຢກບ 2:21
ປຖກ. 26:6ປຖກ 26:17
ປຖກ. 26:7ປຖກ 12:11-13
ປຖກ. 26:7ປຖກ 24:16
ປຖກ. 26:8ປຖກ 24:67
ປຖກ. 26:9ປຖກ 20:11
ປຖກ. 26:10ປຖກ 12:18
ປຖກ. 26:10ປຖກ 20:9
ປຖກ. 26:12ປຖກ 24:34, 35
ປຖກ. 26:14ປຖກ 12:16
ປຖກ. 26:15ປຖກ 21:27, 30
ປຖກ. 26:17ປຖກ 10:19; 20:1
ປຖກ. 26:18ປຖກ 21:25
ປຖກ. 26:18ປຖກ 21:31
ປຖກ. 26:22ປຖກ 17:5, 6; 28:1, 3
ປຖກ. 26:23ປຖກ 21:31
ປຖກ. 26:24ປຖກ 17:1; 28:13
ປຖກ. 26:24ປຖກ 15:1
ປຖກ. 26:24ປຖກ 17:19; ພສ 105:9-11
ປຖກ. 26:25ປຖກ 12:8, 9
ປຖກ. 26:25ຮຣ 11:9
ປຖກ. 26:26ປຖກ 21:32
ປຖກ. 26:28ປຖກ 21:22
ປຖກ. 26:28ປຖກ 21:27
ປຖກ. 26:31ປຖກ 21:22-24
ປຖກ. 26:32ປຖກ 26:18
ປຖກ. 26:33ຜຕສ 20:1
ປຖກ. 26:34ປຖກ 36:2, 3
ປຖກ. 26:35ປຖກ 27:46; 28:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 26:1-35

ປະຖົມມະການ

26 ມີ​ໄພ​ອຶດ​ຫິວ​ເກີດຂຶ້ນ​ອີ​ກ​ໃນ​ແຜ່ນດິນຄື​ກັບ​ທີ່​ເຄີຍ​ເກີດຂຶ້ນໃນ​ສະໄໝ​ຂອງ​ອັບຣາຮາມ+ ອີຊາກ​ເລີຍ​ໄປ​ຫາ​ອາບີເມເລັກ​ກະສັດ​ຟີລິດສະຕີນ​ຢູ່​ເກລາ. 2 ແລ້ວ​ພະ​ເຢໂຫວາ​ກໍ​ມາ​ຫາ​ອີຊາກ​ແລະ​ເວົ້າ​ວ່າ: “ຢ່າ​ໄປ​ແຜ່ນດິນ​ເອຢິບ​ເດັດ​ຂາດ ແຕ່​ໃຫ້​ໄປ​ຢູ່​ໃນ​ແຜ່ນ​ດິນ​ທີ່​ເຮົາ​ຈະ​ບອກ​ເຈົ້າ. 3 ໃຫ້​ໄປ​ຢູ່​ຫັ້ນ​ຄື​ກັບ​ຄົນ​ຕ່າງ​ຊາດ.+ ເຮົາ​ຈະ​ຊ່ວຍ​ເຈົ້າ​ແລະ​ຈະ​ອວຍ​ພອນ​ເຈົ້າ​ຕໍ່​ໆ​ໄປ. ເຮົາ​ຈະ​ໃຫ້​ແຜ່ນດິນ​ທັງ​ໝົດ​ນີ້+ກັບ​ເຈົ້າ​ແລະ​ລູກ​ຫຼານ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ຕາມ​ສັນຍາ​ທີ່​ໄດ້​ເຮັດ​ກັບ​ອັບຣາຮາມ​ພໍ່​ຂອງ​ເຈົ້າ​ທີ່​ວ່າ+ 4 ‘ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ຄື​ກັບ​ດາວ​ຢູ່​ເທິງ​ຟ້າ.+ ເຮົາ​ຈະ​ເອົາ​ແຜ່ນດິນ​ທັງ​ໝົດ​ນີ້​ໃຫ້​ລູກ​ຫຼານ​ຂອງ​ເຈົ້າ+ ແລະ​ທຸກ​ຊົນຊາດ​ຈະ​ໄດ້​ຮັບ​ພອນ​ຍ້ອນ​ລູກ​ຫຼານ​ຂອງ​ເຈົ້າ’+ 5 ເພາະ​ວ່າ​ອັບຣາຮາມ​ພໍ່​ຂອງ​ເຈົ້າ​ໄດ້​ຟັງ​ຄວາມ​ເຮົາ​ແລະ​ເຮັດ​ຕາມ​ຂໍ້​ຮຽກ​ຮ້ອງ ຄຳ​ສັ່ງ ແລະ​ກົດໝາຍ​ຂອງ​ເຮົາ​ສະເໝີ.”+ 6 ອີຊາກ​ຈຶ່ງ​ຢູ່​ເກລາ​ຕໍ່​ໄປ.+

7 ອີຊາກ​ມັກ​ຈະ​ບອກ​ຄົນ​ອື່ນ​ວ່າ​ເຣເບກາ​ເປັນ​ນ້ອງ​ສາວ​ຂອງ​ລາວ+ ເພາະ​ລາວ​ຢ້ານ​ວ່າ​ຖ້າ​ຄົນ​ອື່ນ​ຮູ້​ວ່າ​ເຣເບກາ​ເປັນ​ເມຍ​ຂອງ​ລາວ ເຂົາ​ເຈົ້າ​ຈະ​ຂ້າ​ລາວ​ແລ້ວ​ເອົາ​ເມຍ​ໄປ ຍ້ອນ​ວ່າ​ເຣເບກາ​ເປັນ​ຄົນ​ງາມ.+ 8 ຫຼັງ​ຈາກ​ຜ່ານ​ໄປ​ໄລຍະ​ໜຶ່ງ ອາບີເມເລັກ​ກະສັດ​ຟີລິດສະຕີນ​ແນມ​ອອກ​ໄປ​ປ່ອງ​ຢ້ຽມ ແລ້ວ​ກໍ​ເຫັນ​ອີຊາກ​ກຳລັງ​ກອດ​ເຣເບກາ.+ 9 ອາບີເມເລັກ​ເລີຍ​ເອີ້ນ​ອີຊາກ​ມາ​ແລ້ວ​ເວົ້າ​ວ່າ: “ແທ້​ໆ​ແລ້ວ​ເຣເບກາ​ເປັນ​ເມຍ​ຂອງ​ເຈົ້າ ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບອກ​ວ່າ​ລາວ​ເປັນ​ນ້ອງ​ສາວ?” ອີຊາກ​ຕອບ​ວ່າ: “ຂ້ອຍ​ຢ້ານ​ວ່າ​ຂ້ອຍ​ຈະ​ຖືກ​ຂ້າ​ຍ້ອນ​ລາວ.”+ 10 ອາບີເມເລັກ​ເວົ້າ​ຕື່ມ​ອີ​ກວ່າ: “ເປັນ​ຫຍັງ​ເຈົ້າ​ຄື​ເຮັດ​ແບບ​ນີ້?+ ຖ້າ​ພວກ​ເຮົາ​ຄົນ​ໃດ​ຄົນ​ໜຶ່ງ​ໄປ​ນອນ​ນຳ​ເມຍ​ເຈົ້າ ພວກ​ເຮົາ​ຈະ​ມີ​ຄວາມ​ຜິດໄດ໋!”+ 11 ອາບີເມເລັກ​ຈຶ່ງ​ສັ່ງ​ທຸກ​ຄົນ​ວ່າ: “ຖ້າ​ຜູ້​ໃດ​ເຮັດ​ຫຍັງ​ໃຫ້​ຜູ້​ຊາຍ​ຄົນ​ນີ້​ກັບ​ເມຍ ຜູ້​ນັ້ນ​ຕ້ອງ​ຕາຍ!”

12 ອີຊາກ​ໄດ້​ປູກ​ພືດ​ຜັກ​ໃນ​ແຜ່ນດິນ​ນັ້ນ ແລະ​ໃນ​ປີ​ນັ້ນ​ລາວ​ໄດ້​ຮັບ​ຜົນ​ຜະລິດ 100 ເທົ່າ ຍ້ອນ​ວ່າ​ພະ​ເຢໂຫວາ​ໄດ້​ອວຍ​ພອນ​ລາວ.+ 13 ອີຊາກ​ມີ​ເຄື່ອງ​ຂອງ​ແລະ​ຊັບ​ສົມບັດ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​ຈົນ​ກາຍ​ເປັນ​ຄົນ​ຮັ່ງ​ຫຼາຍ. 14 ລາວ​ມີ​ແກະ​ກັບ​ງົວ​ຫຼາຍ​ຝູງ ແລະ​ມີ​ຄົນ​ຮັບໃຊ້​ຫຼາຍ​ຄົນ+ ພວກ​ຟີລິດສະຕີນ​ກໍ​ເລີຍ​ເລີ່ມ​ອິດສາ​ລາວ.

15 ພວກ​ຟີລິດສະຕີນ​ໄດ້​ເອົາ​ດິນ​ມາ​ຖົມ​ນ້ຳ​ສ້າງ​ທຸກ​ບ່ອນ​ທີ່​ຄົນ​ຮັບໃຊ້​ຂອງ​ອັບຣາຮາມ​ເຄີຍ​ຂຸດ​ໄວ້​ໃນ​ສະໄໝ​ກ່ອນ.+ 16 ອາບີເມເລັກ​ຈຶ່ງ​ບອກ​ອີຊາກ​ວ່າ: “ໃຫ້​ເຈົ້າ​ຍ້າຍ​ໄປ​ຢູ່​ບ່ອນ​ອື່ນ​ສະ ເພາະ​ເຈົ້າ​ມີ​ຄົນ​ຫຼາຍ​ໂພດ.” 17 ອີຊາກ​ກໍ​ເລີຍ​ຍ້າຍ​ໄປ​ຕັ້ງ​ເຕັ້ນ​ຢູ່​ຮ່ອມ​ພູ​ເກລາ+ແລະ​ອາໄສ​ຢູ່​ຫັ້ນ. 18 ອີຊາກ​ໄປ​ຂຸດ​ນ້ຳ​ສ້າງ​ທຸກ​ບ່ອນ​ທີ່​ພວກ​ຟີລິດສະຕີນ​ເອົາ​ດິນ​ມາ​ຖົມ​ນັ້ນ+ ແລະ​ລາວ​ໄດ້​ເອີ້ນ​ຊື່​ນ້ຳ​ສ້າງ​ທຸກ​ບ່ອນ​ຄື​ກັບ​ທີ່​ພໍ່​ຂອງ​ລາວ​ຕັ້ງ​ຊື່​ໄວ້.+

19 ເມື່ອ​ຄົນ​ຮັບ​ໃຊ້​ຂອງ​ອີຊາກ​ຂຸດ​ນ້ຳ​ສ້າງ​ຢູ່​ຮ່ອມ​ພູ​ນັ້ນ ເຂົາ​ເຈົ້າ​ກໍ​ເຈິ​ບ່ອນ​ທີ່​ມີ​ນ້ຳ​ສະອາດ. 20 ຄົນ​ລ້ຽງ​ແກະ​ທີ່​ຢູ່​ເກລາ​ໄດ້​ຖຽງ​ກັບ​ຄົນ​ລ້ຽງ​ແກະ​ຂອງ​ອີຊາກ​ວ່າ: “ນີ້​ແມ່ນ​ນ້ຳ​ຂອງ​ພວກ​ເຮົາ!” ອີຊາກ​ຈຶ່ງ​ຕັ້ງ​ຊື່​ໃຫ້​ນ້ຳ​ສ້າງ​ນັ້ນ​ວ່າ​ເອເຊກ* ຍ້ອນ​ເຂົາ​ເຈົ້າ​ຖຽງ​ກັນ. 21 ແລ້ວ​ຄົນ​ຮັບໃຊ້​ຂອງ​ອີຊາກ​ກໍ​ໄປ​ຂຸດ​ນ້ຳ​ສ້າງ​ຢູ່​ບ່ອນ​ອື່ນ ແຕ່​ເຂົາ​ເຈົ້າ​ກໍ​ຖຽງ​ກັນ​ອີ​ກ. ອີຊາກ​ຈຶ່ງ​ຕັ້ງ​ຊື່​ນ້ຳ​ສ້າງ​ນັ້ນ​ວ່າ​ສິດ​ນາ.* 22 ຈາກ​ນັ້ນ ອີຊາກ​ກໍ​ຍ້າຍ​ໄປ​ຂຸດ​ນ້ຳ​ສ້າງ​ຢູ່​ບ່ອນ​ອື່ນ​ອີ​ກ ແຕ່​ເທື່ອ​ນີ້​ບໍ່​ໄດ້​ຜິດ​ຖຽງ​ກັບ​ໃຜ. ລາວ​ກໍ​ເລີຍ​ຕັ້ງ​ຊື່​ນ້ຳ​ສ້າງ​ນັ້ນ​ວ່າ​ເຣໂຮໂບດ.* ລາວ​ເວົ້າ​ວ່າ: “ຕອນ​ນີ້ ພະ​ເຢໂຫວາ​ຊ່ວຍ​ໃຫ້​ເຮົາ​ມີ​ດິນ​ພຽງ​ພໍ​ແລະມີ​ລູກ​ຫຼານ​ຫຼາຍໃນ​ແຜ່ນດິນ​ນີ້.”+

23 ຈາກ​ນັ້ນ ລາວ​ກໍ​ໄປ​ເບເອເຊບາ.+ 24 ຄືນ​ນັ້ນ ພະ​ເຢໂຫວາ​ມາ​ຫາ​ອີຊາກ​ແລະ​ເວົ້າ​ວ່າ: “ເຮົາ​ແມ່ນ​ພະເຈົ້າ​ຂອງ​ອັບຣາຮາມ​ພໍ່​ຂອງ​ເຈົ້າ.+ ບໍ່​ຕ້ອງ​ຢ້ານ.+ ເຮົາ​ຢູ່​ກັບ​ເຈົ້າ​ແລະ​ເຮົາ​ຈະ​ອວຍ​ພອນ​ໃຫ້​ເຈົ້າ​ມີ​ລູກ​ມີ​ຫຼານ​ຫຼາຍ​ໆ​ ຍ້ອນ​ເຫັນ​ແກ່​ອັບຣາຮາມ​ຜູ້​ຮັບໃຊ້​ຂອງ​ເຮົາ.”+ 25 ອີຊາກ​ຈຶ່ງ​ສ້າງ​ແທ່ນ​ບູຊາ​ຢູ່​ຫັ້ນ​ແລະອະທິດຖານອອກ​ຊື່​ພະ​ເຢໂຫວາ.+ ລາວ​ໄດ້​ຕັ້ງ​ເຕັ້ນ+ແລະ​ຄົນ​ຮັບ​ໃຊ້​ຂອງ​ລາວ​ກໍ​ຂຸດ​ນ້ຳ​ສ້າງ​ຢູ່​ຫັ້ນ.

26 ຕໍ່ມາ ອາບີເມເລັກ​ມາ​ແຕ່​ເກລາ​ພ້ອມ​ກັບ​ຜູ້​ປຶກສາ​ສ່ວນ​ໂຕ​ຊື່​ອາ​ຮູດ​ຊາດ ແລະ​ຫົວ​ໜ້າ​ທະຫານ​ຊື່​ຟີໂກນ.+ 27 ອີຊາກ​ຖາມ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ຊັງ​ຂ້ອຍ​ແລະ​ໄລ່​ຂ້ອຍ​ໜີ​ບໍ່​ແມ່ນ​ຫວາ? ມາ​ຫາ​ຂ້ອຍ​ເຮັດ​ຫຍັງ?” 28 ເຂົາ​ເຈົ້າ​ຕອບ​ວ່າ: “ພວກ​ເຮົາ​ເຫັນ​ແລ້ວ​ວ່າ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ທຸກ​ຢ່າງ.+ ເຮົາ​ຈຶ່ງ​ເຫັນ​ດີ​ວ່າ​ໃຫ້​ເຮົາ​ມາ​ສາບານ​ກັນ​ແລະ​ເຮັດ​ສັນຍາ​ລະຫວ່າງ​ພວກ​ເຮົາ​ກັບ​ເຈົ້າ.+ 29 ໃຫ້​ເຈົ້າ​ສັນຍາ​ວ່າ​ຈະ​ບໍ່​ເຮັດ​ແນວ​ບໍ່​ດີ​ໃຫ້​ເຮົາ ຄື​ກັບ​ທີ່​ພວກ​ເຮົາ​ບໍ່​ເຄີຍ​ເຮັດ​ໃຫ້​ເຈົ້າ. ເຈົ້າ​ກໍ​ເຫັນ​ແລ້ວ​ວ່າ​ເຮົາ​ເຮັດ​ແຕ່​ສິ່ງ​ດີ​ໆ​ໃຫ້​ເຈົ້າ. ມື້​ທີ່​ເຈົ້າ​ອອກ​ມາ ພວກ​ເຮົາ​ກໍບໍ່​ໄດ້​ຕໍ່​ສູ້​ກັນ ແລະ​ຕອນ​ນີ້​ພະ​ເຢໂຫວາ​ກໍ​ອວຍ​ພອນ​ໃຫ້​ເຈົ້າ.” 30 ອີຊາກ​ໄດ້​ກຽມ​ອາຫານ​ຢ່າງ​ດີ​ແລ້ວ​ເຂົາ​ເຈົ້າ​ກໍ​ກິນ​ເຂົ້າ​ນຳ​ກັນ. 31 ມື້​ຕໍ່ມາ ເຂົາ​ເຈົ້າ​ລຸກ​ແຕ່​ເຊົ້າ​ໆ​ ແລະ​ເຮັດ​ສັນຍາ​ຕໍ່​ກັນ.+ ຫຼັງ​ຈາກ​ນັ້ນ ອີຊາກ​ກໍ​ສົ່ງ​ເຂົາ​ເຈົ້າ​ເມືອ​ແລະບໍ່​ໄດ້​ຜິດ​ຖຽງ​ກັນ.

32 ໃນ​ມື້​ນັ້ນ ຄົນ​ຮັບ​ໃຊ້​ຂອງ​ອີຊາກ​ທີ່​ໄປ​ຂຸດ​ນ້ຳ​ສ້າງ+​ມາ​ບອກ​ລາວ​ວ່າ: “ພວກ​ເຮົາ​ເຈິ​ນ້ຳ​ແລ້ວ!” 33 ລາວ​ເລີຍ​ຕັ້ງ​ຊື່​ໃຫ້​ນ້ຳ​ສ້າງ​ນັ້ນວ່າ​ຊີ​ບາ* ແລະ​ເມືອງ​ນັ້ນ​ຈຶ່ງ​ໄດ້​ຊື່​ວ່າ​ເບເອເຊບາ+ຈົນ​ຮອດ​ທຸກ​ມື້​ນີ້.

34 ຕອນ​ເອຊາວ​ອາຍຸ 40 ປີ ລາວ​ເອົາ​ຄົນ​ເຮດ 2 ຄົນ​ມາ​ເປັນ​ເມຍ. ຜູ້​ໜຶ່ງ​ຊື່​ຢູດິດ​ ເປັນ​ລູກ​ສາວ​ຂອງ​ເບເອຣີ​ ແລະ​ອີ​ກ​ຜູ້​ໜຶ່ງ​ຊື່​ບາເຊມາດ ເປັນ​ລູກ​ສາວ​ຂອງ​ເອໂລນ.+ 35 ເລື່ອງ​ນີ້​ເຮັດ​ໃຫ້​ອີຊາກ​ກັບ​ເຣເບກາ​ທຸກ​ໃຈ​ຫຼາຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌