ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 19
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ດາວິດ​ເສຍໃຈ​ຫຼາຍ​ທີ່​ອັບຊາໂລມ​ຕາຍ (1-​4)

      • ໂຢອາບ​ຕຳໜິ​ດາວິດ (5-​8ກ)

      • ດາວິດ​ກັບ​ມາ​ເມືອງ​ເຢຣູຊາເລັມ (8ຂ-​15)

      • ຊິເມອີ​ຂໍ​ໂທດ (16-​23)

      • ເມຟີໂບເຊັດ​ບໍ່​ມີ​ຄວາມ​ຜິດ (24-​30)

      • ບາຊິລາຍ​ໄດ້​ຮັບ​ກຽດ (31-​40)

      • ຕະກູນ​ຕ່າງ​​ໆ​ຖຽງ​ກັນ (41-​43)

2 ຊາມູເອນ 19:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:5, 14

2 ຊາມູເອນ 19:2

ໄຂເງື່ອນ

  • *

    ຫຼື “ຄວາມ​ລອດ”

2 ຊາມູເອນ 19:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:24

2 ຊາມູເອນ 19:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:33

2 ຊາມູເອນ 19:5

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:2-5; 5:14-16
  • +2ຊມ 13:1
  • +2ຊມ 5:13; 15:16

2 ຊາມູເອນ 19:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:17

2 ຊາມູເອນ 19:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 17:50; 18:7; 19:5; 2ຊມ 5:25; 8:5
  • +2ຊມ 15:14

2 ຊາມູເອນ 19:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:10, 12
  • +2ຊມ 18:14

2 ຊາມູເອນ 19:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:17; 15:25; 1ກສ 1:8
  • +1ຊມ 22:20; 30:7; 2ຊມ 15:24; 1ຂຄ 15:11, 12
  • +2ຊມ 2:4

2 ຊາມູເອນ 19:12

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເປັນ​ກະດູກ​ແລະ​ເນື້ອ​ໜັງ​ຂອງ​ຂ້ອຍ”

2 ຊາມູເອນ 19:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:25; 1ຂຄ 2:16, 17
  • +2ຊມ 8:16; 18:5, 14

2 ຊາມູເອນ 19:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 5:9; 1ຊມ 11:14

2 ຊາມູເອນ 19:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:5; 1ກສ 2:8, 9

2 ຊາມູເອນ 19:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:2, 10; 16:1

2 ຊາມູເອນ 19:18

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເຂົາເຈົ້າ”

2 ຊາມູເອນ 19:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:5

2 ຊາມູເອນ 19:20

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕະກູນ​ຂອງ​ໂຢເຊັບ”

2 ຊາມູເອນ 19:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 23:18
  • +2ຊມ 2:18
  • +ອພຍ 22:28; 2ຊມ 16:7; 1ກສ 21:13

2 ຊາມູເອນ 19:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:39; 16:10

2 ຊາມູເອນ 19:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:8, 9

2 ຊາມູເອນ 19:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:3, 6; 16:3, 4

2 ຊາມູເອນ 19:25

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ມາ​ຈາກ​ເມືອງ​ເຢຣູຊາເລັມ​ເພື່ອ​ມາ​ເຈິ​ກະສັດ”

2 ຊາມູເອນ 19:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:9
  • +2ຊມ 4:4

2 ຊາມູເອນ 19:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:16; 2ຊມ 16:3

2 ຊາມູເອນ 19:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 9:7-10

2 ຊາມູເອນ 19:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2018, ໜ້າ 6

2 ຊາມູເອນ 19:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:27-29; 1ກສ 2:7

2 ຊາມູເອນ 19:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 3:27

2 ຊາມູເອນ 19:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:25

2 ຊາມູເອນ 19:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 90:10
  • +ປຍຈ 2:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2017, ໜ້າ 21

2 ຊາມູເອນ 19:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 50:13
  • +1ກສ 2:7

2 ຊາມູເອນ 19:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 31:55; 1ຊມ 20:41; ກຈກ 20:37

2 ຊາມູເອນ 19:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 11:14
  • +2ຊມ 2:4

2 ຊາມູເອນ 19:41

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 8:1; 12:1; 2ຊມ 19:15

2 ຊາມູເອນ 19:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 78:68, 70

2 ຊາມູເອນ 19:43

ໄຂເງື່ອນ

  • *

    ຫຼື “ຮຸນແຮງ​ກວ່າ”

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 19:12ຊມ 18:5, 14
2ຊມ. 19:32ຊມ 17:24
2ຊມ. 19:42ຊມ 18:33
2ຊມ. 19:52ຊມ 3:2-5; 5:14-16
2ຊມ. 19:52ຊມ 13:1
2ຊມ. 19:52ຊມ 5:13; 15:16
2ຊມ. 19:82ຊມ 18:17
2ຊມ. 19:91ຊມ 17:50; 18:7; 19:5; 2ຊມ 5:25; 8:5
2ຊມ. 19:92ຊມ 15:14
2ຊມ. 19:102ຊມ 15:10, 12
2ຊມ. 19:102ຊມ 18:14
2ຊມ. 19:112ຊມ 8:17; 15:25; 1ກສ 1:8
2ຊມ. 19:111ຊມ 22:20; 30:7; 2ຊມ 15:24; 1ຂຄ 15:11, 12
2ຊມ. 19:112ຊມ 2:4
2ຊມ. 19:132ຊມ 17:25; 1ຂຄ 2:16, 17
2ຊມ. 19:132ຊມ 8:16; 18:5, 14
2ຊມ. 19:15ຢຊ 5:9; 1ຊມ 11:14
2ຊມ. 19:162ຊມ 16:5; 1ກສ 2:8, 9
2ຊມ. 19:172ຊມ 9:2, 10; 16:1
2ຊມ. 19:192ຊມ 16:5
2ຊມ. 19:212ຊມ 23:18
2ຊມ. 19:212ຊມ 2:18
2ຊມ. 19:21ອພຍ 22:28; 2ຊມ 16:7; 1ກສ 21:13
2ຊມ. 19:222ຊມ 3:39; 16:10
2ຊມ. 19:231ກສ 2:8, 9
2ຊມ. 19:242ຊມ 9:3, 6; 16:3, 4
2ຊມ. 19:262ຊມ 9:9
2ຊມ. 19:262ຊມ 4:4
2ຊມ. 19:27ລລວ 19:16; 2ຊມ 16:3
2ຊມ. 19:282ຊມ 9:7-10
2ຊມ. 19:292ຊມ 16:4
2ຊມ. 19:312ຊມ 17:27-29; 1ກສ 2:7
2ຊມ. 19:32ສພສ 3:27
2ຊມ. 19:33ສພສ 11:25
2ຊມ. 19:35ພສ 90:10
2ຊມ. 19:35ປຍຈ 2:8
2ຊມ. 19:37ປຖກ 50:13
2ຊມ. 19:371ກສ 2:7
2ຊມ. 19:39ປຖກ 31:55; 1ຊມ 20:41; ກຈກ 20:37
2ຊມ. 19:401ຊມ 11:14
2ຊມ. 19:402ຊມ 2:4
2ຊມ. 19:41ຜຕສ 8:1; 12:1; 2ຊມ 19:15
2ຊມ. 19:42ພສ 78:68, 70
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 19:1-43

ຊາມູເອນ​ສະບັບ​ທີ​ສອງ

19 ມີ​ຄົນ​ມາ​ບອກ​ໂຢອາບ​ວ່າ: “ດາວິດ​ຮ້ອງ​ໄຫ້​ແລະ​ເສຍໃຈ​ຫຼາຍ​ທີ່​ອັບຊາໂລມ​ຕາຍ.”+ 2 ໄຊ​ຊະນະ*​ໃນ​ມື້​ນັ້ນ​ຈຶ່ງ​ກາຍ​ເປັນ​ເລື່ອງ​ໂສກເສົ້າ​ສຳລັບ​ທະຫານ​ທຸກ​ຄົນ ຍ້ອນ​ເຂົາ​ເຈົ້າ​ໄດ້​ຍິນ​ວ່າ​ກະສັດ​ໂສກເສົ້າ​ຫຼາຍ​ທີ່​ລູກ​ຊາຍ​ຕາຍ. 3 ມື້​ນັ້ນ​ພວກ​ທະຫານ​ກັບ​ເຂົ້າ​ໄປ​ໃນ​ເມືອງ​ແບບ​ມິດ​ໆ​+ ຄື​ກັບ​ທະຫານ​ທີ່​ຮູ້ສຶກ​ອາຍ​ຍ້ອນ​ໜີ​ມາ​ຈາກ​ການ​ຕໍ່ສູ້. 4 ກະສັດ​ເອົາ​ຜ້າ​ປົກ​ໜ້າ ທັງ​ໄຫ້​ທັງ​ເວົ້າ​ວ່າ: “ອັບຊາໂລມ​ລູກ​ເອີ້ຍ! ອັບຊາໂລມ​ລູກ​ຂອງ​ພໍ່!”+

5 ໂຢອາບ​ຈຶ່ງ​ເຂົ້າ​ໄປ​ຫາ​ກະສັດ​ໃນ​ວັງ​ແລະ​ເວົ້າ​ວ່າ: “ມື້​ນີ້​ພວກ​ທະຫານ​ໄດ້​ຊ່ວຍ​ຊີວິດ​ຂອງ​ທ່ານ ພວກ​ລູກ​ຊາຍ​+ລູກສາວ+ ພ້ອມ​ທັງ​ພວກ​ເມຍ​ແລະ​ພວກ​ເມຍ​ນ້ອຍ*​ຂອງ​ທ່ານ+ ແຕ່​ທ່ານ​ພັດ​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ສຶກ​ເສຍ​ໜ້າ. 6 ທ່ານ​ຮັກ​ຄົນ​ທີ່​ຊັງ​ທ່ານ ແຕ່​ພັດ​ຊັງ​ຄົນ​ທີ່​ຮັກ​ທ່ານ. ມື້​ນີ້​ທ່ານ​ເຮັດ​ໃຫ້​ເຫັນ​ແຈ້ງ​ແລ້ວ​ວ່າ​ພວກ​ຫົວ​ໜ້າ​ກອງ​ທະຫານ​ແລະ​ພວກ​ທະຫານ​ບໍ່​ມີ​ຄ່າ​ຫຍັງ​ເລີຍ​ສຳລັບ​ທ່ານ. ຂ້ອຍ​ໝັ້ນໃຈ​ວ່າ​ມື້​ນີ້​ຖ້າ​ອັບຊາໂລມ​ບໍ່​ຕາຍ ແຕ່​ເປັນ​ພວກ​ເຮົາ​ທີ່​ຕາຍ ທ່ານ​ຄື​ຊິ​ບໍ່​ເສຍໃຈ​ດອກ. 7 ໃຫ້​ທ່ານ​ລຸກ​ຂຶ້ນ​ດຽວ​ນີ້​ແລະ​ອອກ​ໄປ​ໃຫ້​ກຳລັງໃຈ​ພວກ​ທະຫານ. ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ວ່າ ຖ້າ​ທ່ານ​ບໍ່​ອອກ​ໄປ ນັບ​ຕັ້ງ​ແຕ່​ຄືນ​ມື້​ນີ້​ຈະ​ບໍ່​ມີ​ທະຫານ​ຈັກ​ຄົນ​ເຫຼືອ​ຢູ່​ນຳ​ທ່ານ ແລະ​ມັນ​ຈະ​ຮ້າຍແຮງ​ກວ່າ​ຄວາມ​ລຳບາກ​ທຸກ​ຢ່າງ​ທີ່​ທ່ານ​ເຄີຍ​ເຈິ​ຕັ້ງ​ແຕ່​ຍັງ​ໜຸ່ມ​ຈົນ​ຮອດ​ຕອນ​ນີ້.” 8 ກະສັດ​ຈຶ່ງ​ໄປ​ປະຕູ​ເມືອງ​ແລະ​ນັ່ງ​ຢູ່​ຫັ້ນ. ມີ​ຄົນ​ໄປ​ບອກ​ພວກ​ທະຫານ​ວ່າ: “ຕອນ​ນີ້​ກະສັດ​ກຳລັງ​ນັ່ງ​ຢູ່​ປະຕູ​ເມືອງ.” ຈາກ​ນັ້ນ ພວກ​ທະຫານ​ກໍ​ໄປ​ຫາ​ກະສັດ.

ສ່ວນ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ຢູ່​ຝ່າຍ​ອັບ​ຊາໂລມໄດ້​ໜີ​ກັບ​ເມືອ​ເຮືອນ​ຂອງ​ໂຕເອງ.+ 9 ພວກ​ອິດສະຣາເອນ​ທຸກ​ຕະກູນ​ພາກັນ​ເວົ້າ​ວ່າ: “ກະສັດ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ພວກ​ສັດຕູ+ ແລະ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຈາກ​ພວກ​ຟີລິດສະຕີນ. ແຕ່​ຕອນ​ນີ້​ລາວ​ໜີ​ໄປ​ຍ້ອນ​ອັບຊາໂລມ+ 10 ແລະ​ອັບຊາໂລມ​ຜູ້​ທີ່​ພວກ​ເຮົາແຕ່ງຕັ້ງໃຫ້​ເປັນ​ກະສັດ​ຂອງ​ພວກ​ເຮົາ​+ໄດ້​ຕາຍ​ໃນ​ການ​ສູ້ຮົບ​ແລ້ວ.+ ຕອນ​ນີ້ ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງ​ບໍ່​ໄປ​ເຊີນ​ກະສັດ​ໃຫ້​ກັບ​ມາ?”

11 ກະສັດ​ດາວິດ​ສົ່ງ​ຂ່າວ​ໄປ​ຫາ​ຊາໂດກ+ແລະ​ອາບີອາທາ​+ທີ່​ເປັນ​ປະໂລຫິດ​ວ່າ: “ໃຫ້​ບອກ​ພວກ​ຜູ້​ນຳ​ຂອງ​ຢູດາ​+ວ່າ ‘ພວກ​ເຈົ້າ​ຈະ​ເປັນ​ຄົນ​ກຸ່ມ​ສຸດທ້າຍ​ທີ່​ເຊີນ​ຂ້ອຍ​ໃຫ້​ກັບ​ໄປ​ເປັນ​ກະສັດ​ໃນ​ວັງ​ບໍ? ເພາະ​ພວກ​ອິດສະຣາເອນ​ໄດ້​ເຊີນ​ຂ້ອຍ​ໃຫ້​ໄປ​ເປັນ​ກະສັດ​ແລ້ວ. 12 ພວກ​ເຈົ້າ​ເປັນ​ພີ່​ນ້ອງ​ສາຍ​ເລືອດ​ດຽວ​ກັນ​ກັບ​ຂ້ອຍ* ພວກ​ເຈົ້າ​ຈະ​ເປັນ​ຄົນ​ກຸ່ມ​ສຸດທ້າຍ​ທີ່​ເຊີນ​ຂ້ອຍ​ໃຫ້​ກັບ​ໄປ​ເປັນ​ກະສັດ​ບໍ?’ 13 ໃຫ້​ພວກ​ເຈົ້າ​ບອກ​ອາມາສາ​+ວ່າ ‘ເຈົ້າ​ເປັນ​ພີ່​ນ້ອງ​ສາຍ​ເລືອດ​ດຽວ​ກັນ​ກັບ​ຂ້ອຍແມ່ນ​ບໍ? ຂໍ​ໃຫ້​ພະເຈົ້າ​ລົງໂທດ​ຂ້ອຍ​ໜັກ​ໆ​ ຖ້າ​ນັບ​ຕັ້ງ​ແຕ່​ມື້​ນີ້​ຂ້ອຍ​ບໍ່​ໃຫ້​ເຈົ້າ​ເປັນ​ຫົວ​ໜ້າ​ກອງ​ທັບ​ແທນ​ໂຢອາບ.’”+

14 ພວກ​ຢູດາ​ທຸກ​ຄົນ​ກໍ​ປ່ຽນ​ມາ​ຢູ່​ຝ່າຍ​ກະສັດ​ດາວິດ​ແລະ​ໃຫ້​ຄົນ​ໄປ​ບອກ​ດາວິດ​ວ່າ: “ຂໍ​ໃຫ້​ທ່ານ​ແລະ​ຄົນ​ຂອງ​ທ່ານ​ທັງ​ໝົດ​ກັບ​ມາ.”

15 ກະສັດ​ຈຶ່ງ​ເດີນ​ທາງ​ກັບ​ມາ. ເມື່ອ​ມາ​ຮອດ​ແມ່​ນ້ຳ​ຈໍແດນ ພວກ​ຢູດາ​ກໍ​ມາ​ຫາ​ກະສັດ​ດາວິດ​ຢູ່​ເມືອງ​ກິນການ​+ເພື່ອ​ຈະ​ພາ​ກະສັດ​ຂ້າມ​ແມ່​ນ້ຳ​ຈໍແດນ. 16 ຊິເມອີ+ລູກ​ຊາຍ​ຂອງ​ເກຣາ​ຄົນ​ເບັນຢາມິນ​ທີ່​ມາ​ຈາກ​ບາຮູຣີມ​ກໍ​ຟ້າວ​ມາ​ຫາ​ກະສັດ​ດາວິດ​ພ້ອມ​ກັບ​ພວກ​ຢູດາ 17 ແລະ​ມີ​ພວກ​ເບັນຢາມິນ 1.000 ຄົນ​ມາ​ນຳ​ລາວ. ຊີບາ​+ຄົນ​ຮັບ​ໃຊ້​ໃນ​ຄອບຄົວ​ຂອງ​ຊາອູນ​ກໍ​ມາ​ກັບ​ລູກ​ຊາຍ 15 ຄົນ​ແລະ​ຄົນ​ຮັບ​ໃຊ້ 20 ຄົນ. ເຂົາ​ເຈົ້າ​ມາ​ຮອດ​ແມ່​ນ້ຳ​ຈໍແດນ​ກ່ອນ​ກະສັດ​ດາວິດ. 18 ຊີບາ*​ຂ້າມ​ແມ່​ນ້ຳໄປ​ກ່ອນ​ຢູ່​ບ່ອນ​ທາງ​ຂ້າມເພື່ອ​ຈະ​ພາ​ຄອບຄົວ​ຂອງ​ກະສັດ​ຂ້າມ​ໄປ​ແລະ​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ກະສັດ​ບອກ. ຕອນ​ທີ່​ກະສັດ​ກຳລັງ​ຈະ​ຂ້າມ​ແມ່​ນ້ຳ​ຈໍແດນ ຊິເມອີ​ລູກ​ຊາຍ​ຂອງ​ເກຣາ​ໄດ້​ມາ​ໝູບ​ລົງ​ຕໍ່​ໜ້າ​ກະສັດ. 19 ລາວ​ເວົ້າ​ກັບ​ກະສັດ​ວ່າ: “ຂໍ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍຍົກ​ໂທດໃຫ້​ຂ້ອຍ. ຂໍ​ໃຫ້​ທ່ານ​ລືມ​ຄວາມ​ຜິດ​ທີ່​ຂ້ອຍ​ເຄີຍ​ເຮັດ+​ຕໍ່​ທ່ານ​ຕອນ​ທີ່​ທ່ານ​ອອກ​ຈາກ​ເມືອງ​ເຢຣູຊາເລັມ. ຂໍ​ທ່ານ​ຢ່າ​ຊາ​ເລື່ອງ​ທີ່​ຂ້ອຍ​ໄດ້​ເຮັດ 20 ເພາະ​ຂ້ອຍ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ​ຮູ້​ດີ​ວ່າ​ຂ້ອຍ​ໄດ້​ເຮັດ​ຜິດ​ແລ້ວ. ມື້​ນີ້​ຂ້ອຍ​ຈຶ່ງ​ເປັນ​ຄົນ​ທຳອິດ​ໃນພວກ​ພີ່ນ້ອງຂອງ​ໂຢເຊັບ*​ທີ່​ມາ​ຫາ​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ.”

21 ອາບີຊາຍ​+ລູກ​ຊາຍ​ຂອງ​ເຊຣູຢາ+ຈຶ່ງ​ເວົ້າ​ຂຶ້ນ​ມາ​ທັນທີ​ວ່າ: “ຊິເມອີ​ຄວນ​ຖືກ​ຂ້າ ຍ້ອນ​ລາວ​ໄດ້​ດ່າ​ຜູ້​ທີ່​ພະ​ເຢໂຫວາ​ເລືອກ.”+ 22 ແຕ່​ດາວິດ​ເວົ້າ​ວ່າ: “ລູກ​ເຊຣູຢາ+ເອີ້ຍ ເລື່ອງ​ນີ້​ບໍ່​ກ່ຽວ​ກັບ​ເຈົ້າ. ມື້​ນີ້​ເຈົ້າ​ຈະ​ຂັດ​ໃຈ​ຂ້ອຍ​ບໍ? ມື້​ນີ້​ບໍ່​ຄວນ​ມີ​ຜູ້​ໃດ​ໃນ​ອິດສະຣາເອນ​ຖືກ​ຂ້າ ຍ້ອນ​ຂ້ອຍ​ໄດ້​ກັບ​ມາ​ເປັນ​ກະສັດ​ຂອງ​ອິດສະຣາເອນ​ແລ້ວ.” 23 ກະສັດ​ຈຶ່ງ​ບອກ​ຊິເມອີ​ວ່າ: “ເຈົ້າ​ຈະ​ບໍ່​ຕາຍ​ດອກ.” ກະສັດ​ໄດ້​ສາບານ​ກັບ​ລາວ​ໃນ​ເລື່ອງ​ນີ້.+

24 ເມຟີໂບເຊັດ​+ຫຼານ​ຊາຍ​ຂອງ​ຊາອູນ​ກໍ​ມາ​ຫາ​ກະສັດ​ຄື​ກັນ. ຕັ້ງ​ແຕ່ມື້​ທີ່​ກະສັດ​ໜີ​ໄປຈົນ​ຮອດ​ມື້​ທີ່​ກະສັດ​ກັບ​ມາ​ຢ່າງ​ປອດໄພ ເມຟີໂບເຊັດ​ບໍ່​ລ້າງ​ຕີນ ບໍ່​ຕັດເລັບ ບໍ່​ຕັດ​ໜວດ ແລະ​ບໍ່​ຊັກ​ເຄື່ອງນຸ່ງ. 25 ເມື່ອ​ລາວ​ມາຫາ​ກະສັດ​ຢູ່​ເມືອງ​ເຢຣູຊາເລັມ* ກະສັດ​ຖາມ​ລາວ​ວ່າ: “ເມຟີໂບເຊັດ ເປັນ​ຫຍັງ​ເຈົ້າ​ບໍ່​ໄປ​ນຳ​ຂ້ອຍ?” 26 ເມຟີໂບເຊັດ​ຕອບ​ວ່າ: “ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ ຂ້ອຍ​ຖືກ​ຄົນ​ຮັບ​ໃຊ້+ຕົວະ. ຂ້ອຍ​ບອກ​ລາວ​ແລ້ວ​ວ່າ ‘ເອົາອານໃສ່​ຫຼັງ​ລາ​ໃຫ້​ຂ້ອຍ​ແດ່ ຂ້ອຍ​ຈະ​ໄປ​ນຳ​ກະສັດ’ ເພາະ​ຂ້ອຍເປັນ​ລ່ອຍ.+ 27 ແຕ່ລາວ​ກໍ​ໄປ​ເວົ້າ​ໃສ່​ຮ້າຍ​ຂ້ອຍ​ໃຫ້​ກະສັດ​ຟັງ.+ ແຕ່​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ເປັນ​ຄື​ກັບ​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້. ດັ່ງນັ້ນ ທ່ານ​ຄິດ​ວ່າ​ສົມຄວນ​ເຮັດ​ແນວ​ໃດ​ກໍ​ເຮັດ​ໂລດ. 28 ທີ່​ຈິງ ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ຈະ​ຂ້າ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ພໍ່​ຂ້ອຍ​ກໍ​ໄດ້ ແຕ່​ທ່ານ​ຍັງ​ໃຫ້​ຂ້ອຍ​ກິນ​ເຂົ້າ​ໂຕະ​ດຽວ​ກັບ​ທ່ານ.+ ຂ້ອຍ​ຈະ​ມີ​ສິດ​ຮຽກ​ຮ້ອງ​ເອົາ​ຫຍັງ​ຈາກ​ກະສັດ​ອີກ?”

29 ແຕ່​ກະສັດ​ບອກ​ລາວ​ວ່າ: “ບໍ່​ຕ້ອງ​ເວົ້າຫຍັງອີກ​ໃນ​ເລື່ອງ​ນີ້. ຂ້ອຍ​ຕັດສິນ​ໃຈ​ແລ້ວ​ວ່າ​ເຈົ້າ​ກັບ​ຊີບາ​ຄວນ​ແບ່ງ​ດິນ​ກັນ.”+ 30 ເມຟີໂບເຊັດ​ບອກ​ກະສັດ​ວ່າ: “ໃຫ້​ລາວ​ເອົາ​ທັງ​ໝົດ​ໂລດ ເພາະ​ຕອນ​ນີ້​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ກັບ​ມາ​ຢ່າງ​ປອດໄພ​ແລ້ວ.”

31 ບາຊິລາຍ​+ຄົນ​ກິລຽດ​ຈາກ​ເມືອງ​ໂຣເກລີມ​ກໍ​ມາ​ຫາ​ກະສັດ ເພື່ອ​ຈະ​ມາ​ສົ່ງ​ກະສັດ​ຢູ່​ແມ່​ນ້ຳ​ຈໍແດນ. 32 ບາຊິລາຍ​ເຖົ້າ​ຫຼາຍ​ແລ້ວ. ລາວ​ອາຍຸ 80 ປີ. ລາວ​ເຄີຍ​ສົ່ງຂອງກິນໄປ​ໃຫ້​ກະສັດຕອນ​ທີ່​ກະສັດ​ຢູ່​ເມືອງ​ມາຮານາຢິມ.+ ບາຊິລາຍ​ເປັນ​ຄົນ​ຮັ່ງ​ຫຼາຍ. 33 ກະສັດ​ບອກ​ບາຊິລາຍ​ວ່າ: “ຂ້າມ​ໄປ​ນຳ​ຂ້ອຍ. ຂ້ອຍ​ຈະ​ເບິ່ງ​ແຍງ​ເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ.”+ 34 ແຕ່​ບາຊິລາຍ​ບອກ​ກະສັດ​ວ່າ: “ຂ້ອຍຈະ​ຢູ່​ໄດ້​ອີກ​ດົນ​ປານ​ໃດ ຂ້ອຍ​ບໍ່​ຄວນ​ໄປ​ເມືອງ​ເຢຣູຊາເລັມ​ກັບ​ກະສັດ. 35 ຕອນ​ນີ້​ຂ້ອຍ​ອາຍຸ 80 ປີ​ແລ້ວ.+ ຂ້ອຍ​ຍັງ​ຊິ​ເບິ່ງ​ອອກ​ບໍ​ວ່າ​ອັນ​ໃດ​ດີ​ອັນ​ໃດ​ຊົ່ວ? ຂ້ອຍ​ຍັງ​ຊິ​ຮູ້​ລົດ​ຊາດ​ສິ່ງ​ທີ່​ຂ້ອຍ​ກິນ​ແລະ​ດື່ມ​ບໍ? ຂ້ອຍ​ຍັງ​ຊິ​ໄດ້​ຍິນ​ສຽງ​ຮ້ອງ​ເພງ​ຂອງ​ຜູ້​ຊາຍ​ຜູ້​ຍິງ​ຢູ່​ບໍ?+ ຂ້ອຍ​ຈະ​ເປັນ​ພາລະ​ໃຫ້​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ລ້າ​ໆ​. 36 ຂ້ອຍ​ໄດ້​ມາ​ສົ່ງ​ກະສັດ​ຂ້າມ​ແມ່​ນ້ຳ​ຈໍແດນ ຂ້ອຍ​ກໍ​ດີ​ໃຈ​ແລ້ວ. ທ່ານ​ບໍ່​ຕ້ອງ​ຕອບ​ແທນ​ຂ້ອຍ​ແບບ​ນີ້​ດອກ. 37 ຂໍ​ໃຫ້​ຂ້ອຍ​ກັບ​ເມືອ​ແລະ​ຕາຍ​ຢູ່​ບ້ານ​ເກີດ​ໃກ້​ກັບ​ບ່ອນ​ຝັງ​ສົບ​ຂອງ​ພໍ່​ແມ່​ຂ້ອຍ+ ແຕ່​ຂໍ​ໃຫ້​ກິມຮາມ​+ຂ້າມ​ໄປ​ນຳ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ. ທ່ານ​ຢາກ​ໃຊ້​ລາວ​ເຮັດ​ຫຍັງ​ກໍ​ແລ້ວ​ແຕ່​ທ່ານ.”

38 ກະສັດ​ຈຶ່ງ​ເວົ້າ​ວ່າ: “ກິມຮາມ​ຈະ​ຂ້າມ​ໄປ​ນຳ​ຂ້ອຍ. ຂ້ອຍ​ຈະ​ໃຊ້​ລາວ​ໃຫ້​ເຮັດ​ໃນ​ສິ່ງ​ທີ່​ເຈົ້າ​ເຫັນ​ວ່າ​ເໝາະສົມ. ບໍ່​ວ່າ​ເຈົ້າ​ຈະ​ຂໍ​ຫຍັງ ຂ້ອຍ​ກໍ​ຈະ​ເຮັດ​ຕາມ​ນັ້ນ.” 39 ແລ້ວ​ທຸກ​ຄົນ​ກໍ​ຂ້າມ​ແມ່​ນ້ຳ​ຈໍແດນ. ຕອນ​ທີ່​ກະສັດ​ຈະ​ຂ້າມ ກະສັດ​ໄດ້​ຈູບ​ບາຊິລາຍ​+ແລະ​ອວຍພອນ​ໃຫ້​ລາວ. ແລ້ວ​ບາຊິລາຍ​ກໍ​ກັບ​ເມືອ​ເຮືອນ. 40 ເມື່ອ​ກະສັດ​ຂ້າມ​ແມ່​ນ້ຳ​ໄປ​ເມືອງ​ກິນການ+ ກິມຮາມ​ກໍ​ຂ້າມ​ໄປ​ນຳ​ລາວ. ພວກ​ຢູດາ​ທັງ​ໝົດ​ແລະ​ພວກ​ອິດສະຣາເອນ​ເຄິ່ງ​ໜຶ່ງ​ກໍ​ຂ້າມ​ໄປ​ນຳ​ກະສັດ.+

41 ພວກ​ອິດສະຣາເອນ​ທີ່​ຍັງເຫຼືອມາ​ເວົ້າ​ກັບ​ກະສັດ​ວ່າ: “ເປັນ​ຫຍັງ​ພວກ​ຢູດາ​ພີ່ນ້ອງ​ຂອງ​ພວກ​ເຮົາ​ຈຶ່ງ​ມາ​ລັກ​ເອົາ​ທ່ານ​ໄປ ແລະ​ພາ​ທ່ານ​ກັບ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ທ່ານ ລວມ​ທັງ​ພວກ​ທະຫານ​ທັງ​ໝົດ​ຂອງ​ທ່ານ​ຂ້າມ​ແມ່​ນ້ຳ​ຈໍແດນ?”+ 42 ພວກ​ຢູດາ​ຕອບ​ພວກ​ອິດສະຣາເອນ​ວ່າ: “ຍ້ອນ​ວ່າ​ກະສັດ​ເປັນ​ພີ່ນ້ອງກັບພວກ​ເຮົາ.+ ພວກ​ເຈົ້າ​ຊິ​ໃຈ​ຮ້າຍ​ເຮັດ​ຫຍັງ? ກະສັດ​ຕ້ອງ​ຈ່າຍ​ເງິນ​ຄ່າ​ຢູ່​ຄ່າ​ກິນ​ໃຫ້​ພວກ​ເຮົາ ຫຼື​ເອົາ​ຂອງຂວັນ​ໃຫ້​ພວກ​ເຮົາບໍ?”

43 ແຕ່​ພວກ​ອິດສະຣາເອນ​ຕອບ​ພວກ​ຢູດາ​ວ່າ: “ພວກ​ເຮົາ​ມີ 10 ຕະກູນ. ດັ່ງນັ້ນ ດາວິດ​ຕ້ອງ​ເປັນ​ກະສັດ​ຂອງ​ພວກ​ເຮົາ​ຫຼາຍ​ກວ່າ​ເປັນ​ກະສັດ​ຂອງ​ພວກ​ເຈົ້າ. ເປັນ​ຫຍັງ​ພວກ​ເຈົ້າ​ບໍ່​ໃຫ້​ກຽດ​ພວກ​ເຮົາ? ພວກ​ເຮົາ​ມີ​ສິດທີ່​ຈະ​ເຊີນ​ດາວິດ​ໃຫ້​ກັບ​ໄປ​ເປັນ​ກະສັດ​ຫຼາຍ​ກວ່າ​ພວກເຈົ້າ.” ແຕ່​ພວກ​ຢູດາ​ຖຽງ​ຊະນະ*​ພວກ​ອິດສະຣາເອນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌