ສຸພາສິດ
6 ລູກເອີ້ຍ ຖ້າລູກໄປຄ້ຳປະກັນໃຫ້ເພື່ອນບ້ານ+
ຖ້າລູກໄປເຮັດຂໍ້ຕົກລົງກັບຄົນແປກໜ້າ+
2 ຖ້າສັນຍານັ້ນກາຍເປັນຄືກັບແຮ້ວຈັບລູກ
ແລະຖ້າລູກຕິດກັບດັກຍ້ອນຄຳເວົ້າຂອງໂຕເອງ+
3 ລູກເອີ້ຍ ລູກກໍຕົກຢູ່ໃນມືຂອງເພື່ອນບ້ານແລ້ວ.
ເພື່ອລູກຈະເປັນອິດສະຫຼະ ໃຫ້ລູກເຮັດແນວນີ້
ໃຫ້ລູກຟ້າວໄປຫາເພື່ອນບ້ານແລະຂໍຮ້ອງລາວໃຫ້ອີ່ຕົນລູກ.+
4 ຖ້າລູກຍັງບໍ່ໄດ້ເຮັດແນວນີ້
ກໍຢ່າຟ້າວໄປນອນແລະຢ່າຟ້າວຫຼັບຕາເທື່ອ.
5 ໃຫ້ລູກຫາທາງເຮັດໃຫ້ໂຕເອງເປັນອິດສະຫຼະຄືກັບກວາງທີ່ໜີຈາກມືຂອງນາຍພານໄດ້
ຄືກັບນົກທີ່ລອດຈາກມືຂອງຄົນຈັບນົກ.
6 ຄົນຂີ້ຄ້ານເອີ້ຍ+ ໄປເບິ່ງມົດແມ້!
ໃຫ້ສັງເກດເບິ່ງສິ່ງທີ່ພວກມັນເຮັດ ເຈົ້າຈະໄດ້ສະຫຼາດຂຶ້ນ.
7 ພວກມັນບໍ່ມີຜູ້ບັນຊາການ ບໍ່ມີຫົວໜ້າ ແລະບໍ່ມີຜູ້ປົກຄອງ
8 ແຕ່ພວກມັນກໍກຽມອາຫານໃນລະດູຮ້ອນ+
ແລະສະສົມອາຫານໃນລະດູເກັບກ່ຽວ.
9 ຄົນຂີ້ຄ້ານເອີ້ຍ ເຈົ້າຊິນອນຢູ່ອີກດົນປານໃດ?
ປານໃດເຈົ້າຊິຕື່ນ?
10 ນອນອີກຈັກບຶດ ຫຼັບອີກຈັກໜ້ອຍ
ພັບແຂນແລະນອນອີກໜ້ອຍໜຶ່ງ+
11 ແລ້ວເຈົ້າກໍຈະກາຍເປັນຄົນທຸກຢ່າງໄວວາຄືກັບຖືກໂຈນປຸ້ນ.
ມັນຈະເປັນຄືກັບວ່າມີຄົນຈັບອາວຸດມາຍຶດເອົາເຄື່ອງຂອງຂອງເຈົ້າໄປ.+
12 ຄົນຊົ່ວທີ່ບໍ່ໄດ້ເລື່ອງຍ່າງເລາະໄປບ່ອນນັ້ນບ່ອນນີ້ແລະເວົ້າຕົວະ.+
13 ລາວຍິກຕາ+ ກະດິກຕີນ ແລະກະດິກນິ້ວມືເພື່ອສົ່ງສັນຍານ.
15 ຍ້ອນແນວນີ້ ລາວຈະເຈິກັບຄວາມຈິບຫາຍແບບກະທັນຫັນ.
ໃນເວລາບຶດດຽວລາວຈະຖືກທຳລາຍຈົນແປງຄືນບໍ່ໄດ້.+
16 ມີ 6 ຢ່າງທີ່ພະເຢໂຫວາຊັງ.
ທີ່ຈິງມີ 7 ຢ່າງທີ່ເພິ່ນລັງກຽດ
17 ຕາທີ່ຈອງຫອງ+ ລີ້ນທີ່ເວົ້າຕົວະ+ ມືທີ່ເປື້ອນເລືອດຂອງຄົນທີ່ບໍ່ມີຄວາມຜິດ+
18 ໃຈທີ່ວາງແຜນຮ້າຍ+ ຕີນທີ່ຟ້າວແລ່ນໄປເຮັດຊົ່ວ
19 ຄົນທີ່ເປັນພະຍານຕົວະ+
ແລະຄົນທີ່ຍົວະໃຫ້ອ້າຍນ້ອງຜິດກັນ.+
21 ໃຫ້ເອົາຄຳເຫຼົ່ານັ້ນມັດໄວ້ຢູ່ຫົວໃຈຂອງລູກ
ແລະມັດໄວ້ອ້ອມຄໍຂອງລູກ.
22 ຕອນທີ່ລູກຍ່າງ ມັນຈະນຳທາງລູກ
ຕອນທີ່ລູກນອນ ມັນຈະປົກປ້ອງລູກ
ແລະຕອນທີ່ລູກຕື່ນ ມັນຈະສອນ*ລູກໃຫ້ເປັນຄົນສະຫຼາດ.
25 ຢ່າຊູ່ຢາກໄດ້ລາວຍ້ອນວ່າລາວເປັນຄົນງາມ+
ແລະຢ່າຍອມໃຫ້ລາວສົ່ງສາຍຕາຫວານໆຍົ້ວຍວນລູກ.
26 ໂສເພນີຈະເຮັດໃຫ້ຜູ້ຊາຍເປັນຄົນທຸກ ເຖິງຂັ້ນບໍ່ມີເງິນຊື້ເຂົ້າຈີ່ກິນຈັກກ້ອນ+
ແລະຜູ້ຍິງທີ່ຫຼິ້ນຊູ້ຈະໄລ່ລ່າເອົາຊີວິດຜູ້ຊາຍ.
27 ຖ້າຄົນໜຶ່ງເອົາໄຟໃສ່ເອິກ ເຄື່ອງນຸ່ງຂອງລາວຈະບໍ່ໄໝ້ບໍ?+
28 ຫຼືຖ້າຄົນໜຶ່ງຍ່າງຢຽບຖ່ານໄຟຮ້ອນໆ ຕີນຂອງລາວຈະບໍ່ໄໝ້ບໍ?
29 ຄົນທີ່ໄປນອນນຳເມຍຂອງເພື່ອນບ້ານກໍເປັນແບບນັ້ນແຫຼະ.
ບໍ່ມີໃຜທີ່ແຕະຕ້ອງເມຍຂອງຄົນອື່ນແລ້ວຈະບໍ່ຖືກລົງໂທດ.+
30 ບໍ່ມີໃຜດູຖູກຄົນຂີ້ລັກ
ຖ້າລາວໄປລັກເຄື່ອງຍ້ອນລາວຫິວ.
31 ແຕ່ຖ້າລາວຖືກຈັບໄດ້ ລາວຈະຕ້ອງໄຊ້ຄືນ 7 ເທົ່າ.
ລາວຕ້ອງຍອມເສຍທຸກຢ່າງທີ່ລາວມີໃນເຮືອນຂອງລາວ.+
32 ຜູ້ໃດທີ່ໄປນອນນຳເມຍຂອງຜູ້ຊາຍຄົນອື່ນກໍເປັນຄົນບໍ່ຮູ້ຈັກຄິດ.
ຄົນທີ່ເຮັດແບບນັ້ນກໍເຮັດໃຫ້ໂຕເອງຈິບຫາຍ.+
34 ຍ້ອນຄວາມຫຶງຫວງເຮັດໃຫ້ຜົວໃຈຮ້າຍ
ຕອນທີ່ລາວແກ້ແຄ້ນ+ ລາວຈະບໍ່ອີ່ຕົນຄົນນັ້ນເລີຍ.
35 ລາວຈະບໍ່ຍອມຮັບເອົາການຊົດໄຊ້*ໃດໆທັງນັ້ນ.
ບໍ່ວ່າຈະໃຫ້ຂອງຂວັນດີໆມີຄ່າສ່ຳໃດ ລາວກໍຈະບໍ່ພໍໃຈ.