ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 23
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ດາວິດ​ຊ່ວຍ​ເມືອງ​ເກອີລາ (1-​12)

      • ຊາອູນ​ໄລ່ລ່າ​ດາວິດ (13-​15)

      • ໂຢນາທານ​ໃຫ້​ກຳລັງໃຈ​ດາວິດ (16-​18)

      • ດາວິດ​ໜີ​ລອດ​ຈາກ​ຊາອູນ​ຢ່າງ​ຫວຸດ​ຫວິດ (19-​29)

1 ຊາມູເອນ 23:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 44

1 ຊາມູເອນ 23:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 30:8; 2ຊມ 5:19; ພສ 37:5

1 ຊາມູເອນ 23:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:5
  • +1ຊມ 13:5; 14:52

1 ຊາມູເອນ 23:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 6:39
  • +1ຊມ 14:6; 2ຊມ 5:19

1 ຊາມູເອນ 23:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:1

1 ຊາມູເອນ 23:6

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:20

1 ຊາມູເອນ 23:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:14

1 ຊາມູເອນ 23:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 27:21; 1ຊມ 30:7

1 ຊາມູເອນ 23:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:19

1 ຊາມູເອນ 23:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 22:1, 2; 25:13; 30:9

1 ຊາມູເອນ 23:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 55; 1ຊມ 23:19; 26:1
  • +1ຊມ 18:29; 20:33; 27:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 11

1 ຊາມູເອນ 23:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:5; ສພສ 17:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/12/2015, ໜ້າ 11

1 ຊາມູເອນ 23:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 16:13; 2ຊມ 2:4; 5:3
  • +1ຊມ 20:31; 24:17, 20

1 ຊາມູເອນ 23:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 18:3; 20:42

1 ຊາມູເອນ 23:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເບື້ອງ​ຂວາ”

  • *

    ຫຼື​ອາດ​ແປ​ວ່າ “ທະເລ​ຊາຍ; ບ່ອນ​ກັນດານ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 10:26
  • +1ຊມ 26:1; ພສ 54:ຫົວບົດ
  • +1ຊມ 23:15
  • +1ຊມ 26:3
  • +1ຊມ 23:24

1 ຊາມູເອນ 23:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 54:3

1 ຊາມູເອນ 23:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 23:14
  • +ຢຊ 15:20, 55; 1ຊມ 25:2, 3
  • +ພບຍ 1:7

1 ຊາມູເອນ 23:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 26:2; ພສ 54:3
  • +1ຊມ 23:28

1 ຊາມູເອນ 23:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 31:22
  • +ພສ 17:9

1 ຊາມູເອນ 23:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 54:7

1 ຊາມູເອນ 23:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 62; ພຊມ 1:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 23:1ຢຊ 15:20, 44
1ຊມ. 23:21ຊມ 30:8; 2ຊມ 5:19; ພສ 37:5
1ຊມ. 23:31ຊມ 22:5
1ຊມ. 23:31ຊມ 13:5; 14:52
1ຊມ. 23:4ຜຕສ 6:39
1ຊມ. 23:41ຊມ 14:6; 2ຊມ 5:19
1ຊມ. 23:51ຊມ 23:1
1ຊມ. 23:61ຊມ 22:20
1ຊມ. 23:71ຊມ 23:14
1ຊມ. 23:9ຈຊບ 27:21; 1ຊມ 30:7
1ຊມ. 23:101ຊມ 22:19
1ຊມ. 23:131ຊມ 22:1, 2; 25:13; 30:9
1ຊມ. 23:14ຢຊ 15:20, 55; 1ຊມ 23:19; 26:1
1ຊມ. 23:141ຊມ 18:29; 20:33; 27:1
1ຊມ. 23:16ພສ 37:5; ສພສ 17:17
1ຊມ. 23:171ຊມ 16:13; 2ຊມ 2:4; 5:3
1ຊມ. 23:171ຊມ 20:31; 24:17, 20
1ຊມ. 23:181ຊມ 18:3; 20:42
1ຊມ. 23:191ຊມ 10:26
1ຊມ. 23:191ຊມ 26:1; ພສ 54:ຫົວບົດ
1ຊມ. 23:191ຊມ 23:15
1ຊມ. 23:191ຊມ 26:3
1ຊມ. 23:191ຊມ 23:24
1ຊມ. 23:20ພສ 54:3
1ຊມ. 23:241ຊມ 23:14
1ຊມ. 23:24ຢຊ 15:20, 55; 1ຊມ 25:2, 3
1ຊມ. 23:24ພບຍ 1:7
1ຊມ. 23:251ຊມ 26:2; ພສ 54:3
1ຊມ. 23:251ຊມ 23:28
1ຊມ. 23:26ພສ 31:22
1ຊມ. 23:26ພສ 17:9
1ຊມ. 23:28ພສ 54:7
1ຊມ. 23:29ຢຊ 15:20, 62; ພຊມ 1:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 23:1-29

ຊາມູເອນ​ສະບັບ​ທີ​ໜຶ່ງ

23 ຕໍ່ມາ ມີ​ຄົນ​ມາ​ບອກ​ດາວິດ​ວ່າ: “ພວກ​ຟີລິດສະຕີນ​ມາ​ໂຈມຕີ​ເມືອງ​ເກອີລາ+ແລະ​ເຂົາ​ເຈົ້າ​ກຳລັງປຸ້ນເອົາເຂົ້າ.” 2 ດາວິດ​ຈຶ່ງ​ຖາມ​ພະ​ເຢໂຫວາ​ວ່າ:+ “ລູກ​ຄວນ​ໄປ​ຕໍ່ສູ້​ພວກ​ຟີລິດສະຕີນ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ໄປ​ໂລດ ແລະ​ຊ່ວຍ​ເມືອງ​ເກອີລາ​ໄວ້.” 3 ພວກທະຫານຂອງ​ດາວິດ​ເວົ້າ​ກັບ​ລາວ​ວ່າ: “ຂະໜາດ​ຢູ່​ຢູດາ​ພວກ​ເຮົາ​ກໍ​ຍັງ​ຮູ້ສຶກ​ຢ້ານ​ແລ້ວ+ ຄັນ​ໃຫ້​ໄປ​ເກອີລາ​ເພື່ອ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ ພວກ​ເຮົາ​ກໍ​ແຮ່ງ​ບໍ່​ກ້າ!”+ 4 ດາວິດ​ຈຶ່ງ​ຖາມ​ພະ​ເຢໂຫວາ​ອີກ​ເທື່ອ​ໜຶ່ງ+ ພະ​ເຢໂຫວາ​ຕອບ​ລາວ​ວ່າ: “ໄປ​ເມືອງ​ເກອີລາ​ໂລດ ເພາະ​ເຮົາ​ຈະ​ໃຫ້​ເຈົ້າ​ຊະນະ​ພວກ​ຟີລິດສະຕີນ.”+ 5 ແລ້ວ​ດາວິດ​ກໍ​ພາ​ພວກ​ທະຫານ​ໄປ​ເກອີລາ​ແລະ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. ລາວ​ເອົາ​ຝູງ​ສັດ​ຂອງ​ເຂົາ​ເຈົ້າ​ມາ​ແລະຂ້າເຂົາ​ເຈົ້າ​ຕາຍບັກ​ຫຼາຍ​ໆ​. ດາວິດ​ຊ່ວຍ​ຊີວິດ​ຄົນ​ໃນ​ເມືອງ​ເກອີລາ​ໄວ້.+

6 ອາບີອາທາ+ລູກ​ຊາຍ​ຂອງ​ອາຮີເມເລັກ​ໜີ​ໄປ​ຫາ​ດາວິດ​ຢູ່​ເມືອງ​ເກອີລາ. ລາວ​ເອົາ​ເອໂຟດ*ໄປ​ນຳ. 7 ມີ​ຄົນ​ບອກ​ຊາອູນ​ວ່າ: “ດາວິດ​ມາ​ເມືອງ​ເກອີລາ.” ຊາອູນ​ຈຶ່ງ​ເວົ້າ​ວ່າ: “ພະເຈົ້າ​ມອບ​ດາວິດ​ໃຫ້​ຂ້ອຍ​ແລ້ວ.+ ລາວ​ຖືກ​ແຮ້ວ​ຂອງ​ໂຕເອງ​ໂດຍ​ເຂົ້າ​ມາ​ໃນ​ເມືອງ​ທີ່​ມີ​ປະຕູ​ແລະ​ມີກອນປະຕູ.” 8 ຊາອູນ​ຈຶ່ງ​ເອີ້ນ​ທະຫານ​ທຸກ​ຄົນ​ມາ​ເພື່ອ​ໄປ​ຈັບ​ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຢູ່​ເມືອງ​ເກອີລາ. 9 ເມື່ອ​ດາວິດ​ຮູ້​ວ່າ​ຊາອູນ​ກຳລັງ​ວາງ​ແຜນ​ມາ​ຈັບ​ລາວ ດາວິດ​ຈຶ່ງ​ບອກ​ອາບີອາທາ​ວ່າ: “ເອົາ​ເອໂຟດ​ມາ​ໃຫ້​ຂ້ອຍ​ໄດ້​ບໍ່.”+ 10 ແລ້ວ​ດາວິດ​ກໍ​ເວົ້າ​ວ່າ: “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ ຜູ້​ຮັບ​ໃຊ້​ຜູ້​ນີ້​ຂອງ​ພະອົງ​ໄດ້ຍິນວ່າ​ຊາອູນ​ຕັ້ງ​ໃຈ​ຈະ​ມາ​ທຳລາຍ​ເມືອງ​ເກອີລາ​ຍ້ອນ​ລູກ.+ 11 ພວກ​ຜູ້​ນຳ​ຂອງ​ເກອີລາ​ຈະ​ມອບ​ລູກ​ໃຫ້​ຊາອູນ​ບໍ? ຊາອູນ​ຈະ​ມາ​ເມືອງ​ນີ້​ຕາມ​ທີ່​ລູກ​ໄດ້​ຍິນ​ບໍ? ຂໍ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ຜູ້​ຮັບ​ໃຊ້​ຂອງ​ພະອົງ​ໃຫ້​ຮູ້​ແດ່.” ພະ​ເຢໂຫວາ​ຕອບ​ວ່າ: “ລາວ​ຈະ​ມາ.” 12 ດາວິດ​ຈຶ່ງ​ຖາມ​ວ່າ: “ພວກ​ຜູ້​ນຳ​ຂອງ​ເມືອງ​ເກອີລາ​ຈະ​ມອບ​ລູກ​ແລະ​ທະຫານ​ຂອງ​ລູກ​ໃຫ້​ຊາອູນ​ບໍ?” ພະ​ເຢໂຫວາ​ຕອບ​ວ່າ: “ເຂົາ​ເຈົ້າ​ຈະ​ມອບ​ພວກເຈົ້າໃຫ້​ລາວ.”

13 ດາວິດ​ກັບ​ທະຫານ 600 ຄົນ+ຈຶ່ງ​ຟ້າວ​ໜີ​ອອກ​ຈາກ​ເມືອງ​ເກອີລາ ແລະ​ໜີ​ໄປ​ເລື້ອຍ​ໆ​ເພື່ອ​ຊອກ​ຫາ​ບ່ອນ​ທີ່​ປອດໄພ. ເມື່ອ​ມີ​ຄົນ​ມາ​ບອກ​ຊາອູນ​ວ່າ​ດາວິດ​ໜີ​ອອກ​ຈາກ​ເມືອງ​ເກອີລາ​ແລ້ວ ລາວ​ກໍ​ເຊົາ​ໄລ່​ລ່າ​ດາວິດ. 14 ດາວິດ​ໄປ​ຢູ່​ບ່ອນ​ທີ່​ເຂົ້າ​ໄປ​ໄດ້​ຍາກ​ໃນ​ເຂດ​ພູ​ທີ່​ຢູ່​ບ່ອນ​ກັນດານ​ຊິເຟ.+ ຊາອູນ​ຊອກ​ຫາ​ດາວິດ​ບໍ່​ຢຸດບໍ່​ເຊົາ+ ແຕ່​ພະ​ເຢໂຫວາ​ບໍ່​ຍອມ​ໃຫ້​ຊາອູນ​ຈັບ​ດາວິດ​ໄດ້. 15 ດາວິດ​ຮູ້​ວ່າ​ຊາອູນ​ກຳລັງ​ຊອກ​ຂ້າ​ລາວ​ຢູ່​ບ່ອນ​ກັນດານ​ຊິເຟ​ຢູ່​ໂຮເຣັດ.

16 ຕອນ​ນັ້ນ ໂຢນາທານ​ລູກ​ຊາຍ​ຂອງ​ຊາອູນ​ໄດ້​ອອກ​ໄປ​ຫາ​ດາວິດ​ຢູ່​ໂຮເຣັດ​ເພື່ອ​ໃຫ້ກຳລັງໃຈ​ດາວິດ​ວ່າ​ພະ​ເຢໂຫວາ​ຈະ​ຊ່ວຍ​ລາວ.+ 17 ໂຢນາທານ​ບອກ​ດາວິດ​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້. ພໍ່​ຂ້ອຍ​ຈະ​ບໍ່​ມີ​ທາງ​ຊອກ​ເຈົ້າ​ເຫັນ. ເຈົ້າ​ຈະ​ໄດ້​ເປັນ​ກະສັດ​ປົກຄອງ​ອິດສະຣາເອນ+ ແລະ​ຂ້ອຍ​ຈະ​ເປັນ​ຮອງ​ຕໍ່​ຈາກ​ເຈົ້າ. ພໍ່​ຂ້ອຍ​ກໍ​ຮູ້​ເລື່ອງ​ນີ້​ດີ.”+ 18 ແລ້ວ​ທັງ​ສອງ​ກໍ​ສັນຍາ​ກັນ​+ຕໍ່​ໜ້າ​ພະ​ເຢໂຫວາ. ດາວິດ​ກໍ​ຢູ່​ໂຮເຣັດ​ຕໍ່ ແລະ​ໂຢນາທານ​ກໍ​ກັບ​ເມືອ​ເຮືອນ.

19 ຕໍ່ມາ ຄົນ​ໃນ​ເມືອງ​ຊິເຟ​ໄດ້​ໄປ​ບອກ​ຊາອູນ​ຢູ່​ເມືອງ​ກີເບອາ+ວ່າ: “ດາວິດລີ້ຢູ່​ໃກ້​ໆ​ພວກ​ເຮົາ+ໃນ​ບ່ອນ​ທີ່​ເຂົ້າ​ໄປ​ຫາ​ໄດ້​ຍາກ​ຢູ່​ໂຮເຣັດ+ ແຖວ​ໂນນ​ພູ​ຮາກີລາ+ທີ່​ຢູ່​ທາງ​ໃຕ້*ຂອງ​ເຢຊີໂມນ.*+ 20 ຖ້າ​ກະສັດ​ສະດວກ​ຕອນ​ໃດ​ກໍ​ມາ​ໂລດ ແລ້ວ​ພວກ​ເຮົາ​ຈະ​ມອບ​ລາວ​ໃຫ້​ກະສັດ.”+ 21 ແລ້ວ​ຊາອູນ​ກໍ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ອວຍພອນ​ພວກ​ເຈົ້າ​ເດີ້​ທີ່​ອີ່ຕົນ​ຂ້ອຍ. 22 ໃຫ້​ພວກ​ເຈົ້າ​ໄປ​ຊອກ​ເບິ່ງ​ຄັກ​ໆ​ວ່າ​ລາວ​ຢູ່​ໃສ​ແລະ​ໃຜ​ທີ່​ເຫັນ​ລາວ​ຢູ່​ຫັ້ນ. ມີ​ຄົນ​ບອກ​ຂ້ອຍ​ວ່າດາວິດ​ນິມີ​ເລ່ລ່ຽມ​ຫຼາຍ​ໄດ໋. 23 ໃຫ້​ໄປ​ຊອກ​ຄັກ​ໆ​ໃນ​ທຸກ​ບ່ອນ​ທີ່​ລາວ​ໄປ​ລີ້​ແລະ​ເອົາ​ຫຼັກ​ຖານ​ມາ​ໃຫ້​ຂ້ອຍ ແລ້ວ​ຂ້ອຍ​ຈະໄປນຳ​ພວກ​ເຈົ້າ. ເຖິງ​ວ່າ​ຂ້ອຍ​ຕ້ອງ​ຊອກ​ລາວ​ໃນທຸກ​ຄອບຄົວຂອງ​ຕະກູນ​ຢູດາ ຂ້ອຍ​ກໍ​ຈະ​ເຮັດ.”

24 ຈາກ​ນັ້ນ ເຂົາ​ເຈົ້າ​ກໍ​ກັບ​ເມືອ​ເມືອງ​ຊິເຟ+ກ່ອນ​ຊາອູນ. ຕອນ​ນັ້ນ​ດາວິດ​ກັບ​ພວກ​ທະຫານ​ຂອງ​ລາວ​ຢູ່​ບ່ອນ​ກັນດານ​ມາໂອນ+ໃນ​ເຂດ​ອາຣາບາ​+ທີ່​ຢູ່​ທາງ​ໃຕ້​ຂອງ​ເຢຊີໂມນ. 25 ແລ້ວ​ຊາອູນ​ກັບ​ພວກ​ທະຫານ​ກໍ​ໄປ​ຊອກ​ຫາ​ດາວິດ.+ ເມື່ອ​ດາວິດ​ຮູ້​ກໍ​ຟ້າວ​ເຂົ້າ​ໄປລີ້ຢູ່ໂກນ​ຫີນ+ໃນ​ບ່ອນ​ກັນດານ​ມາໂອນ. ມີ​ຄົນ​ມາ​ບອກ​ຊາອູນ​ເລື່ອງ​ນີ້ ລາວ​ຈຶ່ງ​ໄລ່​ນຳ​ດາວິດ​ເຂົ້າ​ໄປ​ໃນ​ບ່ອນ​ກັນດານ​ມາໂອນ. 26 ເມື່ອ​ຊາອູນ​ມາ​ຮອດ​ພູ​ເບື້ອງ​ໜຶ່ງ ດາວິດ​ກັບ​ພວກ​ທະຫານ​ກໍ​ໜີ​ໄປ​ພູ​ອີກ​ເບື້ອງ​ໜຶ່ງ. ດາວິດ​ຟ້າວ​ໜີ​+ຈາກ​ຊາອູນ ແຕ່​ຊາອູນ​ແລະ​ພວກ​ທະຫານ​ກຳລັງ​ໄລ່​ນຳ​ມາ​ໃກ້​ໆ​ເພື່ອ​ຈະ​ຈັບ​ດາວິດ​ແລະ​ພວກ​ທະຫານ​ຂອງ​ດາວິດ.+ 27 ແຕ່​ມີ​ຄົນ​ມາ​ບອກ​ຊາອູນ​ວ່າ: “ໃຫ້​ຟ້າວ​ກັບ​ມາ​ໄວ​ໆ​ ພວກ​ຟີລິດສະຕີນ​ມາ​ບຸກ​ໂຈມຕີ​ແຜ່ນດິນ​ຂອງ​ເຮົາ​ແລ້ວ!” 28 ຊາອູນ​ຈຶ່ງເຊົາ​ໄລ່ລ່າ​ດາວິດ+ແລະ​ກັບ​ໄປ​ຕໍ່ສູ້​ກັບ​ພວກ​ຟີລິດສະຕີນ. ຍ້ອນ​ແນວ​ນີ້ ບ່ອນ​ນັ້ນ​ຈຶ່ງ​ຖືກ​ເອີ້ນ​ວ່າ​ໂກນ​ຫີນ​ທີ່​ເຮັດ​ໃຫ້​ແຍກ​ຈາກ​ກັນ.

29 ແລ້ວ​ດາວິດ​ກໍ​ອອກ​ຈາກ​ຫັ້ນ​ແລະ​ໄປ​ຢູ່​ບ່ອນ​ທີ່​ເຂົ້າ​ໄປ​ໄດ້​ຍາກ​ໃນ​ເມືອງ​ເອັນເກດີ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌