ເພງສັນລະເສີນ
ເພງສັນລະເສີນ. ເພງຂອງອາສັບ.+
83 ພະເຈົ້າເອີ້ຍ ຂໍພະອົງຢ່າມິດຢູ່ຊື່ໆ.+
ພະເຈົ້າຜູ້ມີລິດເດດສູງສຸດ ຂໍພະອົງຢ່າມິດງຽບເລີຍ.
2 ສັດຕູຂອງພະອົງກຽມພ້ອມຈະສູ້ແລ້ວ.+
ຄົນທີ່ຊັງພະອົງກໍເຮັດທ່າທາງຈອງຫອງຂະໜາດ.
3 ເຂົາເຈົ້າວາງແຜນທີ່ມີເລ່ລ່ຽມແບບລັບໆເພື່ອຈັດການຄົນຂອງພະອົງ.
ເຂົາເຈົ້າລວມຫົວກັນຕໍ່ສູ້ຄົນທີ່ມີຄ່າຂອງພະອົງ.*
4 ເຂົາເຈົ້າເວົ້າວ່າ: “ໄປ໋! ໃຫ້ພວກເຮົາພາກັນໄປທຳລາຍພວກມັນໃຫ້ໝົດຊາດ+
ເພື່ອຈະບໍ່ໃຫ້ໃຜຈື່ຊື່ຂອງພວກອິດສະຣາເອນອີກຕໍ່ໄປ.”
5 ເຂົາເຈົ້າລວມຫົວກັນວາງແຜນຮ້າຍ
ແລະຕົກລົງ*ກັນວ່າຈະຕໍ່ຕ້ານພະອົງ.+
6 ເຂົາເຈົ້າມີພວກເອໂດມ ພວກອິດຊະມາເອນ ພວກໂມອາບ+ ພວກຮັກກິດ+
7 ພວກເກບານ ພວກອຳໂມນ+ ພວກອາມາເລັກ
9 ຂໍພະອົງເຮັດກັບເຂົາເຈົ້າຄືກັບທີ່ເຮັດກັບພວກມີດີອານ+
10 ເຂົາເຈົ້າຖືກທຳລາຍຢູ່ເອັນໂດເຣ.+
ເຂົາເຈົ້າກາຍເປັນຂີ້ສັດຢູ່ດິນ.
11 ຂໍໃຫ້ພວກເຈົ້ານາຍຂອງເຂົາເຈົ້າເປັນຄືກັບໂອເຣັບແລະເຊເອບ+
ແລະຂໍໃຫ້ພວກຜູ້ນຳຂອງເຂົາເຈົ້າເປັນຄືກັບເສບາແລະຊັນມຸນນາ+
12 ຍ້ອນເຂົາເຈົ້າເວົ້າວ່າ: “ໄປ໋! ໃຫ້ພວກເຮົາໄປຍຶດເອົາແຜ່ນດິນທີ່ພະເຈົ້າຢູ່.”
13 ພະເຈົ້າຂອງລູກເອີ້ຍ ຂໍພະອົງເຮັດໃຫ້ເຂົາເຈົ້າເປັນຄືກັບຕົ້ນໜາມ*+
ຄືກັບຕໍເຟືອງທີ່ຖືກລົມພັດປິວໄປ
14 ຄືກັບໄຟທີ່ໄໝ້ປ່າ
ແລະຄືກັບໄຟທີ່ໄໝ້ລາມພູຕ່າງໆ.+
15 ຂໍພະອົງໃຊ້ພາຍຸທີ່ພັດແຮງໆໄລ່ເຂົາເຈົ້າ+
ແລະຂໍພະອົງໃຊ້ລົມພາຍຸຂອງພະອົງເຮັດໃຫ້ເຂົາເຈົ້າຢ້ານ.+
16 ພະເຢໂຫວາເອີ້ຍ ຂໍພະອົງເຮັດໃຫ້ເຂົາເຈົ້າອັບອາຍຂາຍໜ້າ
ເພື່ອເຂົາເຈົ້າຈະໄດ້ຮ້ອງຫາຊື່ຂອງພະອົງ.