ຈົດໝາຍສະບັບທີສອງຂອງເປໂຕ
1 ຂ້ອຍຊີໂມນເປໂຕເປັນທາດແລະອັກຄະສາວົກ*ຂອງພະເຢຊູຄລິດຂຽນຫາຄົນທີ່ມີຄວາມເຊື່ອທີ່ມີຄ່າຄືກັບພວກເຮົາ. ພວກເຮົາມີຄວາມເຊື່ອນີ້ກໍຍ້ອນຄວາມຍຸຕິທຳຂອງພະເຈົ້າແລະຂອງພະເຢຊູຄລິດຜູ້ຊ່ວຍໃຫ້ລອດຂອງພວກເຮົາ.
2 ຂໍໃຫ້ພວກເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ແລະມີສັນຕິສຸກຫຼາຍຂຶ້ນ ໂດຍຮັບຄວາມຮູ້ທີ່ຖືກຕ້ອງ+ເລື່ອງພະເຈົ້າແລະເລື່ອງພະເຢຊູຜູ້ເປັນນາຍຂອງພວກເຮົາ. 3 ໂດຍທາງລິດເດດຂອງພະເຈົ້າ ພວກເຮົາຈຶ່ງໄດ້ຮູ້ຈັກເພິ່ນແທ້ໆແລະໄດ້ທຸກສິ່ງທີ່ຊ່ວຍພວກເຮົາໃຫ້ໃຊ້ຊີວິດດ້ວຍຄວາມຢ້ານຢຳເພິ່ນ.+ ເພິ່ນໃຫ້ພວກເຮົາມາໃກ້ຊິດກັບເພິ່ນ ຍ້ອນເພິ່ນເປັນພະເຈົ້າທີ່ຍິ່ງໃຫຍ່ແລະໃຈດີຫຼາຍ. 4 ຍ້ອນພະເຈົ້າເປັນແນວນີ້ ເພິ່ນຈຶ່ງໃຫ້ຄຳສັນຍາຕ່າງໆທີ່ມີຄ່າຫຼາຍແລະດີເລີດກັບພວກເຮົາ.+ ຄຳສັນຍາເຫຼົ່ານັ້ນຈະເຮັດໃຫ້ພວກເຈົ້າໄດ້ຮັບສະພາບແບບພະເຈົ້າ+ຫຼັງຈາກທີ່ພວກເຈົ້າພົ້ນຈາກສິນລະທຳທີ່ບໍ່ດີຂອງໂລກນີ້ເຊິ່ງເກີດຈາກຄວາມຕ້ອງການທີ່ຜິດໆ.
5 ດັ່ງນັ້ນ ເມື່ອມີຄວາມເຊື່ອແລ້ວກໍໃຫ້ພວກເຈົ້າພະຍາຍາມຢ່າງຈິງຈັງ+ທີ່ຈະມີຄວາມດີໄປນຳ+ ເມື່ອມີຄວາມດີແລ້ວກໍໃຫ້ມີຄວາມຮູ້ໄປນຳ+ 6 ເມື່ອມີຄວາມຮູ້ແລ້ວກໍໃຫ້ມີການຄວບຄຸມໂຕເອງໄປນຳ+ ເມື່ອມີການຄວບຄຸມໂຕເອງແລ້ວກໍໃຫ້ມີຄວາມອົດທົນໄປນຳ ເມື່ອມີຄວາມອົດທົນແລ້ວກໍໃຫ້ມີຄວາມຢ້ານຢຳພະເຈົ້າໄປນຳ+ 7 ເມື່ອມີຄວາມຢ້ານຢຳພະເຈົ້າແລ້ວກໍໃຫ້ມີຄວາມຮັກຕໍ່ພີ່ນ້ອງໄປນຳ ເມື່ອມີຄວາມຮັກຕໍ່ພີ່ນ້ອງແລ້ວກໍໃຫ້ມີຄວາມຮັກຕໍ່ທຸກຄົນໄປນຳ.+ 8 ຖ້າພວກເຈົ້າມີຄຸນລັກສະນະເຫຼົ່ານີ້ຢູ່ໃນໂຕແລະມີຫຼາຍຂຶ້ນເລື້ອຍໆ ສິ່ງເຫຼົ່ານັ້ນຈະປ້ອງກັນພວກເຈົ້າບໍ່ໃຫ້ເປັນຄົນຢູ່ຊື່ໆຫຼືເປັນຄົນທີ່ບໍ່ໃຊ້ຄວາມຮູ້ທີ່ຖືກຕ້ອງເລື່ອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາໃຫ້ເກີດປະໂຫຍດ.+
9 ຖ້າຜູ້ໃດຂາດຄຸນລັກສະນະເຫຼົ່ານີ້ ລາວກໍຕາບອດ ອັດຕາໂຕເອງຈົນເບິ່ງບໍ່ເຫັນແສງສະຫວ່າງ*+ແລະລືມເລີຍວ່າພະເຈົ້າເຮັດໃຫ້ລາວສະອາດແລ້ວຈາກຄວາມຜິດ+ທີ່ເຄີຍເຮັດໃນອະດີດ. 10 ດັ່ງນັ້ນ ພີ່ນ້ອງເອີ້ຍ ໃຫ້ພວກເຈົ້າພະຍາຍາມຫຼາຍຂຶ້ນເພື່ອຍຶດໝັ້ນກັບສິດທິພິເສດທີ່ພະເຈົ້າເອີ້ນ+ແລະເລືອກພວກເຈົ້າມາ. ຖ້າເຮັດແບບນັ້ນຕໍ່ໄປ ພວກເຈົ້າຈະບໍ່ມີທາງຖິ້ມຄວາມເຊື່ອເລີຍ+ 11 ແຕ່ພວກເຈົ້າຈະໄດ້ຮັບພອນທີ່ຍິ່ງໃຫຍ່. ພອນນັ້ນແມ່ນພວກເຈົ້າຈະໄດ້ມີສ່ວນໃນການປົກຄອງທີ່ຢູ່ຕະຫຼອດໄປ+ຂອງພະເຢຊູຄລິດຜູ້ເປັນນາຍແລະຜູ້ຊ່ວຍໃຫ້ລອດຂອງພວກເຮົາ.+
12 ຍ້ອນແນວນີ້ ຂ້ອຍຈຶ່ງເຕືອນພວກເຈົ້າຢູ່ເລື້ອຍໆບໍ່ໃຫ້ລືມເລື່ອງເຫຼົ່ານີ້ ເຖິງວ່າພວກເຈົ້າຮູ້ຢູ່ແລ້ວແລະເຖິງວ່າພວກເຈົ້າໝັ້ນຄົງໃນຄວາມຈິງທີ່ພວກເຈົ້າໄດ້ຮຽນມາຢູ່ແລ້ວ. 13 ໃນຕອນທີ່ຂ້ອຍຍັງຢູ່ໃນຮ່າງກາຍນີ້ທີ່ເປັນຄືກັບເຕັ້ນ+ ຂ້ອຍເຫັນວ່າຄວນຈະເຕືອນພວກເຈົ້າສະເໝີ+ 14 ຍ້ອນຂ້ອຍຮູ້ວ່າອີກບໍ່ດົນເຕັ້ນຫຼັງນີ້ຈະຖືກຮື້ຖິ້ມຕາມທີ່ພະເຢຊູຄລິດຜູ້ເປັນນາຍເຄີຍບອກຂ້ອຍຢ່າງຈະແຈ້ງແລ້ວ.+ 15 ຕອນນີ້ຂ້ອຍຈະເຮັດສຸດຄວາມສາມາດ ເພື່ອວ່າຫຼັງຈາກທີ່ຂ້ອຍຕາຍແລ້ວ ພວກເຈົ້າຈະຄິດເຖິງ*ສິ່ງເຫຼົ່ານີ້ໄດ້ສະເໝີ.
16 ເມື່ອພວກເຮົາສອນພວກເຈົ້າໃຫ້ຮູ້ເລື່ອງອຳນາດແລະການມາ*ຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ ພວກເຮົາບໍ່ໄດ້ໃຊ້ເລື່ອງຕົວະທີ່ຄົນແຕ່ງຂຶ້ນມາ. ແຕ່ພວກເຮົາເວົ້າເລື່ອງສະຫງ່າລາສີຂອງເພິ່ນທີ່ພວກເຮົາໄດ້ເຫັນດ້ວຍຕາໂຕເອງ.+ 17 ເພິ່ນໄດ້ຮັບກຽດແລະສະຫງ່າລາສີຈາກພະເຈົ້າຜູ້ເປັນພໍ່ ຕອນທີ່ພະເຈົ້າຜູ້ຍິ່ງໃຫຍ່ເວົ້າກັບເພິ່ນວ່າ: “ຜູ້ນີ້ແມ່ນລູກທີ່ເຮົາຮັກ ເຮົາພໍໃຈລາວຫຼາຍ”+ 18 ພວກເຮົາໄດ້ຍິນຄຳເວົ້ານັ້ນຈາກເທິງຟ້າຕອນທີ່ພວກເຮົາຢູ່ກັບເພິ່ນເທິງພູບໍລິສຸດ.
19 ຍ້ອນແນວນີ້ ພວກເຮົາກໍແຮ່ງໝັ້ນໃຈໃນຄຳພະຍາກອນນັ້ນຫຼາຍຂຶ້ນ ແລະພວກເຈົ້າກໍກຳລັງເອົາໃຈໃສ່ຄຳພະຍາກອນນັ້ນຢ່າງດີ. ຄຳພະຍາກອນນັ້ນເປັນຄືກັບຕະກຽງ+ທີ່ສ່ອງແສງເຂົ້າໄປໃນບ່ອນມືດໃນຫົວໃຈພວກເຈົ້າ ຈົນກວ່າຈະຮອດຕອນເຊົ້າແລະດາວຮຸ່ງ*+ຂຶ້ນມາ. 20 ພວກເຈົ້າກໍຮູ້ຄວາມຈິງທີ່ວ່າ ບໍ່ມີຄຳພະຍາກອນເລື່ອງໃດໃນພະຄຳພີເກີດຈາກຄວາມຄິດຂອງມະນຸດ. 21 ຄຳພະຍາກອນທຸກເລື່ອງບໍ່ໄດ້ມາຈາກມະນຸດ+ ແຕ່ມະນຸດເວົ້າສິ່ງທີ່ມາຈາກພະເຈົ້າຕາມທີ່ພະລັງບໍລິສຸດຂອງເພິ່ນຊີ້ນຳເຂົາເຈົ້າ.+