ຂ່າວດີທີ່ຂຽນໂດຍມັດທາຍ
16 ແລ້ວພວກຟາຣີຊາຍກັບພວກຊາດູກາຍກໍເຂົ້າມາທົດສອບພະເຢຊູ ເຂົາເຈົ້າຂໍໃຫ້ເພິ່ນເຮັດການອັດສະຈັນໃນທ້ອງຟ້າໃຫ້ເຂົາເຈົ້າເຫັນ.+ 2 ພະເຢຊູບອກເຂົາເຈົ້າວ່າ: “ຕອນແລງ ພວກເຈົ້າມັກເວົ້າວ່າ ‘ອາກາດດີຍ້ອນຟ້າເປັນສີແດງ’ 3 ແລະຕອນເຊົ້າພວກເຈົ້າກໍເວົ້າວ່າ ‘ມື້ນີ້ຝົນຊິຕົກແລະອາກາດຊິໜາວ ຍ້ອນຟ້າເປັນສີແດງແລະມືດຄຶ້ມ.’ ພວກເຈົ້າເບິ່ງທ້ອງຟ້າອອກ ແຕ່ສິ່ງທີ່ກຳລັງເກີດຂຶ້ນນີ້ ພວກເຈົ້າພັດເບິ່ງບໍ່ອອກວ່າມັນໝາຍເຖິງຫຍັງ. 4 ຄົນສະໄໝນີ້ເປັນຄົນຊົ່ວແລະບໍ່ສັດຊື່ຕໍ່ພະເຈົ້າ.* ເຂົາເຈົ້າມີແຕ່ຢາກເຫັນການອັດສະຈັນ ແຕ່ເຂົາເຈົ້າຈະບໍ່ໄດ້ເຫັນຫຍັງເລີຍ+ ນອກຈາກການອັດສະຈັນທີ່ເກີດຂຶ້ນກັບໂຢນາ.”+ ແລ້ວພະເຢຊູກໍໄປຈາກເຂົາເຈົ້າ.
5 ຕອນທີ່ກຳລັງຂ້າມທະເລໄປອີກຟາກໜຶ່ງ ພວກລູກສິດລືມເອົາເຂົ້າຈີ່ໄປນຳ.+ 6 ພະເຢຊູເຕືອນເຂົາເຈົ້າວ່າ: “ໃຫ້ລະວັງດີໆ ຢ່າຮັບເອົາເຊື້ອຂອງພວກຟາຣີຊາຍກັບພວກຊາດູກາຍເດີ້.”+ 7 ເຂົາເຈົ້າຈຶ່ງລົມກັນວ່າ: “ເອີ້ແມ່ນໄດ໋ເນາະ ພວກເຮົາບໍ່ໄດ້ເອົາເຂົ້າຈີ່ມານຳ.” 8 ພະເຢຊູຮູ້ວ່າລູກສິດກຳລັງລົມກັນເລື່ອງຫຍັງ ເພິ່ນຈຶ່ງເວົ້າວ່າ: “ເປັນຫຍັງພວກເຈົ້າຈຶ່ງລົມກັນເລື່ອງທີ່ບໍ່ໄດ້ເອົາເຂົ້າຈີ່ມາ? ພວກເຈົ້າຄືມີຄວາມເຊື່ອໜ້ອຍແທ້? 9 ພວກເຈົ້າຍັງບໍ່ເຂົ້າໃຈຫຼືຈື່ບໍ່ໄດ້ບໍຕອນທີ່ຂ້ອຍໃຊ້ເຂົ້າຈີ່ 5 ອັນລ້ຽງຜູ້ຊາຍ 5.000 ຄົນ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ຈັກກະຕ່າ?+ 10 ແລ້ວຕອນທີ່ຂ້ອຍໃຊ້ເຂົ້າຈີ່ 7 ອັນລ້ຽງຜູ້ຊາຍ 4.000 ຄົນເດ້ ພວກເຈົ້າທ້ອນເຂົ້າຈີ່ທີ່ເຫຼືອໄດ້ຈັກກະຕ່າໃຫຍ່?+ 11 ເປັນຫຍັງພວກເຈົ້າບໍ່ເຂົ້າໃຈວ່າຂ້ອຍບໍ່ໄດ້ເວົ້າເລື່ອງເຊື້ອເຂົ້າຈີ່? ແຕ່ໃຫ້ລະວັງເຊື້ອຂອງພວກຟາຣີຊາຍກັບພວກຊາດູກາຍ.”+ 12 ພວກລູກສິດຈຶ່ງເຂົ້າໃຈວ່າພະເຢຊູເຕືອນໃຫ້ລະວັງຄຳສອນຂອງພວກຟາຣີຊາຍກັບພວກຊາດູກາຍ ບໍ່ແມ່ນໃຫ້ລະວັງເຊື້ອເຂົ້າຈີ່.
13 ເມື່ອເຂົ້າມາຮອດເຂດກາຍຊາເຣຍຟີລິບປອຍ ພະເຢຊູຖາມພວກລູກສິດວ່າ: “ຄົນທົ່ວໄປເວົ້າວ່າລູກມະນຸດແມ່ນໃຜ?”+ 14 ເຂົາເຈົ້າຕອບວ່າ: “ບາງຄົນບອກວ່າແມ່ນໂຢຮັນຜູ້ໃຫ້ບັບເຕມາ+ ບາງຄົນບອກວ່າແມ່ນເອລີຢາ+ ແຕ່ກໍມີບາງຄົນບອກວ່າແມ່ນເຢເຣມີຢາຫຼືບໍ່ຊັ້ນກໍແມ່ນຜູ້ໜຶ່ງໃນພວກຜູ້ພະຍາກອນ.” 15 ພະເຢຊູຖາມເຂົາເຈົ້າວ່າ: “ພວກເຈົ້າເດ້ ຄິດວ່າຂ້ອຍແມ່ນໃຜ?” 16 ຊີໂມນເປໂຕຕອບວ່າ: “ທ່ານແມ່ນພະຄລິດ+ ລູກຂອງພະເຈົ້າຜູ້ມີຊີວິດຢູ່.”+ 17 ພະເຢຊູຈຶ່ງບອກລາວວ່າ: “ຊີໂມນລູກໂຢນາ ຂໍໃຫ້ດີໃຈເດີ້ ຍ້ອນຜູ້ທີ່ເປີດເຜີຍເລື່ອງນີ້ໃຫ້ເຈົ້າຮູ້ແມ່ນພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ+ ບໍ່ແມ່ນມະນຸດ. 18 ຂ້ອຍຈະບອກໃຫ້ຮູ້ວ່າ ເຈົ້າແມ່ນເປໂຕ+ ແລະຂ້ອຍຈະສ້າງປະຊາຄົມຂອງຂ້ອຍໄວ້ເທິງຫີນກ້ອນນີ້+ ແລ້ວບ່ອນຝັງສົບ*ຈະບໍ່ມີອຳນາດເໜືອປະຊາຄົມນີ້ເລີຍ. 19 ຂ້ອຍຈະເອົາລູກກະແຈຂອງການປົກຄອງທີ່ຢູ່ໃນສະຫວັນໃຫ້ເຈົ້າ. ສິ່ງໃດທີ່ເຈົ້າຈະລ໋ອກ*ໄວ້ຢູ່ໃນໂລກ ສິ່ງນັ້ນກໍຖືກລ໋ອກໄວ້ແລ້ວໃນສະຫວັນ ແລະສິ່ງໃດທີ່ເຈົ້າຈະໄຂ*ຢູ່ໃນໂລກ ສິ່ງນັ້ນກໍຖືກໄຂແລ້ວໃນສະຫວັນຄືກັນ.” 20 ແລ້ວພະເຢຊູກໍສັ່ງພວກລູກສິດຢ່າງໜັກແໜ້ນວ່າ ບໍ່ໃຫ້ບອກຜູ້ໃດວ່າເພິ່ນແມ່ນພະຄລິດ.+
21 ຕັ້ງແຕ່ຕອນນັ້ນ ພະເຢຊູເລີ່ມອະທິບາຍໃຫ້ພວກລູກສິດຮູ້ວ່າ ເພິ່ນຈະຕ້ອງໄປເມືອງເຢຣູຊາເລັມ ແລະເພິ່ນຈະຖືກພວກຜູ້ນຳຄົນຢິວ ພວກຫົວໜ້າປະໂລຫິດກັບພວກຄູສອນສາສະໜາທໍລະມານຫຼາຍຢ່າງ. ເພິ່ນຈະຖືກຂ້າ ແລ້ວໃນມື້ທີ 3 ເພິ່ນຈະຖືກປຸກໃຫ້ຄືນມາຈາກຕາຍ.+ 22 ເມື່ອໄດ້ຍິນແນວນັ້ນ ເປໂຕຈຶ່ງພາພະເຢຊູໄປຕ່າງຫາກແລະແນະນຳເພິ່ນວ່າ: “ອາຈານ ອີ່ຕົນໂຕເອງແດ່ ທ່ານຈະບໍ່ເຈິເລື່ອງຮ້າຍໆແບບນັ້ນດອກ.”+ 23 ແຕ່ພະເຢຊູປິ່ນຫຼັງໃສ່ເປໂຕແລະເວົ້າວ່າ: “ເຊົາເວົ້າດຽວນີ້ ຊາຕານ!* ເຈົ້າກຳລັງຂັດຂວາງຂ້ອຍ ຍ້ອນສິ່ງທີ່ເຈົ້າຄິດບໍ່ແມ່ນຄວາມຄິດຂອງພະເຈົ້າ ແຕ່ແມ່ນຄວາມຄິດຂອງມະນຸດ.”+
24 ແລ້ວພະເຢຊູບອກພວກລູກສິດວ່າ: “ຖ້າຜູ້ໃດຢາກຕິດຕາມຂ້ອຍ ກໍໃຫ້ຜູ້ນັ້ນເຊົາໃຊ້ຊີວິດເພື່ອໂຕເອງ ແລະຍອມແບກເສົາທໍລະມານ*ຂອງໂຕເອງ ແລ້ວຕິດຕາມຂ້ອຍຕໍ່ໆໄປ.+ 25 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍຈະໄດ້ຊີວິດ.+ 26 ທີ່ຈິງ ຖ້າຜູ້ໃດໄດ້ເປັນເຈົ້າຂອງທຸກສິ່ງທຸກຢ່າງໃນໂລກ ແຕ່ຕ້ອງເສຍຊີວິດ ມັນຈະມີປະໂຫຍດຫຍັງ?+ ຄົນເຮົາຈະເອົາຫຍັງມາແລກກັບຊີວິດຂອງໂຕເອງ?+ 27 ໃນອະນາຄົດ ລູກມະນຸດຈະໄດ້ຮັບອຳນາດຍິ່ງໃຫຍ່ຈາກພະເຈົ້າຜູ້ເປັນພໍ່. ເພິ່ນຈະມາພ້ອມກັບພວກທູດສະຫວັນຂອງເພິ່ນ ແລະຈະຕັດສິນທຸກຄົນຕາມສິ່ງທີ່ເຂົາເຈົ້າເຮັດ.+ 28 ຂ້ອຍຈະບອກໃຫ້ຮູ້ວ່າ ບາງຄົນທີ່ຢືນຢູ່ນີ້ຈະບໍ່ຕາຍກ່ອນທີ່ຈະໄດ້ເຫັນລູກມະນຸດໄດ້ຮັບອຳນາດໃນການປົກຄອງຂອງເພິ່ນ.”+