ຂ່າວດີທີ່ຂຽນໂດຍໂຢຮັນ
14 “ຢ່າທຸກໃຈເລີຍ.+ ຂໍໃຫ້ສະແດງຄວາມເຊື່ອໃນພະເຈົ້າ+ແລະສະແດງຄວາມເຊື່ອໃນຂ້ອຍນຳ. 2 ເຮືອນຂອງພໍ່ຂ້ອຍມີຫຼາຍບ່ອນໃຫ້ພວກເຈົ້າຢູ່ໄດ້. ຖ້າບໍ່ມີ ຂ້ອຍຄືຊິບອກພວກເຈົ້າແລ້ວ. ຕອນນີ້ ຂ້ອຍກຳລັງຈະໄປກຽມບ່ອນຢູ່ໃຫ້ພວກເຈົ້າ.+ 3 ເມື່ອຂ້ອຍໄປກຽມບ່ອນໃຫ້ແລ້ວ ຂ້ອຍຈະກັບມາຮັບພວກເຈົ້າໄປຢູ່ນຳ. ຂ້ອຍຢູ່ບ່ອນໃດ ພວກເຈົ້າກໍຈະຢູ່ບ່ອນນັ້ນນຳ.+ 4 ພວກເຈົ້າກໍຮູ້ຈັກທາງທີ່ຂ້ອຍກຳລັງຈະໄປ.”
5 ໂທມາ+ເວົ້າວ່າ: “ນາຍເອີ້ຍ ພວກເຮົາຍັງບໍ່ຮູ້ຊ້ຳວ່າທ່ານກຳລັງຈະໄປໃສ. ແລ້ວພວກເຮົາຈະຮູ້ຈັກທາງນັ້ນໄດ້ແນວໃດ?”
6 ພະເຢຊູຕອບລາວວ່າ: “ຂ້ອຍເປັນທາງນັ້ນ+ ເປັນຄວາມຈິງ+ ແລະເປັນຊີວິດ.+ ບໍ່ມີຜູ້ໃດທີ່ຈະໄປຫາພະເຈົ້າຜູ້ເປັນພໍ່ໄດ້ນອກຈາກມາທາງຂ້ອຍ.+ 7 ຖ້າພວກເຈົ້າຮູ້ຈັກຂ້ອຍແທ້ໆ ພວກເຈົ້າກໍຄືຊິຮູ້ຈັກພໍ່ຂ້ອຍນຳ. ຕັ້ງແຕ່ນີ້ໄປ ພວກເຈົ້າຈະຮູ້ຈັກເພິ່ນ. ທີ່ຈິງ ພວກເຈົ້າໄດ້ເຫັນເພິ່ນແລ້ວ.”+
8 ຟີລິບເວົ້າວ່າ: “ນາຍເອີ້ຍ ຂໍພຽງແຕ່ໄດ້ເຫັນພະເຈົ້າຜູ້ເປັນພໍ່ ພວກເຮົາກໍພໍໃຈແລ້ວ.”
9 ພະເຢຊູບອກລາວວ່າ: “ຟີລິບ ຂ້ອຍຢູ່ກັບພວກເຈົ້າມາແຕ່ດົນແລ້ວ ເຈົ້າຍັງບໍ່ຮູ້ຈັກຂ້ອຍອີກບໍ? ຜູ້ທີ່ໄດ້ເຫັນຂ້ອຍກໍໄດ້ເຫັນພະເຈົ້າຜູ້ເປັນພໍ່.+ ເປັນຫຍັງເຈົ້າຈຶ່ງເວົ້າວ່າ ‘ຂໍໃຫ້ພວກເຮົາໄດ້ເຫັນພະເຈົ້າຜູ້ເປັນພໍ່’? 10 ເຈົ້າບໍ່ເຊື່ອບໍວ່າ ຂ້ອຍເປັນອັນໜຶ່ງອັນດຽວກັບພໍ່ ແລະພໍ່ເປັນອັນໜຶ່ງອັນດຽວກັບຂ້ອຍ?+ ສິ່ງທີ່ຂ້ອຍບອກພວກເຈົ້າ ຂ້ອຍບໍ່ໄດ້ຄິດຂຶ້ນມາເອງ+ ແຕ່ພໍ່ຜູ້ທີ່ເປັນອັນໜຶ່ງອັນດຽວກັບຂ້ອຍກຳລັງເຮັດວຽກຂອງເພິ່ນໂດຍທາງຂ້ອຍ. 11 ເຊື່ອຂ້ອຍໂລດທີ່ຂ້ອຍບອກວ່າຂ້ອຍເປັນອັນໜຶ່ງອັນດຽວກັບພໍ່ແລະພໍ່ເປັນອັນໜຶ່ງອັນດຽວກັບຂ້ອຍ ແຕ່ຖ້າບໍ່ເຊື່ອສິ່ງທີ່ຂ້ອຍບອກ ກໍໃຫ້ເຊື່ອຍ້ອນວຽກທີ່ຂ້ອຍເຮັດ.+ 12 ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ທີ່ສະແດງຄວາມເຊື່ອໃນຂ້ອຍກໍຈະເຮັດວຽກທີ່ຂ້ອຍເຮັດ ແລະລາວຈະເຮັດວຽກທີ່ໃຫຍ່ກວ່າທີ່ຂ້ອຍເຮັດອີກ+ ຍ້ອນຂ້ອຍກຳລັງຈະໄປຫາພະເຈົ້າຜູ້ເປັນພໍ່.+ 13 ບໍ່ວ່າພວກເຈົ້າຈະຂໍຫຍັງໃນນາມຂອງຂ້ອຍ ຂ້ອຍກໍຈະເຮັດສິ່ງນັ້ນໃຫ້ ເພື່ອພະເຈົ້າຜູ້ເປັນພໍ່ຈະໄດ້ຮັບການຍົກຍ້ອງຍ້ອນລູກຂອງເພິ່ນ.+ 14 ຖ້າພວກເຈົ້າຂໍຫຍັງໃນນາມຂອງຂ້ອຍ ຂ້ອຍກໍຈະເຮັດສິ່ງນັ້ນໃຫ້.
15 ຖ້າພວກເຈົ້າຮັກຂ້ອຍ ພວກເຈົ້າຈະເຮັດຕາມຄຳສັ່ງຂອງຂ້ອຍ.+ 16 ຂ້ອຍຈະຂໍພະເຈົ້າຜູ້ເປັນພໍ່ໃຫ້ສົ່ງຜູ້ຊ່ວຍ*ອີກຜູ້ໜຶ່ງມາຢູ່ນຳພວກເຈົ້າຕະຫຼອດໄປ.+ 17 ຜູ້ຊ່ວຍນັ້ນແມ່ນພະລັງຂອງພະເຈົ້າທີ່ເຮັດໃຫ້ເຫັນຄວາມຈິງ.+ ໂລກນີ້ບໍ່ໄດ້ຮັບພະລັງນັ້ນຍ້ອນໂລກບໍ່ເຫັນແລະບໍ່ຮູ້ຈັກ.+ ແຕ່ພວກເຈົ້າຮູ້ຈັກພະລັງຂອງພະເຈົ້າ ຍ້ອນພະລັງນັ້ນຢູ່ກັບພວກເຈົ້າແລະຢູ່ໃນໂຕພວກເຈົ້າ. 18 ຂ້ອຍຈະບໍ່ຖິ້ມພວກເຈົ້າໃຫ້ຢູ່ໂດດດ່ຽວ.* ຂ້ອຍຈະກັບມາຫາພວກເຈົ້າແນ່ນອນ.+ 19 ອີກຈັກໜ້ອຍ ໂລກຈະບໍ່ໄດ້ເຫັນຂ້ອຍ ແຕ່ພວກເຈົ້າຈະໄດ້ເຫັນຂ້ອຍ+ ຍ້ອນຂ້ອຍມີຊີວິດຢູ່ແລະພວກເຈົ້າກໍຈະມີຊີວິດຢູ່ຄືກັນ. 20 ໃນມື້ນັ້ນ ພວກເຈົ້າຈະໄດ້ຮູ້ວ່າຂ້ອຍເປັນອັນໜຶ່ງອັນດຽວກັບພໍ່ຂ້ອຍ ພວກເຈົ້າເປັນອັນໜຶ່ງອັນດຽວກັບຂ້ອຍ ແລະຂ້ອຍເປັນອັນໜຶ່ງອັນດຽວກັບພວກເຈົ້າ.+ 21 ຜູ້ໃດທີ່ຮູ້ວ່າຂ້ອຍສັ່ງຫຍັງແລະເຮັດຕາມກໍຮັກຂ້ອຍ. ພໍ່ຂ້ອຍຈະຮັກຜູ້ນັ້ນທີ່ຮັກຂ້ອຍ. ຂ້ອຍເອງກໍຈະຮັກລາວຄືກັນແລະຈະໃຫ້ລາວໄດ້ຮູ້ຈັກຂ້ອຍແທ້ໆ.”
22 ຢູດາ+ທີ່ບໍ່ແມ່ນຢູດາອິສະກາຣີອົດຖາມພະເຢຊູວ່າ: “ນາຍເອີ້ຍ ເປັນຫຍັງທ່ານຕັ້ງໃຈໃຫ້ພວກເຮົາໄດ້ຮູ້ຈັກທ່ານ ແຕ່ບໍ່ໃຫ້ໂລກຮູ້ຈັກທ່ານ?”
23 ພະເຢຊູຕອບລາວວ່າ: “ຖ້າຜູ້ໃດຮັກຂ້ອຍ ລາວກໍຈະເຮັດຕາມຄຳສອນຂອງຂ້ອຍ+ ແລະພໍ່ຂອງຂ້ອຍຈະຮັກລາວ. ຂ້ອຍກັບພໍ່ຈະມາຫາລາວແລະຈະຢູ່ນຳລາວ.+ 24 ຄົນທີ່ບໍ່ຮັກຂ້ອຍກໍບໍ່ເຮັດຕາມຄຳສອນຂອງຂ້ອຍ. ສິ່ງທີ່ພວກເຈົ້າຟັງຢູ່ນີ້ບໍ່ແມ່ນຄຳສອນຂອງຂ້ອຍ ແຕ່ແມ່ນຄຳສອນຂອງພະເຈົ້າຜູ້ເປັນພໍ່ທີ່ໃຊ້ຂ້ອຍມາ.+
25 ຂ້ອຍບອກເລື່ອງທັງໝົດນີ້ໃຫ້ພວກເຈົ້າຮູ້ຕອນທີ່ຂ້ອຍຍັງຢູ່ນຳພວກເຈົ້າ. 26 ແຕ່ເມື່ອພະເຈົ້າຜູ້ເປັນພໍ່ສົ່ງຜູ້ຊ່ວຍມາໃນນາມຂອງຂ້ອຍ*ເຊິ່ງແມ່ນພະລັງບໍລິສຸດ ຜູ້ຊ່ວຍນັ້ນຈະສອນພວກເຈົ້າທຸກຢ່າງ ແລະຈະຊ່ວຍໃຫ້ພວກເຈົ້າຈື່ທຸກເລື່ອງທີ່ຂ້ອຍເຄີຍສອນ.+ 27 ຂ້ອຍໃຫ້ພວກເຈົ້າມີຄວາມສະຫງົບສຸກ ແລະພວກເຈົ້າຈະມີຄວາມສະຫງົບສຸກແບບນີ້ຕໍ່ໄປ.+ ຄວາມສະຫງົບສຸກທີ່ຂ້ອຍໃຫ້ພວກເຈົ້າເປັນຄວາມສະຫງົບສຸກທີ່ໂລກນີ້ໃຫ້ບໍ່ໄດ້. ພວກເຈົ້າບໍ່ຕ້ອງທຸກໃຈແລະບໍ່ຕ້ອງຢ້ານ. 28 ຂ້ອຍເຄີຍບອກວ່າ ‘ຂ້ອຍຈະໄປ ແລ້ວຈະກັບມາຫາພວກເຈົ້າ.’ ຖ້າພວກເຈົ້າຮັກຂ້ອຍແທ້ໆ ພວກເຈົ້າຄືຊິດີໃຈທີ່ຂ້ອຍຈະໄປຫາພໍ່ ຍ້ອນພະເຈົ້າຜູ້ເປັນພໍ່ຍິ່ງໃຫຍ່ກວ່າຂ້ອຍ.+ 29 ຂ້ອຍບອກພວກເຈົ້າໄວ້ກ່ອນທີ່ເລື່ອງທັງໝົດນີ້ຈະເກີດຂຶ້ນ ແລະເມື່ອມັນເກີດຂຶ້ນແທ້ ພວກເຈົ້າກໍຈະເຊື່ອ.+ 30 ຕໍ່ໄປນີ້ ຂ້ອຍຈະບໍ່ເວົ້າຫຍັງຫຼາຍກັບພວກເຈົ້າ ຍ້ອນຜູ້ປົກຄອງໂລກ+ຈະມາແລ້ວ ແຕ່ຜູ້ນັ້ນບໍ່ມີອຳນາດເໜືອຂ້ອຍ.+ 31 ຂ້ອຍກຳລັງເຮັດທຸກຢ່າງຕາມທີ່ພະເຈົ້າຜູ້ເປັນພໍ່ສັ່ງໄວ້+ ເພື່ອໃຫ້ໂລກຮູ້ວ່າຂ້ອຍຮັກເພິ່ນ. ລຸກຂຶ້ນ ໄປ໋ ໄປຈາກບ່ອນນີ້.”