ເພງສັນລະເສີນ
2 ເປັນຫຍັງປະເທດຕ່າງໆຈຶ່ງຮູ້ສຶກບໍ່ພໍໃຈ?
ເປັນຫຍັງຄົນຈາກຊາດຕ່າງໆຈົ່ມ*ແຕ່ເລື່ອງທີ່ບໍ່ມີປະໂຫຍດ?+
3 ເຂົາເຈົ້າເວົ້າວ່າ: “ໃຫ້ພວກເຮົາຕັດໂສ້ທີ່ພວກເພິ່ນໃຊ້ມັດພວກເຮົາອອກ
ແລະແກ້ເຊືອກຂອງພວກເພິ່ນອອກຈາກໂຕຂອງພວກເຮົາ.”
4 ພະເຈົ້າຜູ້ທີ່ນັ່ງເທິງບັນລັງຢູ່ສະຫວັນຈະຫົວຂວັນ.
ພະເຢໂຫວາຈະເຍາະເຍີ້ຍເຂົາເຈົ້າ.
5 ໃນຕອນນັ້ນເພິ່ນຈະເວົ້າກັບເຂົາເຈົ້າດ້ວຍຄວາມໃຈຮ້າຍ
ແລະຈະເຮັດໃຫ້ເຂົາເຈົ້າຢ້ານຍ້ອນເພິ່ນໃຈຮ້າຍຫຼາຍ.
6 ເພິ່ນເວົ້າວ່າ: “ເຮົາໄດ້ແຕ່ງຕັ້ງກະສັດຂອງເຮົາແລ້ວ+
ແລະລາວປົກຄອງຢູ່ຊີໂອນ+ເຊິ່ງເປັນພູບໍລິສຸດຂອງເຮົາ.”
7 ຂ້ອຍຈະປະກາດຄຳເວົ້າຂອງພະເຢໂຫວາ
ເພິ່ນເວົ້າກັບຂ້ອຍວ່າ: “ເຈົ້າແມ່ນລູກຂອງເຮົາ.+
ມື້ນີ້ເຮົາໄດ້ເປັນພໍ່ຂອງເຈົ້າ.+
8 ພຽງແຕ່ເຈົ້າຂໍເຮົາ ເຮົາກໍຈະເອົາຊາດຕ່າງໆໃຫ້ເປັນມໍລະດົກຂອງເຈົ້າ
ແລະເອົາໂລກທັງໝົດໃຫ້ເປັນຊັບສົມບັດຂອງເຈົ້າ.+
9 ເຈົ້າຈະຕີຊາດຕ່າງໆດ້ວຍຄ້ອນເຫຼັກ+ຂອງກະສັດ
ແລະເຈົ້າຈະທຸບຊາດເຫຼົ່ານັ້ນຄືກັບທຸບໝໍ້ດິນ.”+
10 ພວກກະສັດເອີ້ຍ ບັດນີ້ໃຫ້ພວກເຈົ້າຕັດສິນໃຈຢ່າງສະຫຼາດ.
ພວກຜູ້ນຳຂອງຊາດຕ່າງໆເອີ້ຍ ໃຫ້ພວກເຈົ້າຍອມຮັບການສັ່ງສອນ.*
11 ໃຫ້ຢ້ານຢຳພະເຢໂຫວາແລະຮັບໃຊ້ເພິ່ນ.
ໃຫ້ຍິນດີແລະຢ້ານຈົນໂຕສັ່ນຕໍ່ໜ້າເພິ່ນ.
12 ໃຫ້ພວກເຈົ້າໃຫ້ກຽດ*ລູກຊາຍ+ຂອງພະເຈົ້າເພື່ອເພິ່ນຈະບໍ່ໃຈຮ້າຍ
ແລະເພື່ອພວກເຈົ້າຈະບໍ່ຖືກທຳລາຍ+
ເພາະເພິ່ນອາດຈະໃຈຮ້າຍໄດ້ທັນທີ.
ຄົນທີ່ໄວ້ໃຈວ່າເພິ່ນຈະປົກປ້ອງຈະມີຄວາມສຸກ.