ເພງສັນລະເສີນ
146 ໃຫ້ສັນລະເສີນພະເຢໂຫວາ.*+
ຂ້ອຍຂໍສັນລະເສີນພະເຢໂຫວາສຸດຫົວໃຈ.+
2 ຂ້ອຍຈະສັນລະເສີນພະເຢໂຫວາຕະຫຼອດຊີວິດ.
ຂ້ອຍຈະຮ້ອງເພງ*ສັນລະເສີນພະເຈົ້າຂອງຂ້ອຍຕະຫຼອດໄລຍະເວລາທີ່ຂ້ອຍຍັງມີຊີວິດຢູ່.
4 ເມື່ອເຂົາເຈົ້າໝົດລົມຫາຍໃຈ ເຂົາເຈົ້າກໍກັບໄປເປັນດິນ+
ແລະໃນມື້ນັ້ນ ຄວາມຄິດຂອງເຂົາເຈົ້າກໍບໍ່ເຫຼືອ.+
5 ຄົນທີ່ມີພະເຈົ້າຂອງຢາໂຄບເປັນຜູ້ຊ່ວຍກໍມີຄວາມສຸກ+
ເຊິ່ງກໍຄືຄົນທີ່ເພິ່ງພະເຢໂຫວາພະເຈົ້າ+
6 ຜູ້ທີ່ສ້າງຟ້າແລະໂລກ
ສ້າງທະເລແລະທຸກສິ່ງທີ່ຢູ່ໃນທະເລ+
ຜູ້ທີ່ສັດຊື່ສະເໝີ+
7 ຜູ້ທີ່ໃຫ້ຄວາມຍຸຕິທຳກັບຄົນທີ່ຖືກໂກງ
ຜູ້ທີ່ໃຫ້ອາຫານກັບຄົນທີ່ຫິວ.+
ພະເຢໂຫວາເປັນຜູ້ປ່ອຍນັກໂທດ.*+
8 ພະເຢໂຫວາເຮັດໃຫ້ຄົນຕາບອດເບິ່ງເຫັນ.+
ພະເຢໂຫວາໂຈມເອົາຄົນທີ່ໝູບໜ້າລົງ.+
ພະເຢໂຫວາຮັກຄົນທີ່ເຮັດສິ່ງທີ່ຖືກຕ້ອງ.
9 ພະເຢໂຫວາປົກປ້ອງຄົນຕ່າງຊາດ.
ເພິ່ນເບິ່ງແຍງລູກກຳພ້າພໍ່ແລະແມ່ໝ້າຍ+
10 ພະເຢໂຫວາຈະເປັນກະສັດຕະຫຼອດໄປ.+
ຊີໂອນເອີ້ຍ ພະເຈົ້າຂອງເຈົ້າຈະເປັນກະສັດຕະຫຼອດທຸກຍຸກທຸກສະໄໝ.
ໃຫ້ສັນລະເສີນພະເຢໂຫວາ.*