ຂ່າວຄາວສະບັບທີໜຶ່ງ
16 ເຂົາເຈົ້າເອົາຫີບສັນຍາຂອງພະເຈົ້າທ່ຽງແທ້ເຂົ້າມາໄວ້ໃນເຕັ້ນທີ່ດາວິດກຽມໄວ້+ ແລ້ວກໍເຜົາເຄື່ອງບູຊາທີ່ເປັນສັດແລະເຄື່ອງບູຊາສ້າງຄວາມສະຫງົບສຸກຕໍ່ໜ້າພະເຈົ້າທ່ຽງແທ້.+ 2 ຫຼັງຈາກດາວິດເຜົາເຄື່ອງບູຊາທີ່ເປັນສັດ+ແລະເຄື່ອງບູຊາສ້າງຄວາມສະຫງົບສຸກແລ້ວໆ+ ລາວໄດ້ອວຍພອນປະຊາຊົນໂດຍໃຊ້ຊື່ຂອງພະເຢໂຫວາ. 3 ຈາກນັ້ນ ດາວິດກໍຢາຍເຂົ້າຈີ່ທີ່ເປັນກ້ອນມົນໆ ໝາກອິນທະຜາລຳທີ່ປັ້ນເປັນກ້ອນ ແລະໝາກລະແຊັງແຫ້ງທີ່ປັ້ນເປັນກ້ອນແນວລະກ້ອນໃຫ້ພວກອິດສະຣາເອນທຸກຄົນ. 4 ແລ້ວລາວກໍແຕ່ງຕັ້ງພວກເລວີບາງຄົນໃຫ້ມາຮັບໃຊ້ຢູ່ຕໍ່ໜ້າຫີບສັນຍາຂອງພະເຢໂຫວາ+ ເພື່ອໃຫ້ຄິດເຖິງ ຂອບໃຈ ແລະສັນລະເສີນພະເຢໂຫວາພະເຈົ້າຂອງອິດສະຣາເອນ. 5 ອາສັບ+ເປັນຫົວໜ້າ ຜູ້ຮອງແມ່ນເຊຄາຣີຢາ. ເຢອີເອນ ເຊມີຣາໂມດ ເຢຮີເອນ ມັດຕີທີຢາ ເອລີອາບ ເບນາຢາ ໂອເບັດເອໂດມ ແລະເຢອີເອນ+ເປັນຜູ້ຫຼິ້ນເຄື່ອງດົນຕີທີ່ມີສາຍກັບດີດພິນ.+ ອາສັບເປັນຜູ້ຕີແສ່ງ.+ 6 ປະໂລຫິດເບນາຢາກັບປະໂລຫິດຢາຮາຊີເອນໄດ້ຮັບມອບໝາຍໃຫ້ເປົ່າແກເປັນປະຈຳຢູ່ຕໍ່ໜ້າຫີບສັນຍາຂອງພະເຈົ້າທ່ຽງແທ້.
7 ໃນມື້ນັ້ນ ດາວິດແຕ່ງເພງເພື່ອຂອບໃຈພະເຢໂຫວາເປັນເທື່ອທຳອິດ ແລະໃຫ້ອາສັບ+ກັບພວກພີ່ນ້ອງຂອງລາວເປັນຜູ້ຮ້ອງເພງນີ້. ເພງນີ້ຮ້ອງວ່າ:
9 ຮ້ອງເພງໃຫ້ເພິ່ນແລະຫຼິ້ນດົນຕີສັນລະເສີນເພິ່ນ+
10 ໃຫ້ພູມໃຈທີ່ໄດ້ສັນລະເສີນຊື່ທີ່ບໍລິສຸດຂອງເພິ່ນ.+
ໃຫ້ຫົວໃຈຂອງຄົນທີ່ຊອກຫາພະເຢໂຫວາມີຄວາມສຸກ.+
11 ໃຫ້ຊອກຫາພະເຢໂຫວາ+ແລະເພິ່ງກຳລັງຈາກເພິ່ນ.
ຂໍໃຫ້ເພິ່ນຊ່ວຍເລື້ອຍໆ.+
12 ໃຫ້ຄິດເຖິງສິ່ງທີ່ເປັນຕາງຶດທີ່ເພິ່ນໄດ້ເຮັດ+
ຄິດເຖິງການອັດສະຈັນແລະການຕັດສິນທີ່ຍຸຕິທຳຂອງເພິ່ນ
13 ພວກເຈົ້າທີ່ເປັນລູກຫຼານ*ຂອງອິດສະຣາເອນຜູ້ຮັບໃຊ້ຂອງເພິ່ນ+
ພວກເຈົ້າທີ່ເປັນລູກຫຼານຂອງຢາໂຄບທີ່ເພິ່ນໄດ້ເລືອກໄວ້.+
14 ເພິ່ນແມ່ນພະເຢໂຫວາພະເຈົ້າຂອງພວກເຮົາ.+
ເພິ່ນຕັດສິນທຸກສິ່ງໃນໂລກ.+
15 ໃຫ້ຈື່ຄຳສັນຍາຂອງເພິ່ນໄວ້ຕະຫຼອດໄປ
ຢ່າລືມຄຳສັນຍາທີ່ເພິ່ນໄດ້ເຮັດ*+
16 ຄຳສັນຍາທີ່ເພິ່ນເຮັດກັບອັບຣາຮາມ+
ແລະຄຳສັນຍາທີ່ເພິ່ນເຮັດກັບອີຊາກ+
17 ເພິ່ນໄດ້ຢືນຢັນຄຳສັນຍານັ້ນກັບຢາໂຄບ+
ແລະເຮັດໃຫ້ຄຳສັນຍາທີ່ເຮັດກັບອິດສະຣາເອນໝັ້ນຄົງ
18 ເພິ່ນເວົ້າວ່າ ‘ເຮົາຈະເອົາແຜ່ນດິນການາອານ
19 ຕອນນັ້ນເຂົາເຈົ້າຍັງມີຄົນໜ້ອຍຫຼາຍ
ແລະອາໄສຢູ່ປະເທດຂອງຄົນອື່ນ.+
20 ເຂົາເຈົ້າຍ້າຍຈາກບ່ອນນີ້ໄປຢູ່ບ່ອນນັ້ນ
ແລະຈາກປະເທດນີ້ໄປຢູ່ປະເທດນັ້ນ.+
21 ເພິ່ນບໍ່ຍອມໃຫ້ໃຜມາຂົ່ມເຫງເຂົາເຈົ້າ.+
ເພິ່ນໄດ້ສັ່ງສອນກະສັດຫຼາຍອົງເພື່ອເຂົາເຈົ້າ.+
22 ເພິ່ນບອກພວກກະສັດເຫຼົ່ານັ້ນວ່າ ‘ຢ່າມາແຕະຕ້ອງຜູ້ທີ່ເຮົາເລືອກໄວ້
ແລະຢ່າເຮັດບໍ່ດີຕໍ່ຜູ້ພະຍາກອນຂອງເຮົາ.’+
23 ໃຫ້ທຸກຄົນໃນໂລກນີ້ຮ້ອງເພງໃຫ້ພະເຢໂຫວາ.
ປະກາດໃຫ້ຄົນຮູ້ທຸກໆມື້ວ່າເພິ່ນຊ່ວຍໃຫ້ລອດແນວໃດ.+
24 ໄປບອກທຸກປະເທດໃຫ້ຮູ້ວ່າເພິ່ນຍິ່ງໃຫຍ່ສ່ຳໃດ.
ໄປເລົ່າສິ່ງທີ່ເປັນຕາງຶດທີ່ເພິ່ນໄດ້ເຮັດໃຫ້ທຸກຄົນຟັງ.
25 ຍ້ອນພະເຢໂຫວາຍິ່ງໃຫຍ່ແລະສົມຄວນໄດ້ຮັບການສັນລະເສີນຫຼາຍທີ່ສຸດ.
ເພິ່ນສົມຄວນໄດ້ຮັບຄວາມຢ້ານຢຳຫຼາຍກວ່າພະເຈົ້າອື່ນໆທັງໝົດ.+
28 ໃຫ້ທຸກຊົນເຜົ່າໃຫ້ກຽດພະເຢໂຫວາ
ໃຫ້ພວກເຈົ້າໃຫ້ກຽດພະເຢໂຫວາ ຍ້ອນເພິ່ນມີອຳນາດທີ່ຍິ່ງໃຫຍ່.+
ໃຫ້ນຸ່ງເຄື່ອງບໍລິສຸດແລະນະມັດສະການ*ພະເຢໂຫວາ.*+
30 ໃຫ້ທຸກຄົນໃນໂລກນີ້ຢ້ານເພິ່ນຈົນໂຕສັ່ນ.
ເພິ່ນຕັ້ງໂລກນີ້ໃຫ້ໝັ້ນຄົງແລະບໍ່ໃຫ້ມັນສັ່ນ.+
31 ໃຫ້ທ້ອງຟ້າມີຄວາມສຸກແລະໃຫ້ໂລກນີ້ມີຄວາມຍິນດີ.+
ປະກາດໃຫ້ທຸກຊາດຮູ້ວ່າ ‘ພະເຢໂຫວາເປັນກະສັດແລ້ວ!’+
32 ໃຫ້ທະເລແລະທຸກສິ່ງທີ່ຢູ່ໃນທະເລຮ້ອງສຽງດັງ.
ໃຫ້ທົ່ງຫຍ້າແລະທຸກສິ່ງທີ່ຢູ່ຫັ້ນມີຄວາມສຸກ.
33 ໃຫ້ຕົ້ນໄມ້ທີ່ຢູ່ໃນປ່າຮ້ອງດ້ວຍຄວາມຍິນດີຕໍ່ໜ້າພະເຢໂຫວາ
ຍ້ອນເພິ່ນກຳລັງຈະມາຕັດສິນໂລກນີ້.
34 ໃຫ້ຂອບໃຈພະເຢໂຫວາ ຍ້ອນເພິ່ນເປັນພະເຈົ້າທີ່ດີແທ້ໆ.+
ເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.+
35 ໃຫ້ເວົ້າວ່າ ‘ພະເຈົ້າຜູ້ຊ່ວຍໃຫ້ລອດ+ ຂໍພະອົງຊ່ວຍພວກເຮົາແດ່.
ຂໍໃຫ້ລວບລວມພວກເຮົາແລະຊ່ວຍພວກເຮົາໃຫ້ລອດຈາກຊາດຕ່າງໆ
ເພື່ອພວກເຮົາຈະຍ້ອງຍໍຊື່ທີ່ບໍລິສຸດຂອງພະອົງ+
ແລະສັນລະເສີນພະອົງດ້ວຍຄວາມຍິນດີ.+
36 ຂໍໃຫ້ພະເຢໂຫວາພະເຈົ້າຂອງອິດສະຣາເອນ
ໄດ້ຮັບການສັນລະເສີນຕະຫຼອດໄປ.’”
ແລ້ວທຸກຄົນກໍເວົ້າວ່າ: “ອາແມນ!”* ແລະສັນລະເສີນພະເຢໂຫວາ.
37 ຈາກນັ້ນ ດາວິດກໍໃຫ້ອາສັບ+ແລະພວກພີ່ນ້ອງຂອງລາວຮັບໃຊ້ທຸກໆມື້+ຢູ່ບ່ອນທີ່ຫີບສັນຍາຂອງພະເຢໂຫວາຕັ້ງຢູ່.+ 38 ດາວິດໃຫ້ໂອເບັດເອໂດມກັບພີ່ນ້ອງຂອງລາວ 68 ຄົນ ແລະໂອເບັດເອໂດມລູກຊາຍຂອງເຢດູທູນກັບໂຮສາເປັນຄົນຍາມປະຕູ. 39 ສ່ວນປະໂລຫິດຊາໂດກ+ແລະປະໂລຫິດຄົນອື່ນໆ ດາວິດໃຫ້ຮັບໃຊ້ຢູ່ເຕັ້ນສັກສິດຂອງພະເຢໂຫວາຢູ່ໂນນພູໃນເມືອງກິເບໂອນ+ 40 ເພື່ອເຜົາເຄື່ອງບູຊາຢູ່ເທິງແທ່ນບູຊາໃຫ້ພະເຢໂຫວາເປັນປະຈຳທັງຕອນເຊົ້າແລະຕອນແລງ ແລະເພື່ອເຮັດຕາມທຸກສິ່ງທີ່ຂຽນໄວ້ໃນກົດໝາຍຂອງພະເຢໂຫວາທີ່ເພິ່ນສັ່ງໃຫ້ພວກອິດສະຣາເອນເຮັດຕາມ.+ 41 ເຮມານ ເຢດູທູນ+ ແລະຄົນອື່ນໆກໍຖືກມອບໝາຍໃຫ້ຢູ່ນຳເຂົາເຈົ້າເພື່ອເຮັດວຽກສະແດງຄວາມຂອບໃຈພະເຢໂຫວາ+ ໂດຍຮ້ອງເພງວ່າ: “ເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ.”+ 42 ເຮມານ+ແລະເຢດູທູນຍັງເປົ່າແກ ຕີແສ່ງ ແລະຫຼິ້ນເຄື່ອງດົນຕີຊະນິດອື່ນໆເພື່ອສັນລະເສີນພະເຈົ້າທ່ຽງແທ້ ສ່ວນພວກລູກຊາຍຂອງເຢດູທູນ+ກໍເຮັດວຽກຍາມປະຕູ. 43 ຈາກນັ້ນ ທຸກຄົນກໍກັບເມືອເຮືອນ ແລະດາວິດກໍໄປອວຍພອນຄອບຄົວຂອງລາວ.